ຣາຍງານ ຈຳນວນຄະດີ ໃນຮອບປີ 2022

ກອງປະຊຸມ ສຣຸບວຽກງານ ປ້ອງກັນຄວາມສງົບ ປະຈຳປີ 2022. ເດືອນທັນວາ ປີ 2022.
ກອງປະຊຸມ ສຣຸບວຽກງານ ປ້ອງກັນຄວາມສງົບ ປະຈຳປີ 2022. ເດືອນທັນວາ ປີ 2022. (ຂໍຂອບໃຈຮູບພາບ ປກສ)

0:00 / 0:00

ທ່ານພົລຈັຕວາ ນິລະວົງ ເຈືອງຕະວະລາດ, ຮອງຫົວໜ້າກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ (ປກສ) ໄດ້ຣາຍງານ ຢູ່ໃນກອງປະຊຸມສລຸບວຽກງານຕຳຣວດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກົມໃຫຍ່ຕຳຣວດ, ກະຊວງ ປ້ອງກັນຄວາມສງົບ ລະວ່າງວັນທີ 9-10 ກຸມພາ 2023 ທີ່ຜ່ານມາວ່າ ໃນປີ 2022 ມີຄະດີເກີດຂຶ້ນ ຢູ່ປະເທດລາວ ທັງໝົດ 8,162 ຄະດີ ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 1,791 ຄະດີ ຫຼື ເພີ່ມຂຶ້ນ 28%, ໂດຍສາມາດສະສາງຄະດີໄດ້ 7,318 ຄະດີ, ມີຜູ້ຖືກກ່າວຫາ 10,401 ຄົນ. ໃນນີ້, ເປັນຄົນຕ່າງປະເທດ 164 ຄົນ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຊາວລາວ ຈຳນວນນຶ່ງ ກ່ຽວກັບບັນຫາອາສຍາກັມ ຢູ່ລາວ, ໂດຍຊາວບ້ານທ່ານນຶ່ງ ຢູ່ເມືອງວຽງຄຳ ແຂວງວຽງຈັນ ເຊິ່ງເປັນຜູ້ເສັຽຫາຍ ທີ່ຖືກຄົນຮ້າຍລັກຣົຖຈັກ ຂອງທ່ານໄປ ລະບຸວ່າ ຢູ່ຂົງເຂດເມືອງ ຂອງທ່ານ ໄດ້ເກີດມີການລັກຣົຖຈັກຫຼາຍ ໂດຍທ່ານຄາດວ່າ ຜູ້ລັກຣົຖ ໜ້າຈະເຮັດເປັນຂະບວນການ ຍ້ອນຣົຖຈັກທີ່ເສັຽ ສ່ວນຫຼາຍ ແມ່ນຣົຖຈັກ ຍີ່ຫໍ້ຮອນດ້າ ຣຸ້ນເວັບ (Honda Wave), ເຊິ່ງເປັນຣົຖຈັກ ທີ່ມີລາຄາແພງກວ່າຣຸ້ນອື່ນ ແລະ ລັກໄດ້ງ່າຍ, ສາມາດນຳໄປແຍກຊິ້ນສ່ວນ ເປັນອາໄຫຼ່ຂາຍໄດ້. ເຖິງວ່າທ່ານ ໄດ້ແຈ້ງຣົຖຈັກເສັຽ ໄປຍັງທາງເຈົ້າໜ້າທີ່ ປກສ ຂັ້ນເມືອງແລ້ວ, ແຕ່ກໍບໍ່ມີຄວາມຄືບໜ້າໃດໆ. ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກຸມພາ 2023 ວ່າ:

“ແຈ້ງທາງ ປກສ ເມືອງ ທາງນັ້ນ. ແມ່ນ ເພິ່ນວ່າຈະຕິດຕາມໃຫ້ ກະຍັງບໍ່ມີໃຜຕິດຕໍ່ມາເລີຍ. ຢູ່ເມືອງວຽງຄຳ ເພິ່ນກະວ່າຫຼາຍກໍຣະນີ ເຈົ້າໜ້າທີ່ເພິ່ນວ່າ ກະບໍ່ຮູ້ວ່າມັນຫຼາຍປານໃດ, ຫັ້ນນາ. ມັນເອົາແຕ່ຣົຖເວບ, ເສັຽແມ່ນເສັຽແຕ່ຣົຖເວບ ມັນເອົາງ່າຍ ງັດງ່າຍ ເອົາໄປຂາຍກະງ່າຍ. ຣົຖປະເພດອື່ນ ສ່ວນຫຼາຍບໍ່ເຫັນມາເອົາ.”

ທາງດ້ານນັກກົດໝາຍລາວ ທ່ານນຶ່ງ ທີ່ເຄີຍເຮັດວຽກນຳເຈົ້າໜ້າທີ່ ປກສ ລາວ ລະບຸວ່າ ເຈົ້າໜ້າທີ່ ປກສ ກໍພະຍາຍາມແກ້ໄຂ ບັນຫາອາສຍາກັມ ຢ່າງຕໍ່ເນື່ອງ, ໂດຍສະເພາະບັນຫາຢາເສບຕິດ, ເຊິ່ງຣັຖບານ ໄດ້ປະກາດ ໃຫ້ເປັນວາຣະແຫ່ງຊາຕ, ແຕ່ການປະຕິບັດໂຕຈິງ ຈະໄດ້ດີສ່ຳໃດ ຫຼືເປັນທີ່ໜ້າພໍໃຈ ຂອງສັງຄົມແນວໃດນັ້ນ ກໍຕ້ອງຕິດຕາມເບິ່ງນຳກັນ. ດັ່ງທີ່ທ່ານກ່າວວ່າ:

“ກ່ອນໜ້ານີ້ ທີ່ມັນການຣະບາດຢ່າງຮຸນແຮງ, ໂອ ຢູ່ໃນຕົວເມືອງໃຫຍ່ນີ້ ກາງຄືນນີ້ ໄປຢ່າງຕາມທາງນີ້ ບໍ່ມີຄວາມປອດພັຍຕໍ່ຊີວິຕ ເພາະວ່າ ເວົ້າເຖິງເຣື່ອງ ຜົລຮ້າຍຂອງຢາເສບຕິດ ມັນມີຜົລກະທົບອັນຮຸນແຮງ ໄປສູ່ການຕິດຢາເສບຕິດ, ເປັນບ້າ, ເສຍຈິຕ, ຫຼືການປຸ້ນ, ຈີ້, ຊິງຊັພ, ຫຼືເກີດປະກົດການຫຍໍ້ທໍ້ (ພັຍສັງຄົມ), ການຂ້າ ການອີ່ຫຍັງ ຫັ້ນນ່າເນາະ.”

ສຳລັບຄະດີ ປຸ້ນ, ຈີ້, ຊິງຊັພ ນັ້ນ, ນັກກົດໝາຍ ທ່ານນີ້ ລະບຸວ່າ ນອກຈາກບັນຫາຢາເສບຕິດແລ້ວ ກະຍັງມີບັນຫາ ເຣື່ອງການພະນັນອອນລາຍ ທີ່ເປັນສາເຫຕສຳຄັນ ອີກປະການນຶ່ງ ທີ່ເຮັດໃຫ້ເກີດຄະດີ ປຸ້ນ, ຈີ້, ຊິງຊັພ ຫຼາຍ. ດັ່ງທີ່ທ່ານກ່າວຕື່ມວ່າ:

“ໂດຍລວມແລ້ວ ຕາມຂໍ້ມູນ ຂອງເຈົ້າໜ້າທີ່ ແມ່ນມັນກະ ມັນມີສາຍເຫຕເນາະ. ໂດຍລວມແລ້ວແມ່ນ ກໍມາຈາກເຣື່ອງການຕິດຢາເສບຕິດບໍ່, ຕິດການພະນັນນີ້ແຫຼະ. ດຽວນີ້, ມັນເຣື່ອງການພະນັນ ເກມອອນລາຍ ມັນກຳລັງມາແຮງເດ. ເຂົາກໍຫຼິ້ນນຳເຂົາ ແລ້ວເສັຽເງິນຫຼາຍ ບໍ່ມີເງິນ-ຕິດໜີ້ ແລ້ວກະຈຳເປັນຕ້ອງໄດ້ຊອກລັກ ຊອກປຸ້ນ, ຈີ້, ຊິງຊັພ ຫັ້ນແຫຼະ.”

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຍັງ ເຈົ້າໜ້າທີ່ ປກສ ຢູ່ກົມໃຫຍ່ຕຳຣວດ, ກະຊວງປ້ອງກັນຄວາມສງົບ, ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ຈະໃຫ້ຄວາມເຫັນ ກ່ຽວກັບບັນຫາອາສຍາກັມ ທີ່ມີຈຳນວນເພີ່ມຂຶ້ນ ໃນຮອບ 1 ປີທີ່ຜ່ານມານີ້ໄດ້.

ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້, ຢູ່ໃນກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ທ່ານພົລເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ກ່າວເຖິງຄວາມພະຍາຍາມ ໃນການປ້ອງກັນ ແລະ ສະກັດກັ້ນ ອາສຍາກັມ, ໂດຍສະເພາະບັນຫາຢາເສບຕິດ ໃນວັນທີ 8 ທັນວາ 2022 ທີ່ຜ່ານມາວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ ໃນການແກ້ໄຂບັນຫາດັ່ງກ່າວ ຕາມວິຊາສະເພາະ ຂອງໜ່ວຍງານຢູ່ແລ້ວ. ດັ່ງທີ່ທ່ານກ່າວວ່າ:

“ກຳລັງປ້ອງກັນຄວາມສງົບ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້ເປັນເຈົ້າການ ຍົກສູງຄວາມຮັບຜິດຊອບ ຂອງຕົນ ເຂົ້າໃນການເຄື່ອນໄຫວ ຕາມຫຼັກການ, ວິທີການ, ວິຊາສະເພາະ ເປັນຕົ້ນແມ່ນ ຕິດຕາມເປົ້າໝາຍ ທີ່ເຄື່ອນໄຫວຄ້າຂາຍ ຂົນສົ່ງຢາເສບຕິດ.”

ໃນຂະນະທີ່ ຜູ້ເຮັດວຽກຢູ່ອົງການຈັດຕັ້ງ ພາກປະຊາສັງຄົມລາວ ທ່ານນຶ່ງ ກໍສະແດງຄວາມກັງວົນວ່າ ໃນພາຍໜ້າ ຊາວໜຸ່ມລາວ ຈຳນວນບໍ່ໜ້ອຍ ອາຈເຂົ້າສູ່ວັງວົນ ຂອງບັນຫາອາສຍາກັມ ທີ່ຈະສ້າງບັນຫາ ຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມໄດ້ ຍ້ອນການທີ່ພວກເຂົາເຈົ້າ ບໍ່ໄດ້ຮັບການສຶກສາທີ່ດີ. ດັ່ງທີ່ທ່ານກ່າວວ່າ:

“ແນ່ນອນເນາະ ຖ້າວ່າເດັກບໍ່ໄດ້ຮັບການສຶກສາທີ່ດີ ແນ່ນອນ ເຂົາເຈົ້າກະຕ້ອງມີບັນຫາ. ນຶ່ງ ກະຄືຈະສ້າງບັນຫາໃຫ້ສັງຄົມ, ສອງ ກະຄືຄອບຄົວ ແລ້ວກໍໂຕຂອງເຂົາ, ມັນກໍຈະຕາມໆກັນມາເນາະ.”

ໃນບົດຣາຍງານ ຂອງຮອງຫົວໜ້າກົມໃຫຍ່ຕຳຣວດ, ກະຊວງປ້ອງກັນຄວາມສງົບ ລະບຸວ່າ ຄະດີອາສຍາກັມ ສ່ວນຫຼາຍ ແມ່ນຄະດີຢາເສບຕິດ ຈຳນວນ 5,068 ຄະດີ. ສາມາດຢຶດຂອງກາງ ປະເພດຕ່າງໆ ເປັນຕົ້ນ ຢາບ້າ, ເຮໂຣອິນ, ຢາໄອຊ໌, ຢາຝິ່ນ, ກັນຊາ, ເຄຕາມິນ, ໂຄເຄນ, ຢາອີ, ຄາເຟອິນ, ແປ້ງຝຸ່ນ ນຳມາຜລິດຢາເສບຕິດ, ນ້ຳຢາສານເຄມີ ແລະ ອື່ນໆ.

ນອກຈາກນີ້ແລ້ວ, ຍັງມີຄະດີອາຍາທົ່ວໄປ ປະກອບມີ ການຄາຕກັມ, ທຳຮ້າຍຮ່າງກາຍ, ຊິງຊັພ, ປຸ້ນຊັພ, ລັກພາໂຕຮຽກຄ່າໄຖ່ ລວມທັງໝົດ 1,633 ຄະດີ. ສ່ວນຄະດີເສຖກິຈ, ສໍ້ໂກງຊັພ ມີ 592 ຄະດີ, ຜົລເສັຽຫາຍ ເປັນເງິນກີບ 458 ຕື້ປາຍກີບ, ເງິນບາທ 36 ລ້ານປາຍບາທ, ເງິນໂດ່ລ້າຣ໌ 15 ລ້ານປາຍໂດ່ລ້າຣ໌ສະຫະຣັຖ ແລະ ອື່ນໆ, ລວມທັງມີຄະດີຄ້າມະນຸສ 15 ຄະດີ, ມີຜູ້ຖືກເຄາະຮ້າຍ 55 ຄົນ, ອີງຕາມຣາຍງານຂ່າວ ຂອງໜັງສືພິມຄວາມສງົບ ຂອງກະຊວງປ້ອງກັນຄວາມສງົບ.