ສປປ ລາວ ສລອງ 75 ປີ ຖແລງການສາກົລ ວ່າດ້ວຍສິດທິມະນຸສ
2023.12.08

ກະຊວງການຕ່າງປະເທດລາວ ຮ່ວມກັບຫ້ອງການປະສານງານ ຂອງສະຫະປະຊາຊາຕ (UNRCO) ປະຈໍາລາວ, ສໍານັກງານຂ້າຫລວງໃຫຍ່ ສະຫະປະຊາຊາຕ ເພື່ອສິດທິມະນຸສ (OHCHR) ປະຈໍາພາກພື້ນເອເຊັຽ ຕາເວັນອອກສ່ຽງໃຕ້ ທີ່ບາງກອກ ແລະສະຫະພາບຢູໂຣບ ຈັດການສເລີມສລອງ ຄົບຮອບ 75 ປີຂອງການຮັບຮອງເອົາ ຖແລງການສາກົລວ່າດ້ວຍສິດທິມະນຸສ ທີ່ນະຄອນ ຫລວງວຽງຈັນ ໃນມື້ວັນທີ 5 ທັນວານີ້.
ຂະນະທີ່ຢູ່ ສປປ ລາວ ຍັງມີການລະເມີດສິດທິມະນຸສ ໃນຫລາຍດ້ານ ຢ່າງຮ້າຍແຮງ ໂດຍສະເພາະເຣື່ອງສິດ ເສຣີພາບ ໃນການສະແດງຄວາມເຫັນ ທາງການເມືອງ ແລະການໂຮມຊຸມນຸມ, ບຸກຄົນທີ່ເຄື່ອນໄຫວ ໃນດ້ານນີ້ ບໍ່ໄດ້ຮັບການຄຸ້ມຄອງ ຕາມກົດໝາຍ ຊຶ່ງໂຄສົກຂອງອົງການ ນີລະໂທດກັມສາກົລ ທີ່ມີຫ້ອງການ ປະຈໍາພາກພື້ນປາຊີຟິກ, ເອເຊັຽ ຕາເວັນອອກສ່ຽງໃຕ້ ແລະເອເຊັຽ ຕາເວັນອອກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ທັນວານີ້ວ່າ:
(ພາສາໄທຍ) “ໃນປະເທດລາວ ການໃຊ້ເສຣີພາບ ໃນການສະແດງອອກ ຫລື ວ່າຊຸມນຸມນີ້ ແທບຈະເປັນເຣື່ອງ ທີ່ເອີ້ນວ່າ ຕ້ອງຫ້າມເລີຍກໍວ່າໄດ້. ຜູ້ທີ່ອອກມາຮຽກຮ້ອງ ຫລືວ່າ ປົກປ້ອງສິດທິມະນຸສ ກໍມັກຈະຕ້ອງພົບພໍ້ກັບອຸປະສັກ ແລະຄວາມຮຸນແຮງຕ່າງໆ. ແທ້ໆແລ້ວ ທາງພາກຣັຖ ຂອງລາວ ຍັງມີບັນຫາກ່ຽວກັບເຣື່ອງການຄຸກຄາມ, ທໍາຮ້າຍຮ່າງກາຍ ຫລືຄວາມຮຸນແຮງ ຕໍ່ນັກປົກປ້ອງສິດທິມະນຸສນີ້. ກໍມັກຈະມີການບໍ່ໃຫ້ຂໍ້ມູນ ຫລື ບໍ່ມີການຊີ້ແຈງຂໍ້ມູນ ເພີ່ມຕື່ມເລີຍ ຫລື ບໍ່ ມີການສືບສວນ-ສອບສວນນໍາຊໍ້າ.”
ທ່ານກ່າວຕື່ມວ່າ ສໍາລັບກໍຣະນີ ຂອງທ່ານ ສົມບັດ ສົມພອນ ນັກພັທນາດ້ານສິ່ງແວດລ້ອມ ຂອງລາວ, ເຈົ້າຂອງຣາງວັນ ຣາມອນ ແມັກໄຊໄຊ ປະຈໍາປີ 2005 ທີ່ຖືກລັກພາໂຕ ແລະບັງຄັບໃຫ້ຫາຍສາບສູນ ໃນມື້ວັນທີ 15 ທັນວາ 2012 ນັ້ນ, ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ມີການສືບສວນ-ສອບສວນ ທີ່ຈະແຈ້ງ, ບໍ່ມີການເວົ້າເຖິງຄວາມຄືບໜ້າ, ບໍ່ຮັບຮອງວ່າ ທາງຄອບຄົວຂອງທ່ານ ຈະສາມາດເຂົ້າເຖິງ ຂະບວນການຍຸຕິທັມໄດ້ ຫລືບໍ່ ເຮັດໃຫ້ນັກປົກປ້ອງສິດທິມະນຸສ ຫລືປະຊາຊົນທົ່ວໄປ ເກີດຄວາມຢ້ານກົວ ວ່າຈະໄດ້ຮັບຜົລກະທົບ ໃນຮູບແບບດຽວກັນນີ້.
ໃນຂະນະດຽວກັນ ຊາວຄຣິສຕຽນລາວຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ເຖິງແມ່ນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະເຣີ່ມເປີດກວ້າງເສຣີພາບ ໃນການເຊື່ອຖືສາສນາ ແຕ່ເຈົ້າໜ້າທີ່ຣັຖ ແລະປະຊາຊົນຈໍານວນນຶ່ງ ຍັງບໍ່ຍອມຮັບ ຜູ້ທີ່ເຊື່ອຖືສາສນາອື່ນ ໂດຍສະເພາະ ສາສນາຄຣິສຕຽນ ທີ່ຢູ່ເຂດຫ່າງໄກ, ຍັງມີການເຂົ້າໃຈບໍ່ຖືກຕ້ອງ, ຊາວຄຣິສຕຽນຖືກໝິ່ນປະໝາດ ແລະຍັງຖືວ່າ ສາສນາຄຣິສຕຽນ ເປັນສາສນາຕ່າງປະເທດ ເປັນສາສນາຈັກກະພັດ ຍັງມີບັນຫາຢູ່.
ດັ່ງທີ່ທ່ານກ່າວວ່າ:
“ເຈົ້າ ກໍຍັງມີບັນຫາຢູ່ ບາງສິ່ງບາງຢ່າງ ບໍ່ໄດ້ສົມບູນ ບໍ່ໄດ້ສະດວກສະບາຍປານໃດ. ກໍມັນຕິດກັບປະຊາຊົນນີ້ແຫລະ ເພາະວ່າ ເຂົາບໍ່ເຂົ້າໃຈກັນ ແລ້ວເຂົາເວົ້າມິ່ນປະໝາດ, ເຢາະເຢີ້ຍ. ສ່ວນຫລາຍເຂົາບໍ່ເຂົ້າໃຈ ປະເດັນກໍຄືເຂົາວ່າ ເຮົານີ້ສາສນາຕ່າງປະເທດ ແລ້ວເຮົາເປັນເລ້ກົລ ຂອງຈັກກະພັດ. ເຂົາວ່າແນວນັ້ນ ຄືຈັກກະພັດກໍຄືເລ້ກົລ ຂອງສັດຕຣູຫັ້ນແຫລະ ແຕ່ວ່າຢູ່ໃນພາກຣັຖ ເຂົາກໍໄດ້ຊ່ວຍແຊຣ໌ຢູ່ ແຕ່ວ່າ ທາງປະຊາຊົນ ເຂົາກໍບໍ່ໄດ້ເຂົ້າໃຈປານໃດ ນຶ່ງ, ສອງມາເຂົາວ່າເຂົາບໍ່ມັກ ເຂົາວ່າແນວນັ້ນຫັ້ນນ່າ.”
ຖແລງການສາກົລ ວ່າດ້ວຍສິດທິມະນຸສ ວັນທີ 10 ທັນວາ 1948 ຊຶ່ງມີ 30 ມາດຕຣາ ທີ່ອົງການສະຫະປະຊາຊາຕ ຮັບຮອງເອົາ ມີເປົ້າໝາຍໃຫ້ທຸກຄົນ ແລະທຸກພາກສ່ວນ ຂອງສັງຄົມ ຮັບຮູ້ກຽດສັກສີຂອງບຸກຄົນ ແລະສິດສເມີພາບ ຊຶ່ງມາດຕຣາ 19 ລະບຸວ່າ ທຸກຄົນມີສິດ ມີອິສຣະພາບ ໃນການປະກອບຄໍາເຫັນ ແລະປາກເວົ້າ, ເຊື່ອຖື ຮວມທັງອິສຣະພາບ ໃນການຍຶດຖືຄໍາຄິດ ຄໍາເຫັນ ຂອງຕົນ ໂດຍປາສຈາກການຢ້ານກົວ ແລະມາດຕຣາ 20 ກໍຣະບຸວ່າ ທຸກຄົນມີອິສຣະພາບ ໃນການໂຮມຊຸມນຸມ ຢ່າງສັນຕິ ແລະເຂົ້າຮ່ວມສາມາຄົມ.
ມາດຕຣາ 22 ຫາ 25 ລະບຸວ່າ ທຸກຄົນມີສິດເລືອກວຽກ ເຮັດງານທໍາ, ໄດ້ຮັບເງື່ອນໄຂ ການອອກແຮງງານ ຢ່າງຍຸຕິທັມ, ໄດ້ຮັບການປົກປ້ອງຈາກໄພວ່າງງານ ແລະໄດ້ຮັບສວັດດິການສັງຄົມ ທີ່ເໝາະສົມ, ແຕ່ສໍາລັບຢູ່ປະເທດລາວ ຊາວເມືອງເຊໂປນ ແຂວງສວັນນະເຂດ ນາງນຶ່ງເວົ້າວ່າ ໃນສະພາບປັດຈຸຸບັນ ມີຄົນວ່າງງານຫລາຍ, ຄ່າແຮງງານຕໍ່າ, ເງິນທີ່ໄດ້ຮັບ ບໍ່ກຸ້ມຢູ່, ບໍ່ກຸ້ມກິນ, ລາຄາສິນຄ້າສູງຂຶ້ນ.
“ປັດຈຸບັນນີ້ຫວາ ມັນກໍເວົ້າເຣື່ອງຖືກ ມັນກໍຖືກນີ້ແຫລະ ເພາະວ່າສິນຄ້າມັນສູງຫັ້ນນ່າ. ລາຄາເຄື່ອງອິຫຍັງມັນສູງຫັ້ນນ່າ ຄ່າແຮງງານ ກໍຕໍ່າຫັ້ນນ່າ ຕໍານວນຄົນຫວ່າງງານ ກໍຫລາຍຢູ່ ຫລວງຫລາຍເຮັດໄຮ່ເຮັດນາ ຊ່ວງເຮັດໄຮ່ເຮັດນາ ກໍເຮັດຫັ້ນນ່າ ຄັນວ່າມັນກຸ້ມກິນ ບໍ່ກໍບໍ່ກຸ້ມຫັ້ນນ່າ ແບບຕໍ່າໆສຸດຫັ້ນນ່າກໍປະມານ 1.5 ລ້ານກີບ ແຕ່ເອົາວ່າຄ່າໃຊ້ຈ່າຍ ມັນກໍບໍ່ພໍເລີຍຫັ້ນນ່າ ຕິດລົບເລຍຫັ້ນນ່າ ມັນບໍ່ພໍອິຫຍັງເລີຍຫັ້ນນ່າ.”
ນາງເວົ້າຕື່ມວ່າ ເຖິງແມ່ນໃນຮອບ 2 ປີປາຍຜ່ານມາ ທາງການຈະໄດ້ປະກາດປັບຂຶ້ນຄ່າແຮງງານ ຂັ້ນຕໍ່າຂອງຄົນງານເທື່ອລະໜ້ອຍ ຈາກ 1.1 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນ ແຕ່ກໍຍັງມີຫລາຍຫົວໜ່ວຍງງານ ໃນຫລາຍຂແນງ ການ ບໍ່ປະຕິບັດຕາມ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂບັນຫາ ທີ່ວ່ານີ້ໄດ້ເທື່ອ.
ສໍາລັບສິດທິ ດ້ານການສຶກສາ ມາດຕຣາ 26 ຣະບຸວ່າ ທຸກຄົນມີສິດໄດ້ຮັບການສຶກສາ, ການສຶກສາຊັ້ນປະຖົມ ຈະຕ້ອງເປັນການສຶກສາພາກບັງຄັບ ແລະບໍ່ໄດ້ ເສັຍຄ່າ, ການສຶກສາດ້ານເຕັກນິກ ແລະວິຊາຊີບ ຈະຕ້ອງໃຫ້ມີຢູ່ທົ່ວໄປ ແລະການສຶກສາຊັ້ນສູງ ຈະຕ້ອງເປີດໃຫ້ທຸກຄົນ ເຂົ້າຮຽນໄດ້ຢ່າງສເມີພາບຕາມຄວາມສາມາດ ຂອງພວກເຂົາເຈົ້າ. ການສຶກສາ ຈະຕ້ອງເພີ່ມທະວີການເຄົາຣົບສິດທິມະນຸສ ແລະເສຣີພາບພື້ນຖານ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ກຸ່ມຊົນຊາຕ ແລະສາສນາ.
ແຕ່ໃນປັດຈຸບັນ ເດັກນ້ອຍ ແລະຊາວໜຸ່ມລາວ ຈໍານວນບໍ່ໜ້ອຍ ໂດຍສະເພາະຢູ່ເຂດຊົນນະບົດ ຍັງບໍ່ມີໂອກາດໄດ້ຮຽນໜັງສື ເທົ່າທີ່ຄວນ ຍ້ອນຄອບຄົວທຸກຍາກ, ຂາດເຂີນຄຣູສອນ, ຄຸນນະພາບການສຶກສາຕໍ່າ.
ດັ່ງຜູ້ເຮັດວຽກກ່ຽວກັບເຮື່ອງນີ້ ເວົ້າວ່າ:
“ການສຶກສາມັນກໍບໍ່ໄດ້ປັບຮູບແບບ ຢ່າງໃຫຍ່ຫລວງຫລາຍຫັ້ນນ່າ ມັນກໍຍັງເຂົ້າເຖິງໄດ້ຍາກຄືເກົ່າຫັ້ນແຫລະ ຄັນຊິເວົ້າເຣື່ອງການເຫລື່ອມລໍ້າ ການເຂົ້າເຖິງການສຶກສາ ຄຸນນະພາບຂອງການສຶກສາ ນີ້ນ່າ ມັນກໍຍັງເກີດມີຢູ່ຄືເກົ່າ. ຖ້າເຮົາໄປເບິ່ງຕົວເມືອງກັບຊົນນະບົດ ທຽບໃສ່ກັນຫັ້ນນ່າ ແຕ່ວ່າຄຣູກໍບໍ່ມີຈັ່ງຊີ້ນ່າ ບາງບ່ອນ ບໍ່ມີຄຣູອີ່ຫຍັງ ມັນເປັນປະມານນີ້ນ່າ. ຄິດວ່າມັນເປັນການຈັດສັນທີ່ວ່າ ຍັງບໍ່ໄດ້ມາຕຖານ ຍັງບໍ່ໄດ້ຄຸນພາບ.”
ທ່ານ Bakhodir Burkhanov, ຜູ້ປະສານງານ ອົງການສະຫະປະຊາຊາຕ ປະຈໍາລາວ ໄດ້ກ່າວໃນກອງປະຊຸມ ສັມມະນາ ເພື່ອສລອງວັນດັ່ງກ່າວ ໃນມື້ວັນທີ 5 ທັນວານີ້ ວ່າ ທາງການລາວ ໄດ້ມີຄວາມພະຍາຍາມ ໃນການປະສານຄວາມຮ່ວມມື ກັບກົມສົນທິສັນຍາ ແລະກົດໝາຍ ຫຼື Department of Treaty and Law (DTL) ແລະ ພັທນາກຸ່ມເຄືອຂ່າຍ ເພື່ອເຮັດວຽກ ດ້ານສິດທິມະນຸສ ເປັນຕົ້ນດໍາເນີນການເຜີຍແຜ່ ຂະບວນການທົບທວນສິດທິມະນຸສ ຢ່າງຮອບດ້ານ ຫຼືຶ Universal Periodic Review (UPR) ພ້ອມຂໍ້ສເນີແນະ ແລະມີຄວາມຄິດລິເຣີ່ມ ກ່ຽວກັບຄວາມສັມພັນ ລະຫວ່າງສິດທິມະນຸສ ກັບສິ່ງແວດລ້ອມ ແລະສິດທິມະນຸສ ກັບການສຶກສາ.