ເຣື້ອງທີ່ເກັບບັນທຶກໄວ້
2023-05-01
ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວ ແຫ່ງຊາຕ ໄດ້ອອກມາຂໍໂທດ ຫຼາຍພາກສ່ວນຜ່ານ ສື່ສັງຄົມອ໋ອນລາຍນ໌ ພາຍຫຼັງທີ່ທ່ານເຄີຍໄດ້ວິພາກ-ວິຈານ ສະຫະພັນມວຍໄທຍ ນາໆຊາຕແບບເສັຽໆຫາຍໆ.
2023-04-25
ທາງຣົຖໄຟ ລາວ-ວຽດນາມ ທັງໝົດຍາວ 544 ກິໂລແມັດ; ເຊິ່ງມີ 2 ໄລຍະ ແລະ ຈະເຣີ່ມການກໍ່ສ້າງ ໃນທ້າຍປີ 2023 ຫລື ຕົ້ນປີ 2024 ຂະນະທີ່ ປະຊາຊົນ ຕັ້ງຂໍ້ສັງເກດ ເຣື່ອງຜົລປໂຍດ ທີ່ປະຊາຊົນຈະໄດ້ຮັບ ຈາກເສັ້ນທາງ ສາຍດັ່ງກ່າວ.
2023-04-14
ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງການຕ່າງປະເທດ ມີກຳນົດເດີນທາງໄປຢ້ຽມຢາມ ສປ ຈີນ, ໃນວັນທີ 16-18 ເມສາ ເພື່ອເສີມສ້າງຄວາມສຳພັນ ໃຫ້ເລິກເຊີ່ງກວ່າເກົ່າ, ສ່ວນນັກວິຊາການ ເຫັນວ່າ ຈີນບໍໍ່ຢາກໃຫ້ວຽດນາມ ເຂົ້າມາມີບົດບາດ ໃນ ສປປ ລາວ ຫຼາຍກວ່າຈີນ.
2023-04-11
ທ່ານ ຫວໍ ວັນ ເຖືອງ ເດີນທາງຢ້ຽມຢາມລາວ ຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ຫຼັງຈາກຂຶ້ນ ເປັນປະທານປະເທດ ສສ ວຽດນາມ, ຂະນະທີ່ ຊາວລາວ ມີຄຳເຫັນທີ່ຫຼາກຫຼາຍ ກ່ຽວກັບຄວາມສຳພັນ ລາວ-ວຽດນາມ ໃນປັດຈຸບັນ.
2023-04-07
ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແລະ ຫາທາງແກ້ໄຂ ຂໍ້ຂັດແຍ່ງ ທາງດ້ານທີ່ດິນ ຢູ່ບ້ານຊຽງດາ ເມືອງໄຊເສດຖາ, ລະຫວ່າງບໍຣິສັດ ເອກກະຊົນ ແລະ ຣັຖ ເຊິ່ງບັນຫາຄ່າຊົດເຊີຍທີ່ດິນ ຂອງຊາວບ້ານ ຍັງບໍ່ໄດ້ຮັບການແກ້ໄຂເທື່ອ.
2023-04-07
ການສໍ້ຣາສບັງຫລວງ ຄືພຍາດຊໍາເຮື້ອ ຂອງປະເທດລາວ ທີ່ສົ່ງຜົລກະທົບ ຕໍ່ການພັທນາ ເສຖກິຈ-ສັງຄົມ. ກວດພົບ ທຸກປີ ໂຕເລຂເພີ່ມຂຶ້ນ ແຕ່ບໍ່ມີ ການປາບປາມໃດໆ ເກີດຂຶ້ນ.
2023-04-05
ອົງການສາກົລ ຮ່ວມກັບຣັຖບານ ສະຫະຣັຖອາເມຣິກາ ໄດ້ຊ່ອຍເຫຼືອ ສປປ ລາວ ເປັນຈຳນວນເງິນ 500,000 ໂດລ້າຣ໌ສະຫະຣັຖ ໂດຍຜ່ານອົງການ ກອງທຶນສາກົລ ດ້ານພົລເມືອງ ເພື່ອດຳເນີນການສໍາຣວດສະຖີຕິ ພົລເມືອງ ຄັ້ງທີ 5 ທີ່ມີກໍານົດໃນປີ 2025 ນີ້.
2023-04-04
ນາຍົກຣັຖມົນຕຣີ ຕ້ອນຮັບ ທ່ານ ຫວັງ ໜິງ ເລຂາພັກຄອມມູນິສຕ໌ຈີນ ແຂວງຢຸນນານ ແລະ ຄະນະ ເຊິ່ງນາຍົກ ໄດ້ຮ້ອງຂໍ ໃຫ້ມີການລົງທຶນເພີ່ມ ໃນຂະນະທີ່ ຊາວບ້ານ ແລະນັກວິຊາການ ຍັງມີຄວາມກົງວົນ ກ່ຽວກັບການລົງທຶນ ຂອງຈີນຢູ່ ສປປ ລາວ.
2023-03-31
ນາງ ແອນນາ ສຸລິຍະ ອອກມາແກ້ຂ່າວຕໍ່ສັງຄົມ ພາຍຫຼັງທີ່ນາງ ໄດ້ໂພສຕ໌ ຂໍ້ຄວາມທາງເຟສບຸກຄ໌ ວ່າ “ຈ້າງເຂົ້າຕໍາຣວດ 95 ລ້ານກີບ” ຫຼື ໝາຍຄວາມວ່າ ຊື້ຈ້າງເຂົ້າເປັນເຈົ້າໜ້າທີ່ຕໍາຣວດ ຕ້ອງໃຊ້ເງິນ 95 ລ້ານກີບ ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຕໍາຣວດ ແຂວງຫົວພັນ ຮູ້ສຶກເສື່ອມເສັຍຊື່ສຽງ ແລະ ສ້າງຄວາມບໍ່ເຊື່ອໝັ້ນໃຫ້ສັງຄົມ.
2023-03-29
ທີ່ຜ່ານມາ ການພິຈາຣະນາ ພິພາກສາຄະດີ ຂອງຜູ້ພິພາກສາ ມີຢ່າງວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັບຄວາມຍຸຕິທັມຫຼາຍຂຶ້ນ ຂະນະທີ່ ຍັງມີອີກຈຳນວນນຶ່ງ ທີ່ບໍ່ຍຶດຖືການຕັດສິນ ຕາມກົດໝາຍ, ສ່ວນປະຊາຊົນ ເຫັນວ່າ ຄວນມີການປັບປຸງ ລະບົບໃຫ້ດີຂຶ້ນກວ່າ ທີ່ເປັນຢູ່ໃນຕອນນີ້.
2023-03-28
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ໄດ້ນໍາພາຄະນະຜູ້ແທນ ໄປເຄື່ອນໄຫວຢູ່ອິນໂດເນເຊັຍ, ອອສເຕຣເລັຍແລະນິວຊີແລນດ໌ ພາຍຫລັງ ທີ່ໄດ້ຮັບຣາງວັນ ຢູໂຣບສໍາລັບຜູ້ນໍາສະຕຣີສາກົລພຽງ 10 ມື້.
2023-03-27
ການສໍ້ຣາສບັງຫລວງ ແພ່ຫລາຍໃນກຸ່ມພະນັກງານ ພັກ-ຣັຖ ຢູ່ແຂວງອັດຕະປື ເຊິ່ງໃນປີ 2022 ກວດພົບ 50 ຄົນ ແລະເຮັດໃຫ້ຣັຖເສັຍຫາຍ ເກືອບເຖິງ 3 ຕື້ກີບ ແລະ 6 ແສນປາຍໂດລ້າຣ໌ ສະຫະຣັຖ ສ່ວນປະຊາຊົນ ຕ້ອງການ ໃຫ້ມີການເປີດເຜີຍ ລາຍຊື່ຜູ້ກະທຳຜິດ ແລະການລົງໂທດ.
2023-03-21
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ອອກຖແລງການ ກ່ຽວກັບສິດທິມະນຸສ ປະຈຳປີ 2022 ແລະ ໃນຂະນະທີ່ ຢູ່ປະເທດລາວ ການເຄົາຣົບສິດທິມະນຸສ ຍັງບໍ່ດີຂຶ້ນ.
2023-03-20
ກະຊວງສຶກສາ ທິການ ແລະ ກິລາ ເຊິ່ງເປັນຜູ້ຄຸ້ມຄອງ ໜ່ວຍງານກິລາ ໄດ້ມີຄຳສໍາສັ່ງໃຫ້ປະທານສະຫະພັນ ມວຍລາວແຫ່ງຊາຕ ເຮັດໜັງສືຊີ້ແຈງ ເຖິງເຫດຜົລທີອອກມາ ວິຈານສະມາຄົມມວຍໄທຍນານາຊາຕ ເພາະ ມັນສົ່ງຜົລກະທົບ ຕໍ່ຄວາມສັມພັນ ລະຫວ່າງປະເທດ.
2023-03-20
ຊາວຈີນ 2 ຄົນໃຊ້ຣົຖຣັຖຂອງລາວ ເຮັດໃຫ້ສາທາຣະນະ ຊົນເປັນຫ່ວງນໍາອິດທິພົນຈີນ ທີ່ມີຫລາຍຂຶ້ນ ແລະຕ້ອງການໃຫ້ຣັຖບານ ຕິດຕາມກວດສອບ ແລ້ວແຈ້ງໃຫ້ສາທາຣະນະຊົນຮູ້ ເພື່ອລົບລ້າງຄວາມສົງໄສ ກັບເຫດການທີ່ຂຶ້ນ ເຊິ່ງ ຊາວຈີນ ບໍ່ອາດນຳໃຊ້ ຣົຖທີ່ຕິດປ້າຍທະບຽນຣັຖໄດ້.