ແມ່ຍິງພະມ້າ 56 ຄົນ ເສັຽຊີວິດ ຍ້ອນທະຫານພະມ້າ ໂຈມຕີ
2023.10.29

ທະຫານພະມ້າ ໄດ້ສັ່ງຫານແມ່ຍິງພະມ້າໄປແລ້ວ 56 ຄົນ ນັບແຕ່ເດືອນ ກໍຣະກະດາ ມາຫາ ເດືອນກັນຍາ ອີງຕາມຂໍ້ມູນຈາກ ສະຫະພັນແມ່ຍິງພະມ້າ ຖ່າມກາງການໂຈມຕີຂອງທະຫານພະມ້າ ທີ່ຮຸນແຮງຂຶ້ນ ເຮັດໃຫ້ຢູ່ປະເທດພະມ້າ ມີຜູ້ເຄາະຮ້າຍຫຼາຍຂຶ້ນ ອັນເກີດມາຈາກການປາບປາມ ຂອງທະຫານພະມ້າ.
ໃນຈໍານວນແມ່ຍິງ ທີ່ເສັຽຊີວິດນັ້ນ ແມ່ຍິງ 30 ຄົນ ຕາຍຍ້ອນທະຫານພະມ້າຍິງປືນໃຫຍ່ໃສ່, 6 ເສັຽຊີວິດຍ້ອນການໂຈມຕີ ທາງອາກາດ, 13 ຄົນ ຖືກຍິງເສັຽຊີວິດ, 1 ຄົນ ເສັຽຊີວິດຢູ່ໃນຄຸກ, 3 ຄົນຖືກເຜົາທັງເປັນ, ແລະ 1 ຄົນ ຖືກຂົ່ມຂືນ ແລະ ຂ້າ, 2 ຄົນ ຖືກຕີຈົນເສັຽຊີວິດ.
ຂໍ້ມູນດັ່ງກ່າວ ແມ່ນຣາຍງານໂດຍ ສະມາຄົມຊ່ວຍເຫຼືອ ນັກໂທດການເມືອງ ຂອງພະມ້າ ທີ່ມີຫ້ອງການໃຫຍ່ຢູ່ປະເທດໄທຍ.
ເລຂາທິການ ຮ່ວມສະຫະພັນແມ່ຍິງ ພະມ້າ ຍານາງ ໄຫວ ໄຫວ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ອົງການຂອງຍານາງ ກໍາລັງເຮັດວຽກ ເພື່ອໃຫ້ຮັບປະກັນວ່າ ທະຫານພະມ້າຕ້ອງຮັບຜິດຊອບ ຕໍ່ກັບການສັງຫານແມ່ຍິງເຫຼົ່ານັ້ນ ນັໍບແຕ່ມີການປະຕິວັດຣັຖປະທານ ໃນປີວັນທີ 1 ກຸມພາ 2021. ຍານາງ ກ່າງຕື່ມອີກວ່າ: ສໍາລັບແມ່ຍິງທີ່ເສັຽຊີວິດ ຍ້ອນທະຫານພະມ້າ ທີ່ກະທໍາການແບບໄຮ້ມະນຸສທັມ. ສະຫະພັນແມ່ຍິງພະມ້າ ໄດ້ປະສານຫາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ນໍາເອົາຄວາມຍຸຕິທັມ ມາສົ່ງຜູ້ທີ່ເຄາະຮ້າຍ, ຜູ້ທີ່ເສັຽສະມາຊິກຄອບຄົວ ແລະ ຜູ້ທີ່ລອດຊີວິດ.
ຍານາງ ຍັງກ່າວຕື່ມອິກວ່າ: ຈໍານວນຜູ້ເສັຽຊີວິດ ໜ້າຈະສູງກວ່ານີ້.
ຊາວບ້ານຍັງກ່າວວ່າ: ໃນເຫດການນຶ່ງ ຢູ່ເຂດສະກາງ ໃນວັນທີ 27 ສິງຫາ, ທະຫານພະມ້າ ໄດ້ບຸກໂຈມຕີ ໝູ່ບ້ານທີ່ຢູ່ພາກເໜືອ ແລະ ໄດ້ສັງຫານຊາວບ້ານ 4 ຄົນ ລວມທັງແມ່ຍິງອາຍຸ 20 ປີ ທີ່ຊື່ວ່າ ນາງ ສະເວ ແມນ ຕູ. ຜູ້ຍິງທີ່ເປັນໄວສາວຄົນນຶ່ງ ຖືກຈັບ ແລະ ສັງຫານ ຫຼັງຈາກທີ່ພວກທະຫານພະມ້າຂົ່ມຂືນແລ້ວ ອີງຕາມຂໍ້ມູນຈາກບຸກຄົນ ທີ່ກັບຊິດກັບຄອບຄົວ ຜູ້ເສັຽຊີວິດ.
ຊາວບ້ານພົບເຫັນ ຮ່າງກາຍຂອງນາງ ບໍ່ໄດ້ໃສ່ເສື້ອຜ້າ ແລະ ສົບຂອງນາງ ມີຮ່ອງຮ່ອຍຈາກການຖືກຂົ່ມຂືນ.
ອີກເຫດການນຶ່ງ ໃນວັນທີ 3 ສິງຫາ, ແມ່ຍິງຄົນນຶ່ງອາຍຸ 43 ປີ ໄດ້ຢຽບລະເບີດທີ່ຝັງຢູ່ໃນດິນ ແລະ ລະເບີດແຕກ ເຮັດໃຫ້ລາວຕ້ອງເສັຽຊີວິດ ອີງຕາມຂໍ້ມູນຈາກ ທ່ານ ບັນຢາ ຜູ້ອໍານວຍການກຸ່ມສິດທິມະນຸສແຫ່ງຊາຕກະລ່ຽງ.
ທ່ານ ບັນຢາ ກ່າວວ່າ: ທະຫານພະມ້າ ໄດ້ຝັງລະເບີດໄວ້ໃນດິນ ສ່ວນໃຫຍ່ຈະບໍ່ມີຄົນເສັຽຊີວິດ ແຕ່ຈະໄດ້ຮັບບາດເຈັບ ຫຼື ເສັຽຂາ ຫຼື ບາງກໍລະນີ ຜູ້ເຄາະຮ້າຍກໍເລືອດອອກຫຼາຍຈົນເສັຽຊີວິດ.
ທ່ານ ບັນຢາ ກ່າວວ່າ ບໍ່ຄວນຈະມີໃຜຢ້ານວ່າ ຊິໄປຢຽບລະເບີດທີ່ຝັງຢູ່ດິນ ເຊິ່ງເປັນເຂດພົລເຮືອນ ບ່ອນທີ່ບໍ່ມີການຕໍ່ຕ້ານ ທະຫານພະມ້າ.
ແມ່ຍິງສ່ວນຫຼາຍມີຄວາມສ່ຽງ
ຍານາງ ນໍ ຊູ ຊານ ນາ ຣັຖມົນຕຣີຂອງກະຊວງແມ່ຍິງ ໄວໜູ່ມ ແລະ ເດັກນ້ອຍ ຂອງຣັຖບານເງົາຂອງພະມ້າ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ ຜູ້ຍິງ ແລະ ເດັກນ້ອຍຕົກເປັນເປົ້າຖືກລ່ວງລະເມີດຫຼາຍທີ່ສຸດ ຈາກພວກທະຫານພະມ້ານັບແຕ່ ມີການຣັຖປະຫານເປັນຕົ້ນມາ.
ຍານາງ ກ່າວວ່າ ປັດຈຸບັນ, ມີປະຊາຊົນຫຼາຍກວ່າ 2 ລ້ານຄົນ ໄດ້ໜີອອກຈາກບ້ານເຮືອນ ຂອງຕົນ ຍ້ອນວ່າ ການບຸກໂຈມຕີຂອງທະຫານພະມ້າ ແລະ ໃນນັ້ນຈໍານວນຫຼາຍກວ່າເຄິ່ງນຶ່ງ ເປັນເດັກນ້ອຍ ແລະ ແມ່ຍິງ. ເຫດການທີ່ເກີດຂຶ້ນ ເປັນຍ້ອນທະຫານພະມ້າ ທີ່ເລັງເປົ້າໂຈມຕີໃສ່ປະຊາຊົນ ຄືກັບວ່າ ປະຊາຊົນເຫຼົ່ານັ້ນ ເປັນສັດຕຣູ ແລະ ກໍ່ອາສຍາກັມ.
ຍານາງ ກ່າວວ່າ ທະຫານພະມ້າ ທີ່ກໍ່ອາສຍາກໍາຕໍ່ແມ່ຍິງ ແລະ ເດັກນ້ອຍ ຈະຕ້ອງຖືກບັນທຶກເອົາໄວ້ ແລະ ສົ່ງໃຫ້ອົງການຍຸຕິທັມສາກົນກວດສອບ.
ເຖິງຢ່າງໃດກໍຕາມ, ພົນເອກ ມິນ ອອງ ລາຍ ຜູ້ນໍາທະຫານພະມ້າ ເຄີຍກ່າວອ້າງວ່າ ທະຫານພະມ້າ ບໍ່ທໍາຮ້າຍປະຊາຊົນ.
ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດ ການເມືອງ, ມີປະຊາຊົນຫຼາຍກວ່າ 4,000 ຄົນ ຖືກທະຫານພະມ້າ ສັງຫານ ໃນນັ້ນ ມີ 600 ຄົນ ເປັນແມ່ຍິງ ນັໍບແຕ່ທະຫານພະມ້າເຂົ້າຍຶດອໍານາດ ຈາກຣັຖບານພົລເຮືອນ.
ກຸ່ມອົງການຈັດຕັ້ງ ພາກປະຊາສັງຄົມ ຂອງພະມ້າ ກ່າວວ່າ ຢ່າງໜ້ອຍ ມີປະຊາຊົນເກືອບ 500 ຄົນ ຖືກທະຫານພະມ້າ ສັງຫານ ຢູ່ເຂດສະກາງ, ແມັກເວ, ຢ້າງກຸ້ງ ແລະ ຣັຖສິນ ນັບແຕ່ເດືອນພຶສພາ ຫາ ເດືອນສິງຫາ ປີ 2023. ໃນຈໍານວນຜູ້ທີ່ຖືກສັງຫານ, ມີແມ່ຍິງ 38 ຄົນ, ເດັກຊາຍ 29 ຄົນ, ແລະ ເດັກຍິງອາຍຸ ຕໍ່າກວ່າ 18 ປີ 2 ຄົນ.
ນອກຈານນີ້ ຍັງມີຣາຍງານອີກວ່າ ມີການສັງຫານໝູ່ເກີດຂຶ້ນ 11 ຄັ້ງ ນັບແຕ່ເດືອນພຶສພາ ຫາ ເດືອນ ສິງຫາ 2023.
ຣັຖບານທະຫານພະມ້າ ປ່ອຍໂຕຜູ້ທີ່ຖືກຂັງ 2,300 ຄົນ ຊຶ່ງເກືອບທັງໝົດ ເປັນນັກໂທດການເມືອງ ທີ່ຖືກຈັບໃນຂໍ້ຫາວິຈານຣັຖບານ ຫຼື ທະຫານຝ່າຍຍຶດອຳນາດ ໃນປີ 2023 ທີ່ຜ່ານມາ.
ການປ່ອຍໂຕຄັ້ງນີ້ ຖືວ່າເປັນການນິຣະໂທສກັມ ທົ່ວປະເທດພະມ້າ, ແຕ່ນັກວິເຄາະຕັ້ງຂໍ້ສົງໄສວ່າ ການປ່ອຍຕົວດັ່ງກ່າວ ເປັນເງື່ອນໄຂເພື່ອໃຫ້ໄດ້ການຍອມຮັບ ຈາກສາກົລ ຫລັງຈາກທີ່ຝ່າຍທະຫານໄດ້ຍຶດອຳນາດໃນເດືອນກຸມພາ ປີ 2021.
ຜູ້ຖືກຂັງຄຸກ 2,300 ຄົນ ຖືກປ່ອຍຕົວຈາກຄຸກຢູ່ ນະຄອນຫລວງນໍປີດໍ ແລະ ຈາກຄຸກຢູ່ທົ່ວປະເທດ ແລະ ຂົງເຂດຕ່າງໆ ລວມມີ ນັກຂ່າວ, ຜູ້ປະທ້ວງ, ເຈົ້າໜ້າທີ່ບັນເທົາທຸກ ທີ່ຖືກກ່າວຫາວ່າ ຣະເມີດມາດຕຣາ 505 ວ່າດ້ວຍບົດບັນຍັດລົງໂທດ ຜູ້ທີ່ວິຈານທະຫານ.
ທ່ານ ອອງ ເຢ ໂກ, ນັກຂ່າວຈາກສຳນັກຂ່າວ 7 Days News ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ລາວໄດ້ຖືກປ່ອຍຕົວ ຫຼັງຈາກຖືກຈັບໃນວັນທີ 27 ເດືອນກຸມພາ 2021 ໃນຂນະທີ່ກຳລັງລາຍງານຂ່າວການປະທ້ວງຢູ່ເມືອງ ເລນດານ ຢູ່ນະຄອນ ຢາງກຸ້ງ ຊຶ່ງເປັນນະຄອນຫລວງເກົ່າຂອງພະມ້າ.
ທ່ານ ກ່າວວ່າ ຂ້ອຍບໍ່ຮູ້ຈຸດປະສົງຂອງທະຫານ ຫຼື ເປັນຫຍັງ ທະຫານຝ່າຍທີ່ຍຶດອຳນາດ ຈຶ່ງປ່ອຍຕົວຂ້ອຍ ແຕ່ວ່າ ຂ້ອຍຍັງຄົງເຮັດໜ້າທີ່ຣາຍງານຂ່າວຄືເກົ່າ.
ທ່ານ ຍັງກ່າວວ່າ ຂ້ອຍບໍ່ໄດ້ຮັບຜົລກະທົບທາງຮ່າງກາຍ ແລະ ຈິດໃຈຫຍັງ ໃນເວລາຢູ່ໃນຄຸກ ແລະ ບໍ່ໄດ້ຖືກທຸບຕີ ແຕ່ວ່າ ມີການສອບປາກຄຳຫຼາຍຢ່າງ. ຂ້ອຍ ວ່າ ທະຫານບໍ່ເຄົາຣົບຕໍ່ກົດໝາຍສື່ມວນຊົນ.
ທ່ານ ເຢ ມຽວ ເກດ ນັກຖ່າຍຮູບຈາກສຳນັກຂ່າວ Myanmar Press Agency ຖືກຈັບ ໃນຂະນະທີ່ກຳລັງຣາຍງານຂ່າວ ຄື ກັບ ທ່ານ ອອງ ເຢ ໂກ ແລະ ໄດ້ວິຈານເຈົ້າໜ້າທີ່ ທີ່ເມີນເສີຍ ບໍ່ປົກປ້ອງນັກຂ່າວຕາມທີ່ກົດໝາຍ ໄດ້ກຳນົດເອົາໄວ້.
ທ່ານ ເຢ ມຽວ ເກດ ກ່າວວ່າ ພວກເຮົາ ຖືກຈັບ ໂດຍບໍ່ຖືກກົດຕາມໝາຍວ່າດ້ວຍສື່ມວນຊົນ ສະບັບປີ 2014 ແລະ ເປັນສິ່ງທີ່ຮັບບໍ່ໄດ້ແທ້ໆ.
ຜູ້ທີ່ຖືກປ່ອຍຕົວຄົນນຶ່ງ ໄດ້ກ່າວວ່າ: ຂ້ອຍ ດີໃຈ ທີ່ຈະໄດ້ເຫັນຄອບຄົວ ແລະ ດີໃຈທີ່ໄດ້ເຫັນວ່າ ທຸກຄົນຍັງມີຄວາມສຸກ ແລະ ຖ້າເບິ່ງວ່າ ຊິມີຫຍັງເກີດຂຶ້ນຕໍ່ໄປ.
ເມື່ອອາທິດທີ່ຜ່າມາ, ມີປະຊາຊົນເສັຽຊີວິດ 29 ຄົນ ໃນນັ້ນລວມທີເດັກນອ້ອຍ 11 ຄົນ ໃນເວລາທີ່ ທະຫານພະມ້າ ຖິ້ມລະເບີດລົງໃສ່ເຂດພາກເໜືອຂອງຣັຖກະສິນ ເຊິ່ງເປັນເຂດຄ້າຍຜູ້ອົບພະຍົບ ອີງຕາມເຈົ້າໜ້າທີ່ ຖແລງຂ່າວ ອິສຣະ ຂອງຣັຖກະສິນ.
ພັກເອກ ນໍບຸນ ໄດ້ກ່າວວ່າ ຜູ້ເຄາະຮ້າຍທັງໝົດ ເປັນປະຊາຊົນທີ່ອົບພະຍົບ ທີ່ດໍາລົງຊີວິດ ຢູ່ໃກ້ກັບເຂດລາຍຊາ ໃນເຂດຊາຍແດນເຂດພູດອຍ ລະຫວ່າງ ຣັຖກະສິນ ແລະ ປະເທດຈີນ.
ເຂດລາຍຊາ ເປັນສູນບັນຊາການໃຫຍ່ຂອງ ກອງກໍາລັງກະສິນ ໄດ້ຕໍ່ສູ້ກັບທະຫານພະມ້າ ມາຫຼາຍທົດສະວັດ ແລະ ຄວບຄຸມຢູ່ເຂດພາກເໜືອຂອງພະມ້າ.
ທ່ານ ນໍບຸນ ໄດ້ກ່າວອ້າງວ່າ ທະຫານພະມ້າ ໄດ້ເລັງເປົ້າໝາຍໂຈມຕີ ສູນບັນຊາການໃຫຍ່ ຂອງກອງກໍາລັງກະສິນ ເຊິ່ງການໂຈມຕີ ໄດ້ມີຂຶ້ນໃນຕອນທ່ຽງຄືນ ວັນຈັນ ຕາມເວລາທ້ອງຖິນ ຂອງພະມ້າ.
ໃນບັນດາຜູ້ເສັຽຊີວິດ 29 ຄົນ ມີເດັກນ້ອຍ 11 ຄົນ ລວມຢູ່ນໍາ ເຊິ່ງໄດ້ນໍາມາທໍາພິທີເຜົາ ໃນວັນອັງຄານ. ນອກຈາກນີ້ ມີປະຊາຊົນ 57 ຄົນ ໄດ້ຮັບບາດເຈັບ ແລະ ຖືກນໍາສົ່ງໄປປິ່ນປົວ ຢູ່ໂຮງໝໍ ໃກ້ຄຽງ.
ນອກຈາກນີ້ ເຈົ້າໜ້າທີ່ທ້ອງຖິ່ນ ຍັງຣາຍງານວ່າ ປັດຈຸບັນ ກໍາລັງຄົ້ນຫາຜູ້ທີ່ສູນຫາຍ ແລະ ເສັຽຊີວິດ ແລະ ກໍາລັງມີການພິສູດສົບ ຜູ້ເສັຽຊີວິດ.
ທ່ານ ນໍບຸນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ນີ້ບໍ່ມີຮູບແບບການໂຈມຕີຂອງທະຫານພະມ້າ ແບບປົກກະຕິ. ເຖິງວ່າ ທະຫານພະມ້າ ຈະຍິງໂຈມຕີ ເຂດ ລາຍຊາ ດ້ວຍປືນໃຫຍ່ກໍຕາມ, ແຕ່ ວ່າ ການໂຈມຕີຄັ້ງນີ້ ອາດຈະມາຈາກການໃຊ້ໂດຣນ.
ທ່ານ ກ່າວຕື່ມວ່າ: ມັນບໍ່ແມ່ນປືນໃຫຍ່ ແຕ່ ມັນເປັນຫຍັງຄ້າຍຄືກັບຍົນ ຫຼື ໂດຣນ. ຖ້າວ່າ ມັນເປັນຍົນສູ້ຣົບ ສຽງມັນຕ້ອງດັງ ແລະ ບໍ່ແນ່ໃຈວ່າ ມັນເປັນລະເບີດຊະນິດໃດ.