ເກີດການສໍ້ຣາສບັງຫຼວງ ແພ່ຫຼາຍໃນກຸ່ມພະນັກງານ ພັກ-ຣັຖ ຢູ່ອັດຕະປື

ຈຳປາທອງ
2023.03.27
ເກີດການສໍ້ຣາສບັງຫຼວງ ແພ່ຫຼາຍໃນກຸ່ມພະນັກງານ ພັກ-ຣັຖ ຢູ່ອັດຕະປື ອົງການກວດສອບແຫ່ງຣັຖ, ນະຄອນຫຼວງວຽງຈັນ, ເດືອນມິຖຸນາ ປີ 2022.
ນັກຂ່າວ ພົລເມືອງ

ມີການກວດ ພົບພະນັກງານ ພັກ-ຣັຖ 50 ຄົນ ທີ່ພົວພັນກັບການສໍ້ຣາສ ບັງຫລວງຢູ່ແຂວງອັດຕະປື ໃນປີ 2022 ທີ່ຜ່ານມາ. ໃນນັ້ນ ມີ 14 ຄົນ ສໍ້ຣາສບັງຫລວງ ເຮັດໃຫ້ຣັຖຄວາມເສັຍຫາຍ ເປັນມູນຄ່າ 2.5 ຕື້ປາຍກີບ, ໄດ້ຖືກສົ່ງໃຫ້ໄອຍະການ ປະຊາຊົນແຂວງ ດໍາເນີນຄະດີຕາມກົດໝາຍ ແລະອີກ 33 ຄົນ ທີ່ພົວພັນ ກັບການຂຸດຄົ້ນແຮ່ຄໍາເກີນໂຄຕ້າຣ໌ 71 ແມັດກ້ອນ ຢູ່ພື້ນທີ່ຂອງບໍຣິສັດ ລາວຫວ້ານເລັ້ຍ ບໍ່ແຮ່ຈໍາກັດ ທີ່ບ້ານນໍ້າຊວນ ເມືອງພູວົງ, ມູນຄ່າ 6 ແສນປາຍໂດລ້າຣ໌ສະຫະຣັຖ ຊຶ່ງໃນນັ້ນ 17 ຄົນ ຍັງຢູ່ໃນຂັ້ນຕອນ ຂອງການປະຕິບັດຜົລການກວດກາ ແລະໄດ້ກວດພົບ ພະນັກງານຫ້ອງການ ການເງິນເມືອງພູວົງ 2 ຄົນ ແລະພະນັກງານ ຜະແນກກະສິກັມ ແລະປ່າໄມ້ 1 ຄົນ ທີ່ໄດ້ເຮັດໃຫ້ຊັບສິນ ຂອງຣັຖເສັຍຫາຍ ປະມານ 3 ຕື້ກີບ ອີງຕາມການຣາຍງານ ຂອງທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາ ພັກແຂວງອັດຕະປື ຕໍ່ກອງປະຊຸມວຽກງານກວດກາ ປະຈໍາປີ 2022 ແລະແຜນການປີ 2023 ເມື່ອວັນທີ 24 ມິນານີ້.

ໃນຈໍານວນ ພະນັກງານພັກ-ຣັຖ 50 ຄົນດັ່ງກ່າວ ມີ 3 ຄົນ ໄດ້ຖືກປົດຕໍາແໜ່ງພາຍໃນພັກ, ໂຈະການຮ່ວມຊີວິດ ພັກຊົ່ວຄາວ 6 ຄົນ, ເອົາອອກຈາກພັກ 13 ຄົນ ແລະສ່ວນທີ່ເຫລືອ ແມ່ນຖືກຕິຕຽນ ແລະກ່າວເຕືອນຄວາມຜິດ.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຄະນະກວດກາ ພັກ-ຣັຖ ແຂວງອັດຕະປື ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທ່ານນຶ່ງເວົ້າພຽງແຕ່ວ່າ ທາງຄະນະຂອງພວກທ່ານ ບໍ່ສາມາດໃຫ້ຂໍ້ມູນຫລາຍໄປກວ່ານັ້ນໄດ້ເທື່ອ, ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຈໍານວນນຶ່ງ ທີ່ຮູ້ຂ່າວເຣື່ອງການສໍ້ຣາສບັງຫລວງນີ້ ກໍເວົ້າວ່າ ຍັງມີພະນັກງານ ພັກ-ຣັຖ ສໍ້ຣາສ ບັງຫລວງ ອີກຫລາຍຢູ່ແຂວງອັດຕະປືນີ້ ໂດຍສະເພາະໃນຂແນງການຂຸດຄົ້ນ ແຮ່ທາດຕ່າງໆ ແລະເຫັນວ່າ ບັນຫານີ້ເປັນບັນຫາ ທີ່ທາງການຍັງແກ້ໄຂບໍ່ຕົກ ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ພະຍາຍາມແກ້ໄຂມາແລ້ວກໍຕາມ. ດັ່ງນັ້ນຈຶ່ງຢາກໃຫ້ມີການເພີ່ມການກວດກາ ຢ່າງເຂັ້ມງວດຂຶ້ນ ທັງໃນຂແນງການບໍ່ແຮ່ ແລະຂແນງການອື່ນໆ ດັ່ງຊາວລາວຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 27 ມີນານີ້ວ່າ:

“ຍິນຂ່າວວ່າ ມີການກວດກາຢູອັດຕະປືເດ໋ ຄະນະກັມການກວດສອບ ຂັ້ນສູນກາງ ເພິ່ນລົງກວດສອບອີ່ຫຍັງຕ່າງໆເດ້ ກະສິພົບຫັ້ນແຫລະຄັນກວດຫລາຍ ກວດເປັນຂະບວນການແນວນີ້ ມີຫລາຍອັນເດ້ທີ່ມັນບໍ່ສອດ ຄ່ອງກັບນະໂຍບາຍ ບໍ່ສອດຄ່ອງກັບລະບຽບກົດໝາຍ ທີ່ບໍຣິຫານໄປແລ້ວມັນ ບໍ່ສອດຄ່ອງ ກະຕ້ອງໄດ້ກສດກາ.”

ຊາວລາວອີກຜູ້ນຶ່ງກໍເວົ້າວ່າ ຕົນເປັນຫ່ວງນໍາຫລາຍເຣື່ອງການສໍ້ຣາສ ບັງຫລວງຂອງພະນັກງານ ພັກ-ຣັຖຢູ່ແຂວງອັດຕະປືນີ້, ຢາກໃຫ້ຫລາຍພາກສ່ວນທີ່ກ່ຽວຂ້ອງ ເພີ່ມມາຕການແກ້ໄຂບັນຫານີ້ ໃຫ້ຫລາຍຂຶ້ນ ບໍ່ດັ່ງນັ້ນ ມັນຈະເປັນແບບຢ່າງບໍ່ດີໃຫ້ ພະນັກງານ ພັກ-ຣັຖ ຢູ່ແຂວງອື່ນໆ.

“ພວກບໍ່ແຮ່ພວກຫຍັງແດ່ ລັກຄໍາໄປຂາຍເດ້ ມັນມີພວກພາສີແດ່ ການເງິນກະມີ ມັນຫລາຍມັນເປັນຂະບວນການແນວໃດບໍ່ຮູ້ແຫລະ ລົງໝົດດຽວນີ້ນ່າ ເຂົາຕ້ອນພະນັກງານອອກແຫລະ.”

ພ້ອມດຽວກັນນັ້ນ ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ມິນານີ້ວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ຣາຍງານຂ່າວກ່ຽວກັບຄວາມຄືບໜ້າ ຂອງການລົງວິນັຍພະນັກງານ ພັກ-ຣັຖ ທີ່ສໍ້ຣາສ ບັງຫລວງ ຮວມທັງເປີດເຜີຍຊື່, ຕໍາແໜ່ງ ແລະລາຍລະອຽດອື່ນໆໃຫ້ສັງຄົມຮູ້, ບໍ່ແມ່ນພຽງແຕ່ວ່າ ຈະຣາຍງານເຣື່ອງການກວດພົບ ການສໍ້ຣາສບັງຫລວງ ແລ້ວກໍມິດງຽບໄປ.

“ຕ້ອງໄດ້ຣາຍງານ ສັງຄົມຮັບຮູ້ວ່າ ໄດ້ໄລ່ອອກເທົ່ານັ້ນເທົ່ານີ້ ຜູ້ກ່ຽວໄດ້ໃຊ້ຄືນການລັກຄືນ ແນວນັ້ນແນວນີ້ ໃຊ້ຄືນແລ້ວໂຕນັ້ນໂຕນີ້ ຍັງຈັກເປີເຊັນ ວຽກງານກວດສອບ ຈໍານວນວ່າກວດພົບ ໄດ້ທ້ອນຄືນມາໄດ້ເທົ່າໃດ ໄດ້ຈັກເປີເຊັນແລ້ວ ຖ້າເຮັດໂຕນັ້ນ ແທ້ຕ້ອງໄລ່ຕ້ອງເຮັດກະແສຂ່າວ. ໂອ໋ ໄດ້ໄລ່ອອກເທົ່ານັ້ນຄົນເທົ່ານີ້ຄົນ ຊື່ນັ້ນໆ.”

ເວົ້າເຖິງເຣື່ອງມາຕການລົງໂທດ ຜູ້ສໍ້ຣາສບັງຫລວງ, ເຣື່ອງພະນັກງານ ຜູ້ທີ່ໄດ້ສ້າງຄວາມເສັຍຫາຍ ໃຫ້ຊັບສິນຂອງຣັຖ, ນັກກົດໝາຍລາວທ່ານນຶ່ງກ່າວວ່າ ສ່ວນໃຫຍ່ແລ້ວ ແມ່ນຈະຖືກໃຫ້ອອກຈາກການ ອອກຈາກການເປັນພະນັກງານ ຣັຖ ແລະຈະຖືກດໍາເນີນຄະດີ ຖ້າຫາກມີຄວາມຜິດຮ້າຍແຮງ.

“ຂະບວນການ ຂອງລາວຜ່ານມາ ກະຖືວ່າໄດ້ມີການດໍາເນີນຄະດີ ຕາມກົດໝາຍ ຖ້າຫາກວ່າມັນຮ້າຍແຮງເກີນໄປ ມີການຟ້ອງຮ້ອງດໍາເນີນຄະດີ ກະໄດ້ເບິ່ງ ເຈົ້າລະເມີດລະບຽບ ບໍຣິຫານບໍ່ ຫລືວ່າລະເມີດກົດໝາຍ.”

ການສໍ້ຣາສບັງຫລວງຢູ່ ສປປລາວ ເປັນບັນຫາທີ່ມັກເກີດຂຶ້ນຢູ່ເລື້ອຍໆ ໃນຫລາຍຂແນງການ ເປັນຕົ້ນ ເມື່ອປີ 2022 ໄດ້ກວດພົບພະນັກງານ ສັງກັດ ກະຊວງການເງິນ ທີ່ລະເມີດວິໄນ ຈໍານວນ 53 ຄົນ. ໃນນັ້ນຖືກໃຫ້ອອກຈາກການ ເປັນຣັຖກອນ 16 ຄົນ, ຫລຸດຕໍາແໜ່ງ ແລະຍ້າຍໜ້າທີ່ 14 ຄົນ, ຖືກກ່າວເຕືອນ 9 ຄົນ ແລະຖືກຕິຕຽນ 14 ຄົນ, ອີງຕາມການຣາຍງານ ຂອງທ່ານ ບຸນໂຈມ ອຸບົນປະເສີດ ໃນຂະນະທີ່ທ່ານເປັນຣັຖມົນຕຣີ ກະຊວງການເງິນ ຕໍ່ກອງປະຊຸມ ສໄມສາມັນເທື່ອທີ່ 4 ຂອງສະພາແຫ່ງຊາດຊຸດ ທີ່ 9 ເມື່ອວັນທີ່ 7 ທັນວາ 2022 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.