ລາວ-ວຽດນາມ ມີແຜນສ້າງທາງ ຂົນຖ່ານຫິນ ຈາກລາວ ໄປວຽດນາມ

ພູວົງສ໌
2024.02.09
ລາວ-ວຽດນາມ ມີແຜນສ້າງທາງ ຂົນຖ່ານຫິນ ຈາກລາວ ໄປວຽດນາມ ຄົນຂັບຣົຖເຈາະ, ຄົນຂັບຣົຖຈົກ ແລະ ຄົນຂັບຣົຖບັນທຸກ ພວມເຮັດວຽກເຈາະ, ຈົກ, ຂົນຖ່ານຫິນ ໃນເຂດບໍ່ຖ່ານຫິນ ທີ່ເມືອງກະລຶມ ແຂວງເຊກອງ ເດືອນມົກຣາ 2024.
ນັກຂ່າວ ພົລເມືອງ

ເມື່ອວັນທີ 30 ມົກຣາ ທີ່ຜ່ານມານີ້, ຄະນະຜູ້ແທນ ແຂວງເຊກອງ ຂອງລາວ ກັບຄະນະຜູ້ແທນ ແຂວງກວາງຈິ ຂອງວຽດນາມ ໄດ້ມີກອງປະຊຸມພົບພໍ້ກັນ ເພື່ອປຶກສາຫາລື ກ່ຽວກັບການກໍ່ສ້າງທາງ ເພື່ອລຳລຽງຖ່ານຫິນ ຈາກລາວ ໄປຍັງປະເທດວຽດນາມ ຈາກແຂວງເຊກອງ ຜ່ານແຂວງສາຣະວັນ, ແຂວງສວັນນະເຂດ ໄປຍັງປະເທດວຽດນາມ, ໂດຍຜ່ານຄູ່ດ່ານສາກົລລາໄລ ແລະ ດ່ານສາກົລສວັນລາວບາວ ພ້ອມທັງໄດ້ມີການສເນີ ໄປຍັງຣັຖບານລາວ ເພື່ອແຈ້ງຕອບ ການສນັບສນູນ, ອີງຕາມການຣາຍງານ ຂອງໜັງສືພິມລາວພັທນາ ໃນມື້ວັນທີ 1 ກຸມພາ 2024 ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງວ່າການປົກຄອງແຂວງເຊກອງ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ, ແຕ່ກໍບໍ່ມີ ເຈົ້າໜ້າທີ່ຄົນໃດ ທີ່ຈະສາມາດໃຫ້ຣາຍລະອຽດ ຫຼາຍໄປກວ່ານີ້ ຍ້ອນຕ້ອງລໍຖ້າ ໃຫ້ມີກອງປະຊຸມກັນ ອີກເທື່ອນຶ່ງກ່ອນ ເພື່ອຈັດຕັ້ງແຜນປະຕິບັດໂຕຈິງ.

ໃນຂະນະທີ່ຊາວບ້ານ ຢູ່ແຂວງເຊກອງ ຫຼາຍຄົນ ກໍເຫັນວ່າ ຄວນມີການກໍ່ສ້າງ ເສັ້ນທາງສະເພາະ ສຳລັບ ໃຫ້ຣົຖແກ່ຖ່ານຫິນ ຫຼືແກ່ແຮ່ທາດຕ່າງໆ ໃນການລຳລຽງຂົນສົ່ງ ໄປວຽດນາມ ແທນທີ່ຈະໃຫ້ໃຊ້ເສັ້ນທາງທົ່ວໄປ ເພາະວ່າ ຣົຖແກ່ຖ່ານຫິນ ແລະ ແຮ່ທາດຕ່າງໆ ໄດ້ເຮັດໃຫ້ເສັ້ນທາງ ເປ່ເພຫຼາຍບ່ອນ ແລະ ບໍ່ມີການສ້ອມແປງຄືນໃຫ້.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ກຸມພາ ທີ່ຜ່ານມານີ້ວ່າ:

“ແມ່ນໆ, ແກ່ແຮ່ໄປວຽດນາມ ຫັ້ນຫວາ ຍັງຫຼາຍໄດ໋ໄລຍະນີ້. ໄປທາງດາກຈຶງຫັ້ນ, ຂີ້ຮ້າຍໄດ໋ ທາງດາກຈຶງ ແບບວ່າເປັນພູເປັນຜາຫຼາຍໄດ໋ ທາງດາກຈຶງ. ຄ່ອຍໄປຄ່ອຍມາເອົາໄດ໋ ຄັນຊິຂຶ້ນທາງດາກຈຶງ.”

ສ່ວນຊາວບ້ານ ຢູ່ແຂວງເຊກອງ ອີກນາງນຶ່ງ ກໍເຫັນວ່າ ຄວນມີການກໍ່ສ້າງເສັ້ນທາງ ທີ່ແຂງແຮງ ແລະ ໄດ້ມາຕຖານ ສຳລັບໃຫ້ຣົຖແກ່ແຮ່ທາດຕ່າງໆ ເພື່ອຂົນສົ່ງໄປ ປະເທດວຽດນາມ ເພາະນອກຈາກຣົຖແກ່ແຮ່ ຈະເຮັດໃຫ້ເສັ້ນທາງ ເປ່ເພແລ້ວ ຍັງມີໂອກາດ ທີ່ຈະເຮັດໃຫ້ ເກີດອຸບັດຕິເຫດ ກັບບັນດາຣົຖ ຂອງຊາວບ້ານ ທີ່ແລ່ນຜ່ານໄປ-ມາ ນຳດ້ວຍ.

ດັ່ງຍານາງກ່າວວ່າ:

“ຣົຖແກ່ແຮ່ ເຂົາເຈົ້າອອກໄປທາງນັ້ນ ມັນຈະທຽວຕອນໃດກະໄດ້ ໄປກາງຄືນກໍໄດ້, ແຕ່ວ່າໄດ້ຄ່ອຍໄປ. ຄັນຮູ້ທາງລັດແຫຼະ ໄປຮອດຫຼັກ 38 ກະລັດອອກໄປ ມັນຈະເວັ້ນທາງເປື້ອນ, ຫັ້ນນ່າ.”

ໃນຂະນະດຽວກັນ, ຜູ້ປະກອບການ ຣົຖແກ່ເຄື່ອງ ທ່ານນຶ່ງ ທີ່ມັກຂົນສົ່ງສິນຄ້າ ໄປແຂວງເຊກອງ ຢູ່ເລື້ອຍໆ ກໍເຫັນວ່າ ເສັ້ນທາງຫຼາຍແຫ່ງ ໃນແຂວງເຊກອງ ຄ່ອຍໆເປ່ເພລົງ ແລະ ຂາດການສ້ອມແປງ ຈົນເປັນເຣື່ອງ ປົກກະຕິໄປແລ້ວ ຍ້ອນຣົຖແກ່ແຮ່ທາດ ຂອງບໍຣິສັດຕ່າງໆ ມັກໃຊ້ເສັ້ນທາງທົ່ວໄປ ໃນການເດີນທາງ, ເຊິ່ງຣົຖແກ່ແຮ່ທາດຫຼາຍຄັນ ລ້ວນແຕ່ມີນ້ຳໜັກຫຼາຍຕັ່ນ ຈຶ່ງເຮັດໃຫ້ເສັ້ນທາງເປ່ເພ.

ດັ່ງທ່ານກ່າວວ່າ:

“ຣົຖແກ່ແຮ່ຢູ່ຫັ້ນເດ້. ໂອ, ເຊກອງ ເພຫຼາຍ, ແຕ່ເຊກອງນ່າ ເປ່ເພ, ແຕ່ເຊກອງ ໄປຫາຊາຍແດນ ແມ່ນຫຍັງຫັ້ນ. ໂອ, ທາງເພໝົດແລ້ວ, ບໍ່ໄດ້ໄປແລ້ວ. ເຊກອງ ທາງທັມມະດາ ເຊກອງນ່າ.”

ທາງດ້ານຜູ້ປະກອບການ ທຸຣະກິຈທ່ອງທ່ຽວ ຢູ່ແຂວງເຊກອງ ທ່ານນຶ່ງ ກ່າວວ່າ ການທີ່ຢູ່ແຂວງເຊກອງ ມີໂຄງການຂຸດຄົ້ນບໍ່ແຮ່ ຈຳນວນຫຼາຍໂຄງການ ແລະ ກໍເພີ່ມຂຶ້ນເລື້ອຍໆນັ້ນ. ນອກຈາກເຮັດໃຫ້ເສັ້ນທາງ ເປ່ເພແລ້ວ ຍັງເຮັດໃຫ້ ສົ່ງຜົລກະທົບ ຕໍ່ການທ່ອງທ່ຽວນຳດ້ວຍ ເພາະວ່າ ເກືອບບໍ່ຫຼົງເຫຼືອທັມມະຊາດ ແລະ ແຫຼ່ງທ່ອງທ່ຽວ ທີ່ສາມາດດຶງດູດ ນັກທ່ອງທ່ຽວໄດ້ອີກ.

ດັ່ງທ່ານກ່າວວ່າ:

“ມາເຊກອງນີ້ໂອ້ ທາງຂຶ້ນໄປແຖວດາກຈຶງ ມັນກະບໍ່ມີ, ທາງກະຍາກ, ຫັ້ນນ່າ. ມັນກະບໍ່ໄດ້ມີຈຸດທ່ອງທ່ຽວຫຍັງເລີຍ. ມີແຕ່ໂຄງການ ມີແຕ່ວຽດ ແຕ່ຈີນ ນ່າ. ເວົ້າເຣື່ອງການເຮັດອຸດສາຫະກັມ ຍັງດົນ, ຍັງດົນ. ແລ້ວກະຣົຖພ່ວງ ຣົຖແກ່ອັນນັ້ນ ແລ່ນຂຶ້ນ. ຖ້າວ່າເຮົາໄປ ໄປຖືກຕອນທີ່ເຂົາຂົນຫັ້ນ ກະແຮງຊ້າໄປອີກ. ເຮົາບໍ່ມີທາງແຊງເລີຍຫັ້ນເດ້.”

ຢ່າງໃດກໍຕາມ, ໂຄງການຂຸດຄົ້ນຖ່ານຫິນ ຂອງຫຼາຍບໍຣິສັດ ຢູ່ແຂວງເຊກອງ ກໍຍັງມີການດຳເນີນການ ຂຸດຄົ້ນຖ່ານຫິນ ເພື່ອສົ່ງອອກໄປ ປະເທດວຽດນາມ ຢ່າງເປັນປົກກະຕິ ແລະ ຕ່າງກໍມີການເປີດຮັບຄົນງານ ແລະ ພະນັກງານຫຼາຍຕຳແໜ່ງ ເພື່ອລົງເຮັດວຽກ ຢູ່ພາກສນາມ.

ດັ່ງພະນັກງານ ປະຈຳໂຄງການ ຂຸດຄົ້ນຖ່ານຫິນ ຢູ່ເມືອງກະລຶມ ກ່າວວ່າ:

“ເຮົາສົ່ງອອກຊາຍແດນລາໄລ ຜ່ານທາງສະໝ້ວຍໄປ. ແຮງງານທົ່ວໄປ ກະຊິມີພວກງານໂຍທາ ແລ້ວກະຜູ້ຊ່ອຍງານເຈາະ. ໃນສ່ວນຕຳແໜ່ງຂັບຣົຖ ຍັງຮັບຫຼາຍຢູ່, ບໍ່ວ່າຊິເປັນຣົຖບັນທຸກເນາະ ແລ້ວກໍເຄື່ອງສນັບສນູນ.”

ນອກຈາກນັ້ນແລ້ວ, ໃນໂອກາດພົບພໍ້ ແລະ ຫາລືກັນ ໃນຄັ້ງດັ່ງກ່າວ ຂອງຄະນະທາງການ ແຂວງເຊກອງ ແລະ ທາງການແຂວງກວາງຈິ ຂອງວຽດນາມ ກໍຍັງໄດ້ມີການຫາລື ເພື່ອສືບຕໍ່ເຮັດວຽກຮ່ວມກັນ ອີກ ຫຼາຍດ້ານ ເປັນຕົ້ນ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ນັກລົງທຶນ ທີ່ລົງທຶນດ້ານການຂຸດຄົ້ນຖ່ານຫິນ, ຍົກລະດັບເສັ້ນທາງ ແຕ່ແຂວງເຊກອງ, ແຂວງສາຣະວັນ ຫາດ່ານສາກົລລາໄລ ແລະ ແຕ່ດ່ານສາກົລລາໄລ ຫາທ່າກຳປັ່ນໝີ້ຖຸ້ຍ ທີ່ຂຶ້ນກັບແຂວງກວາງຈິ ຂອງວຽດນາມ.

ກ່ອນໜ້ານີ້, ຣັຖບານວຽດນາມ ໄດ້ເຊັນສັນຍາກັບຣັຖບານລາວ ເພື່ອເພີ່ມການຊື້ຖ່ານຫິນ ຈາກລາວ ຈຳນວນ 20 ລ້ານຕັ່ນຕໍ່ປີ ເປັນໄລຍະເວລາ 5 ປີຂ້າງ ເພື່ອຮັບປະກັບສະຖຽນລະພາບ ດ້ານພະລັງງານ ຂອງວຽດນາມ, ອີງຕາມການຣາຍງານ ຂອງສຳນັກຂ່າວ VietnamNet Global ເມື່ອວັນທີ 20 ກໍຣະກະດາ 2023 ພາຍຫຼັງທີ່ໂຕແທນ ຈາກກະຊວງອຸດສາຫະກັມ ແລະ ການຄ້າລາວ ແລະ ໂຕແທນ ຈາກກະຊວງອຸດສາຫະກັມ ແລະ ການຄ້າວຽດນາມ ໄດ້ລົງນາມ ເຊັນສັນຍາຊື້ຖ່ານຫິນ ຈາກລາວ ເມື່ອວັນທີ 5 ກໍຣະກະດາ 2023.

ແລະ ຫຼ້າສຸດນີ້ ອຳນາດການປົກຄອງ ແຂວງເຊກອງ ກໍໄດ້ຣາຍງານວ່າ ແຂວງເຊກອງ ສາມາດດຶງດູດການລົງທຶນ ຈາກຕ່າງປະເທດ ມີມູລຄ່າສະສົມ 4 ຕື້ 365 ລ້ານໂດ່ລ້າສະຫະຣັຖ ຈາກທັງໝົດ 121 ໂຄງການ. ໃນນີ້, ຂແນງການພະລັງງານ ແລະ ບໍ່ແຮ່ ກວມເອົາຫຼາຍກວ່າ ຂແນງການອື່ນໆ, ອີງຕາມການຣາຍງານ ຂອງທ່ານ ບົວຈອນ ແກ້ວປະດັບສີ, ຮອງຫົວໜ້າຜແນກແຜນການ ແລະ ການລົງທຶນ ແຂວງເຊກອງ ທີ່ໄດ້ຣາຍງານ ຕໍ່ສື່ມວນຊົນ ແຂວງເຊກອງ ເມື່ອວັນທີ 7 ກຸມພາ 2024 ນີ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.