ປະຊາຊົນ ເຫັນວ່າ ການຕັດສິນ ຂອງຜູ້ພິພາກສາ ບໍ່ໂປ່ງໃສ
2023.03.29
ຕລອດໄລຍະ 2 ປີທີ່ຜ່ານມາຜູ້ພິພາກສາ ໃນທົ່ວປະເທດ ໄດ້ມີການພິຈາຣະນາຕັດສິນຄະດີ ຢ່າງວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັບຄວາມຍຸຕິທັມ ໃນສັງຄົມເຮັດໃຫ້ສັງຄົມ ມີຄວາມເຄົາຣົບ, ເຊື່ອຖື ແລະ ເຊື່ອຫມັ້ນຕໍ່ການຕັດສິນ ຂອງສານຫລາຍຂຶ້ນ ແລະ ຫາງສຽງຈົ່ມວ່າຂອງສັງຄົມ ກ່ຽວກັບການຕັດສິນຂອງສານ ຫລຸດລົງເທື່ອລະກ້າວ.
ອີງຕາມການຣາຍງານ ຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານ ປະຊາຊົນສູງສຸດຕໍ່ກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດ ຄັ້ງທີ 11 ໃນຫົວຂໍ້ ຍົກສູງຄວາມຮັບຜິດຊອບ ໃນການໂຕ້ ແຍ່ງ-ໂຕ້ຖຽງໃຫ້ລະອຽດ, ຄົບຖ້ວນ, ຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີ ໃຫ້ຖືກຕ້ອງ ແລະ ຍຸຕິທັມ ເມື່ອວັນທີ 28 ມີນາ ທີ່ຜ່ານມານີ້.
ຕໍ່ການຕັດສິນ ຂອງສານລາວຊາວບ້ານ ຈຳນວນນນຶ່ງເຫັນວ່າການຕັດສິນ ແລະ ພິຈາຣະນາຄະດີຂອງຜູ້ພິພາກສາ ບາງຄົນຍັງຕ້ອງໄດ້ມີການປັບປຸງ ຢູ່ຍ້ອນເຫັນວ່າ ການຕັດສິນຄະດີບາງຄະດີ ຍັງອຽງຂ້າງໄປຫາຜູ້ມີອຳນາດ ຫລື ຜູ້ທີ່ມີເງິນຫລາຍ ແລະບໍ່ໃຫ້ຄວາມຍຸຕິທັມ ຕໍ່ຊາວບ້ານທຳມະດາທີ່ບໍ່ມີອຳນາດ.
ດັ່ງຊາວລາວ ທີ່ເຄີຍປະສົບກັບການຕໍ່ສູ້ ຄະດີຄວາມກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 29 ມີນານີ້ວ່າ:
“ຄືຄະດີອ້າຍຄືກັນເນາະ ຍັງບໍ່ທັນແລ້ວເທື່ອເດ້ໂຕທີ່ເຂົາ ອຸທອນເຮົານັ້ນມາແຂວງ ມາແຂວງແລ້ວບາດນີ້ແຂວງມາຕັດສິນເນາະ ຜູ້ພິພາກສາລະບໍ່ເອີ້ນເຮົາໄປ ເອີ້ນແຕ່ຜູ້ກ່ຽວໄປ ຜູ້ກ່ຽວລະໄປຕັດສິນວ່າ ເຮົາເປັນຜູ້ເສັຽຜູ້ທີ່ຈັດຕັ້ງ ກົດຫມາຽຢ່າສູ່ຫວັງແຕ່ເຣື່ອງເງິນ ຫລາຍ.”
ຊາວບ້ານ ອີກຍານາງນຶ່ງ ກໍເຫັນວ່າການຕັດສິນ ແລະພິຈາຣະນາຄະດີ ຂອງຜູ້ພິພາກສາ ບາງຄົນກໍຍັງມີການຕັດສິນ ລຳອຽງ ແລະຂາດຄວາມຍຸຕິທັມແທ້ ຊຶ່ງເປັນເຣື່ອງທີ່ຄົນໃນສັງຄົມ ລ້ວນແຕ່ຮັບຮູ້ກັນເປັນຢ່າງດີວ່າ ໃນຂະບວນການດ້ານລະບົບຍຸຕິທັມ ຍັງມີສະພາບດັ່ງກ່າວເກີດຂຶ້ນຢູ່ ແຕ່ຊາວບ້ານທົ່ວໄປກໍບໍ່ສາມາດວິພາກວິຈານ ຢ່າງກົງໄປກົງມາໄດ້ ຍ້ອນອາຈຖືກຟ້ອງຮ້ອງທາງດ້ານກົດຫມາຽ.
ດັ່ງຍານາງກ່າວວ່າ:
“ຫມົດປະເທດກາຮູ້ຫມົດຫັ້ນລະ ແຕ່ວ່າເຮົາເວົ້າບໍ່ໄດ້ກາເບິ່ງຕາມຂ່າວຫັ້ນແຫລະ ກາເວົ້າຫລາຍກາບໍ່ໄດ້ເດ້ເພາະວ່າ ບໍ່ໃຫ້ແບບນຳໂຊຊຽວຫັ້ນນ່າ ກາຊິຜິດເພິ່ນຫັ້ນນ່າແບບເວົ້າໄປຫລາຍ ແນວເພິ່ນນີ້ຊິມາແຕະຕ້ອງ.”
ຊາວບ້ານອີກຈຳນວນນຶ່ງ ທີ່ເຊື່ອຫມັ້ນ ແລະ ເຊື່ອຖືຕໍ່ການຕັດສິນ ແລະ ພິຈາຣະນາຄະດີ ຂອງຜູ້ພິພາກສາ, ພິຈາຣະນາໂທດຕາມຫລັກຖານ ແລະ ຕາມການທຳຄວາມຜິດ ທີ່ເປັນຈິງ ຕາມຫລັກຖານ ແລະ ຕາມການກະທຳ ຄວາມຜິດທີ່ເປັນຈິງ ຈຶ່ງບໍ່ຮູ້ສຶກວ່າຜູ້ພິພາກສາ ເຮັດຫນ້າທີ່ແບບຄາດເຄື່ອນ.
ດັ່ງຊາວລາວ ທີ່ເຄີຍມີປະສົບການ ເຂົ້າຮ່ວມຟັງການຕັດສິນ ຂອງສານກ່າວວ່າ:
“ປະຕິບັດຕາມລະບຽບ ກົດຫມາຽຢູ່ແຫລະ ເພິ່ນກໍຕັດສິນໄປຕາມກົດຫມາຽຢູ່ແຫລະ ຊັດເຈນຢູ່ ເຂົາເຈົ້າຕັດສິນ ສ່ວນຫລາຍກໍໄປຕາມລະບຽບ ກົດຫມາຽຢູ່ແຫລະເນາະ.”
ນັກກົດຫມາຽ ກ່າວວ່າໃນທັດສະນະ ຂອງທ່ານເອງແລ້ວ ກໍເຫັນວ່າໃນທຸກມື້ນີ້ ຜູ້ພິພາກສາສານ ແລະພະນັກງານ ສານສ່ວນໃຫຍ່ກໍລ້ວນແຕ່ ເຮັດວຽກແບບໂປ່ງໃສ ແລະຕາມລະບຽບກົດຫມາຽ ຢ່າງເຂັ້ມງວດເນື່ອງຈາກ ຫລາຍຄົນຢ້ານຖືກລົງໂທດ ແລະຖືກດຳເນີນຄະດີ ຫາກມີການປະຕິບັດ ແບບບໍ່ຖືກຕ້ອງຫລືຕັດສິນ ແບບລຳອຽງ.
ດັ່ງທ່ານກ່າວວ່າ:
“ບໍ່ສູ່ເກີດດອກແບບນັ້ນ ທຸກມື້ນີ້ມັນມີອົງການກວດສອບ ຫລາຍພາກສ່ວນເດ້ເນາະ ຄືກົດຫມາຽ ຂອງລາວນີ້ຖ້າວ່າສານຕັດສິນ ອອກມາບໍ່ຖືກນີ້ຄູ່ຄວາມ ເຂົາກາມີສິດສເນີ ຫາສະພາເປັນຜູ້ຕິດຕາມ ສາກວດກາກວດຄືນໃຫ້ໃຫມ່.”
ທ່ານກ່າວຕື່ມວ່າ ກໍປະຕິເສດບໍ່ໄດ້ວ່າ ມີຊາວບ້ານຈຳນວນນຶ່ງ ທີ່ບໍ່ພໍໃຈການຕັດສິນ ແລະ ພິຈາຣະນາຂອງຜູ້ພິພາກສາ ແລະເຫັນວ່າມີການຕັດສິນ ແບບລຳອຽງໂດຍສະເພາະ ໃນຄະດີກ່ຽວກັບທາງແພ່ງ ທີ່ມັກເກີດເຫດການລັກສະນະ ດັ່ງກ່າວຂ້ອນຂ້າງຫລາຍ. ຊຶ່ງຕາມຫລັກການ ຂອງກົດຫມາຽແລ້ວຖ້າຊາວບ້ານຜູ້ໃດຮູ້ສຶກວ່າ ຜູ້ພິພາກສາມີການຕັດສິນບໍ່ຖືກຕ້ອງ ຫລືບໍ່ພໍໃຈຄຳຕັດສິນ ກໍມີສິດອຸທອນໄດ້ຕາມກົດຫມາຽຕາມກຳນົດເວລາ ບໍ່ກາຍ 60 ມື້ ພາຍຫລັງສານຕັດສິນ ເພື່ອເປີດໂອກາດໃຫ້ ໄປຊອກຫາຂໍ້ມູນຫລັກຖານໃຫມ່ ໃຫ້ສານພິຈາຣະນາຄືນໃຫມ່ ອີກເທື່ອນຶ່ງ.
ຍານາງ ວຽງທອງ ສີພັນດອນ ປະທານ ສານປະຊາຊົນ ສູງສຸດ ໄດ້ກ່າວໃນກອງປະຊຸມ ດັ່ງກ່າວຕື່ມວ່າ ກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດຄັ້ງທີ 11 ນີ້ແມ່ນມີຄວາມສຳຄັນ ຢ່າງຫຍີ່ງຊຶ່ງໃນກອງປະຊຸມ ຄັ້ງນີ້ແມ່ນຈະໄດ້ກວດກາຄືນ ປະເດັນຂໍ້ຜິດພາດ ຂອງຄຳຕັດສິນ ຂອງສານປະຊາຊົນ ແຕ່ລະຂັ້ນ ແລະສານທະຫານ ໄປພ້ອມກັນ ກັບການກຳນົດທິດທາງ ການປັບປຸງຂອງສານ ປະຊາຊົນເພື່ອຮັບປະກັນເງື່ອນໄຂ, ມາຕຖານ ແລະ ສ້າງສິ່ງອຳນວຍຄວາມສະດວກ ໃຫ້ປະຊາຊົນເຂົ້າເຖິງລະບົບສານ ໄດ້ຢ່າງທົ່ວເຖິງ.
ສຳລັບປີ 2020 ຫາ 2022 ມີຄະດີເຂົ້າຢູ່ໃນສານຂັ້ນຕົ້ນ ຂັ້ນອຸທອນ ແລະ ຂັ້ນລົບລ້າງທັງຫມົດ 21,547 ເຣື່ອງໃນນັ້ນແກ້ໄຂໄດ້ແລ້ວ 20,733 ເຣື່ອງ ຫລື ເທົ່າກັບປະມານ 80%. ອີງຕາມການຣາຍງານ ຂອງເຟສບຸກຄ໌ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ.