ການອະນຸຍາດໃຫ້ຄອບຄອງ ອາວຸດປືນເສິກ ຖືກຍົກເລີກ

ຈຳປາທອງ
2024.10.16
ການອະນຸຍາດໃຫ້ຄອບຄອງ ອາວຸດປືນເສິກ ຖືກຍົກເລີກ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນກອງປະຊຸມ ຂຶ້ນບັນຊີເກັບກຳ ແລະ ເກັບກູ້ຮິບໂຮມອາວຸດເສິກ, ເມືອງປາກລາຍ ແຂວງໄຊຍະບູລີ ວັນທີ 26 ເມສາ 2023
ປ້ອງກັນຄວາມສະຫງົບ Lao Security News

ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ອອກຂໍ້ຕົກລົງ ວ່າດ້ວຍການລົບລ້າງໃບອະນຸຍາດນໍາໃຊ້ອາວຸດປື້ນເສິກ ໃນມື້ວັນທີ 16 ສິງຫາ 2024 ນີ້.

ໃນຂໍ້ຕົກລົງທີ່ວ່ານັ້ນ ມາດຕາ 1 ລະບຸວ່າ ໃຫ້ລົບລ້າງໃບອະນຸຍາດນໍາໃຊ້ອາວຸດປືນເສິກ ທີ່ບັນດາກົມກອງວິຊາສະເພາະ ກຳລັງປ້ອງກັນຄວາມສະຫງົບ ອອກໃຫ້ໃນໄລຍະຜ່ານມາ ທີ່ຂັດກັບຂໍ້ຕົກລົງ ວ່າດ້ວຍການຈົດທະບຽນ ແລະຄຸ້ມຄອງອອກບັດອະນຸຍາດຖື (ຄອບຄອງ) ປືນເສິກ ລົງວັນທີ 23 ມິຖຸນາ 2022.

ຫາກຜູ້ຄອບຄອງປືນ ບໍ່ປະຕິບັດຕາມ ແລະບໍ່ໃຫ້ຄວາມຮ່ວມມື ຕາມຂໍ້ຕົກລົງທີ່ວ່ານັ້ນ ຈະຖືກດໍາເນີນຄະດີຕາມກົດໝາຍ ວ່າດ້ວນການຄຸ້ມຄອງອາວຸດ ແລະວັດຖຸລະເບີດ. ແຕ່ມາຮອດປັດຈຸບັນ ການຄຸ້ມຄອງປືນໃນລາວ ກໍຍັງມີຄວາມຫຍູ້ງຍາກຫລາຍ ຍ້ອນທາງການຍັງຂາດມາດຕະການ ທີ່ເຂັ້ມງວດ, ມີການລັກຊື້ປືນເຂົ້າມາ, ມີປືນຫຼາຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ຕຸລານີ້.

ຄົນລາວ ມັນມີເງິນມັນກະໄປຊື້ຝັ່ງນັ້ນມາ ໄທ-ພະມ້າ ລັກເອົາຂ້າມມາມັນກະມີຫລາຍແຫລະປືນ ຄືອັນພະມ້າບໍ່ກັບໄທ ກະລັກໄປແນວນັ້ນ ໂອ໋ ມັນກະຫຍູ້ງຍາກແຫລ໋ວ ເພາະວ່າການຄຸ້ມຄອງເປົ້າໝາຍຍັງບໍ່ທັນລະອຽດ ມັນມີຈັກຄົນທີ່ມັນມີອາວຸດ ທີ່ມັນບໍ່ຖືກຕ້ອງແລະຖືກຕ້ອງ ເຮົາຍັງກໍາບໍ່ທັນໄດ້ລະອຽດ ຊື້ມາແລ້ວມັນບໍ່ມາຂຶ້ນທະບຽນນໍາເຮົາເດ້ ຢ້ານເຮົາດໍາເນີນຄະດີເຂົາເດ້ ເພາະວ່າມີອາວຸດໄວ້ຄອບຄອງ ໂດບໍ່ໄດ້ຮັບອະນຸຍາດເດ້.

ທ່ານກ່າວຕື່ມວ່າ ເປົ້າໝາຍ ໃນການລົບລ້າງໃບອະນຸຍາດ ນໍາໃຊ້ອາວຸດປືນ ທົ່ວປະເທດນັ້ນ ກໍເພື່ອຮັກສາສະຖຽນລະພາບ ທາງການເມືອງ, ຄວາມສະຫງົບແລະຄວາມປອດໄພຂອງຊາດ ຕາມລັດຖະດໍາລັດຂອງປະທານປະເທດ ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸຸລະເບີດ

ປີ 2022.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫົວພັນ ກ່າວວ່າ ທັງພະນັກງານທ້ອງຖິ່ນ ແລະປະຊາຊົນຈໍານວນນຶ່ງ ຈະມີປືນໄວ້ໃນຄອບຄອງ. ເຖິງແມ່ນວ່າ ຈະມີການປາບປາມ ແລະຍຶດໄປທໍາລາຍແລ້ວ ແຕ່ກໍບໍ່ທັນໝົດ ຍ້ອນປືນບາງປະເພດ ເຊັ່ນ ປືນລ້າສັດ ປະຊາຊົນຈໍານວນນຶ່ງ ກໍສາມາດຜະລິດໄດ້ ໂດຍໃຊ້ທໍ່ເຫຼັກ, ສາຍລວດ ແລະອື່ນໆ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເພາະວ່າການຄ້າເຂົາກະຍັງນໍາເຂົ້າເຄື່ອງອຸປະກອນ ເປັນທໍ່ເຫລັກເນາະ ສາບລວດສາຍອັນໃດຕ່າງໆຫັ້ນ ຊາວບ້ານໄປເຫັນຊາວບ້ານກະເອົາມາຕັດ ເອົາມາເຮັດເລົາປືນ ພວກເຮົາກະຍັງເອົາວຽກໂຄສະນານີ້ແຫລະ ຄືທະຫານຕໍາຫລວດຫັ້ນເນາະເກັບອາວຸດຫັ້ນເນາະ ແຕ່ວ່າເກັບລະດົມເກັບແນວໃດ ມັນກະບໍ່ໝົດ.

ຊາວນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ຫຼາຍປີມານີ້ ເກີດເຫດການຍິງກັນຂຶ້ນຫຼາຍຄັ້ງ ທັງໆທີ່ລັດຖະບານ ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປຄອບຄອງປືນ ໂດຍບໍ່ໄດ້ຮັບອະນຸຍາດ. ຈາກເຫດການ ທີ່ເກີດຂຶ້ນນັ້ນ ສະທ້ອນໃຫ້ເຫັນວ່າ ວຽກງານການຄຸ້ມຄອງປືນຂອງທາງການລາວ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ.

ກວດກາອີ່ຫຍັງ ເຮົາກະອ່ອນຢູ່ອັນເລື້ອງນີ້ ອັນນີ້ຄັນເວົ້າມາ ບ້ານເຮົາກະບໍ່ມີຄວາມສະຫງົບປອດໄພ ແລ້ວຄັນເປັນແບບນີ້ ເຈົ້າໜ້າທີ່ເຮົາກະອ່ອນຢູ່ ເອງການປະຕິບັດໜ້າທີ່ມັນບໍ່ເຄັ່ງຄັດນ່າ ຄັນເວົ້າມານ່າ.

ແລະຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ເມື່ອລັດຖະບານ ໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ ຊຶ່ງເປັນໜ່ວຍງານຮັບຜິດຊອບໂດຍກົງ ບໍ່ສາມາດຄຸ້ມຄອງປືນຢູ່ພາຍໃນປະເທດໄດ້ ຢ່າງເຂັ້ມງວດແລ້ວ ກໍອາດຈະເຮັດໃຫ້ປະເທດລາວ ມີຄວາມສ່ຽງ ຕໍ່ການທີ່ຈະເກີດເຫດການຄວາມບໍ່ສະຫງົບຂຶ້ນໄດ້ທຸກເມື່ອ.

ຕໍາຫລວດຂະເຈົ້າຈະເປັນຜູ້ເບິ່ງແຍງ ຄຸ້ມຄອງທາງດ້ານຄວາມສະຫງົບ ຄຸ້ມຄອງບໍ່ເໝາະສົມກະຢາກຍາກແລ້ວເນາະ ຕ້ອງໄດ້ເວົ້າກັນໃໝ່.

ສໍາລັບຢູ່ແຂວງສະຫສັນນະເຂດ ພັນເອກ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນະເຂດ ໄດ້ລາຍງາຍ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການຂຶ້ນບັນຊີເກັບກູ້, ຄຸ້ມຄອງອາ ວຸດເສິກ, ປືນລ່າເນື້ອ ແລະທາດລະເບີດ ແຕ່ປີ 2019-2023 ແລະ ທິດທາງແຜນການ ປີ 2024-2025 ວ່າ: ໄດ້ຈັດຕັ້ງປະຕິບັດສໍາເລັດ 2 ໄລຍະ ຄື: ໄລຍະລົງກວດກາ, ສົມທຽບອາວຸດປືນເສິກ ແລະ ສາມາດຂຶ້ນບັນຊີອາວຸດປືນເສິກໄດ້ທັງໝົດ 3,140 ກະບອກ, ປືນສັ້ນ 1,870 ກະບອກ, ປືນເຫຼັກຍາວ 1,270 ກະບອກ, ເກັບກູ້ອາວຸດປືນເສິກໄດ້ 265 ກະບອກ, ລູກປືນ 1,113 ລູກ, ບັ້ງລູກປືນ 148 ບັ້ງ.

ນອກຈາກນັ້ນ ຍັງໄດ້ເກັບກູ້ອາວຸດລ່າເນື້ອໃນທົ່ວແຂວງ ລວມທັງໝົດ 848 ກະບອກ ຊຶ່ງໃນນັ້ນ ມີປືນແກັບ, ປືນແວັງເດີລົງ, ປືນລູກຊອງ, ປືນແຝດສອງເລົາ ແລະອື່ນໆອີກ.

ເວົ້າເຖິງເຫດການຄວາມບໍ່ສະຫງົບ ທີ່ໄດ້ເກີດຂຶ້ນຢູ່ລາວ ຄືເມື່ອເດືອນກັນຍາ ທີ່ຜ່ານມາ ກໍເກີດກໍລະນີ ມີກຸ່ມຄົນຈໍານວນນຶ່ງ ໄດ້ບຸກເຂົ້າເອົານັກໂທດ 5 ຄົນ ໜີອອກຈາກຄຸກ ນາໄຫນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍຂັບລົດກະບະ ບຸກເຂົ້າໄປໃນຄຸກ, ໃຊ້ປືນຍິງສະກັດເຈົ້າໜ້າທີ່ ກ່ອນຈະຫຼົບໜີອອກຈາກຄຸກ ໄປໄດ້ທັງໝົດ.

ແລະເມື່ອເດືອນມິຖຸນາ 2023 ກໍມີເຫດການຍິງກັນ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຮັດໃຫ້ຄົນຈີນ ໄດ້ຮັບບາດເຈັບໜັກ 2 ຄົນ, ຜູ້ກໍ່ເຫດ ເປັນຄົນລາວ ທີ່ເຮັດວຽກຢູ່ໃນເຂດດັ່ງກ່າວ.

ແລະເມື່ອປີ 2020 ກໍເຄີຍມີຄົນຮ້າຍ 2 ຄົນ ສັນຊາດຈີນ ເປັນຜົວເມຽກັນ ໃຊ້ປືນສັ້ນ ປຸ້ນຊັບ ຢູ່ເຮືອນເຊົ່າ ບ້ານຄວ້ານເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຢູ່ໃກ້ກັບຕຶກກາຊີໂນຄິງໂລມັນ ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ. ເຫດການຄັ້ງນັ້ນ ເຮັດໃຫ້ມີຜູ້ເສັຍຊີວິດ 4 ຄົນ ແລະບາດເຈັບ 1 ຄົນ. ພາຍຫລັງກໍ່ເຫດແລ້ວ ຄົນຮ້າຍທັງ 2 ຄົນ ໄດ້ຫລົບໜີໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.