ຣັຖບານລາວ ງົດອອກສຽງ ໃຫ້ຣັສເຊັຽ ຖອນທະຫານ
2023.02.27

ໃນວັນທີ 24 ກຸມພາ 2023 ທີ່ຜ່ານມານັ້ນເປັນມື້ຄົບຮອບ 1 ປີ ທີ່ຣັສເຊັຽ ໄດ້ເປີດປະຕິບັດການພິເສດທາງທະຫານໃນ ຢູເຄຣນ ຫລື ສົງຄາມຣັສເຊັຽ-ຢູເຄຣນ. ຊຶ່ງມາຮອດປັດຈຸບັນ ສະຖານະການຄວາມຂັດແຍ່ງ ລະຫວ່າງສອງປະເທດ ນັ້ນກໍຍັງຄົງທະວີຄວາມຮຸນແຮງຂຶ້ນ ແລະບໍ່ຮູ້ວ່າຈະສິ້ນສຸດ ຫລື ຈົບລົງເມື່ອໃດ.
ກ່ຽວກັບເຣື່ອງນີ້ ຊາວລາວຈຳນວນນຶ່ງ ເຫັນວ່າຢາກໃຫ້ສົງຄາມ ຣັສເຊັຽ-ຢູເຄຣນ ສິ້ນສຸດ ແລະຈົບລົງໂດຍໄວທີ່ສຸດ ເນື່ອງຈາກການເຮັດສົງຄາມ ໃນໄລຍະເວລາ 1 ປີຜ່ານມານັ້ນ ແມ່ນໄດ້ສ້າງຜົນກະທົບຕໍ່ສະພາບເສຖກິຈ ຂອງໂລກຢ່າງຫນັກຫນ່ວງ ຊຶ່ງປະຊາຊົນລາວ ຕ່າງກໍໄດ້ຮັບຜົນກະທົບ ຈາກອັດຕຣາເງິນເຟີ້ ຈາກລາຄານໍ້າມັນເຊື້ອເພີງ ມີລາຄາແພງຂຶ້ນ.
ດັ່ງຊາວລາວ ທ່ານນຶ່ງໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພານີ້ວ່າ:
“ກາມີຜົນກະທົບ ທີ່ໄດ້ຮັບກາແມ່ນບັນຫາ ເຣື່ອງອັດຕຣາເງິນເຟີ້ນີ້ແຫລະ ນໍ້າມັນນີ້ກາເປັນສ່ວນນຶ່ງ ທີ່ພວກເຮົາໄດ້ຮັບຜົນກະທົບ ນໍ້າມັນແລ່ນຂຶ້ນ-ແລ່ນລົງອາທິດນຶ່ງ ປ່ຽນຮອດ 2 ເທື່ອ, 3 ເທື່ອ ກາຍາກຢູ່ຜົນກະທົບ ຕໍ່ພາກທຸຣະກິຈ.”
ຊາວລາວ ໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງກ່າວວ່າ ໄລຍະເວລາ 1 ປີຜ່ານມາ ສະພາບເສຖກິຈ-ສັງຄົມ ໃນທົ່ວໂລກເກີດຄວາມປັ່ນປ່ວນ ຢ່າງຫນັກ ຍ້ອນລາຄານໍ້າມັນເຊື້ອເພີງ ແລະລາຄາກາສ ທີ່ເປັນແຫລ່ງພະລັງງານ ສຳຄັນຂອງທຸກປະເທດ ມີລາຄາແພງຂຶ້ນ ຈົນສົ່ງຜົນກະທົບ ຕໍ່ການດຳເນີນຊີວິດ ລວມເຖິງປະເທດລາວ ທີ່ໄດ້ຮັບຜົນກະທົບຫນັກ ຄືກັນ.
ເພື່ອເປັນການຫລຸດຜ່ອນ ຜົນກະທົບທາງດ້ານເສຖກິຈນັ້ນ ຣັສເຊັຽຕ້ອງຢຸດຕິ ການໂຈມຕີ ປະເທດຢູເຄຣນ ໃຫ້ໄວທີ່ສຸດ, ສ່ວນຣັຖບານລາວ ກໍບໍ່ຄວນຈະສນັບສນູນ ໃຫ້ເກີດສົງຄາມຄັ້ງນີ້ ເນື່ອງຈາກປະຊາຊົນລາວ ຍັງມີຄວາມທຸກຍາກ ພັດຕ້ອງມາປະເຊີນກັບສະພາບ ເສຖກິຈຕົກຕໍ່າ ຈາກພາວະສົງຄາມ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຮຽກຮ້ອງໃຫ້ຣັສເຊັຽ ໃຫ້ຢຸດເຊົາ ຄັນຖ້າວ່າບໍ່ຢຸດເຊົານີ້ ໂລກມັນນີ້ຈະມີການປັ່ນປ່ວນໄດ໋. ຜ່ານມາເນາະຣັສເຊັຽ ກາເຄີຍໄດ້ຊ່ອຍເຫລືອ ການປະຕິວັດລາວ ແຕ່ວ່າທາງອອກນີ້ ບໍ່ແມ່ນວ່າເຮົາຊິໄປພ້ອມ ຣັສເຊັຽ.”
ຊາວລາວອີກທ່ານນຶ່ງ ໃນແຂວງຈຳປາສັກກ່າວວ່າ ກໍເປັນເຣື່ອງທີ່ມີຄວາມລະອຽດອ່ອນ ຫລາຍສົມຄວນທີ່ຣັຖບານລາວ ຈະເຫັນດີໃຫ້ຣັສເຊັຽ ຖອນກຳລັງທະຫານອອກ ຈາກຢູເຄຣນ ແລະຢຸດຕິການເຮັດສົງຄາມໃນທັນທີ ເນື່ອງຈາກຄວາມສຳພັນ ລະຫວ່າງລາວກັບຣັສເຊັຽ ເປັນພັນທະມິດ ທີ່ດີຕໍ່ກັນ ສະນັ້ນເປັນເຣື່ອງຫຍຸ້ງຍາກ ສຳລັບປະເທດລາວ ໃນການເລືອກຂ້າງ.
ສ່ວນທາງການລາວເອງ ກໍຢາກໃຫ້ປະເທດຣັສເຊັຽ ແລະຢູເຄຣນ ຢຸດຕິສົງຄາມ ໂດຍໄວ ແລະຫັນມາເຈລະຈາກັນຢ່າງຈິງຈັງ ເພື່ອຫາແນວທາງແກ້ໄຂ ຢ່າງຖາວອນເນື່ອງຈາກ ການເຮັດສົງຄາມນັ້ນ ໄດ້ສົ່ງຜົນກະທົບ ຕໍ່ສະພາບເສຖກິຈທົ່ວທັງໂລກ ລວມເຖິງປະເທດລາວ ທີ່ຍັງຕ້ອງເພິ່ງພາສິນຄ້າຈາກຕ່າງປະເທດ ໂດຍສະເພາະກາສ ແລະນໍ້າມັນເຊື້ອເພີງ ທີ່ນັບມື້ຈະມີລາຄາແພງຂຶ້ນສູງ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປະຊາຊົນລາວກາເຂົາຊິວ່າຈັ່ງໄດ໋, ສຸດແລ້ວແຕ່ຣັຖບານຫັ້ນແລ້ວ ຄິດວ່າເພິ່ນຊ່ອຍເບື້ອງໂຊຫວຽດ ມັນກໍເປັນບໍ່ໄດ້ຫັ້ນແລ້ວ ສັງຄົມນິຍົມກັບທຶນນິຍົມ ມັນກາເປັນບໍ່ໄດ້ອັນນີ້ຢຸດຕິໄວ ມີແຕ່ວ່າເວົ້າດ້ານເສຖກິຈ ຫັ້ນແຫລະອັນໃຫຍ່ ເວົ້າເຣື່ອງປະຊາຊົນພົນລະເມືອງຫັ້ນແລ້ວ ຊິຕາຍ.”
ທາງດ້ານເຈົ້າຫນ້າທີ່ ທະນາຄານພັທນາເອເຊັຽ ຫລື ADB ກ່າວວ່ານັບແຕ່ປະເທດຣັສເຊັຽ ເປີດປະຕິບັດການພິເສດ ທາງທະຫານໃນຢູເຄຣນ ນັບແຕ່ປີ 2022 ເປັນຕົ້ນມາແມ່ນສົ່ງຜົນກະທົບ ໃຫ້ສະພາບເສຖກິຈທົ່ວໂລກ ເກີດຄວາມປັ່ນປ່ວນ, ປ່ຽນແປງ, ບໍ່ມີສະເຖັຽລະພາບ ຢ່າງຫມັ້ນຄົງ ເນື່ອງຈາກຫລາຍປະເທດເກີດຄວາມກັງວົນ ໃນພາວະສົງຄາມໃນຄັ້ງນີ້ ທີ່ຍັງບໍ່ທັນຮູ້ວ່າຈະສິ້ນສຸດ ຫລືຈົບລົງມື້ໃດ.
ປະເທດລາວ ເຖິງວ່າຈະເປັນປະເທດນ້ອຍ ແຕ່ກໍໄດ້ຮັບຜົນກະທົບ ຫນັກສົມຄວນ ເນື່ອງຈາກລາຄານໍ້າມັນເຊື້ອເພີງ ທີ່ຕ້ອງນຳເຂົ້າຈາກຕ່າງປະເທດ ນັບມື້ຈະມີລາຄາແພງຂຶ້ນ ບວກກັບອັດຕຣາແລກປ່ຽນເກີດຄວາມຜັນຜວນ ຮຸນແຮງຈົນສົ່ງຜົນກະທົບ ເຮັດໃຫ້ອັດຕຣາເງິນເຟີ້ ຊຶ່ງເຮັດໃຫ້ການໃຊ້ຈ່າຍ ຂອງປະຊາຊົນລາວຫລຸດລົງນໍາດ້ວຍ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ.
“ໂຕນີ້ມັນກາສະທ້ອນໃຫ້ເຫັນໂລດວ່າ ຕົ້ນທືນທີ່ສູງຂຶ້ນຈາກອັນນ່າການແຂງຄ່າ ຂອງເງິນໂດລ່າເນາະ ແລ້ວກາລາຄານໍ້າມັນນີ້ ອີກຍ້ອນວິກິດຂອງຢູເຄຣນນີ້ ຈຶ່ງຈະເຮັດໃຫ້ຕົ້ນທຶນ ຂອງການຜລິດ ກະສິກັມ ການໄປການມາ ການຈັບຈ່າຍຫຍັງ ກາຫລຸດລົງ.”
ໃນວັນທີ 24 ກຸມພາ 2023 ທີ່ຜ່ານມານີ້ອົງການສະມັດຊາໃຫຍ່ ຂອງສະຫະປະຊາຊາຕ ກໍໄດ້ສະແດງຄວາມອາໄລ ໂດຍການຢືນກົງເປັນໄລຍະເວລາ 1 ນາທີ ໃນມື້ຄົບຮອບ 1 ປີ ທີ່ປະເທດຣັສເຊັຽ ໄດ້ເປີດປະຕິບັດການພິເສດ ທາງທະຫານໃນຢູເຄຣນ ຫລື ສົ່ງຄາມຣັສເຊັຽ-ຢູເຄຣນ ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາຕ ປະເທດສະຫະຣັຖອາເມຣິກາ.
ການປະຊຸມ ປຶກສາຫາລື ກັບປະເທດສະມາຊິກ ແລະມີມະຕິຮຽກຮ້ອງໃຫ້ ປະເທດຣັສເຊັຽ ຖອນກຳລັງທະຫານ ອອກຈາກປະເທດຢູເຄຣນ ທັນທີດ້ວຍຄະແນນສຽງ 141 ປະເທດທົ່ວໂລກ, ບໍ່ເຫັນດີ 7 ປະເທດ ແລະ ງົດອອກສຽງອີກ 32 ປະເທດ ລວມເຖິງປະເທດລາວ ແລະວຽດນາມ ທີ່ງົດອອກສຽງ.
ຍານາງ Annalena Baerbock ຣັຖມົນຕຣີ ກະຊວງການຕ່າງປະເທດ ຈາກປະເທດເຢັຽຣະມັນ ກ່າວໃນກອງປະຊຸມ ສະມັດຊາໃຫຍ່ ຂອງສະຫະປະຊາຊາຕ ໃນວັນທີ່ 24 ກຸມພາ 2023 ທີ່ຜ່ານມາວ່າ ຣັສເຊັຽຕ້ອງຢຸດເຊົາ ການເຮັດສົງຄາມກັບຢູເຄຣນ ໂດຍບໍ່ມີເງື່ອນໄຂໃດໆ ເພາະປັດຈຸບັນມີປະຊາຊົນຊາວຢູເຄຣນ ຈຳນວນຫລາຍມີຄວາມທຸກ ທໍລະມານຫລາຍ ໃນຕອນນີ້.
ດັ່ງ ຍານາງ Annalena Baerbock ກ່າວໃນບາງຕອນວ່າ:
“ໃຫ້ຂ້ອຍຖາມເຈົ້າແບບກົງໄປກົງມາ ເປັນຫຍັງໂລກເຖິງມາເປັນແບບນີ້ ເຮົາບໍ່ຕ້ອງການໃຫ້ເກີດສົງຄາມເທື່ອນີ້ ເຮົາບໍ່ໄດ້ເລືອກເຮັດສົງຄາມ ເທື່ອນີ້ ແຕ່ໃນຄວາມເປັນຈິງ ຫາກຣັສເຊັຽຢຸດການຕໍ່ສູ້ ສົງຄາມນີ້ ຈະຈົບລົງ ຫາກຢູເຄຣນຢຸດການຕໍ່ສູ້ ກັບຊາວຢູເຄຣນ ແລະຄວາມທຸກທໍລະມານ ຂອງມະນຸສ ກໍຈະດຳເນີນຕໍ່ໄປ ທຸກວັນ.”
ສ່ວນຄວາມເຄື່ອນໄຫວ ຄົບຮອບ 1 ປີ ລະຫວ່າງສົງຄາມຣັສເຊັຽ-ຢູເຄຣນ ໃນເທື່ອນີ້ ໄດ້ມີອົງການສະຖານທູດຕ່າງ ໆ ປະຈຳປະເທດລາວ ໄດ້ອອກເຄື່ອນໄຫວ ເພື່ອຢືນຄຽງຂ້າງຢູເຄຣນ ເປັນຕົ້ນສະຖານທູດ ສະຫະຣັຖອາເມຣິກາ, ສະຖານທູດອິດຕາລີ້, ການາດາ, ຝຣັງ, ເຢັຽຣະມັນ, ລັກແຊມເບີກ, ໂປແລນດ໌, ອັງກິດ ແລະ ສະຫະພາບຢູໂຣບ.
ອົງການສະຖານທູດ ທັງຫມົດ ສະແດງການສນັບສນູນ ຕໍ່ຫລັກການ ຂອງສະຫະປະຊາຊາຕ ໂດຍສະເພາະ ແມ່ນການແກ້ໄຂຂໍ້ຂັດແຍ່ງ ຢ່າງສັນຕິວິທີ, ເຄົາຣົບຜືນແຜ່ນດິນ ອັນຄົບຖ້ວນ ແລະບໍ່ແຊກແຊງວຽກງານ ພາຍໃນ ແລະສນັບສນູນ ຄວາມເປັນເອກະພາບ ດ້ານດິນແດນ ແລະອະທິປະໄຕຂອງປະເທດຢູເຄຣນ ຊຶ່ງແມ່ນສະມາຊິກ ຂອງຜູ້ກໍ່ຕັ້ງ ສະຫະປະຊາຊາຕ.
ສົງຄາມນີ້ບໍ່ພຽງແຕ່ ກ່ຽວຂ້ອງກັບຢູ່ເຄຣນ ການໂຈມຕີ ທີ່ໂຫດຮ້າຍຂອງຣັສເຊັຽ ທຳລາຍຄວາມຫມັ້ນຄົງຂອງໂລກ ແລະເຮັດໃຫ້ທຸກຄົນຕົກຢູ່ໃນອັນຕະລາຍ ສົງຄາມນີ້ຕ້ອງຈົບລົງ ດ້ວຍໄຊຊະນະ ຂອງກົດຫມາຽສາກົນ ແລະກົດບັດສະຫະປະຊາຊາຕ ຄວາມຍຸຕິທັມ ຕ້ອງໄດ້ຮັບການຟື້ນຟູ ສຳລັບຢູເຄຣນ, ຢູໂຣບ ແລະ ທົ່ວໂລກ.
ນອກຈາກນີ້ສະຖານທູດ ອອສເຕຣເລັຽ ປະຈຳລາວ ກໍຍັງໄດ້ໂພສຜ່ານເຟສບຸກຄ໌ ຂອງສະຖານທູດ ລະບຸວ່າ ມື້ຄົບຮອບ 1 ປີ ທີ່ຣັສເຊັຽ ໄດ້ສ້າງຂໍ້ຂັດແຍ່ງກັບປະເທດ ເພື່ອນບ້ານ, ພວກເຮົາ ຮູ້ສຶກຊາບຊຶ້ງໃນຄວາມຂັດແຍ່ງ ແລະບໍ່ທໍ້ຖອຍ ຂອງຄົນຢູເຄຣນ ພ້ອມທັງສະແດງຄວາມເສັຽໃຈ ກັບການຈາກໄປ ຂອງຫລາຍຊີວິດ ຈາກຂໍ້ຂັດແຍ່ງດັ່ງກ່າວ.
ການໂຈມຕີ ຂອງຣັສເຊັຽ ໃນເຂດແດນ ແລະອຳນາດອະທິປະໄຕ ຂອງຢູເຄຣນຖືເປັນການໂຈມຕີ ພວກເຮົາທຸກຄົນ ແລະຂັດກັບມາຕການພື້ນຖານ ຂອງກົດລະບຽບສາກົນ, ພວກເຮົາຈະສືບຕໍ່ ເຮັດວຽກຮ່ວມກັບບັນດາ ຄູ່ຮ່ວມມືເພື່ອຕອບໂຕ້ ການກະທຳຂອງຣັສເຊັຽ ຈົນກ່ວາພວກເຮົາ ຈະຢຸດຕິຂໍ້ຂັດແຍ່ງ ທີ່ຜິດກົດຫມາຽ ແລະຜິດຫລັກການດັ່ງກ່າວ.