ເຣື້ອງທີ່ເກັບບັນທຶກໄວ້
2023-02-27
ໃນວັນທີ 24 ກຸມພາ 2023 ທີ່ຜ່ານມານັ້ນ ເປັນມື້ຄົບຮອບ 1 ປີ ທີ່ຣັສເຊັຽ ໂຈມຕີຢູເຄຣນ ຫລື ສົງຄາມ ຣັສເຊັຽ-ຢູເຄຣນ ເຊິ່ງມາຮອດປັດຈຸບັນ ສະຖານະການຄວາມຂັດແຍ່ງ ລະຫວ່າງ 2 ປະເທດ ຍັງຄົງທະວີຄວາມຮຸນແຮງຂຶ້ນ ແລະບໍ່ຮູ້ວ່າຈະສິ້ນສຸດເມື່ອໃດ ຂະນະທີ່ທາງການລາວ ງົດອອກສຽງ ໃນກອງປະຊຸມ ສະຫະປະຊາຊາຕ ເພື່ອຮຽກຮ້ອງ ໃຫ້ຣັສເຊັຽ ຖອນທະຫານອອກໄປ.
2023-02-26
ຖ້າໃຜມີ ເສັ້ນສາຍ ພຽງແຕ່ ໄປສອບເສັງ ຕາມລະບຽບ ກໍໄດ້ເຂົ້າເປັນ ພະນັກງານຣັຖແລ້ວ ເຖິງແມ່ນວ່າ ຫລາຍຄົນ ຈະທຸ້ມເທ ໂດຍເຣີ່ມຈາກ ອາສາສມັກ ແຕ່ສຸດທ້າຍ ກໍບໍ່ໄດ້ຖືກບັນຈຸ.
2023-02-25
ກັມພູຊາ ແລະຈີນ ໄດ້ລົງນາມເພີ່ມຄວາມສຳພັນກັນ ຫລາຍສະບັບ ໃນຊ່ວງການໄປຢ້ຽມຢາມຈີນ ຂອງ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາ ວ່າງຫລັງໆມານີ້ ຊຶ່ງເປັນການຂຍາຍອິດທິພົລ ຂອງຈີນ ມາໃນຂົງເຂດ ເພື່ອກັຕ້ານສະຫະຣັຖ.
2023-02-24
ຕໍາຣວດ ແຂວງຜົ້ງສາລີ ສົ່ງພົນລະເມືອງຈີນ 25 ຄົນ ຊຶ່ງໃນນັ້ນເປັນຍິງ 2 ຄົນ ທີ່ລັກເຂົ້າມາທ່ຽວ ສປປ ລາວ ຜ່ານເສັ້ນທາງທັມມະຊາຕ ໃກ້ກັບດ່ານຊາຍແດນ ເມືອງຍອດອູ ແລະເມືອງຈຽງເຊິນ ຂອງຈີນກັບຄືນປະເທດແລ້ວ.
2023-02-24
ອົງການກວດກາພັກ-ຣັຖຣາຍງານວ່າ ປີກາຍກວດພົບຜູ້ສໍ້ຣາດບັງຫລວງ 187 ຄົນ ໃນນັ້ນ ເປັນພະນັກງານ ພັກ-ຣັຖ 134 ຄົນ, ຣັຖເສັຍຫາຍເປັນມູນຄ່າ 95.61 ຕື້ປາຍກີບ, 65 ລ້ານປາຍບາທ ແລະ 1 ແສນໂດລ້າຣ໌ສະຫະຣັຖ ຂະນະທີ່ປະຊາຊົນເຫັນວ່າ ຣັຖບານ ບໍ່ໄດ້ປາບປາມ ຢ່າງຈິງຈັງ.
2023-02-22
ແຂວງວຽງຈັນ ມີການກໍ່ອາຊຍາກັມ 1,000 ປາຍຄະດີ ແລະ ໃນທົ່ວປະເທດລາວ ມີປະມານ 8,000 ຄະດີ ຊຶ່ງປະຊາຊົນ ຈຳນວນນຶ່ງ ຢາກໃຫ້ເຈົ້າໜ້າທີ່ຕຳຣວດ ເຮັດວຽກໄວຂຶ້ນ ແລະປັບປຸງລະບົບ, ສ່ວນບັນຫາຢາເສບຕິດ ເປັນເຣື່ອງຫຼາຍຄົນກັງວົນທີ່ສຸດ, ຜູ້ເສບຖືກນຳໄປບຳບັດ ແຕ່ບໍ່ມີການຝຶກອາຊີບໃຫ້ແລະເມື່ອບຸກຄົນເຫຼົ່ານັ້ນ ອອກມາກໍອາດກັບໄປ ເສບຢາເສບຕິດຄືນ.
2023-02-21
ການປະເມີນ ຂອງສາກົນກ່ຽວກັບ ການຟອກເງິນຢູ່ລາວ ຄັ້ງທໍາອິດເມື່ອປີ 2010 ຢູ່ໃນອັນດັບສີເທົາ ທີ່ມີຜົລກະທົບຕໍ່ ສປປ ລາວ ບໍ່ໜ້ອຍ, ທັງການສໍາລະສະສາງ ແລະການລົງທຶນ ຂອງຕ່າງປະເທດ ແລະການປະເມີນຄັ້ງທີ່ 2 ຊຶ່ງໄດ້ເຣິ່ມມາແຕ່ປີ 2019 ນັ້ນ ຈະຮູ້ຜົລໃນເດືອນ ກໍຣະກະດານີ້.
2023-02-21
ສປປ ລາວ ຈະສົ່ງນັກກິມວຍລາວ ເຂົ້າຮ່ວມການແຂ່ງຂັນ ກິລາກຸນຂະແມຣ໌ ໃນງານມະຫະກັມກິລາຊີເກມສ໌ ຄັ້ງທີ 32 ເຊິ່ງຈະຈັດຂຶ້ນ ຢູ່ນະຄອນຫຼວງພະນົມເປັນ ປະເທດກັມພູຊາ ໂດຍສະຫະພັນມວຍລາວແຫ່ງຊາຕ ຈະສົ່ງນັກກິລາ ເຂົ້າຮ່ວມຢ່າງໜ້ອຍ 6 ຣາຍການ ຈາກທັງໝົດ 19 ຣາຍການ.
2023-02-20
ຄະດີສວນພູຄຳ ຖືກກວດສອບ ຈາກພາກສ່ວນ ທີ່ກ່ຽວຂ້ອງແລ້ວ, ໃນຂະນະທີີ່ ຜູ້ເສັຽຫາຍ ໄດ້ຮຽກຮ້ອງ ໃຫ້ເລັ່ງເຂົ້າສູ່ ຂະບວນການສານ ເພື່ອໃຫ້ຄວາມເປັນທັມ ຕໍ່ການຖືກກ່າວຫາ ຈົນກິຈການ ລົ້ມລະລາຍ.
2023-02-17
ກະຊວງປ້ອງກັນຄວາມສງົບ ຣາຍງານວ່າ ໃນຮອບປີ 2022 ທີ່ຜ່ານມາ ມີຄະດີອາສຍາກັມເກີດຂຶ້ນ 8,000 ປາຍຄະດີ ຂະນະທີ່ຊາວລາວ ກໍຮູ້ສຶກກັງວົນ ແລະ ຢາກໃຫ້ແກ້ໄຂບັນຫາໃຫ້ດີຂຶ້ນ.
2023-02-14
ມີຂ່າວການລາອອກ ຂອງທະຫານຊັ້ນຜູ້ນ້ອຍ ຈໍານວນນຶ່ງ ຍ້ອນເງິນເດືອນບໍ່ພໍໃຊ້ຈ່າຍລ້ຽງຊີບ ເຊິ່ງເງິນຂັ້ນພື້ນຖານ ທີ່ໄດ້ປະມານ 1,200,000 ກີບຕໍ່ເດືອນ ປະກອບກັບເສຖກິຈຂອງສປປ ລາວ ກຳລັງ ອ່ອນແອລົງເລື້ອຍໆ ເຮັດໃຫ້ຄ່າຄອງຊີບແພງຂຶ້ນ.
2023-02-14
ນາຍົກຣັຖມົນຕຣີກັມພູຊາ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມລາວ ພາຍຫຼັງທີ່ປະເທດລາວ ມີການປ່ຽນນາຍົກຣັຖມົນຕຣີ ແລະ ປັບປຸງຄະນະຣັຖມົນຕຣີ ຄັ້ງຫຼ້າສຸດນີ້.
2023-02-12
ຣັຖບານລາວ ຊຸດນີ້ ສັບປ່ຽນຕຳແໜ່ງກັນ ຫລາຍທີ່ສຸດ ເທົ່າທີ່ເຄີຍມີມາ ເພື່ອປາບປາມ ການສໍ້ຣາສບັງຫລວງ ທີ່ສະສົມມາ ຫລາຍປີ ຈົນເຮັດໃຫ້ ເສຖກິຈ ທົດຖອຍ ແລະ ປະຊາຊົນ ຂາດຄວາມເຊື່ອໝັ້ນ.
2023-02-08
ປະຊາຊົນຊາວລາວ ສ່ວນໃຫຍ່ເຫັນວ່າ ການເປີດໂທຣະສັບ ສາຍດ່ວນ 1516 ເພື່ອໃຫ້ຊາວບ້ານ ໄດ້ສເນີບັນຫາຕ່າງໆ ໃນສັງຄົມນັ້ນ ມາຮອດປັດຈຸບັນ ຫຼາຍບັນຫາ ທີ່ຊາວບ້ານ ໄດ້ໂທໄປຣາຍງານນັ້ນ ບໍ່ທັນໄດ້ຮັບການແກ້ໄຂ ແລະໜັກໄປກວ່ານັ້ນ ບໍ່ມີຄົນຮັບໂທຣະສັບເບີ ດັ່ງກ່າວດ້ວຍ ເມື່ອປະຊາຊົນໂທເຂົ້າ.
2023-02-02
ໃນທ້າຍປີ 2022 ທີ່ຜ່ານມາ ແຂວງອັດຕະປື ໄດ້ອອກໂຄຕ້າຣ໌ ອະນຸຍາດໃຫ້ ຫົວໜ່ວຍທຸຣະກິຈ 15 ຫົວໜ່ວຍ ຕັດໄມ້ປະມານ 100,000 ແມັດກ້ອນ ສ່ວນ ເຈົ້າແຂວງອັດຕະປື ປະຕິເສດເຣື່ອງນີ້.