ສາຍດ່ວນ ຣັຖບານ 1516 ບໍ່ເກີດຜົນ ໃນພາກປະຕິບັດ
2023.02.08
ຊາວລາວສ່ວນໃຫຍ່ເຫັນວ່າ ການເປີດເບີສາຍດ່ວນຂອງຣັຖບານ ໝາຍເລຂ 1516 ເພື່ອໃຫ້ຊາວບ້ານ ໄດ້ສເນີບັນຫາຕ່າງໆ ໃນສັງຄົມນັ້ນ ມາຮອດປັດຈຸບັນ ຍັງບໍ່ສາມາດຊ່ອຍແກ້ໄຂ ບັນຫາຕ່າງໆໄດ້ ຍ້ອນວ່າ ຫຼາຍບັນຫາ ທີ່ພວກເຂົາໄດ້ໂທຣະສັບ ໄປຣາຍງານນັ້ນ ບໍ່ທັນໄດ້ຮັບການແກ້ໄຂເທື່ອ, ຊາວບ້ານ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 8 ກຸມພາ ນີ້ວ່າ:
“ເຄີຍໂທເຂົ້າໄປຕັ້ງຫຼາຍເທື່ອແລ້ວ ເຄີຍໂທເຂົ້າໄປຕັ້ງເປັນ 2-3 ປີ ກະບໍ່ມີຄວາມຄືບໜ້າອິຫຍັງ ໃຫ້ແກ່ປະຊາຊົນເລີຍ ບໍ່ມີຄວາມແກ້ໄຂອິຫຍັງເລີຍ ບໍ່ມີຄວາມຄືບໜ້າໃຫ້ແກ່ປະຊາຊົນ ປະຊາຊົນດຽວນີ້ ກະທຸກຫຼາຍຫັ້ນແຫຼະ ເຂົ້າກະໝື່ນລະ 160,000 ກີບເນາະ.”
ຍານາງກ່າວຕື່ມວ່າ ໃນຂະນະດຽວກັນ ຄັນຊາວບ້ານມີການສເນີ ບັນຫາຕ່າງໆ ຜ່ານທາງສື່ສັງຄົມອອນລາຍນ໌ ກໍມັກຖືກເຈົ້າໜ້າທີ່ກ່າວວ່າ ສ້າງຄວາມປັ່ນປ່ວນໃນສັງຄົມ ແລະຖືກນໍາໂຕໄປສຶກສາອົບຮົມ ແລະ ພະຍາຍາມປິດກັ້ນ ບໍ່ໃຫ້ຊາວບ້ານຮ້ອງທຸກ ຫຼື ຮ້ອງຮຽນບັນຫາຕ່າງໆ ຜ່ານສື່ສັງຄົມ ອອນລາຍນ໌ ຕື່ມ, ອີກທັງຊາວບ້ານຫຼາຍຄົນເຫັນວ່າ ການເຜີຍແຜ່ບັນຫາຕ່າງໆ ທາງສື່ສັງຄົມອອນລາຍນ໌ນັ້ນ ແມ່ນໄວກວ່າໂທຣະສັບ ສາຍດ່ວນ ໄປຫາຣັຖບານ.
ໃນຂະນະທີ່ ຊາວລາວອີກທ່ານນຶ່ງ ກໍບໍ່ມີຄວາມສົນໃຈ ທີ່ຈະໂທຣະສັບ ຜ່ານໝາຍເລຂດັ່ງກ່າວ ເພື່ອໄປຣາຍງານ ບັນຫາຕ່າງໆອີກ ເພາະເຫັນວ່າ ກ່ອນໜ້ານີ້ ເຄີຍໂທຣະສັບໄປເບີສາຍດ່ວນແລ້ວ ຫຼາຍເທື່ອ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດຮັບໂທຣະສັບ ດັ່ງນັ້ນ ຈຶ່ງເຫັນວ່າ ເປັນເຣື່ອງທີ່ບໍ່ມີປະໂຫຍດ:
“ໂອ ບໍ່ໄດ້ໂທນ່າ. ກໍໄດ້ໂທສ່ວນຫຼາຍ ເພິ່ນບໍ່ຮັບດອກ. ໂທໄປ ກະບໍ່ໄດ້ ໂທເລີຍ.”
ນອກຈາກຊາວບ້ານຫຼາຍຄົນ ເຄີຍໂທຣະສັບ ຜ່ານເບີສາຍດ່ວນ ແລ້ວບໍ່ມີເຈົ້າໜ້າທີ່ຮັບສາຍ ແລະອີກຈໍານວນນຶ່ງ ບໍ່ຢາກທີ່ຈະໂທຣະສັບ ໄປຣາຍງານບັນຫາຕ່າງໆ ຫຼືຮ້ອງຂໍຄວາມຊ່ອຍເຫຼືອ ເຣື່ອງອື່ນໆ ເນື່ອງຈາກຢ້ານວ່າ ຈະເປັນອັນຕະລາຍຕໍ່ພວກເຂົາເຈົ້າ ໃນພາຍຫຼັງ:
“ໂທຢູ່ ແຕ່ບໍ່ຮັບ ແຕ່ສ່ວນຫຼາຍກະບໍ່ມີໃຜກ້າໂທດອກ ເທົ່າທີ່ຮູ້ມາກະມີແຕ່ເບີ 2 ເບີນີ້ເບາະ ກະຍັງວ່າ ກະຄືກັນ ບໍ່ມີໃຜກ້າໂທດອກ ຄັນມີມາຢູ່ ບໍ່ມີໃຜກ້າໂທ.”
ສ່ວນຊາວບ້ານອີກທ່ານນຶ່ງ ທີ່ເຄີຍໄດ້ຮັບຜົລກະທົບ ທາງດ້ານທີ່ດິນ ຈາກໂຄງການນຶ່ງ ກ່າວວ່າ ທ່ານເອງກໍເຄີຍໂທຣະສັບ ໄປເບີສາຍດ່ວນ ຂອງຣັຖບານ ແລະສະພາແຫ່ງຊາຕ ເພື່ອຂໍໃຫ້ແກ້ບັນຫາ ແຕ່ປະກົດວ່າ ບໍ່ມີໃຜຮັບໂທຣະສັບຈັກເທື່ອ ຈຶ່ງມີຄວາມຮູ້ສຶກວ່າ ບໍ່ຢາກໂທຣະສັບໄປຕື່ມອີກ.
ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:
“ບໍ່. ບໍ່ມີໆ. ບໍ່ຈື່ ວ່າແມ່ນເບີໃດແລ້ວ ກະມີຫຼາຍໆເຣື່ອງ ທີ່ວ່າແມ່ນເບີໂທບໍ່ໄດ້ນ່າ ກະເຫັນເຂົາເຈົ້າ ເຫັນວ່າມີເບີຢູ່ ແຕ່ວ່າອັນ ໂທໄປ ກະຄືເກົ່າຫັ້ນແຫຼະ.”
ໃນຂະນະທີ່ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທ່ານນຶ່ງ ກໍເກີດຂໍ້ສົງໄສວ່າ ໃນແຕ່ລະເທື່ອ ທີ່ມີການເປີດໂທຣະສັບສາຍດ່ວນ ແລ້ວມີຊາວບ້ານໂທຣະສັບເຂົ້າໄປ ສເນີບັນຫານັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການນໍາໄປແກ້ໄຂແທ້ ຫຼືບໍ່ ເພາະເຫັນວ່າ ຫຼາຍບັນຫາ ຍັງມີຢູ່ຄືເກົ່າເລື້ອຍໆ.
“ຍັງບໍ່ໄດ້ແກ້ໄຂແຫຼະ ຍັງຄືເກົ່າຢູ່ ເພິ່ນເວົ້າຢູ່ສະພາໂຕຈິງ ຍັງບໍ່ທັນແກ້ ຍັງບໍ່ທັນໄປຕາມລະບຽບການ ກອງປະຊຸມ ສະພາເພິ່ນ ຍັງຄືເກົ່າຢູ່ວ່າ ຫວ່າງກີ້ນ່າ ຄົນໃນຄືຊິຮູ້.”
ທາງດ້ານຜູ້ໃຊ້ສື່ສັງຄົມອອນລາຍນ໌ ອີກຈໍານວນນຶ່ງ ກໍເຫັນວ່າ ເປັນເຣື່ອງທີ່ເປົ່າປະໂຫຍດ ທີ່ຈະໂທຣະສັບຜ່ານເບີສາຍດ່ວນດັ່ງກ່າວ ເນື່ອງຈາກເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ນໍາບັນຫາ ທີ່ຊາວບ້ານຣາຍງານ ໄປແກ້ໄຂຢ່າງຈິງຈັງ ແລະອີກຈໍານວນນຶ່ງ ກໍຢ້ານວ່າຈະເກີດເຫດການບໍ່ດີ ແກ່ໂຕເອງໃນພາຍຫຼັງ ຄັນມີການເວົ້າຄວາມຈິງ ໃນສັງຄົມ ໃຫ້ທາງການຮັບຮູ້.
ສໍາລັບເບີໂທຣະສັບ ສາຍດ່ວນ ໝາຍເລຂ 1516 ໄດ້ເປີດນໍາໃຊ້ມາຕັ້ງແຕ່ ວັນທີ 14 ພຶສຈິກາ ປີ 2016 ແລະຍັງເປີດນໍາໃຊ້ຢູ່ເລື້ອຍໆ ມາຮອດທຸກມື້ນີ້ ໂດຍໃຫ້ຊາວລາວທົ່ວໄປ ສາມາດໂທຣະສັບ ຜ່ານໝາຍເລຂດັ່ງກ່າວ ໄດ້ຕາມວັນ ແລະເວລາ ເຮັດວຽກຂອງຣັຖບານ. ອີງຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ວັນທີ 11 ເດືອນພຶສຈິກາ ປີ 2016.
ນອກຈາກນັ້ນແລ້ວ ໃນໄລຍະທີ່ມີກອງປະຊຸມ ສະພາແຫ່ງຊາຕ ແຕ່ລະສໄມ ກໍໄດ້ມີການເປີດໂທຣະສັບສາຍດ່ວນ ເພື່ອໃຫ້ຊາວບ້ານໄດ້ໂທຣະສັບ ມາປະກອບຄໍາເຫັນ ເຊິ່ງຫຼ້າສຸດໃນກອງປະຊຸມ ສະພາແຫ່ງຊາຕສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນທ້າຍປີ 2022 ທີ່ຜ່ານມາ ກໍໄດ້ມີການເປີດເບີໂທຣະສັບ ສາຍດ່ວນ ໝາຍເລຂ 156 ແລະມີຊາວບ້ານ ໂທຣະສັບ ເຂົ້າໄປປະກອບຄໍາເຫັນ ແລະ ສເນີບັນຫາຕ່າງໆ ຈໍານວນປະມານ 600 ສາຍ 300 ເຣື່ອງ.