ອ້າຍໃຫຍ່ ຄົນໃໝ່ ຂອງລາວບໍ່?
RFA
2023.05.25
2023.05.25
ໂລ້ກຳບັງ ມິຕພາບ 2023 ເກມສ໌ສົງຄາມ ເຮັດໃຫ້ຈີນ ສົ່ງທະຫານ 200 ນາຍ ເພື່ອຊ້ອມຣົບຮ່ວມກັບ ທະຫານລາວ ອີກ 700 ນາຍ ເປັນເວລາ 3 ສັປດາ ໃກ້ກັບ ນະຄອນຫຼວງວຽງຈັນ. ການຊ້ອມຣົບ ລະຫວ່າງປະເທດ ຄອມມຸນິສທ໌ ທັງສອງ ໃນເທື່ອນີ້ ເຮັດໃຫ້ທະຫານ ທີ່ມາຈາກ ປະເທດທຸກຍາກ, ທີ່ບໍ່ມີທາງອອກ ສູ່ທະເລ ໄດ້ ຊ້ຳພັດ ກັບການໃຊ້ອາວຸດ ທີ່ທັນສໄມ ຂອງຈີນ, ເປີດທາງໃຫ້ ປະເທດນີ້ ໃນອາຊ້ຽນ ຕ້ອງສັບປ່ຽນ ອຸປກອນ ທາງການທະຫານ ໃນຍຸກ ຂອງສະຫະພາບໂຊວຽດ ແລະ ຣັສເຊັຽ. ປະເທດເພື່ອນບ້ານ ເຊັ່ນວຽດນາມ ເຊິ່ງເປັນຜູ້ທີ່ໃຫ້ ການຊ່ວຍເຫຼືອລາວ ມາຢ່າງຍາວນານ ກໍກຳລັງ ຈັບຕາເບິ່ງ ຄວາມສັມພັນ ຈີນ-ລາວ ຢ່າງໃກ້ຊິດ ຂະນະທີ່ ສະຫະຣັຖ ກໍກັງວົນ ກ່ຽວກັບ ການຂຍາຍອິດທິພົນ ທາງທະຫານ ຂອງຈີນ.