ພະນັກງານຣັຖ ຜູ້ສູງອາຍຸ ຖືກຮຽກຮ້ອງ ໃຫ້ລາອອກຮັບບຳນານ

ສຸພັດຕາ
2023.03.16
ພະນັກງານຣັຖ ຜູ້ສູງອາຍຸ ຖືກຮຽກຮ້ອງ ໃຫ້ລາອອກຮັບບຳນານ ພະນັກງານແລ່ນເອກະສານ ສຳນັກງານ ອົງການປະກັນສັງຄົມ ແຫ່ງຊາຕ, ນະຄອນຫຼວງວຽງຈັນ. ວັນທີ່ 24 ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 14 ກຸມພາ ທີ່ຜ່ານມາ ກະຊວງພາຍໃນ ໄດ້ອອກໜັງສືແຈ້ງການ ສບັບເລຂທີ 58/ພນ ໄປຍັງທຸກພາກສ່ວນ ແລະທຸກຊັ້ນ ພາຍໃຕ້ຣັຖບານ ໃຫ້ດໍາເນີນການຈັດຕັ້ງໃໝ່ ໂດຍສະເພາະ ຜູ້ທີ່ມີອາຍຸຮອດບໍານານ ແມ່ນຕ້ອງໄດ້ອອກຮັບບໍານານ ເຊິ່ງຄົນລາວ ກໍເຫັນດີນໍາ ຍ້ອນຫຼາຍຫ້ອງການ ເຕັມໄປດ້ວຍຜູ້ສູງອາຍຸ ຫຼາຍເກີນໄປ, ບໍ່ສາມາດໃຊ້ເຄື່ອງມືທາງເຕັກໂນໂລຢີໄດ້ ຕ້ອງໃຫ້ເຈົ້າໜ້າທີ່ ຫຼືພະນັກງານອາສາສມັກເຮັດແທນ ອີກທັງ ຍັງບໍ່ສາມາດ ຮຽນຮູ້ການນໍາໃຊ້ເຕັກໂນໂລຢີໄດ້ ເຮັດໃຫ້ວຽກງານ ບໍ່ສອດຄ່ອງກັບໜ້າວຽກ ໃນຍັກສໄມໃໝ່.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສຶກສາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມິນາ 2023 ວ່າ:

“ຍົກໂຕຢ່າງວ່າ ຍຸກນີ້ລະແມ່ນ ສ່ວນຫຼາຍໃຊ້ທາງຄອມພິວເຕີ້ຫຼາຍ ແຕ່ວ່າ ຜູ້ທີ່ອາຍຸສູງຫັ້ນລະແມ່ນ ຫຼາຍໆແມ່ນຂະເຈົ້າຄວາມຮູ້ທາງດ້ານນີ້ ມັນບໍ່ປານໃດ ແລ້ວມາຮອດໃນຍຸກນີ້ລະແມ່ນ ສ່ວນຫຼາຍຜູ້ເຖົ້າ ຜູ້ອາຍຸສູງຫັ້ນ ບໍ່ເກັ່ງເຣື່ອງໂນສບຸຄ໌ ສ່ວນຫຼາຍກໍເປັນ ຜູ້ເປັນຫົວໜ້າລະແມ່ນ ສ່ວນຫຼາຍກໍໃຫ້ອ້າຍນ້ອງຫັ້ນເຮັດຊ່ວຍ ແລ້ວກໍໃຫ້ຫົວໜ້າເປັນຜູ້ກວດເບິ່ງ ແນວນີ້ນ່າ.”

ທີ່ຜ່ານມາ ຫ້ອງການທີ່ເຮັດວຽກໃນຂແນງການຕ່າງໆ ທັງໃນລະດັບເມືອງ ແລະແຂວງ ມັກໄດ້ຮັບບໍຣິຈາກອຸປະກອນການເຮັດວຽກ ໂດຍສະເພາະ ຄອມພິວເຕີ້ ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ມີອາຍຸຂ້ອນຂ້າງຫຼາຍ ແລະຢູ່ໃນຕໍາແໜ່ງໃນລະດັບສູງ ພັດບໍ່ສາມາດໃຊ້ງານອຸປະກອນດັ່ງກ່າວນີ້ໄດ້ພໍເທົ່າໃດ ເຮັດໃຫ້້ບໍ່ສາມາດໃຊ້ປໂຍດ ຈາກອຸປະກອນດັ່ງກ່າວນີ້ ໄດ້ຢ່າງເຕັມປະສິດທິພາບເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສຶກສາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂະເຈົ້າໄປເປັນຄຣູເນາະ ເອີ່ ຄຣູສອນອາສັຍ ປະສົບການຫຼາຍປີ ແຕ່ວ່າ ຄວາມຮູ້ໃໝ່ໆນີ້ ຂະເຈົ້າບໍ່ເປັນ ໂຮງຮຽນນີ້ຄອມພິວເຕີ້ນີ້ ບໍ່ສາມາດ ບໍ່ຫຼີ້ນໄດ້ແນວນີ້ເດ້ ໝົດໂຮງຮຽນນີ້ ເອົາຄອມພິວເຕີ້ໄປໃຫ້ ນີ້ບໍ່ຊ່າງຊິເຮັດເດ້ ກ່ຽວກັບການເຮັດວຽກນີ້ ຈະຂ້ອນຂ້າງ ຈະບໍ່ອັນນນັ້ນ ເຂົາໄປເຮັດວຽກບ່ອນວ່າ ຄວາມຮູ້ມັນກໍບໍ່ປານໃດ ສ່ວນຫຼາຍມັນກໍປານກາງຊີ້ນ່າ ປານກາງຊີ້ນ່າ ຊັ້ນຕົ້ນນີ້ນ່າ.”

ທ່ານກ່າວຕື່ມວ່າ ຣັຖກອນຄຣູ ທີ່ມີອາຍຸໃກ້ຮອດບໍານານ ແລະຂໍຕໍ່ບໍານານໃນປັດຈຸບັນ ມັກມີຄວາມຮູ້ໃນລະດັບພື້ນຖານ ຍ້ອນວ່າ ໃນສໄມແຕ່ກີ້ ຜູ້ທີ່ຈົບການສຶກສາ ໃນລະດັບຊັ້ນປະຖົມສຶກສາປີທີ່ 5 ແລະມັທຍົມສຶກສາປີທີ່ 3 ກໍສາມາດສມັກເປັນຄຣູໄດ້ ແຕ່ມາຮອດປັດຈຸບັນ ຄຣູອາສາຣຸ້ນໃໝ່ສ່ວນຫຼາຍ ຈົບການສຶກສາໃນລະດັບປະຣິນຍາຕຣີ ແລະມີທັກສະ ໃນການນໍາໃຊ້ສື່ ແລະເຕັກໂນໂລຢີ ມາໃຊ້ໃນການຈັດການຮຽນການສອນໄດ້ ແຕ່ພວກຂະເຈົ້າ ພັດບໍ່ໄດ້ຮັບການຊັບຊ້ອນເປັນຣັຖກອນພໍເທົ່າໃດ.

ສໍາລັບພະນັກງານຣັຖກອນ ເພດຊາຍທີ່ມີອາຍຸ 60 ປີ ແລະເພດຍິງ ທີ່ມີອາຍຸ 55 ປີ ເຊິ່ງມີອາຍຸການເຮັດວຽກ ປະມານ 30-40 ປີ ຈະຕ້ອງອອກພັກຜ່ອນຮັບບໍານານ ແຕ່ຢ່າງໃດກໍຕາມ ພັດມີພະນັກງານຣັຖກອນຈໍານວນນຶ່ງ ໂດຍສະເພາະ ເຈົ້າໜ້າທີ່ລະດັບສູງ ໃນພື້ນທີ່ເຂດໂຕເມືອງ ຍັງຄົງແລ່ນເອກກະສານຂໍສືບຕໍ່ເຮັດວຽກ ໄປອີກປະມານ 2-5 ປີ ຫຼືຫຼາຍກວ່ານີ້ ຍ້ອນພວກຂະເຈົ້າ ຢູ່ໃນຕໍາແໜ່ງລະດັບສູງ ເຊິ່ງມີເງິນເດືອນ ຜົນປໂຍດຂ້ອນຂ້າງຫຼາຍ.

ດັ່ງອະດີດຣັຖກອນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ກ່າວວ່າ:

“ຕໍ່ຢູ່ ກໍສະເພາະອັນນັ້ນ ຜູ້ທີ່ວ່າມີຕໍາແໜ່ງໃຫຍ່ ແມ່ນລະວ່າ ຊ່ວງກອບໂກຍ ຈະວ່າຈັ່ງໃດ ກໍບໍ່ມີທີ່ວ່າ ບໍ່ມີ ບໍ່ມີສິດຢູ່ວ່າຊັ້ນສ່າ ຮອດກໍານົດກໍຄືກໍານົດ ນ້ອຍກໍຄືອອກໄປເລີຍ ເພາະວ່າ ພວກຕໍາແໜ່ງໃຫຍ່ນີ້ ເຂົາຈະມີເງິນັ້ນ ເງິນນີ້ແດ່ ເພາະວ່າ ຊ່ວງເປັນຫົວໜ້າ ຂະເຈົ້າຈະມີເງິນ ແລ້ວກໍເງິນເຊັນນັ້ນເຊັນນີ້.”

ທ່ານກ່າວຕື່ມວ່າ ຂະນະທີ່ ພະນັກງານຣັຖກອນຊັ້ນຜູ້ນ້ອຍ ທີ່ເຮັດວຽກຢູ່ຫ້ອງການຕ່າງໆ ພາຍໃນພື້ນທີ່ເຂດນອກ ຖ້າຫາກພວກຂະເຈົ້າ ມີອາຍຸຮອດບໍານານແລ້ວ ຈະຕ້ອງອອກພັກຜ່ອນຮັບບໍານານທັນທີ ໂດຍບໍ່ສາມາດອ້າງວ່າ ໂຕເອງຍັງມີສຸຂພາບດີ ແລະຍັງສາມາດເຮັດວຽກໄດ້ ແຕ່ຢ່າງໃດກໍຕາມ ມາຮອດປັດຈຸບັນ ພະນັກງານຣັຖກອນຊັ້ນຜູ້ນ້ອຍເອງ ພັດບໍ່ຕ້ອງການຕໍ່ບໍານານ ຍ້ອນໄດ້ເງິນເດືອນໜ້ອຍ ຕົກຄົນລະປະມານ 1,600,000 ກີບຕໍ່ເດືອນເທົ່ານັ້ນ ອີກທັງ ເມື່ອອອກບໍານານ ຍັງໄດ້ຮັບເງິນອຸດໜູນຄ່າຄອງຊີບ ໂດຍຈະບໍ່ຖືກຄິດໄລ່ພັນທະອາກອນ ແລະບໍ່ຫັກ 8% ເຂົ້າບັນຊີກອງທຶນປະກັນສັງຄົມ ຂະນະທີ່ ຄຣູອາສາ ແລະແພດອາສາສມັກຈໍານວນຫຼາຍ ພັດບໍ່ໄດ້ໂກ່ຕ້າຣັຖກອນ ແລະເຮັດວຽກລ້າໆ ໂດຍບໍ່ໄດ້ຮັບຄ່າຕອບແທນ.
ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະອອກແຈ້ງການ ໃຫ້ພະນັກງານ ທີ່ຮອດອາຍຸບໍານານແລ້ວ ຈະຕ້ອງອອກພັກຜ່ອນຮັບບໍານານທັນທີ ແຕ່ຢ່າງໃດກໍຕາມ ນະໂຍບາຍດັ່ງກ່າວນີ້ ພັດບໍ່ສາມາດຢັ້ງຢືນໄດ້ວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການຊັບຊ້ອນ ແລະບັນຈຸ ພະນັກງານຣັຖກອນຣຸ້ນໃໝ່ເພີ່ມຕື່ມເທື່ອ ເນື່ອງຈາກປະເທດລາວ ປະສົບບັນຫາທາງການເງິນ ແລະບໍ່ມີງົບປະມານພຽງພໍ ສໍາລັບນໍາໃຊ້ໃນການຈ່າຍເງິນເດືອນ.

ດັ່ງຄຣູອາສາສມັກ ທີ່ເຮັດວຽກມາເປັນໄລຍະເວລາ 7 ປີ ທ່ານນຶ່ງ ກ່າວວ່າ:

“ກໍຄືຊິບໍ່ຫຼາຍເນາະ ຄືຊິບໍ່ມີການທົດແທນແລ້ວ ເພາະວ່າທົ່ວເມືອງນີ້ ເຂົ້າໃຫ້ນີ້ ມີແຕ່ ໂກ່ຕ້ານີ້ ມີ 2-3 ຄົນນີ້ ທົ່ວແຂວງ ສົມມຸດວ່າ ພຍາບານຢູ່ນີ້ ກໍໜ້າຈະ ງົບປະມານບໍໍ່ພຽງພໍບໍ ຣັຖບານເຮົານ່າ (ສ່ວນເຣື່ອງອອກບໍານານແລ້ວ ຮັບຣັຖກອນໃໝ່) ຄືຈະໜ້າບໍ່ກ່ຽວກັນນ່າ ໂຕນີ້ນ່າ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ປະເທດລາວ ປະສົບບັນຫາຂາດເຂີນຄຣູ ແລະງົບປະມານ ຈຶ່ງເຮັດໃຫ້ມີການນໍາໃຊ້ຄຣູອາສາສມັກ ຊ່ອຍຈັດການຮຽນການສອນ ໃຫ້ແກ່ນັກຮຽນ ແຕ່ຢ່າງໃດກໍຕາມ ໃນໄລຍະ 3-4 ປີ ທີ່ຜ່ານມານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງພັດຫຼຸດຈໍານວນໂກ່ຕ້າ ຣັຖກອນຄຣູຫຼຸດລົງເລື້ອຍໆ ສົ່ງຜົນໃຫ້ຄຣູອາສາສມັກຈໍານວນຫຼາຍ ຕັດສິນໃຈລາອອກຈາກການ ພາຍຫຼັງເຮັດວຽກມາເປັນໄລຍະເວລາດົນ ຫຼືມີອາຍຸຮອດ 35 ປີ ແຕ່ບໍ່ໄດ້ຮັບການຊັບຊ້ອນ ແລະບັນຈຸເປັນຣັຖກອນ ຈຶ່ງເຮັດໃຫ້ຄຣູອາສາສມັກທົ່ວປະເທດ ທີ່ເຄີຍມີຢູ່ປະມານ 9,808 ຄົນ ໃນປີ 2020 ຫຼຸດລົງ ເຫຼືອປະມານ 5,000 ປາຍຄົນ ໃນປັດຈຸບັນ.

ທີ່ຜ່ານມາ ພະນັກງານຣັຖກອນຈໍານວນນຶ່ງ ທີ່ເຮັດວຽກຢູ່ໃນຂແນງການຕ່າງໆ ສ່ວນຫຼາຍ ມັກຈະເຮັດໜ້າທີ່ ໃນຕໍາແໜ່ງທີ່ບໍ່ສອດຄ່ອງກັບຄວາມຮູ້ ຄວາມສາມາດທີ່ໄດ້ຮຽນມາ ເຮັດໃຫ້ການເຮັດວຽກບໍ່ມີປະສິດທິພາບເທົ່າທີ່ຄວນ, ດັ່ງທ່ານ ດຣ. ທອງຈັນ ມະນີໄຊ ຣັຖກະຊວງພາຍໃນ ກ່າວໃຫ້ສັມພາດ ຕໍ່ສື່ມວນຊົນລາວ ຜ່ານຣາຍການຮອບເມືອງເຣື່ອງການພັທນາ ຂອງໂທຣະທັສແຫ່ງຊາຕລາວ ຊ່ອງ 3 ໃນໄລຍະບໍ່ດົນມານີ້ ວ່າ:

“ເຫຼືອແມ່ນເຫຼືອ ຄຣູທີ່ບໍ່ມີຄວາມຮູ້ຄວາມສາມາດ ຜູ້ທີ່ບໍ່ຕິດພັນກັບວິຊາສະເພາະ ທີ່ລາວເຮັດວຽກຫັ້ນ ຍ້ອນການສອບເສັງຂອງພວກເຮົາ ຜ່ານມານີ້ ກໍມີຊ່ອງວ່າງວ່າ ພວກເຮົາບໍ່ໄດ້ເຂັ້ມງວດ ໃນສາຍວິຊາສະເພາະ ຂ້າພະເຈົ້າຍົກໂຕຢ່າງວ່າ ຮຽນປ່າໄມ້ ພັດໄປເຮັດວຽກດ້ານຄົມມະນາຄົມ ມັນຄົນລະເຣື່ອງ ກໍຍ້ອນແນວນັ້ນ ຈຶ່ງເຮັດໃຫ້ພະນັກງານທີ່ບໍ່ໄດ້ຮຽນ ວິຊາສະເພາະໂຕຈິງ ທີ່ບັນຈະເຂົ້າຕໍາແໜ່ງງານຫັ້ນ ບໍ່ກ້າໄດ້ວຽກວິຊາສະເພາະ.”

ອີງຕາມແຈ້ງການຂອງກະຊວງພາຍໃນ ສບັບດຽວກັນນີ້ ຍັງລະບຸອີກວ່າ ໃນໄລຍະທີ່ດໍາເນີນການຈັດຕັ້ງ ຫຼືພາຍຫຼັງສໍາເຣັດແລ້ວ ຖ້າມີກໍຣະນີພະນັກງານ ທີ່ມີຕໍາແໜ່ງບໍຣິຫານ ທີ່ເກີນຕໍາແໜ່ງທີ່ກໍານົດໄວ້ ຈະຕ້ອງປະຕິບັດຕາມເງື່ອນໄຂ ທີ່ທາງການກໍານົດ ແຕ່ເພື່ອເປັນການແກ້ໄຂບັນຫາສະເພາະໜ້າ, ລໍຖ້າການຊັບຊ້ອນ ໃຫ້ພະນັກງານຣັຖກອນ ໃຫ້ສືບຕໍ່ຮັບເງິນອຸດໜູນຕໍາແໜ່ງບໍຣິຫານໄປກ່ອນ ແຕ່ບໍ່ເກີນ 1 ປີ ນັບແຕ່ມື້ທີ່ໄດ້ຮັບການປັບປຸງເປັນຕົ້ນໄປ ເພື່ອໃຫ້ການເຮັດວຽກ ດໍາເນີນໄປຢ່າງປົກກະຕິ ແລະຕໍ່ເນື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.