ບັນຫາທີ່ດິນ ທີ່ຖືກຜົລກະທົບ ຂອງຊາວບ້ານ ຢູ່ຫາດຊາຍຟອງ ຍັງບໍ່ໄດ້ຮັບການແກ້ໄຂ
2023.04.07

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍທ່ານ ຄໍາມາ ແສງມີໄຊ ເຈົ້າເມືອງເມືອງໄຊເສດຖາ, ທ່ານ ຈັນທອນ ສິດທິໄຊ ປະທານບໍຣິສັດທ່າບົກ-ທ່ານາແລ້ງ ຈໍາກັດຜູ້ດຽວ, ບໍຣິສັດວຽງຈັນ ໂລຊິສຕິກ ພາກ ຈໍາກັດ ແລະໜ່ວຍງານທີ່ກ່ຽວຂ້ອງ ໄດ້ໄປແກ້ໄຂຂໍ້ຂັດແຍ່ງ ທາງດ້ານທີ່ດິນ ໃນເຂດໂຄງການທ່າບົກ-ທ່ານາແລ້ງ ແລະເຂດໂລຊິສຕິກ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ເພື່ອຫາແນວທາງແກ້ໄຂບັນຫາ ເມື່ອວັນທີ 31 ມີນາທີ່ຜ່ານມາ.
ໃນໂອກາດດັ່ງກ່າວ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ໃຫ້ທິດຊີ້ນໍາໃນການແກ້ໄຂ ບັນຫາການຈົກເອົາດິນໃນເຂດດັ່ງກ່າວ ແລະ ໃຫ້ເຈົ້າເມືອງເມືອງໄຊເສດຖາ ອອກແຈ້ງການ ໃຫ້ບໍຣິສັດນໍ້າທາ ກໍ່ສ້າງຂົວທາງ ຢຸດເຊົາການຈົກເອົາດິນ ຢູ່ເຂດນັ້ນ ເພື່ອນໍາໄປຂາຍ ແລະໃຫ້ກໍາລັງ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ເຮັດວຽກກັບເຈົ້າໜ້າທີ່ ເມືອງໄຊເສດຖາ ໃນການນໍາໃຊ້ມາຕການ ທາງກົດໝາຍຢ່າງເຂັ້ມງວດ.
ສໍາລັບ ທີ່ດິນ 2 ຕອນທີ່ອອກຊື່ ເປັນຂອງຣັຖວິສາຫະກິຈ ຫຸ້ນສ່ວນພັທນາທີ່ດິນ ຊຶ່ງເປັນດິນຂອງຣັຖ ແມ່ນມອບໃຫ້ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະໜ່ວຍງານທີ່ກ່ຽວຂ້ອງ ແກ້ໄຂບັນຫາດ້ານເອກກະສານທີ່ດິນ ເພື່ອຍົກເລີກໃບຕາດິນ ຂອງຕອນດິນດັ່ງກ່າວ ແລະໃຫ້ເລັ່ງແກ້ໄຂ ບັນຫານັ້ນ ກ່ອນບຸນປີໃໝ່ລາວ ທີ່ຈະມາເຖິງນີ້, ອີງຕາມການຣາຍງານ ຂອງໂທຣະທັດ ນະຄອນຫລວງວຽງຈັນ ເມື່ອວັນທີ 4 ເມສານີ້.
ຊາວບ້ານນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສານີ້ ເຖິງການລົງແກ້ໄຂຂໍ້ຂັດແຍ່ງ ທີ່ດິນຢູ່ບ້ານຊຽງດາ ວ່າ ເປັນພຽງການແກ້ໄຂບັນຫາ ທີ່ດິນຂອງພາກເອກກະຊົນ ແລະຣັຖວິສາຫະກິຈ ເທົ່ານັ້ນ, ຍັງບໍ່ໄດ້ມີການແກ້ໄຂ ບັນຫາທີ່ດິນ ແລະການຊົດເຊີຍ ໃຫ້ແກ່ຊາວບ້ານ ໃນເຂດບ້ານຊຽງດາ ທີ່ຈະຖືກຜົນກະທົບ ຈາກໂຄງການດັ່ງກ່າວນັ້ນເທື່ອ ຊຶ່ງຊາວບ້ານຫລາຍຄົນ ກໍາລັງລໍຖ້າການແກ້ໄຂນັ້ນຢູ່.
“ເພິ່ນກໍາລັງຊົດເຊີຍໄປເປັນໂຊນ ເພິ່ນກະບອກວ່າໃຫ້ປະຊາຊົນ ລໍຈັງຫວະເນາະເພາະວ່າມັນມີຫລາຍພາກສ່ວນມາເດ໋ ຕົວຢ່າງມັນມີເຂດນັ້ນ 50 ເຮັກຕາ ນາຄວາຍຫັ້ນກໍາລັງຊົດເຊີຍໂຕນັ້ນ ແລ້ວກະທະຍອຍມາໂຊນທາງເຮົານີ້ແຫລະ ເນາະ ຂອງເຮົາແມ່ນ 53 ເຮັກຕາ.”
ຊາວບ້ານບ້ານຊຽງດາ ອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ໄກ່ເກັ່ຍເຣື່ອງຄ່າຊົດເຊີຍ ກັບຄອບຄົວຂອງຕົນ ແລະຊາວບ້ານອີກຫລາຍຄົນເທື່ອ ແຕ່ກໍມີການກໍ່ສ້າງ ຢູ່ເຂດບ້ານຊຽງດາແລ້ວ ເພື່ອເຮັດເປັນສໍານັກງານ ຂອງໂຄງການດັ່ງກ່າວ.
“ຍັງນ່າຍັງບໍ່ເຫັນລົງມາ ແຕ່ວ່າເຫັນຂ່າວຄາວເຂົາເຈົ້າ ຄືວ່າມາຕັ້ງບໍຣິສັດແລ້ວ ແຕ່ວ່າຍັງບໍ່ທັນໄດ້ມາໄກ່ເກັ່ຽກັບລູກບ້ານເທື່ອ ສ່ວນຫລາຍກະຍັງຫັ້ນແຫລະ ບໍ່ເຂົ້າໃຈລະບົບເຂົາເຈົ້າຄືກັນ ໜ້າທີ່ເຂົາເຈົ້າຕ້ອງຮ້ອງປະຊາຊົນໄປໄກ້ເກັ່ຽ.”
ພ້ອມດຽວກັນນັ້ນ ຊາວບ້ານອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງຊາວບ້ານຊຽງດາ ອີກຫລາຍຄອບຄົວ ທີ່ຈະສູນເສັຍທີ່ດິນ ໃຫ້ໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຊິສຕິກ ວ່າ ບໍ່ຮູ້ນໍາເພິ່ນ, ຍັງບໍ່ທັນເຫັນເພິ່ນວ່າແນວໃດ.
“ດິນຂ້ອຍຫວາ ບໍ່ເຄີຍເຫັນເພິ່ນໂທຫາເລີຍລະ ບໍ່ຮູ້ນໍາເພິ່ນເດ໋ ບໍ່ຮູ້ບໍ່ເຫັນເພິ່ນວ່າຈັ່ງໃດເດ໋ ບໍ່ຮູ້ຈັກອີ່ຫຍັງ ເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງວ່າການ ນະຄອນຫລວງວຽງຈັນ ແລະຫ້ອງວ່າການປົກຄອງ ເມືອງໄຊເສດຖາ ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ສາມາດໃຫ້ຄໍາເຫັນໄດ້ ໂດຍເວົ້າວ່າ ບໍ່ມີໜ້າທີ່ ໃຫ້ຂໍ້ມູນກ່ຽວກັບເຣື່ອງນີ້, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ນາງນຶ່ງ ທີ່ເຮັດວຽກໃນໂຄງການ ທ່າບົກ-ທ່ານາແລ້ງ ແລະເຂດໂລຊິສຕິກ ຜູ້ຂໍສງວນຊື່ ແລະ ບໍຣິສັດ ເວົ້າວ່າ ການກໍ່ສ້າງໂຄງການ ທ່າບົກ-ທ່ານາແລ້ງ ແລະເຂດໂລຊິສຕິກ ທີ່ຈະຂຍາຍ ເຂົ້າໄປເຂດເມືອງໄຊເສດຖາ ນັ້ນ ຂະນະນີ້ ກໍາລັງບຸກເບີກພື້ນທີ່ ແລະຄາດວ່າຈະເຣີ່ມກໍ່ສ້າງໃນປີນີ້.
“ແມ່ນ ແມ່ນລະ ເພິ່ນກໍາລັງບຸກເບີກ ຕອນນີ້ຫັ້ນລະແມ່ນເພິ່ນກໍາລັງບຸກເບີກຢູ່ ແຕ່ວ່າຍັງບໍ່ແລ້ວເທື່ອ.”
ຜູ້ທີ່ມີຄວາມຮູ້ດ້ານການ ຊື້-ຂາຍ ທີ່ດິນທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງເວົ້າວ່າ ເຣື່ອງຂໍ້ຂັດແຍ່ງທາງດ້ານທີ່ດິນ ຍ້ອນໂຄງການ ທ່າບົກ-ທ່ານາແລ້ງ ແລະເຂດໂລຊິສຕິກ ຢູ່ເຂດບ້ານຊຽງດາ ນີ້ ທ່ານບໍ່ສາມາດໃຫ້ຄໍາເຫັນໄດ້ວ່າ ຈະມີການແກ້ໄຂບັນຫາລະຫວ່າງບໍຣິສັດ ແລະຊາວບ້ານ ນັ້ນ ໃນຮູບແບບໃດ.
ມີຣາຍງານເພີ່ມຕື່ມວ່າ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສັ່ງໃຫ້ບໍຣິສັດ ຜູ້ພັທນາໂຄງການດັ່ງກ່າວ ພົວພັນກັບທາງການເມືອງ ຫາດຊາຍຟອງ ເພື່ອເລັ່ງຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານຜູ້ຖືກຜົລກະທົບ ທີ່ຍັງບໍ່ທັນໄດ້ຮັບ ປະມານ 50 ຄອບ ຄົວ ຢູ່ບ້ານດົງໂພສີ ແລະບ້ານໃກ້ຄຽງ ໃນເມືອງນັ້ນ ໃຫ້ແລ້ວໂດຍໄວ.
ບໍຣິສັດ ວຽງຈັນໂລຊິສຕິກ ພາກ ຈໍາກັດ ໄດ້ຈັດພິທີວາງສີລາຣຶກ ໂຄງການກໍ່ສ້າງ ເຂດໂລຊິສຕິກ ພາກຂອງໂຄງການ ທ່ານບົກ-ທ່ານາແລ້ງ ແລະເຂດໂລຊິສຕິກ ນະຄອນຫລວງວຽງຈັນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນມື້ວັນທີ 25 ພຶສຈິກາ 2022. ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 327 ເຮັກຕ້າຣ໌, ກວມເອົາພື່ນທີ່ ຕັ້ງແຕ່ບ້ານດົງໂພສີ ເມືອງຫາດຊາຍຟອງ, ບ້ານຊຽງດາ ເມືອງໄຊເສດຖາ ຈົນເຖິງເສັ້ນທາງຕັດໃໝ່ ເຂດບ້ານນາຄວາຍໃຕ້ ຊຶ່ງຄາດວ່າ ຈະມີມູນຄ່າກໍ່ສ້າງເຖິງ 547 ລ້ານໂດລ້າຣ໌ສະຫະຣັຖ, ຈະກໍ່ສ້າງແລ້ວ ແລະເປີດໃຊ້ ໃນອີກ 2-3 ປີ ຂ້າງໜ້າ.