ຊາວບ້ານນາໄຫ ເດືອດຮ້ອນຍ້ອນລົດບັນທຸກແລ່ນຜ່ານ ເກີດບັນຫາຝຸ່ນຫຼາຍ
2024.10.24

ປັດຈຸບັນ ຊາວບ້ານ ບ້ານນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳນວນຫຼາຍຮ້ອຍຄອບຄົວ ໄດ້ຮັບຜົນກະທົບຈາກບັນຫາຂີ້ຝຸ່ນ ຢູ່ຕາມເສັ້ນທາງທີ່ຕັດຜ່ານບ້ານ ເຊິ່ງເປັນເສັ້ນທາງດິນແດງ ເນື່ອງຈາກລົດບັນທຸກຫຼາຍຄັນ ໄດ້ແລ່ນຜ່ານຫຼາຍເທື່ອຕໍ່ມື້ ເຮັດໃຫ້ຊາວບ້ານທີ່ອາໄສຢູ່ແຄມທາງ ຕ້ອງໄດ້ອັດປະຕູ ແລະປ່ອງຢ້ຽມ ເພື່ອບໍ່ໃຫ້ຂີ້ຝຸ່ນເຂົ້າເຮືອນຫຼາຍ ແລະກໍ່ສ່ຽງຕໍ່ບັນຫາດ້ານສຸຂະພາບນຳດ້ວຍ, ດັ່ງ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ຕຸລາ ນີ້ວ່າ:
"ແມ່ນ ຂີ້ຝຸ່ນຫຼາຍ ທາງບໍ່ດີແນ່ ມັນເປັນທາງແດງ ແລ້ວກະລົດໃຫຍ່ທຽວ ກະຂີ້ຝຸ່ນຫຼາຍຫັ້ນແຫຼະ ຂະໜາດເຮົາຢູ່ໃນຮ່ອມ ກະຍັງຂີ້ຝຸ່ນປິວເຂົ້າມາ."
ໃນຂະນະທີ່ຊາວບ້ານ ອີກທ່ານໜຶ່ງ ກໍ່ເຫັນວ່າ ນອກຈາກຊາວບ້ານທີ່ຢູ່ແຄມທາງ ຈະພາກັນເດືອດຮ້ອນແລ້ວ ບັນດາເດັກນ້ອຍ ທີ່ຢ່າງຜ່ານເສັ້ນທາງນີ້ ໄປໂຮງຮຽນ ກໍ່ໄດ້ຮັບຜົນກະທົບນຳດ້ວຍ ທັງໃນລະດູຮ້ອນ ແລະລະດູຝົນ ຍ້ອນ ເຮັດໃຫ້ເຄື່ອງນຸ່ງເປຶະເປື້ອນ, ເຊິ່ງທ່ານເອງກໍ່ເຫັນວ່າ ການປັບປຸງເສັ້ນທາງນີ້ໃຫ້ເປັນທາງເບຕົງ ໄດ້ດຳເນີນການມາເກືອບ 10 ປີແລ້ວ ແຕ່ກໍ່ຍັງບໍ່ແລ້ວຈັກເທື່ອ, ດັ່ງ ທ່ານ ກ່າວວ່າ:
"ກະຂ້ອນຂ້າງທີ່ຈະຫຼາຍເຕີບ ແຄມທາງມັນກະແດງໝົດຫັ້ນແຫຼະ ນ້ອງນັກຮຽນໄປໂຮງຮຽນຫັ້ນ ກະຄືມີບັນຫາ ຄືລູກເຕົ້າໄປໂຮງຮ່ຳໂຮງຮຽນ ເຄື່ອງເປື້ອນເຄື່ອງເປິະ ເພາະວ່າເພິ່ນແປງທາງໃໝ່ໃຫ້ເດ້ ແຕ່ກ່ອນມັນທາງບ່ອນຍາກຫຼາຍ ການຈັດຕັ້ງເພິ່ນແປງໃຫ້ ມັນກະຫຼີກລ່ຽງບໍ່ໄດ້ແຫຼະເນາະ ເພາະວ່າເບິ່ງແຍງໄປບໍ່ທົ່ວບໍ່ເຖິງ."
ຊາວບ້ານ ອີກທ່ານໜຶ່ງ ທີ່ເດີນທາງຜ່ານເສັ້ນທາງດັ່ງກ່າວ ເປັນປະຈຳ ກ່າວວ່າ ສາເຫດຫຼັກ ທີ່ເຮັດໃຫ້ເສັ້ນທາງດັ່ງກ່າວ ເປ່ເພ, ເປັນຂຸມເປັນບໍ່ ແລະເກີດຂີ້ຝຸ່ນຫຼາຍ ກະຍ້ອນ ມີລົດບັນທຸກແລ່ນຜ່ານທຸກມື້ ອີກທັງມີໂຄງການປັບປຸງທາງ ເຮັດຄວບຄູ່ໄປດ້ວຍ ແຕ່ໃນໄລຍະນີ້ກໍ່ເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ມີການແກ້ບັນຫາ ສະເພາະໜ້າ ດ້ວຍການໃຫ້ລົດມາຫົດນ້ຳ ຕາມເສັ້ນທາງ ເພື່ອຫຼຸດຜ່ອນບັນຫາຂີ້ຝຸ່ນ.
"ລົດບັນທຸກອິຫຍັງເຂົ້າໄປ ແລ້ວມັນເປັນຫີນ ເປັນບໍ່ເນາະ ຫຼັງຈາກມິດຝົນແລ້ວເພິ່ນຈຶ່ງມີການເກດທາງ ຫັ້ນນາ ກະເວົ້າເລື້ອງຂີ້ຝຸ່ນ ຊ່ວງນີ້ກະແມ່ນອີງຕາມເມືອງ ເພິ່ນກະໄດ້ແຈ້ງບັນດາແຕ່ລະບ້ານຫັ້ນນາ ຫົດນ້ຳໜ້າທາງຫັ້ນແຫຼະ ມັນກະຊິມີລົດພວກ ບໍລິການນ້ຳຂອງລັດຫັ້ນ ມີການຫົດທາງ."
ທາງດ້ານເຈົ້າໜ້າທີ່ ເມືອງໄຊເສດຖາ ທ່ານໜຶ່ງ ກໍ່ຍອມຮັບວ່າ ບັນຫາດັ່ງກ່າວໄດ້ເກີດຂຶ້ນມາຕະຫຼອດເລື້ອຍໆ ແລະຍັງແກ້ໄຂບໍ່ຈົບບໍ່ສິ້ນ ຍ້ອນໂຄງການປັບປຸງເສັ້ນທາງດັ່ງກ່າວ ມີຄວາມຫຼ້າຊ້າມາ ຫຼາຍປີແລ້ວ ແຕ່ກໍ່ຍັງເຮັດບໍ່ແລ້ວຈັກເທື່ອ ແຕ່ກໍ່ຈະມີການ ສະເໜີໃຫ້ທາງຂັ້ນເທິງ ພິຈາລະນາ ແລະ ແກ້ໄຂຕາມຂັ້ນຕອນ, ດັ່ງທ່ານກ່າວວ່າ:
"ເປັນມາແຕ່ດົນແລ້ວ ມັນບໍ່ເຄີຍມີທາງເບຕົງຈັກເທື່ອ ແມ່ນໆ ເພາະວ່າເພິ່ນມີແຜນຊິເຮັດທາງເບຕົງ ແລ້ວເພິ່ນກະບຸກເບີກໃຫ້ມັນກວ້າງອອກ ແລ້ວກໍ່ພໍດີໂຄງການເພິ່ນ ຢຸດຊະງັກໄດ້ເກືອບ 10 ປີແລ້ວເດ້ ບໍ່ເຫັນວ່າເພິ່ນເຮັດຕໍ່ຫັ້ນນາ ນາໄຫ ນາໂນ ມັນຈະກ່ຽວໄປໃສ່ບ້ານໝາກນາວ ບ້ານຫຍັງຊັ້ນນາ."
ນອກຈາກນັ້ນແລ້ວ ກໍ່ຍັງມີຜູ້ໃຊ້ລົດອີກຈຳນວນໜຶ່ງ ທີ່ໄດ້ຖ່າຍວີດີໂອ ສະພາບເສັ້ນທາງດັ່ງກ່າວ ແລ້ວເຜີຍແຜ່ສື່ສັງຄົມອອນລາຍ ພ້ອມຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງການແກ້ໄຂ ແລະໃຫ້ມີການຫົດນ້ຳຕະຫຼອດ ຈົນວ່າການປັບປຸງເສັ້ນທາງດັ່ງກ່າວສຳເລັດ.
ຜົນກະທົບບັນຫາຝຸ່ນດັ່ ງກ່າວ ໄດ້ເລີ້ມເກີດຂຶ້ນຫນັກ ແຕ່ປີ 2021 ເປັນຕົ້ນມາ ຍ້ອນ ລົດບັນທຸກທີ່ແລ່ນຜ່ານ ແລະ ບໍ່ມີຫານຫົດນ້ຳດັບຂີ້ຝຸ່ນ, ອີກທັງຊາວບ້ານຫຼາຍຮ້ອຍຄອບຄົວ ທີ່ຢູ່ຕິດແຄມທາງ ຍັງສ່ຽງຕໍ່ການເກີດພະຍາດກ່ຽວກັບລະບົບທາງເດີນຫາຍໃຈນຳດ້ວຍ.
ເຖິງຢ່າງໃດກໍຕາມ ກ່ອນຫນ້ານີ້ ຍັງມີອີກຫຼາຍບ້ານ ໃນແຂວງຕ່າງໆ ຂອງລາວ ທີ່ປະສົບບັນຫາ ເລື່ອງຂີ້ຝຸ່ນຕາມເສັ້ນທາງດິນແດງ ເປັນຕົ້ນ ຊາວບ້ານ ຢູ່ບ້ານຄຳຮຸ່ງ ແລະບ້ານຫ້ວຍຫົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຍັງສືບຕໍ່ຮັບຜົນກະທົບ ຈາກຂີ້ຝຸ່ນຕາມເສັ້ນທາງ ເຕ 6 ຍ້ອນ ການປັບປຸງເສັ້ນທາງທີ່ຫຼ້າຊ້າ. ລວມທັງ ຊາວບ້ານ 19 ບ້ານ ຢູ່ເມືອງບົວລະພາ ແລະ ອີກຈຳນວນຫນຶ່ງ ຢູ່ເມືອງຫນອງບົກ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບຈາກຂີ້ຝຸ່ນ ຍ້ອນລົດບັນທຸກແຮ່ ຂອງຫວຽດນາມ ແລະ ລາວ ແລ່ນຜ່ານຫຼາຍສິບຄັນຕໍ່ມື້.
ກ່ຽວກັບ ບັນຫາເສັ້ນທາງເປ່ເພ ແລະ ຂີ້ຝຸ່ນຕາມເສັ້ນທາງ ກໍເປັນບັນຫາຫນຶ່ງ ທີ່ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາ ປະຊາຊົນຂັ້ນແຂວງ ມັກຫຍິບຍົກໄປເວົ້າຢູ່ ກອງປະຊຸມ ສະພາແຫ່ງຊາດ ແລະ ກອງປະຊຸມ ສະພາ ປະຊາຊົນແຂວງ ຢູ່ເລື້ອຍໆ ເພື່ອສ່ອງແສງໃຫ້ມີການແກ້ໄຂ ແລະ ປັບປຸງເສັ້ນທາງຫຼາຍແຫ່ງ ແຕ່ ບັນຫາກໍຍັງເກີດຂຶ້ນຢູ່ຄືເກົ່າ.