ເຣື້ອງທີ່ເກັບບັນທຶກໄວ້
2023-05-31
ຄະນະປະຈຳສະພາແຫ່ງຊາຕ ແລະຄະນະຣັຖບານລາວ ໄດ້ປະຊຸມປຶກສາຫາລື ໃນຫຼາຍປະເດັນທີ່ສຳຄັນ, ນຶ່ງໃນນັ້ນແມ່ນຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສັຍຫາຍ ຈາກພາກຣັຖ ເພື່ອສເນີຕໍ່ກອງປະຊຸມ ໃນເດືອນມິຖຸນາ 2023 ນີ້ ສ່ວນປະຊາຊົນ ຢາກໃຫ້ມີການຄຸ້ມຄອງທີ່ດິນ ແລະຊົດເຊີຍ ຢ່າງຍຸຕິທັມ.
2023-05-26
ເຈົ້າໜ້າທີ່ຕຳຣວດໄທຍ ກຳລັງສືບສວນ ຄະດີຄາຕກັມນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ແລະ ສາມາດເກັບກຳ ຂໍ້ມູນໄດ້ຈຳນວນນຶ່ງແລ້ວ ແຕ່ຍັງບໍ່ທັນສລຸບຄະດີໄດ້ເທື່ອ ເຊິ່ງອົງການສາກົລ ຖແລງຂໍໃຫ້ຣັຖບານໄທຍ ເອົາໃຈໃສ່ ໃນການແກ້ໄຂ ຄະດີນີ້ ຢ່າງໜ້າເຊື່ອຖື.
2023-05-23
ວຽດນາມ ແລະ ຈີນ ເປັນຈຸດໝາຍປາຍທາງ ຂອງການຮຽນຕໍ່ ຍ້ອນ 2 ປະເທດນີ້ ມີທຶນການສຶກສາ ຊັ້ນ ໃຫ້ນັກສຶກສາ ຈາກປະເທດລາວ ໂດຍຜແນກສຶກສາທິການ ແລະກິລາ ແຂວງຕ່າງໆ ແລະ ສະຖາບັນການສຶກສາຊັ້ນສູງ ໃນປະເທດວຽດນາມ ໄດ້ສ້າງຄວາມຮ່ວມມື ໃນວຽກງານ ຂແນງການສຶກສາຂອງລາວ.
2023-05-22
ນັກເຄື່ອນໄຫວ ດ້ານການເມືອງ ຊາວລາວ ຖືກຈັບກຸມ ແລະ ຄາຕກັມ ລວມທັງ ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ທີ່ຖືກຍິງ ຈົນເສັຽຊີວິດ ຢູ່ແຂວງອຸບົນຣາຊທານີ ປະເທດໄທຍ.
2023-05-22
ເຈົ້າໜ້າທີ່ ຕໍາຣວດ ຂອງໄທຍ ກໍາລັງສືບສວນ-ສອບສວນ ກໍຣະນີ ທ້າວ ບຸນສວນ ກິດຕິຍາໂນ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຖືກຍິງຈົນເສັຍຊີວິດ ຢູ່ເຂດບ້ານໂນນຈິກ ເມືອງສີເມືຶອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ.
2023-05-19
ທ້າວ ບຸນສວນ ກິດຕິຍາໂຍ ອາຍຸ 56 ປີ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ແລະເປັນຜູ້ລີ້ພັຍຢູ່ໄທຍ ທີ່ຮັບການຄຸ້ມຄອງສິດ ແລະສວັດດິພາບ ຈາກສໍານັກງານ ຂ້າຫຼວງໃຫຍ່ ຜູ້ລີ້ພັຍແຫ່ງສະຫະປະຊາຊາຕ ຖືກຄາຕກັມ ຢູ່ບໍຣິເວນບ້ານໂນນຈິກ ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ.
2023-05-17
ປະຕິກິຣິຍາ ຂອງ ຊາວລາວທົ່ວໄປ ແລະ ຊາວໜຸ່ມລາວ ຈຳນວນຫຼາຍ ທີ່ຕິດຕາມການເລືອກຕັ້ງທົ່ວໄປ ຂອງໄທຍ ຢ່າງໃກ້ຊິດ ເຖິງວ່າຈະບໍ່ມີຜົລໂດຍຕຣົງ ຕໍ່ປະເທດລາວກໍຕາມ, ຂະນະທີ່ຫຼາຍຄົນ ເຫັນວ່າ ຖ້າການເມືອງໄທຍສງົບ ແລະ ເສຖກິຈໄທຍ ດີຂຶ້ນແທ້, ເສຖກິຈລາວ ຈະໄດ້ຮັບຜົລນັ້ນນຳດ້ວຍ.
2023-05-11
ພິທີເປີດການຊ້ອມຣົບ “ໂລ້ກໍ້າບັງມິຕພາບ” ລະຫວ່າງກອງທັບລາວ ແລະຈີນ ໄດ້ມີຂຶ້ນຢູ່ວິທຍາຄານທະຫານບົກ ກົມມະດໍາ ໃນເຂດນໍ້າຊວງ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 11 ພຶສພານີ້ ໂດຍມີທະຫານເຂົ້າຮ່ວມ ຫຼາຍກວ່າ 900 ຄົນ ເພື່ອການຮ່ວມມື ດ້ານກອງທັບ ຂອງ 2 ປະເທດນີ້.
2023-05-10
ມີການແຕ່ງຕັ້ງ ຄະນະຊີ້ນຳ ອົງການຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຊຶ່ງໃນນັ້ນໄດ້ມການແຕ່ງຕັ້ງ ເຈົ້າໜ້າທີ່ຕຳຣວດ ຫຼາຍຕຳແໜ່ງ ໂດຍຂຶ້ນກັບກອງບັນຊາການ ປກສ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ລວມທັງມີການແຕ່ງຕັງ ເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມ.
2023-05-09
ຊາວນາ ບ້ານກະດັນ ເມືອງມູນລະປະໂມກ ແຂວງຈຳປາສັກ ປະມານ 120 ຄອບຄົວ ຕ້ອງການໃບຕາດິນ ຂອບທອງ ຫຼື ໃບຕາດິນຖາວອນ ຍ້ອນພວກເຂົາເຈົ້າກັງວົນວ່າ ທາງການຈະຍຶດດິນນາທັງໝົດ ໄປໃຫ້ນາຍທຶນສັມປະທານ ແລ້ວເຂົາເຈົ້າບໍ່ມີສິດ ໃນທີ່ດິນທຳກິນ.
2023-05-08
ນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ຖືກທາງການລາວຈັບ ຫຼັງຈາກມາຢາມບ້ານ ຢູ່ແຂວງສວັນນະເຂດ ຊຶ່ງຜູ້ກ່ຽວເປັນສະມາຊິກ ຂອງກຸ່ມ ຟຣີລາວ ທີ່ທາງການລາວ ເຫັນວ່າ ເປັນກຸ່ມຕໍ່ຕ້ານ ຣັຖບານ ແລະ ມີສະມາຊິກຫຼາຍຄົນ ຖືກຈັບ.
2023-05-08
ຣັຖບານລາວ ໄດ້ມອບສັນຊາຕລາວ ໃຫ້ຄົນວຽດນາມ 119 ຄົນ ຢູ່ເມືອງແອດ ແຂວງຫົວພັນ ທີ່ມີຊາຍແດນຕິດກັບວຽດນາມ ຂະນະທີ່ປະຊາຊົນລາວ ເຫັນວ່າ ຄວນຄິດໄລ່ຄັກແນ່ ຢ້ານບໍ່ມີດິນຢູ່ ເນື່ອງຈາກທຸກມື້ນີ້ ພື້ນທີ່ກໍເຫຼືອໜ້ອຍລົງ ແລະຖືກຄອບຄອງ ຈົນເກືອບໝົດແລ້ວ.
2023-05-08
ທ້າວ ອານຸຊາ ຫຼວງສຸພົມ ຟື້ນຈາກການຖືກຍິງ ແຕ່ລູກປືນຍັງຄາຢູ່ປອດ ແລະ ອີກລູກນຶ່ງເຮັດ ລີ້ນຂາດ ຈຶ່ງບໍ່ສາມາດ ປາກ-ເວົ້າໄດ້ ມີພຽງແຕ່ ໃຊ້ວິທີຂຽນໜັງສື ສື່ສານແທນ ຂະນະທີ່ ທາງການລາວ ຖແລງວ່າ ສາເຫດການຍິງໃນຄັ້ງນີ້ ອາດເປັນຍ້ອນຂໍ້ຂັດແຍ່ງ ທາງທຸຣະກິຈ ຫລື ບັນຫາຊູ້ສາວ.
2023-05-05
ທ່ານ ເນັ່ງທໍ່ຢ່າງ ຊາວເຜົ່າມົ້ງ ອາຍຸປະມານ 60 ປີ ເປັນນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ໄດ້ຖືກຄົນຮ້າຍບໍ່ຮູ້ຈໍານວນຍິງ ຈົນເສັຍຊີວິດ ຢູ່ຫົນທາງໃນເຂດບ້ານນໍ້າເດື່ອ, ສ່ວນສາເຫດ ຍັງຢູ່ໃນລະຫວ່າງການ ສືບສວນ ແລະ ສອບສວນ.