ເຣື້ອງທີ່ເກັບບັນທຶກໄວ້
2024-10-24
ຊາວບ້ານ ບ້ານນາໄຫ ນະຄອນຫລວງວຽງຈັນ ຫລາຍຮ້ອຍຄອບຄົວ ໄດ້ຮັບຜົນກະທົບ ຈາກ ບັນຫາຂີ້ຝຸ່ນຕາມເສັ້ນທາງ ແລະ ຮຽກຮ້ອງໃຫ້ມີການແກ້ໄຂ ຮີບດ່ວນ.
2024-10-23
ແຂວງອັດຕະປື ປະສົບກັບບັນຫາແພດ ແລະໝໍ ບໍ່ພຽງພໍ ຊຶ່ງປັດຈຸບັນມີພຽງ 516 ຄົນ ຂະນະທີ່ໂຄຕ້າລັດຖະກອນ ຕ້ອງການເພີ່ມອີກ 339 ຄົນ ເພື່ອສົ່ງໄປສະຖານທີ່ບໍລິການ ດ້ານສາທາລະນະສຸກແຫ່ງຕ່າງໆທົ່ງແຂວງ.
2024-10-22
ເຈົ້າໜ້າທີ່ ແຂວງຄຳມ່ວນ ໄດ້ລົງພື້ນທີ່ ກວດຕະຫຼາດຢູ່ເມືອງທ່າແຂກ ແລະ ເມືອງຫນອງບົກ ຊຶ່ງກວດພົບສານຟໍມາລິນ ຫຼື ນ້ຳຢາດອງສົບ ໃນອາຫານແຊ່ແຂງ ແລະ ອາຫານທະເລ ລວມທັງຫມົດຫຼາຍກວ່າ 26 ກິໂລກະຣາມ.
2024-10-17
ຖັງສານເຄມີ ປະເພດ Hydrogen Peroxide ຈຳນວນ 95 ຖັງ ຖືກຖິ້ມຢູ່ເຂດບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊາວບ້ານຮຽກຮ້ອງໃຫ້ທາງການລາວ ເລັ່ງຮ້ອນນຳໄປທຳລາຍ ກ່ອນຈະມີຜົນກະທົບຮຸນແຮງ.
2024-10-16
ສປປ ລາວ ມີບັນຫາໃນການຄວບຄຸມ ອາວຸດປືນເສິກທີ່ມີການຄອບຄອງແລະນຳໃຊ້ແບບບໍ່ຖືກຕ້ອງ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ ວ່າດ້ວຍການລົບລ້າງ ໃບອະນຸຍາດນໍາໃຊ້.
2024-10-10
ຊາວບ້ານ ຈຳນວນ 3 ບ້ານ ໃນເມືອງຜົ້ງສາລີ ລວມເນື້ອທີ່ທັງໝົດ 188 ເຮັກຕ້າ ເຊິ່ງຈະຖືກ ໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຂອງບໍລິສັດ ແອວບີຈີ ດີວີລົບເມັ້ນ ຈໍາກັດຜູ້ດຽວ ຂອງເອກະຊົນລາວເປັນກັງວົນເລື່ອງຜົນກະທົບດັ່ງກ່າວນີ້.
2024-10-09
ບັນຫາຢາສູບໄຟຟ້າ ທີ່ລະບາດຢູ່ກຸ່ມໄວໜຸ່ມນັກຮຽນ, ນັກສຶກສາ ເຮັດໃຫ້ພໍ່ແມ່ຜູ້ປົກຄອງ, ຄູ ແລະອາຈານ ເປັນກັງວົນ ແລະ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເອົາຈິງເອົາຈັງ ກັບການໂຄສະຜົນຮ້າຍຂອງຢາສູບໄຟຟ້າຫຼາຍຂຶ້ນ.
2024-10-07
ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຄະນະລົງກວດສອບພື້ນທີ່ຕົວຈິງ ກ່ຽວກັບ ຍົນສູ້ຮົບ YAK-130 ຂອງທະຫານອາກາດ ກອງທັບປະຊາຊົນລາວ ໄດ້ເກີດອຸປັດຕິເຫດຕົກ ຢູ່ບ້ານນາຄູນ, ເມືອງແປກ, ແຂວງຊຽງຂວາງ ໃນວັນທີ 4 ຕຸລາ 2024.
2024-10-04
ໃນຕອນເຊົ້າຂອງວັນທີ 4 ຕຸລາ 2024 ນີ້ ເກີດເຫດຍົນສູ້ຮົບ YAK-130 ປະສົບອຸປັດຕິເຫດຕົກທີ່ໜອງນໍ້າ ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງ ໃນເວລາ 09:45 ໂມງ ຂອງວັນທີ 04 ຕຸລາ 2024 ເຮັດໃຫ້ນັກບິນທັງສອງຄົນເສັຍຊີວິດຄາທີ່.
2024-10-03
ແຂວງສະຫວັນນະເຂດ ຍັງພົບຂໍ້ຫຍຸ້ງຍາກ ຈາກປັນຫາການຂາດເຂີນ ແພດ-ໝໍ ແລະ ແພດອາສາ ໃນເຂດເມືອງຫ່າງໄກ ແລະ ໃນພື້ນທີ່ທຸລະກັນດານ ເປັນຕົ້ນ ເມືອງນອງ, ເມືອງພີນ, ເມືອງວິລະບູລີ ແລະ ເມືອງເຊໂປນ.
2024-09-30
ໃນປະເທດລາວ ມີຜູ້ຕິດເຊື້ອ HIV ສະສົມເຖິງ 21,600 ຄົນ ແລະ ມາໃນໄລຍະເຄິ່ງປີທຳອິດ ຂອງປີ 2024 ມີພຽງຈຳນວນ 15,000 ຄົນເຂົ້າເຖິງການປິ່ນປົວ ແລະເຂົ້າຮັບການຮັກສາ, ສ່ວນຫຼາຍແມ່ນກຸ່ມຜູ້ຊາຍທີ່ມີເພດສຳພັນກັບຊາຍ (MSM) 28.1% ແລະ ກຸ່ມຄົນຂ້າມເພດ 2.3% ເຊິ່ງເຈົ້າໜ້າທີ່ເຊື່ອວ່າ ຍັງມີກຸ່ມສ່ຽງທີ່ຈະຕິດເຊື້ອ HIV ຫຼາຍກ່ວາ 21,600 ຄົນ.
2024-09-30
ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນຂຸດຄົ້ນແຮ່ທາດ ແລະກິດຈະການ ໂຮງງານປຸງແຕ່ງແຮ່ທາດ ແລະສໍາປະທານເນື້ອທີ່ໄປແລ້ວ ປະມານ 30% ຂອງເນື້ອທີ່ທົ່ວປະເທດ ແຕ່ມີຫຼາຍໂຄງການ ບໍ່ປະຕິບັດຕາມສັນຍາສໍາປະທານເຊິ່ງເກີດຜົນກະທົບຢ່າງໜັກ ໃນຫຼາຍພື້ນທີ່.
2024-09-26
ຊາວບ້ານນາບວຍ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຮັບຄວາມເດືອດຮ້ອນ ໃນການສັນຈອນເຂົ້າ-ອອກ ເຂດບ້ານ ຍ້ອນເສັ້ນທາງເປ່ເພ ຈາກລົດບັນທຸກແກ່ຫີນ ຂອງບໍລິສັດ ຂຸດຄົ້ນຫີນປູນ 2-3 ບໍລິສັດ ໃນເຂດບ້ານດັ່ງກ່າວ.
2024-09-20
ປະຊາຊົນຢູ່ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ປະສັບກັບບັນຫາ ຂາດແຄນ ນໍ້າໃຊ້, ນໍ້າປະປາໄຫຼຄ່ອຍ ບໍ່ມີນໍ້າໃຊ້ພຽງພໍ, ບາງເຂດນໍ້າກໍໄປບໍ່ເຖິງ ແລະນໍ້າປະປາຂຸ່ນ ມາແຕ່ອາທິດທີ່ແລ້ວ.
2024-09-20
ວັນທີ 18 ກັນຍາ 2024 ທີຜ່ານມາ, ອົງການປົກຄອງແຂວງຫຼວງພະບາງມອບເງິນ 1 ຕື້ດົງໃຫ້ແກ່ກົງສູນໃຫຍ່ປະເທດຫວຽດນາມ ປະຈຳພາກເໜືອປະຈຳແຂວງຫຼວງພະບາງເພື່ອແບ່ງເບົາຄວາມທຸກໂສກ ຂອງປະຊາຊົນຫວຽດນາມ ທີ່ຖືກຜົນກະທົບຈາກພະຍຸໄຕ້ຝຸ່ນຢາກິຜັດຜ່ານ.