ປະທານ ສະຫະພັນ ມວຍລາວ ຂໍໂທດ ຕໍ່ການວິຈານ ມວຍໄທຍ
2023.05.01
ເມື່ອວັນທີ 30 ເມສາ 2023 ທີ່ຜ່ານມາ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາຕ ໄດ້ອອກມາຂໍໂທດ ຫຼາຍພາກສ່ວນຜ່ານ ສື່ສັງຄົມອ໋ອນລາຍນ໌ ພາຍຫຼັງທີ່ທ່ານເຄີຍໄດ້ວິພາກ-ວິຈານ ສະຫະພັນມວຍໄທຍ ນາໆຊາຕ ຢ່າງເສັຍຫາຍ ພ້ອມທັງກ່າວຫາວ່າ ມວຍໄທຍເປັນສິລປະການຕໍ່ສູ້ແບບຂອງປອມ ທີ່ພະຍາຍາມເຮັດໃຫ້ຊາວໂລກ ເຂົ້າໃນຜິດຈົນເຮັດໃຫ້ເກີດກະແສ ດ້ານລົບຕໍ່ສະຫະພັນ ມວຍລາວແຫ່ງຊາຕ. ຊຶ່ງທ່ານກໍໄດ້ຊີ້ແຈງວ່າ ເປັນຍ້ອນຄວາມຮູ້ເທົ່າບໍ່ເຖິງການ ຂອງທ່ານທີ່ເຄີຍວິຈານມວຍໄທຍ ໃນກ່ອນໜ້ານີ້ ແລະຂໍໃຫ້ຫຼາຍພາກສ່ວນ ໃຫ້ອະໄພຕໍ່ທ່ານ.
ດັ່ງທ່ານກ່າວໃນຕອນນຶ່ງວ່າ:
“ຂ້າພະເຈົ້າ ໃນນາມຜູ້ຖແລງຂ່າວ ກ່ຽວກັບເຫດການນັ້ນ ຂໍສະແດງຄວາມຮັບຜິດຊອບ ສ່ວນໂຕແຕ່ພຽງຜູ້ດຽວ ແລະຂ້າພະເຈົ້າຂໍໂທດ ມາຍັງສະຫະພັນມວຍນາໆຊາຕ ສື່ຂອງຣາຊອານາຈັກໄທຍ ປະຊາຊົນລາວ ແລະ ປະຊາຊົນໄທຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ຂໍນ້ອມຮັບຄວາມຄວາມຮັບຜິດຊອບ ກ່ຽວກັບເຣື່ອງທີ່ເຮັດລົງໄປ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະຂາດການປຶກສາຫາລື ກັບການຈັດຕັ້ງທີ່ກ່ຽວຂ້ອງ.”
ທ່ານສາຍສະໝອນ ກ່າວຕື່ມວ່າກ່ອນໜ້ານີ້ ເມື່ອວັນທີ 14 ກຸມພາ 2023 ທີ່ຜ່ານມາທ່ານໄດ້ຖແລງຂ່າວຜ່ານເຟສບຸກ ສ່ວນໂຕ ກ່ຽວກັບການຈັດການແຂ່ງຂັນ ກຸນຂະແມຣ໌ ໃນກິລາຊີເກມສ໌ 2023 ທີ່ປະເທດກັມພູຊາ ເປັນເຈົ້າພາບນັ້ນ ຊຶ່ງທ່ານກໍຍອມຮັບວ່າ ໃນມື້ດັ່ງກ່າວທ່ານເອງ ກໍໄດ້ສະແດງຄວາມຮູ້ສຶກສ່ວນໂຕອອກມາ ແບບບໍ່ເໝາະສົມ ຈົນເຮັດໃຫ້ເກີດຫາງສຽງທາງລົບ ດັ່ງນັ້ນທ່ານຈຶ່ງຮູ້ສຶກສຳນຶກຜິດ ແລະຮູ້ສຶກເສັຍໃຈ ຕໍ່ເຫດການດັ່ງກ່າວ ແລະຂໍຖືເປັນບົດຮຽນທີ່ສຳຄັນ.
ໃນຂະນະທີ່ ຜູ້ທີ່ມີຄວາມຮູ້ ດ້ານມວຍລາວທ່ານນຶ່ງ ກ່າວວ່າທ່ານເອງ ເຫັນວ່າເປັນເຣື່ອງທີ່ດີແລ້ວ ທີ່ປະທານສະຫະພັນ ມວຍລາວແຫ່ງຊາຕ ໄດ້ອອກມາຂໍໂທດ ແລະສຳນຶກຜິດ ໃນສິ່ງທີ່ທ່ານໄດ້ເຮັດຜິດພາດໄປ ຊຶ່ງທ່ານເອັງກໍບໍ່ຄວນໄປວິພາກ-ວິຈານ ມວຍໄທຍຕັ້ງແຕ່ທຳອິດ ເພາະເຫັນວ່າບໍ່ຄວນໄປກ່ຽວຂ້ອງ ກັບຂໍ້ຂັດແຍ່ງລະຫວ່າງມວຍໄທຍ ກັບກຸນຂະແມຣ໌.
ດັ່ງທ່ານກ່າວວ່າ:
“ກາດີເປັນການຂໍໂທດ ເພາະວ່າຄວາມໝາຍວ່າ ມັນເປັນເຣື່ອງຂອງໃຜ ມັນເຮົາບໍ່ຄວນຫຍຸ້ງກ່ຽວ ເຣື່ອງຂອງກັນ ແລະກັນ ຫັ້ນນ່າເຂົາມີຂໍ້ຜິດພາດ ກັບເຣື່ອງມວຍຂະເໝນ ກາເຣື່ອງຂອງເຂົາ ເຮົາມີໜ້າທີ່ພັທນາມວຍເຮົາ ກາພັທນາໄປ.”
ສ່ວນຊາວລາວອີກທ່ານນຶ່ງ ທີ່ຕິດຕາມຂ່າວດັ່ງກ່າວ ກໍເຫັນວ່າເປັນເຣື່ອງທີ່ດີແລ້ວ ທີ່ປະທານສະຫະພັນມວຍລາວແຫ່ງຊາຕ ໄດ້ອອກມາຂໍໂທດ ແນວນັ້ນເພື່ອບໍ່ໃຫ້ເປັນບັນຫາທີ່ ກະທົບຕໍ່ຄວາມສຳພັນ ລະຫວ່າງລາວ-ໄທຍໃນອະນາຄົດ ຊຶ່ງທາງຂັ້ນເທິງຂອງລາວ ກໍໄດ້ໃຫ້ຄວາມສຳຄັນໃນການລະມັດລະວັງ ເຣື່ອງນີ້ຢ່າງຫຼາຍທີ່ສຸດ.
ດັ່ງທ່ານໄດ້ກ່າວວ່າ:
“ກາແລ້ວໄປແລ້ວ ແລ້ວໄປດີໄປບໍ່ເປັນຫຍັງ ຄືເວົ້າເນາະ ວ່າມັນເປັນບາງບຸກຄົນ ແລ້ວທາງພີ້ເວົ້າບໍ່ຖືກຈິດໃຈ ທາງພຸ້ນກາອອກມາເວົ້າກໍດີຫັ້ນແລ້ວ ຄັນມັນຜົລສະທ້ອນຫຼາຍ ມີສຽງອ໋ອນລາຍ໌ຫຼາຍ ການນຳເພິ່ນກາເປັນຫ່ວງ ເພິ່ນກາເຕືອນ.”
ກ່ຽວກັບເຣື່ອງນີ້ຍານາງ ຊາຣິສສາ ໄທແນນ ປະທານສະຫະພັນມວຍ ນາໆຊາຕ ຫຼື IFMA ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜ່ານທາງອີເມລວ່າ:
“ຕໍ່ການຖແລງຂໍໂທດ ຂອງທ່ານສາຍສະໝອນ ໄຊຍະສອນນັ້ນທາງພວກເຮົາ ກໍມີຄວາມເຄົາຣົບຢ່າງສູງສຸດ ຕໍ່ທ່ານສາຍສະໝອນ ເນື່ອງຈາກທ່ານສາຍສະໝອນ ກໍເຄີຍເປັນສ່ວນນຶ່ງ ຂອງການແຂ່ງຂັນ ພາຍໃຕ້ສະຫະພັນມວຍໄທຍ ສາກົລມາແລ້ວຫຼາຍເທື່ອ ຕັ້ງແຕ່ກິລາຊີເກມສ໌ຈົນຮອດເວທີ Asian Indoor Game ແລະ Martial Arts ແລະ ທ່ານມສາຍສະໝອນເອງ ກໍເຮັດວຽກຢ່າງໜັກສຳລັບຜູ້ພັທນາມວຍລາວ ຊຶ່ງທາງພວກເຮົາກໍຫວັງເປັນຢ່າງຍິ່ງວ່າ ຈະຮ່ວມມືກັນເພື່ອຜົລປໂຍດ ຂອງນັກກິລາຕໍ່ໄປ.”
ທາງດ້ານຄຣູຝຶກສອນ ມວຍໄທຍ ຢູ່ປະເທດໄທຍກໍມີຄວາມຄິດເຫັນ ແຕກຕ່າງວ່າ ການທີ່ປະທານສະຫະພັນມວຍລາວ ແຫ່ງຊາຕ ໄດ້ອອກມາຂໍໂທດນັ້ນ ທ່ານເຫັນວ່າເປັນການຂໍໂທດ ແບບບໍ່ຈິງໃຈ ແລະກໍຖືກບີບບັງຄັບ ໃຫ້ຂໍໂທດເພາະວ່າ ກ່ອນໜ້ານັ້ນປະທານສະຫະພັນ ມວຍລາວແຫ່ງຊາຕ ໄດ້ສະແດງອອກ ຢ່າງຊັດເຈັນວ່າ ໃຫ້ການສນັບສນູນ ກິລາກຸນຂະແມຣ໌ຢ່າງເຕັມທີ່ ແລະບໍ່ສົນໃຈວ່າ ຈະຖືກຕັດສິດໃນການແຂ່ງຂັນ ມວຍໄທຍ ສາກົນຄັນສົ່ງນັກກິລາເຂົ້າຮ່ວມ ແຂ່ງຂັນກຸນຂະແມຣ໌.
ດັ່ງທ່ານກ່າວວ່າ:
“ທ່ານກ່າວວ່າ ເຂົາໜ້າຈະມີເຣື່ອງທີ່ຜິດພາດແທ້ໆ ເປັນເຣື່ອງຜິດພາດທີ່ເຂົາແກ້ໄຂ ບໍ່ໄດ້ຂ້ອຍຄິດວ່າເປັນແນວນນັ້ນແທ້ຈິງ ເຂົາກໍບໍ່ແມ່ນຜູ້ທີ່ແບບອອກມາຂໍໂທດ ໃຜເຂົາກໍເລືອກຂ້າງຢ່າງຊັດເຈັນຕລອດ ຕອນທຳອິດເຂົາກໍຢູ່ຂ້າງກັມພູຊາ 100% ເລີຍ ຍ້ອນເຂົາສົ່ງນັກກິລາເຂົ້າ ຮ່ວມແຂ່ງຂັນກຸນຂະແມຣ໌ ແລະເຂົາບໍ່ສົນໃຈວ່າ ຖືກຕັດສິດອອກຈາກການແຂ່ງຂັນ ມວຍໄທຍສາກົລ.”
ກ່ອນໜ້ານີ້ ເມື່ອເດືອນມີນາທີ່ຜ່ານມາ ກົມກິລາລະດັບສູງ ທີ່ຂຶ້ນກັບກະຊວງສຶກສາທິການ ແລະກິລາ ໄດ້ມີການເຮັດໜັງສື ໄປຫາ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວ ແຫ່ງຊາຕ ຕໍ່ກໍຣະນີ ທີ່ທ່ານໄດ້ອອກມາວິພາກ-ວິຈານ ສະຫະພັນມວຍໄທຍນາໆຊາຕ ຈົນໄດ້ຮັບຄວາມເສັຍຫາຍນັ້ນເພື່ອໃຫ້ທ່ານ ສາຍສະໝອນ ໄດ້ອອກມາຂໍໂທດ ຕໍ່ສະຫະພັນມວຍໄທຍ ນາໆຊາຕ ຍ້ອນການວິພາກ-ວິຈານ ຂອງທ່ານ ໄດ້ສ້າງກະແສດ້ານລົບ ຕໍ່ປະເທດລາວ ຈົນກະທັ້ງໃນທີ່ສຸດ ທ່ານກໍໄດ້ມີການຂໍໂທດຜ່ານສື່ສັງຄົມອ໋ອນລາຍ໌ ແລະ ຂໍຮັບຜິດຊອບພຽງແຕ່ ຜູ້ດຽວ.