ເຈົ້າໜ້າທີ່ຕໍາຣວດແຂວງຫົວພັນ ໄດ້ບັງຄັບໃຫ້ແມ່ຍິງລາວ ຢູ່ແຂວງຫົວພັນນາງນຶ່ງ ທີ່ໃຊ້ຊື່ເຟສບຸກຄ໌ວ່າ Anna Suriya (ແອນນາ ສຸລິຍະ) ອອກມາແກ້ຂ່າວຕໍ່ສັງຄົມ ພາຍຫຼັງທີ່ນາງ ໄດ້ໂພສຕ໌ຂໍ້ຄວາມທາງເຟສບຸກຄ໌ ວ່າ “ຈ້າງເຂົ້າຕໍາຣວດ 95 ລ້ານກີບ” ຫຼືໝາຍຄວາມວ່າ ຊື້ຈ້າງເຂົ້າເປັນເຈົ້າໜ້າທີ່ຕໍາຣວດ ຕ້ອງໃຊ້ເງິນ 95 ລ້ານກີບ ເຊິ່ງຂໍ້ຄວາມດັ່ງກ່າວ ເຮັດໃຫ້ເຈົ້າໜ້າທີ່ຕໍາຣວດ ແຂວງຫົວພັນ ຮູ້ສຶກເສື່ອມເສັຍຊື່ສຽງ ຈຶ່ງຕ້ອງໃຫ້ແມ່ຍິງຄົນດັ່ງກ່າວ ອອກມາແກ້ຂ່າວຕໍ່ສັງຄົມ.
ດັ່ງທ່ານ ພັນເອກ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ກ່າວຕໍ່ໂທຣະພາບ ປ້ອງກັນຄວາມສງົບ ເມື່ອວັນທີ 30 ມິນາ ທີ່ຜ່ານມາ ນີ້ວ່າ:
"ຕໍ່ບັນຫາດັ່ງກ່າວນັ້ນ ໄດ້ສ້າງຄວາມເສື່ອມເສັຍ ໄດ້ສ້າງຄວາມບໍ່ເຊື່ອໝັ້ນ ຂອງສັງຄົມ ຕໍ່ກໍາລັງປ້ອງກັນຄວາມສງົບ ແຂວງຫົວພັນ ຫຼັງຈາກນັ້ນ ພວກເຮົາໄດ້ແຕ່ງຕັ້ງ ພະນັກງານວິຊາການ ລົງສົມທົບກອງບັນຊາການ ປກສ ເມືອງແອດ ເພື່ອເກັບກໍາຂໍ້ມູນ ພິສູດແຫຼ່ງຂ່າວດັ່ງກ່າວ ເກັບກໍາຂໍ້ມູນລະອຽດແລ້ວ ເຫັນວ່າ ເຫດການດັ່ງກ່າວ ແມ່ນບໍ່ມີມູນຄວາມຈິງ."
ໃນຂະນະດຽວກັນ ຍານາງ ແອນນາ ສຸລິຍະ ເຊິ່ງເປັນຜູ້ທີີ່ໂພສຕ໌ຂໍ້ຄວາມດັ່ງກ່າວ ຢູ່ເຟສບຸກຄ໌ ຂອງຍານາງນັ້ນ ໄດ້ກ່າວໃນລັກສະນະ ເປັນການແກ້ຂ່າວວ່າ ສິ່ງທີ່ນາງໂພສຕ໌ ລົງທາງເຟສບຸກຄ໌ນັ້ນ ກໍພຽງແຕ່ ຢາກຂໍຄວາມຄິດເຫັນ ຈາກສັງຄົມຊື່ໆ ແລະກໍບໍ່ໄດ້ເສັຍເງິນ ໃຫ້ແກ່ເຈົ້າໜ້າທີ່ຄົນໃດເທື່ອ.
ດັ່ງຍານາງກ່າວ ໃນຕອນນຶ່ງວ່າ:
“ສິ່ງທີ່ນ້ອງເວົ້າໄປນັ້ນພຽງແຕ່ ຢາກຟັງຄໍາເຫັນຂອງສັງຄົມຊື່ໆ ນ້ອງເອງກະບໍ່ໄດ້ສມັກເຂົ້າຕໍາຣວດເທື່ອ ແລະນ້ອງ ກໍບໍ່ໄດ້ຈ້າງໃຜ ບໍ່ໄດ້ເອົາເງິນໃຫ້ເພິ່ນຈັກກີບ ສິ່ງທີ່ນ້ອງເວົ້າໄປນັ້ນ ເພື່ອຢາກໃຫ້ຄົນເຫັນ ຢາກໃຫ້ຄົນ ສະແດງຄວາມຄິດເຫັນຊື່ໆ ສະນັ້ນ ນ້ອງຂໍໂທດຂໍອະພັຍມາຍັງ ປ້ອງກັນຄວາມສງົບ.”
ໃນວັນທີ 31 ມິນາ ນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຜູ້ທີ່ມີເຟສບຸກຄ໌ ຊື່ວ່າ ແອນນາ ສຸລິຍະ ນັ້ນແລ້ວ ແລະປະກົດວ່າ ບໍ່ມີບັນຊີເຟສບຸກ ທີ່ແມ່ນຂອງເຈົ້າໂຕ ອີກແລ້ວ ຢ້ານວ່າ ຈະລຶບບັນຊີອອກແລ້ວ ມີແຕ່ຜູ້ອື່ນ ທີ່ໃຊ້ເຟສບຸກຄ໌ຊື່ດຽວກັນ ແຕ່ບໍ່ແມ່ນຂອງນາງແອນນາ ສຸລິຍະ.
ຢ່າງໃດກໍຕາມ ຕໍ່ປະເດັນດັ່ງກ່າວ ຊາວລາວຈໍານວນນຶ່ງ ກໍເຫັນວ່າ ການທີ່ຜູ້ກ່ຽວ ໄດ້ອອກມາແກ້ຂ່າວຕໍ່ສັງຄົມນັ້ນ ແມ່ນຖືກເຈົ້າໜ້າທີ່ຕໍາຣວດບັງຄັບ ໃຫ້ມີການແກ້ຂ່າວ ເພາະວ່າໄດ້້ສ້າງຄວາມເສື່ອມເສັຍ ຕໍ່ເຈົ້າໜ້າທີ່ຕໍາຣວດ ແຕ່ທີ່ຜ່ານມາ ຊາວລາວຈໍານວນຫຼາຍ ກໍມັກໄດ້ຍິນຢູ່ເລື້ອຍໆ ກ່ຽວກັບການຊື້ຈ້າງເຂົ້າເປັນເຈົ້າໜ້າທີ່ຕໍາຣວດ ແລະພະນັກງານຣັຖ ໃນຂແນງການອື່ນໆ.
ດັ່ງຊາວລາວນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ມິນາ ນີ້ວ່າ:
“ເຮົາກະບໍ່ຮູ້ເບື້ອງລຶກຫຼັງເນາະ ເຣື່ອງນີ້ກ່ອນຊິເຂົ້າ ສ່ວນຫຼາຍ ກະໄດ້ມີການຈ່າຍ ປະມານນັ້ນຫັ້ນແຫຼະ ແຕ່ສໍາລັບເຮົາກະ ຖ້າເອົາເງິນໄປເຮັດເຂົ້າການເນາະ ເອົາມາລົງທຶນຄ້າຂາຍດີກວ່າຫັ້ນນ່າ ເຮົາກໍບໍ່ຮູ້ເບື້ອງລຶກເບື້ອງຫຼັງ ນໍາເຂົາເຈົ້າ.”
ໃນຂະນະທີ່ ຊາວລາວອີກທ່ານນຶ່ງ ກໍເຫັນວ່າ ການອອກມາແກ້ຂ່າວດັ່ງກ່າວ ແມ່ນເປັນການຖືກບັງຄັບ ໂດຍເຈົ້າໜ້າທີ່ຕໍາຣວດ ໃນລັກສະນະເປັນການແກ້ຂໍ້ຜິດພາດ ແຕ່ທ່ານເອງກໍບໍ່ຮູ້ວ່າ ສິ່ງທີ່ແມ່ຍິງຄົນດັ່ງກ່າວໄດ້ໂພສຕ໌ຂໍ້ຄວາມນັ້ນ ແມ່ນມີຄວາມຈິງແນວໃດແດ່ ເພາະສ່ວນໂຕແລ້ວ ກໍບໍ່ໄດ້ສົນໃຈເຣື່ອງການເຂົ້າເປັນຣັຖກອນ.
ດັ່ງທ່ານກ່າວວ່າ:
“ຄັນວ່າຜິດພາດເຂົາໃຫ້ແກ້ ເຮົາກະບໍ່ໄດ້ສົນພໍປານນັ້ນ ຈັ່ງວ່າແຫຼະ ບໍ່ຮູ້ເນາະ ເຮົາບໍ່ໄດ້ເຂົ້າຣັຖການນໍາເຂົ້ານ່າ ເຮົາກະບໍ່ຮູ້ວ່າ ມັນມີຄວາມຈິງ ບໍ່ມີຄວາມຈິງນໍາເຂົາ ບໍ່ຮູ້.”
ທາງດ້ານນັກກົດໝາຍທ່ານນຶ່ງ ທີ່ຕິດຕາມຂ່າວດັ່ງກ່າວ ກໍເຊື່ອວ່າ ແມ່ຍິງລາວຄົນດັ່ງກ່າວ ໄດ້ຖືກເອີ້ນມາໃຫ້ແກ້ໄຂຂ່າວ ແລະຖືກກ່າວເຕືອນ ຈາກເຈົ້າໜ້າທີ່ຕໍາຣວດຊື່ໆ ເຊິ່ງຈະບໍ່ຮ້າຍແຮງ ເຖິງຂັ້ນມີການດໍາເນີນຄະດີຕາມກົດໝາຍ ຫຼືໃຊ້ມາຕການອື່ນໆ ໃນລັກສະນະທີ່ເປັນການໃສ່ຮ້າຍ ປ້າຍສີພັກ-ຣັຖ.
ດັ່ງທ່ານກ່າວວ່າ:
“ໂຕນີ້ ເຮົາກະຍັງບໍ່ໄດ້ວ່າ ຜິດອີ່ຫຍັງດອກ ພຽງແຕ່ວ່າ ເຂົາເຈົ້າອາຈໄດ້ກ່າວເຕືອນຊື່ໆ ບໍ່ຮູ້ວ່າ ເພິ່ນຕັ້ງປະເດັນໄວ້ໂຕໃດ ຈະເປັນການໃສ່ຮ້າຍ ການຈັດຕັ້ງບໍ່ ປະມານນີ້ ໂຕນີ້ ເພິ່ນກະບໍ່ເຖິງຂັ້ນວ່າແນວນັ້ນດອກ ເປັນພຽງການເວົ້າເນາະ ການໂພສ ບາງທີ ກໍຢາກໄດ້ຍອດໄລ້ຄ໌ ຍອດວິວຫຍັງ ປະມານນັ້ນ.”
ນອກຈາກນີ້ ປະເດັນດັ່ງກ່າວ ກໍເປັນທີ່ວິພິພາກວິຈານກັນຢ່າງຫຼາຍ ໃນແວດວົງສື່ສັງຄົມອ໋ອນລາຍນ໌ໃນລາວ ເຊິ່ງຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ຈໍານວນນຶ່ງ ກໍສະແດງຄວາມເຫັນວ່າ ເຈົ້າໜ້າທີ່ຕໍາຣວດ ບໍ່ຄວນໃຫ້ຜູ້ທີ່ໂພສຂໍ້ຄວາມ ອອກມາແກ້ຂ່າວເທົ່ານັ້ນ ແຕ່ຄວນມີການຊອກຫາຄວາມຈິງ ຈາກຄໍາເວົ້າຂອງຜູ້ກ່ຽວ ແລະຄັນພົບວ່າມີແທ້ ກໍຄວນລົງໂທດຜູ້ທີ່ໃຊ້ອໍານາດ ໃນການຊື້ຈ້າງເຂົ້າເປັນຕໍາຣວດນໍາດ້ວຍ.
ຢ່າງໃດກໍໍຕາມ ກ່ອນໜ້ານັ້ນ ເມື່ອປີ 2022 ທີ່ຜ່ານມາ ທ່ານ ດຣ. ທອງຈັນ ມະນີໄຊ ຣັຖມົນຕຣີກະຊວງພາຍໃນ ກໍໄດ້ຍອມຮັບຢູ່ໃນກອງປະຊຸມສະພາແຫ່ງຊາຕວ່າ ການສອບເສັງຄັດເລືອກພະນັກງານຣັຖກອນ ໃນບາງໜ່ວຍງານຂອງຣັຖບານ ແມ່ນມີຄວາມບໍ່ໂປ່່ງໃສ ແລະເປັນການຈັດສາກ ແລະກໍຍັງມີການໃຊ້ລະບົບເສັ້ນສາຍ ຄົນເຈົ້າ-ຄົນຂ້ອຍ ໃນການຄັດເລືອກບຸກຄົນພາຍນອກເຂົ້າເປັນຣັຖກອນ ຮວມທັງມີລະບົບອຸປະຖັມ, ເຈັ້ຍນ້ອຍ-ເຈັ້ຍໃຫຍ່ ເຊິ່ງທາງກະຊວງພາຍໃນ ກໍມີແຜນຈະແກ້ໄຂບັນຫາດັ່ງກ່າວນີ້ ໂດຍການໃຊ້ລະບົບຄອມພິວເຕີ້ ເຂົ້າມາໃຊ້ໃນການກວດສອບ ໃນການສອບເສັງ ແລະຄັດເລືອກພະນັກງານຣັຖກອນ ເພື່ອໃຫ້ເກີດຄວາມໂປ່ງໃສ ແລະປ້ອງກັນການໃຊ້ລະບົບເສັ້ນສາຍ ແລະອື່ນໆ.