ຣັຖບານລາວ ອວຍພອນໃຫ້ຜູ້ນຳຈີນ ເພີ່ມສາຍພົວພັນ ລາວ-ຈີນ
2023.03.13

ເມື່ອວັນທີ 10 ແລະ 11 ມີນາທີ່ຜ່ານມານີ້ ຄະນະຜູ້ນຳລະດັບສູງ ຂອງລາວ ປະກອບດ້ວຍ ທ່ານ ດຣ. ທອງລຸນ ສີສຸລິດ ປະທານປະເທດລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດລາວ ແລະ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ຂອງປະເທດລາວ ໄດ້ສົ່ງສານສັນລະເສີນ ແລະ ຊົມເຊີຍຄູ່ຮ່ວມຕຳແຫນ່ງ ຢູ່ປະເທດຈີນ ພາຍຫລັງທີ່ຖືກສະພາ ປະຊາຊົນຈີນ ຮັບຮອງໃຫ້ດຳຣົງຕຳແຫນ່ງ ເພີ່ມ ແລະໃຫມ່ ປະກອບດ້ວຍ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານ ຈ້າງ ເລີ້ຈີ້ ປະທານສະພາ ຜູູ້ແທນທົ່ວປະເທດ ຂອງຈີນ ແລະ ທ່ານ ຫລີ້ ສຽງ ນາຍົກຣັຖມົນຕຣີ ຈີນ ຊຶ່ງທາງຄະນະຜູ້ນຳຂອງລາວ ໄດ້ອວຍພອນໃຫ້ສາຍພົວພັນ ລະຫວ່າງ ລາວ-ຈີນ ໄດ້ຮັບການເສີມຂຍາຍ.
ໃນສານສັນລະເສີນ-ຊົມເຊີຍ ຂອງທ່ານ ດຣ. ທອງລຸນ ສີສຸລິດ ປະທານປະລາວ ກ່າວຕໍ່. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ລະບຸໃນຕອນນຶ່ງວ່າ ຂ້າພະເຈົ້າເຊື່ອຫມັ້ນ ຢ່າງຫນັກແຫນ້ນວ່າ ພາຍໃຕ້ການນນຳພາ ອັນສະຫລາດສ່ອງໃສ ຂອງພັກຄອມມຸນິສຕ໌ຈີນ ທີ່ມີທ່ານ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈະເຮັດໃຫ້ພາຣະກິຈ ສ້າງສາປະເທດຈີນ ເຕັມໄປດ້ວຍທັດສະນະໃຫມ່, ແນວຄິດໃຫມ່ ແລະ ຍຸດທະສາດໃຫມ່ ເພື່ອປົກຄອງຣັຖ, ບໍຣິຫານປະເທດ ໃຫ້ເຂັ້ມແຂງຮອບດ້ານ ຊຶ່ງຈະເຮັດໃຫ້ພາລະກິຈ ສ້າງສັງຄົມນິຍົມ ແບບສີສັນພິເສດ ຂອງຈີນປະສົບຜົນສຳເຣັດ ຢ່າງໃຫຍ່ຫລວງ.
ໃນສານສັນລະເສີນ-ຊົມເຊີຍ ຂອງ ທ່ານ ດຣ. ສອນໄຊ ສີພັນດອນ ຕໍ່ທ່ານ ສີ ຈິ້ນຜິງ ກໍໄດ້ລະບຸຕອນນຶ່ງວ່າ ຂໍອວຍພອນໃຫ້ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະຄູ່ຮ່ວມຍຸດທະສາດ ຮອບດ້ານຫມັ້ນຄົງຍາວນານ ທີ່ມີປະສິດທິຜົນລະຫວ່າງລາວ ແລະຈີນ ຈົ່ງໄດ້ຮັບການເສີມຂຍາຍ ແລະແຕກດອກອອກຜົນ ຍິ່ງໆຂຶ້ນໄປ.
ກ່ຽວກັບເຣື່ອງນີ້ ຊາວລາວທີ່ຕິດຕາມຂ່າວດັ່ງກ່າວ ຈຳນວນນຶ່ງກໍຮູ້ສຶກຍິນດີ ທີ່ລາວ-ຈີນ ຂຍາຍຄວາມສັມພັນ ອັນດີຕໍ່ກັນໃນຖານະຄູ່ຮ່ວມສະຕາກັມ ແລະກໍມີຄວາມຮູ້ສຶກ ວ່າທາງການຈີນ ຈະຍັງສືບຕໍ່ໃຫ້ການຊ່ອຍເຫລືອ ທາງການລາວຢູ່ເລື້ອຍໆ ຍ້ອນເປັນທີ່ຮູ້ກັນດີແລ້ວ ວ່າທາງການລາວ ຕົກເປັນຫນີ້ທາງການຈີນ ໂດຍສະເພາະການກູ້ຢືມເງິນ ກໍ່ສ້າງໂຄງການຣົຖໄຟ ລາວ-ຈີນ ດັ່ງນັ້ນຈຶ່ງເຊື່ອວ່າ ທາງການຈີນ ຈະບໍ່ປະໃຫ້ທາງການລາວ ຕ້ອງປະເຊີນບັນຫາ ຕາມລຳພັງ.
ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມີນາ ນີ້ວ່າ:
“ໂອ ຕໍ່ໆໄປນີ້ ດີບໍ່ດີເຂົາເຈົ້າກາຫລຸດເຣື່ອງຫນີ້ ເຣື່ອງສິນ ເຂົາເຈົ້າກາມີຜ່ອນຜັນໃຫ້ເດ້ ເຂົາກາບໍ່ເດັດຂາດເຂັ້ມງວດດອກ ປະເທດທີ່ໃຫຍ່ ປະເທດທີ່ຈະເຣີນແລ້ວ ເພິ່ນປະເຮົາກາຕາຍຄືກັນແທ້ ເຮົາມີວັດຖຸ ມີບໍ່ແຮ່ຫລາຍສນອງໃຫ້ ຄິດວ່າ ຈະບໍ່ມີບັນຫາດອກ.”
ຊາວລາວອີກຈຳນວນນຶ່ງ ກໍເຫັນວ່າຫຍີ່ງທາງການຈີນ ແລະ ລາວຂຍາຍຄວາມສັມພັນ ຕໍ່ກັນຫລາຍຂຶ້ນກໍເປັນທີ່ແນ່ນອນວ່າ ຈະເຮັດໃຫ້ການລົງທຶນຂອງຈີນ ຢູ່ລາວມີເພີ່ມຂຶ້ນເລື້ອຍໆ ຊຶ່ງກໍມີຄວາມຫນ້າເປັນຫ່ວງຢູ່ ບ່ອນວ່າຄັນມີນັກລົງທຶນຈີນ ທີ່ບໍ່ດີເຂົ້າມາລົງທຶນກໍ່ອາດ ຈະສວຍໃຊ້ອິດທິພົນຕ່າງໆ ໃນການຢຶດເອົາທີ່ດິນ ຂອງຊາວບ້ານໂດຍບໍ່ໃຫ້ຄວາມສຳຄັນ ໃນດ້ານການຈ່າຍຄ່າຊົດເຊີຍ.
ດັ່ງຊາວລາວອີກທ່ານນຶ່ງກ່າວວ່າ:
“ມັນກາສອງແງ່ ມາລົງທຶນຄັນມາຖືກລະບຽບ ມາໃຫ້ຄວາມສຳຄັນລາວຫລາຍ ກາດີຄັນມາແລ້ວມາສໍ້ຣາສບັງຫລວງ ຢູ່ບ້ານມາໃຊ້ບາຣະມີຫວັງ ຊັບຫວັງນັ້ນສົ່ງອອກ ກັບເຂົ້າບ້ານແມ່ນຫຍັງກາບໍ່ດີ.”
ຊາວລາວອີກທ່ານນຶ່ງ ກໍເຫັນວ່າໄລຍະທີຜ່ານມາ ທາງການລາວຍັງໄດ້ຜົນປໂຍດຫນ້ອຍ ຈາກຄວາມສັມພັນກັບຈີນ ແລະກໍເປັນຝ່າຍຈີນ ທີ່ໄດ້ຜົນປໂຍດຫລາຍກ່ວາ ເປັນຕົ້ນຝ່າຍຈີນໄດ້ຮັບຜົນປໂຍດ ແລະລາຍຮັບຫລາຍກ່ວາ ໃນໂຄງການຣົຖໄຟ ລາວ-ຈີນ ໂດຍທາງການລາວຕ້ອງໄດ້ສຳຣະຫນີ້ສິນ ທີ່ກູ້ຢືມມາກໍ່ສ້າງໂຄງການຣົຖໄຟ ລາວ-ຈີນ ໃຫ້ແກ່ທາງການຈີນຢູ່ເລື້ອຍໆ ດັ່ງທ່ານກ່າວວ່າ:
“ລາຍຮັບເຮົາ ກາຊິໄດ້ຫນ້ອຍຫັ້ນແຫລະ ເພາະວ່າຈີນໄດ້ຫລາຍເນາະ ແບບວ່າຫລາຍປີ ຊິເປັນຂອງລາວເຮົາລະທຳອິດນີ້ ຂອງເຂົາເພິ່ນພົວພັນກັນແນວໃດ ເຮົາເປັນຜູ້ນ້ອຍເຮົາກາຊິບໍ່ຮູ້ ບໍ່ຢາກສົນໃຈນຳໂຕນີ້ຫລາຍ.”
ວິຊາການລາວທ່ານນຶ່ງ ທີ່ມີຄວາມຮູ້ກ່ຽວກັບ ຄວາມສັມພັນລະຫວ່າງ ລາວ-ຈີນ ຊຶ່ງຂໍສງວນຊື່ ແລະສຽງກ່າວວ່າ ທ່ານເອງກໍບໍ່ສາມາດ ໃຫ້ຄວາມເຫັນຢ່າງກົງໄປກົງມາໄດ້ຫລາຍ ຊຶ່ງເວົ້າໄດ້ພຽງແຕ່ວ່າ ການຂຍາຍຄວາມສັມພັນ ລະຫວ່າງ ລາວ-ຈີນ ກໍເປັນຜົນດີໃຫ້ແກ່ປະເທດລາວ ໂດຍສະເພາະທາງດ້ານເສຖກິຈ ແລະການພັທນາໂຄງການ ຕ່າງໆໃນປະເທດລາວ.
ທ່ານ ດຣ. ອະດິສອນ ເສມແຍ້ມ ໃຫ້ທັດສະນະຕໍ່ ການຂຍາຍຄວາມສັມພັນ ລະຫວ່າງລາວ-ຈີນ ວ່າ ທ່ານເອງບໍ່ໄດ້ຮູ້ສຶກວ່າ ເປັນເຣື່ອງທີ່ແປກໃຫມ່ ເພາະເຫັນວ່າທຸກມື້ນີ້ ປະເທດລາວມີລັກສະນະ ທີ່ເກືອບຈະເປັນມົນທົນນຶ່ງ ຂອງປະເທດຈີນ ຫລາຍຂຶ້ນເລື້ອຍໆ ເນື່ອງຈາກ ຈຳເປັນຕ້ອງອາໄສການຊ່ອຍເຫລືອຈາກຈີນ ໃນຫລາຍໆດ້ານ ດັ່ງນັ້ນທ່ານເອງກໍເຫັນວ່າ ຄວາມສັມພັນລະຫວ່າງ ລາວ-ຈີນ ຍັງຈະສືບຕໍ່ຢ່າງແຫນ້ນແຟ້ນ ຫລາຍຂຶ້ນ.
ດັ່ງທ່ານກ່າວວວ່າ:
“ຄັນຈີນມີບັນຫາ ລາວກໍຈະໄດ້ຮັບຜົນກະທົບ ເຊັ່ນກັນ, ສ່ວນນຶ່ງກໍຄືລາວມີລັກສະນະ ເກືອບຈະກາຍເປັນມົນທົນນຶ່ງ ຂອງຈີນ ຊຶ່ງມັນຈະມີຜົນ ຕໍ່ການເຊື່ອມໂຍງ ກັບພາວະເສຖກິຈ ຫລື ແມ່ນຫຍັງຕ່າງໆ ທີ່ມັນເຮັດໃຫ້ ຖືກກືນເຂົ້າໄປ ເປັນສ່ວນນຶ່ງ ຂອງຈີນ ຍິ່ງຂຍາຍຄວາມສັມພັນ ຫລາຍຂຶ້ນເທົ່າໃດ ກໍມີຜົນຫລາຍຂຶ້ນ.”
ໃນໄລຍະ 15 ປີຫລັງມານີ້ ຫລື ຕັ້ງແຕ່ໃນໄລຍະທີ່ ປະທານປະເທດ ຫູ ຈິ້ນເທົາ ແລະ ນາຍົກຣັຖມົນຕຣີ ເວີນ ເຈັ່ຽເປົາ ກໍເຮັດໃຫ້ການພົວພັນ ແລະຮ່ວມມື ລະຫວ່າງ ລາວ-ຈີນ ໃນທຸກມິຕິ ນັບມື້ນັບຫລາຍຂຶ້ນ ແລະມູນຄ່າການຄ້າ ລາວ-ຈີນ ຂຶ້ນມາເປັນອັນດັບນຶ່ງ ຊຶ່ງສັງເກດເຫັນໄດ້ຈາກ ໂຄງການໃຫຍ່ໆ ໄດ້ເກີດຂຶ້ນ ໃນລາວເປັນຕົ້ນ ໂຄງການທາງຣົຖໄຟ ລາວ-ຈີນ ແລະ ອື່ນໆ.