ອົງການສາກົລ-ຣັຖບານສະຫະຣັຖ ມອບເງິນຊ່ວຍເຫຼືອ 500,000 ໂດລ້າຣ໌ ເພື່ອສຳຣວດພົລເມືອງລາວ

ສຸພັດຕາ
2023.04.05
ອົງການສາກົລ-ຣັຖບານສະຫະຣັຖ ມອບເງິນຊ່ວຍເຫຼືອ 500,000 ໂດລ້າຣ໌ ເພື່ອສຳຣວດພົລເມືອງລາວ ສູນສະຖີຕິແຫ່ຊາຕ, ນະຄອນຫຼວງວຽງຈັນ ວັນທີ 18 ມີນາ 2023.
ນັກຂ່າວ ພົລເມືອງ

ອົງການສາກົລ ຮ່ວມກັບຣັຖບານ ສະຫະຣັຖອາເມຣິກາ ໄດ້ຊ່ອຍເຫຼືອເງິນ ຜ່ານອົງການກອງທຶນສາກົລດ້ານພົລເມືອງ ແກ່ຣັຖບານລາວ ເພື່ອກະຕຣຽມ ການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍ ຄັ້ງທີ 5 ທີ່ມີກໍານົດດໍາເນີນການ ໃນປີ 2025 ນີ້, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລະຫວ່າງ ກະຊວງແຜນການ ແລະການລົງທຶນ ກັບອົງາການ UNFPA ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ນີ້ວ່າ:

ໂຕນີ້ນີ້ເນາະ ຂໍ້ມູນມັນຊິຊ່ວຍ Support ເຣື່ອງ ການວາງນະໂຍບາຍຂອງຣັຖບານ ເປັນຕົ້ນ ເຣື່ອງແຜນພັທນາເສຖກິຈ-ສັງຄົມ ແລະການຕິດຕາມເປົ້າໝາຍ ການພັທນາ SDGs, ໂຕເຮົາທີ່ເຮັດແທ້ນັ້ນ ແມ່ນປີ 2025 ແຕ່ວ່າ ຕອນຊ່ວງໄລຍະນີ້ ແມ່ນໄລຍະທີ່ເຮົາກະກຽມ ຕອນນີ້ ເຮົາກໍາລັງເຮັດກອງປະຊຸມປຶກສາຫາຣື ກັບຄູ່ຮ່ວມພັທນາ ແລ້ວກໍອົງການພາກຣັຖບານ ເພື່ອເບິ່ງຄວາມຕ້ອງການ ຫຼືວ່າ Priority ຂອງຣັຖບານ ວ່າເຮົາມີຄວາມຕ້ອງການດ້ານໃດ ທີ່ວ່າເຮົາຈະສເນີເຂົ້າໃນການ ເກັບກໍາສໍາຣວດພົລເມືອງ.”

ການສໍາຣວດດັ່ງກ່າວ ຈະໄດ້ສອບຖາມປະຊາຊົນ 1.4 ລ້ານຄົວເຮືອນ ໃນ 18 ແຂວງ ພາຍໃນໄລຍະເວລາ 3 ຫາ 4 ອາທິດ ຂອງເດືອນມີນາ ປີ 2025 ແລະຈະໃຊ້ພະນັກງານພາກສນາມ ຫຼາຍກວ່າ 13,000 ຄົນ ໃນການຈັດຕັ້ງປະຕິບັດການສໍາຣວດນັ້ນ ແລະການສໍາຣວດ ຈະມີຄວາມກ່ຽວຂ້ອງທາງດ້ານສັງຄົມ, ເສຖກິຈ, ສຶກສາທິການ ແລະກິລາ, ສາທາຣະນະສຸຂ, ແຮງງານ ແລະສວັດດີການ ຮວມທັງການສອບຖາມ ກ່ຽວກັບການມີວຽກເຮັດງານທໍາ ຂອງສມາຊິກໃນແຕ່ລະຄອບຄົວ ທີ່ມີສັນຊາຕລາວ ໄປເຮັດວຽກຢູ່ບ່ອນໃດແດ່ ທັງພາຍໃນ ແລະຕ່າງປະເທດ ທັງໃນກຸ່ມທີ່ມີຄວາມສ່ຽງ ຜູ້ດ້ອຍໂອກາດ, ກຸ່ມຄົນພິການ ແລະກຸ່ມຊົນເຜົ່າ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຈໍາອົງການ UNFPA ກ່າວໃນມື້ດຽວກັນນີ້ວ່າ:

“ທາງດ້ານເສຖກິຈ-ສັງຄົມ ອັນທີ່ນຶ່ງກໍຊິແມ່ນ ເຣື່ອງສຶກສາ, ສາທາ, ແຮງງານ ແລ້ວກໍ ການມີວຽກເຮັດງານທໍາ ເພາະວ່າໂຕພວກນີ້ ມັນຈະເປັນປັດຈັຍນຶ່ງ ທີ່ສາມາດວັດແທກໄດ້ວ່າ ຄົວເຮືອນນັ້ນ ເປັນຄົວເຮືອນທີ່ມີຣາຍຮັບຫຼັກບໍ່ ເຮົາຈະບໍ່ຖາມເຖິງກົງວ່າ ຄົວເຮືອນນີ້ ມີຣາຍຮັບເທົ່າໃດ ເຮົາຈະໄດ້ຂໍ້ມູນພົລເມືອງລາວ ທີ່ໄປຢູ່ຕ່າງປະເທດ ໂດຍແມ່ນກະຊວງການຕ່າງປະເທດ ຈະເປັນຄົນເກັບກໍາຂໍ້ມູນໃຫ້ ແຕ່ວ່າ ຄົນລາວ ທີ່ບໍ່ໄດ້ເປັນສັນຊາຕລາວ ເຮົາກໍຈະບໍ່ໄດ້ເກັບ.”

ທີ່ເມືອງປາກແບງ ແຂວງອຸດົມໄຊ ມີການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍຄັ້ງຫຼ້າສຸດ ໃນປີ 2015 ໂດຍອີງຕາມການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍ ເມືອງປາກແບງຄັ້ງນັ້ນ ເຮັດໃຫ້ເມືອງປາກແບງ ມີຂໍ້ມູນກ່ຽວກັບຄົນຕ່າງປະເທດ ແລະຄົນລາວ ຢູ່ອາສັຍພາຍໃນເມືອງຈັກຄົນ ໃນນັ້ນ ປະກອບອາຊີບຈັກຮ້ານ ແລະເປັນຄົນຕ່າງປະເທດ ຫຼື ຄົນລາວຈັກຄົນຢ່າງເປັນລະບົບ ເຊິ່ງກ່ອນໜ້ານີ້ ເມືອງ ຈະບໍ່ມີຂໍ້ມູນດັ່ງກ່າວເລີຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງປາກແບງ ກ່າວໃນມື້ດຽວກັນນີ້ວ່າ:

“ຄົນຕ່າງປະເທດຈັກຄົນ ຄົນຈີນຈັກຄົນ, ຄົນວຽດຈັກຄົນ, ຄົນລາວຈັກຄົນ ແບບເພິ່ນແຍກຢູ່ໃນການເກັບ ໝາຍຄວາມວ່າ ຊິມີແຮງງານຢູ່ພາຍໃນເມືອງເຮົາ ຫຼືວ່າ ຫ້າງຮ້ານທຸຣະກິຈ ມີຈັກຮ້ານ ຄົນລາວຈັກຮ້ານ ຄົນຕ່າງປະເທດຈັກຮ້ານ ເຮົາມີເໝິດຂໍ້ມູນ ເວົ້າເຣື່ອງການນໍາໃຊ້ຂໍ້ມູນ ເຮົາກໍໃຫ້ມັນເປັນລະບົບຫັ້ນແຫຼະ ຜ່ານມາເຮົາກໍບໍ່ມີຂໍ້ມູູນ ແລະກໍເຮົາ ກໍບໍ່ສາມາດທີ່ຊິເກັບກໍາໄດ້ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຢູ່ເມືອງປາກແບງ ກໍມີສິ່ງທ້າທາຍ ເມື່ອມີການລົງໄປສໍາຣວດໂຕຈິງ ພົບວ່າ ປະຊາຊົນເຂດຫ່າງໄກ ສອກຫຼີກບາງຄອບຄົວ ບໍ່ເຂົ້າໃຈ ກ່ຽວກັບການສໍາຣວດດັ່ງກ່າວ ແລ້ວເຮັດໃຫ້ເຂົາເຈົ້າ ໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງ ແກ່ທາງການລາວ ເປັນຕົ້ນ ແບບສອບຖາມ ໃນຫົວຂໍ້ ການເກັບລາຍຮັບຂອງຄອບຄົວ ໂດຍເຂົາເຈົ້າຈະຕົວະວ່າ ມີລາຍໄດ້ໜ້ອຍ ທັ້ງໆທີ່ສະພາບໂຕຈິງ ເຂົາເຈົ້າມີລາຍຮັບຫຼາຍ.

ຂະນະທີ່ ຢູ່ເມືອງວຽງໄຊ ແຂວງຫົວພັນ ມີການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍຄັ້ງຫຼ້າສຸດ ໃນປີ 2015 ຄືກັບເມືອງປາກແບງ ໂດຍອີງຕາມການສໍາຣວດດັ່ງກ່າວ ເຮັດໃຫ້ເມືອງວຽງໄຊ ມີຂໍ້ມູນຂຶ້ນແຜນຂໍງົປມານ ໃຫ້ຊາວກະສິກອນ ທີ່ມີອາຊີບປູກຝັງ ແລະລ້ຽງສັດ ພາຍໃນເມືອງບາງບ່ອນ ໄດ້ມີເສັ້ນທາງທີ່ເອື້ອອໍານວຍ ຕໍ່ການຂົນສົ່ງຜົນຜລິດ ເພື່ອຄ້າ-ຂາຍ ແລະໄດ້ມີຊົລປະທານເພື່ອປູກຝັງ ແລະລ້ຽງສັດ ພາຍຫຼັງສໍາຣວດພົລເມືອງ ແລະທີ່ຢູ່ອາສັຍແລ້ວພົບວ່າ ປະຊາຊົນເມືອງວຽງໄຊ ສ່ວນໃຫຍ່ ມີອາຊີບປູກຝັງ ແລະລ້ຽງສັດ ແລະຍັງຕ້ອງການຄວາມຊ່ອຍເຫຼືອ ດ້ານໂຄງຮ່າງພື້ນຖານ ເພື່ອເຮັດການຜລິດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວຽງໄຊ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ພາຍຫຼັງທີ່ເຮົາຮູ້ພົລເມືອງແລ້ວ ເຮົາຈັ່ງຮູ້ເນາະ ວາງແຜນ ບາດນີ້ ວາງແຜນພັທນາເສຖກິຈ-ສັງຄົມ ຄັນຖ້າເຮົາບໍ່ໄດ້ໂຕນີ້ເນາະ ເຮົາກໍບໍ່ຮູ້ແນວວາງ ຈັ່ງຊີ້ນ່າ ໄດ້ຂໍ້ມູນມາໂຕນີ້ ເຮົາກໍເລັ່ງໃສ່ ການປູກຝັງລ້ຽງສັດເນາະ ຕົ້ນຕໍກໍແມ່ນ ຖນົນຫົນທາງບໍ ຫຼືວ່າ ດ້ານຊົລປະທານບໍ ຫຼືວ່າ ສຸມໃສ່ໃຫ້ທຶນແກ່ປະຊາຊົນຫັ້ນນ່າ.”

ການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍ ຈັດຂຶ້ນທຸກໆ 10 ປີ ໂດຍແມ່ນສູນສະຖິຕິແຫ່ງຊາຕ ເປັນເຈົ້າການຫຼັກໃນການຈັດຕັ້ງປະຕິບັດ ແລະການສໍາຣວດດັ່ງກ່າວ ເປັນວຽກງານທີ່ຊັບຊ້ອນ ແລະມີການຈັດຕັ້ງທີ່ໃຫຍ່ທີ່ສຸດ ສໍາລັບປະເທດລາວ, ອົງການສາກົລ ຮ່ວມກັບຣັຖບານ ສະຫະຣັຖອາເມຣິກາ ຫຼື USAID ໄດ້ສນອງທຶນ ຈໍານວນ 500,000 ໂດລ້າຣ໌ສະຫະຣັຖ ຜ່ານອົງການກອງທຶນສາກົລ ດ້ານພົລເມືອງ ເພື່ອໃຫ້ການຊ່ອຍເຫຼືອດ້ານເຕັກນິກວິຊາການ, ການຕິດຕາມກວດກາ ແລະການຮັບປະກັນຄຸນນະພາບ, ອີງຕາມຄວາມເວົ້າ ຂອງຍານາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາຕ ກ່າວໃນກອງປະຊຸມ ເພື່ອປຶກສາຫາລື ດ້ານວິຊາການ ກ່ຽວກັບເນື້ອໃນ ແບບສອບຖາມ ຂອງການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍ ຄັ້ງທີ 5 ປີ 2025 ຂອງປະເທດລາວ.

ສໍາລັບສະຖິຕິພົລເມືອງ ຈາກການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍທົ່ວປະເທດ ຄັ້ງທີ 4 ປີ 2015 ພົບວ່າ ທົ່ວປະເທດລາວ ມີພົລເມືອງທັງໝົດ 6,492,400 ຄົນ ໃນນັ້ນ ເປັນເພດຊາຍ 3,254,800 ຄົນ, ເປັນເພດຍິງ 3,237,600 ຄົນ ໂດຍທົ່ວປະເທດ ມີອັດຕຣາການເຕີບໃຫຍ່ຂອງພົລເມືອງ ແຕ່ປີ 2005-2015 ຄື 1.4 % -ອີງຕາມໂຕເລຂ ຈາກປຶ້ມຣາຍງານຜົນເບື້ອງຕົ້ນ ຂອງສູນສະຖິຕິແຫ່ງຊາຕ, ກະຊວງແຜນການ ແລະການລົງທຶນ ວັນທີ 2 ທັນວາ ປີ 2015 ແລະຈາກການສໍາຣວດພົລເມືອງ ແລະທີ່ຢູ່ອາສັຍ ຄັ້ງທີ 1 ໃນປີ 1985 ທົ່ວປະເທດລາວ ມີພົລເມືອງປະມານ 3,500,000 ຄົນ, ຄັ້ງທີ 2 ໃນປີ 1995 ມີພົລເມືອງປະມານ 4,500,000 ຄົນ ແລະ ຄັ້ງທີ 3 ໃນປີ 2005 ມີພົລເມືອງປະມານ 5,600,000 ຄົນ– ອີງຕາມການຣາຍງານ ຂອງທ່ານ ດຣ. ຄໍາລຽນ ພົນເສນາ ຣັຖມົນຕຣີຊ່ວຍວ່າການ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ສື່ມວນຊົນລາວ ໃນວັນທີ 21 ກັນຍາ ປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.