ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ເຄື່ອນໄຫວວຽກງານ ຢູ່ຫຼາຍປະເທດ

ຈຳປາທອງ
2023.03.28
ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ເຄື່ອນໄຫວວຽກງານ ຢູ່ຫຼາຍປະເທດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ (ຄົນທີ 2 ນັບຈາກຂວາມື) ປະທານພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ແລະ ຄະນະຜູ້ແທນ ໄປເຄື່ອນໄຫວເຮັດວຽກ ຢູ່ອິນໂດເນເຊັຍ, ອອສເຕຣເລັຍ ແລະນິວຊີແລນດ໌.
ຮູບພາບ: ADL

ພາຍຫລັງທີ່ໄດ້ຮັບຣາງວັນ ຢູໂຣບສໍາລັບຜູ້ນໍາ ສະຕຣີສາກົລ ໃນມື້ວັນທີ  6 ມິນານີ້  ພຽງ 10 ມື້ ດຣ. ບຸນທອນ ຈັນມະລາວົງ-ວີເຊີ ປະທານພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ກໍໄດ້ນໍາພາຄະນະ ຜູ້ແທນໄປເຄື່ອນໄຫວ ວຽກງານ ຢູ່ປະເທດອິນໂດເນເຊັຍ, ອອສເຕຣເລັຍແລະນິວຊີແລນດ໌ ຊຶ່ງເບື້ອງຕົ້ນ ດຣ. ບຸນທອນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ເຖິງຜົລສຳເຣັດ ຂອງການ ເຄື່ອນໄຫວ ຢູ່ອິນໂດເນເຊັຍ ໃນມື້ວັນທີ 16 ມິນາວ່າ:

“..................ສຽງ...............

ແລະຢູ່ປະເທດອອສເຕຣເລັຍ ດຣ. ບຸນທອນ ກ່າວວ່າ ໄດ້ພົບພໍ້ກັບເຈົ້າໜ້າທີ່ ກະຊວງການຕ່າງປະເທດ ໃນມື້ວັນທີ 20 ມິນາ ຊຶ່ງເປັນເວລາເໝາະສົມທີ່ສຸດ ຄືກ່ອນທີ່ຣັຖບານ ອອສເຕຣເລັຍ ຈະໄກ່ເກັ່ຍບັນຫາສິດທິມະນຸດ ກັບຣັຖບານ ສປປ ລາວ ໃນປີນີ້.

“..................ສຽງ...............

ສອງມື້ຕໍ່ມາ ຄະນະຜູ້ແທນ ພັນທະມິດໄດ້ເດີນທາງ ໄປນິວຊີແລນດ໌ ຊຶ່ງຣັຖບານປະເທດນີ້ ກໍເອົາຈິງເອົາຈັງ ໃນການຜັກດັນ ໃຫ້ຜູ້ນໍາພັກ-ຣັຖ ສປປ ລາວ ແກ້ໄຂບັນຫາສິດທິມະນຸດ ໃນລາວ ຊຶ່ງ ດຣ. ບຸນທອນ ກ່າວກ່ຽວກັບເຣື່ອງນີ້ວ່າ:

“..................ສຽງ...............

ດຣ. ບຸນທອນ ຈັນມະລາວົງ-ວີເຊີ ໄດ້ນໍາພາຄະນະຜູ້ແທນໄປເຄື່ອນໄຫວ ວຽກງານຢູ່ປະເທດອິນໂດເນເຊັຍ, ອອສເຕຣເລັຍ ແລະນິວຊີແລນດ໌ ແຕ່ມື້ວັນທີ 16 ເຖິງ 22 ມິນານີ້. ດຣ. ກ່າວວ່າ ການໄປເຄື່ອນໄຫວຄັ້ງນີ້ ໄດ້ຮັບຜົລສໍາເຣັດ ຕາມທີ່ຄາດໝາຍໄວ້ ແລະມີຄວາມສໍາຄັນ ຢ່າງຍິ່ງສໍາລັບການເຄື່ອນໄຫວເພື່ອເຮັດໃຫ້ລາວ ເປັນປະເທດເອກກະຣາດ ແລະປະຊາທິປະໄຕ,ໃຫ້ປະຊາຊົນລາວມີສິດ ເສຣີພາບ ແລະພັທນາ ປະເທດຊາຕ ໃຫ້ຈະເຣີນຮຸ່ງເຮືອງ ຄືກັນກັບປະຊາຊາຕ ອື່ນໆ ທີ່ສີວິໄລ ໃນທົ່ວໂລກ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.