ເຣື້ອງທີ່ເກັບບັນທຶກໄວ້
2023-03-31
ນາງ ແອນນາ ສຸລິຍະ ອອກມາແກ້ຂ່າວຕໍ່ສັງຄົມ ພາຍຫຼັງທີ່ນາງ ໄດ້ໂພສຕ໌ ຂໍ້ຄວາມທາງເຟສບຸກຄ໌ ວ່າ “ຈ້າງເຂົ້າຕໍາຣວດ 95 ລ້ານກີບ” ຫຼື ໝາຍຄວາມວ່າ ຊື້ຈ້າງເຂົ້າເປັນເຈົ້າໜ້າທີ່ຕໍາຣວດ ຕ້ອງໃຊ້ເງິນ 95 ລ້ານກີບ ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຕໍາຣວດ ແຂວງຫົວພັນ ຮູ້ສຶກເສື່ອມເສັຍຊື່ສຽງ ແລະ ສ້າງຄວາມບໍ່ເຊື່ອໝັ້ນໃຫ້ສັງຄົມ.
2023-03-29
ທີ່ຜ່ານມາ ການພິຈາຣະນາ ພິພາກສາຄະດີ ຂອງຜູ້ພິພາກສາ ມີຢ່າງວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັບຄວາມຍຸຕິທັມຫຼາຍຂຶ້ນ ຂະນະທີ່ ຍັງມີອີກຈຳນວນນຶ່ງ ທີ່ບໍ່ຍຶດຖືການຕັດສິນ ຕາມກົດໝາຍ, ສ່ວນປະຊາຊົນ ເຫັນວ່າ ຄວນມີການປັບປຸງ ລະບົບໃຫ້ດີຂຶ້ນກວ່າ ທີ່ເປັນຢູ່ໃນຕອນນີ້.
2023-03-28
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ໄດ້ນໍາພາຄະນະຜູ້ແທນ ໄປເຄື່ອນໄຫວຢູ່ອິນໂດເນເຊັຍ, ອອສເຕຣເລັຍແລະນິວຊີແລນດ໌ ພາຍຫລັງ ທີ່ໄດ້ຮັບຣາງວັນ ຢູໂຣບສໍາລັບຜູ້ນໍາສະຕຣີສາກົລພຽງ 10 ມື້.
2023-03-27
ການສໍ້ຣາສບັງຫລວງ ແພ່ຫລາຍໃນກຸ່ມພະນັກງານ ພັກ-ຣັຖ ຢູ່ແຂວງອັດຕະປື ເຊິ່ງໃນປີ 2022 ກວດພົບ 50 ຄົນ ແລະເຮັດໃຫ້ຣັຖເສັຍຫາຍ ເກືອບເຖິງ 3 ຕື້ກີບ ແລະ 6 ແສນປາຍໂດລ້າຣ໌ ສະຫະຣັຖ ສ່ວນປະຊາຊົນ ຕ້ອງການ ໃຫ້ມີການເປີດເຜີຍ ລາຍຊື່ຜູ້ກະທຳຜິດ ແລະການລົງໂທດ.
2023-03-21
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ອອກຖແລງການ ກ່ຽວກັບສິດທິມະນຸສ ປະຈຳປີ 2022 ແລະ ໃນຂະນະທີ່ ຢູ່ປະເທດລາວ ການເຄົາຣົບສິດທິມະນຸສ ຍັງບໍ່ດີຂຶ້ນ.
2023-03-20
ກະຊວງສຶກສາ ທິການ ແລະ ກິລາ ເຊິ່ງເປັນຜູ້ຄຸ້ມຄອງ ໜ່ວຍງານກິລາ ໄດ້ມີຄຳສໍາສັ່ງໃຫ້ປະທານສະຫະພັນ ມວຍລາວແຫ່ງຊາຕ ເຮັດໜັງສືຊີ້ແຈງ ເຖິງເຫດຜົລທີອອກມາ ວິຈານສະມາຄົມມວຍໄທຍນານາຊາຕ ເພາະ ມັນສົ່ງຜົລກະທົບ ຕໍ່ຄວາມສັມພັນ ລະຫວ່າງປະເທດ.
2023-03-20
ຊາວຈີນ 2 ຄົນໃຊ້ຣົຖຣັຖຂອງລາວ ເຮັດໃຫ້ສາທາຣະນະ ຊົນເປັນຫ່ວງນໍາອິດທິພົນຈີນ ທີ່ມີຫລາຍຂຶ້ນ ແລະຕ້ອງການໃຫ້ຣັຖບານ ຕິດຕາມກວດສອບ ແລ້ວແຈ້ງໃຫ້ສາທາຣະນະຊົນຮູ້ ເພື່ອລົບລ້າງຄວາມສົງໄສ ກັບເຫດການທີ່ຂຶ້ນ ເຊິ່ງ ຊາວຈີນ ບໍ່ອາດນຳໃຊ້ ຣົຖທີ່ຕິດປ້າຍທະບຽນຣັຖໄດ້.
2023-03-16
ທາງການລາວ ແຈ້ງໃຫ້ພະນັກງານທີ່ອາຍຸຮອດ ອອກບໍານານແລ້ວ ຕ້ອງໄດ້ອອກພັກຜ່ອນ ຮັບບໍານານ ຍ້ອນວ່າ ຫຼາຍຫ້ອງການ ມີແຕ່ພະນັກງານ ຜູ້ສູງອາຍຸ ຈໍານວນຫຼາຍ ເຮັດໃຫ້ວຽກງານ ບໍ່ສອດຄ່ອງ ກັບໜ້າວຽກ ໃນຍຸກສໄມໃໝ່.
2023-03-13
ຄະນະຜູ້ນຳລະດັບສູງ ຂອງລາວ ສົ່ງສານສັນລະເສີນ ຜູ້ນຳຈີນ ພາຍຫລັງທີ່ສະພາ ປະຊາຊົນຈີນ ຮັບຮອງ ໃຫ້ດຳຣົງຕຳແໜ່ງ, ຄະນະຜູ້ນຳລາວ ໄດ້ອວຍພອນ ໃຫ້ສາຍພົວພັນ ລະຫວ່າງ ລາວ-ຈີນ ໄດ້ຮັບການເສີມຂຍາຍ ສ່ວນປະຊາຊົນລາວເຫັນວ່າ ການຂຍາຍສາຍພົວພັນ ລາວ-ຈີນ ຝ່າຍຈີນເປັນຜູ້ໄດ້ປໂຍດສູງສຸດ.
2023-03-12
ຄົນງານລາວ ໃນໄທຍ ຖືກຄົນໄທຍ ເວົ້າໃສ່ ຕ່າງໆນາໆ ຈົນໄດ້ອອກມາ ວີ່ງວອນໃຫ້ຄົນໄທຍ ຊ່ອຍຄົນລາວ ໃຫ້ໄປທ່ຽວ ປະເທດລາວ ຄືດັ່ງຜ່ານມາ ພາຍຫລັງທີ່ ປະທານ ສະຫະພັນມວຍລາວ ຖແລງ ສນັບສນູນ ແລະ ເຂົ້າຮ່ວມ ກຸນຂະແມ.
2023-03-08
ການຈົດທະບຽນ ການເກີດດ້ວຍ ລະບົບຄຸ້ມຄອງ ຂໍ້ມູນພົລເມືອງ ເອເລັກໂຕຣນິກ ຢູ່ລາວ ຍັງລ່າຊ້າ ແລະເສັຍຄ່າໃຊ້ຈ່າຍຫຼາຍ, ບາງຫ້ອງການ ອາດໄດ້ເສັຍ 5 ໝື່ນ ເຖິງ 1 ແສນກີບ, ສໍາລັບການແຕ່ງດອງ ກັບຄົນຕ່າງປະເທດ ຕ້ອງໄດ້ເສັຍຄ່າແລ່ນເອກສານ ຫຼາຍກວ່າ 2,000 ໂດລ້າຣ໌ ແລະ ຍັງມີຄວາມຫຍຸ້ງຍາກ ຫຼາຍຢູ່.
2023-03-07
ຣັຖບານລາວ ກໍໄດ້ຮຽກຮ້ອງໃຫ້ອົງການ ສະຫະປະຊາຊາດ ສືບຕໍ່ໃຫ້ການຊ່ອຍເຫລືອ ປະເທດລາວ, ຊອກຫາວິທີທາງແກ້ໄຂ ຄວາມຕ້ອງການອັນຮີບດ່ວນ ແລະ ບັນຫາທ້າທາຍຕ່າງໆ ເພື່ອໃຫ້ປະເທດລາວ ຫລຸດພົ້ນ ຈາກສະຖານະ ປະເທດດ້ອຍພັທນາ ພາຍໃນປີ 2026 ນີ້ ຂະນະທີ່ຊາວບ້ານເຫັນວ່າ ເປັນເຣື່ອງຍາກ ເພາະປະຊາຊົນ ຍັງທຸກຍາກຢູ່.
2023-03-03
ປະທານມວຍລາວ ຖແລງຂ່າວເຂົ້າຂ້າງ ກຸນຂະແມ ທີ່ຈະບັນຈຸ ໃນກິລາຊີເກມທີ່ກັມພູຊາ ໃນເດືອນພຶສພາປີນີ້, ຕໍ່ຄໍາຖແລງດັ່ງກ່າວ ສົ່ງຜົນໃຫ້ຄົນງານລາວ ໃນໄທຍ ນັກມວຍລາວໃນໄທຍ ແລະ ນັກທ່ອງທ່ຽວຊາວໄທຍ ຈຳນວນຫລາຍ ໄດ້ປະກາດຍົກເລີກ ແຜນມາທ່ຽວລາວ ເພື່ອຕອບໂຕ້.
2023-03-03
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຍຣະມັນ ເປັນ 1 ໃນສະຕຣີ 8 ທ່ານຈາກທົ່ວໂລກ ທີ່ໄດ້ຮັບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ປະຈໍາປີ 2023 ຍ້ອນມີຜົລງານ ອັນດີເດັ່ນໃນການເຄື່ອນໄຫວ ເພື່ອສິດທິມະນຸສ.
2023-03-03
ປະຊາຊົນ ຢູ່ເມືອງໄຊເສດຖາ ຜູ້ທີ່ເສັຍດິນ ໃຫ້ໂຄງການຂົນສົ່ງ ໂລຈິສຕິກ ຮຽກຮ້ອງໃຫ້ສະມາຊິກສະພາ ຊ່່ອຍຫາງທາງແກ້ໄຂບັນຫາ ໃຫ້ໄດ້ຄ່າຊົດເຊີຍທີ່ດິນ ຍ້ອນລໍຖ້າມາເປັນເວລາດົນແລ້ວ ແຕ່ບໍ່ໄດ້ ຂະນະທີ່ປະຊາຊົນ ບາງຄົນຮູ້ສຶກທໍ້ໃຈ ເນື່ອງຈາກ ບໍ່ເຫັນຄວາມຄືບໜ້າ ເຣື່ອງຄ່າຊົດເຊີຍ ດັ່ງກ່າວ.