ເຣື້ອງທີ່ເກັບບັນທຶກໄວ້
2021-07-07
ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 44 ຄົນ ໃນວັນທີ 7 ກໍຣະກະດາ, ຊຶ່ງທັງໝົດ ເປັນຄົນງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ. ໃນນັ້ນ ຢູ່ແຂວງຈໍາປາສັກ 21 ຄົນ, ສວັນນະເຂດ 17 ຄົນ, ຄໍາມ່ວນ 3 ຄົນ, ວຽງຈັນ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ, ເຮັດໃຫ້ ສປປລາວ ມີຜູ້ຕິດເຊື້ອ ສະສົມ 2,400 ຄົນ.
2021-07-07
ແມ່ຍິງຖືພາ ທີ່ເປັນຄົນງານລາວ ຈາກແຂວງສວັນນະເຂດ ທີ່ໄປເຮັດວຽກ ຢູ່ປະເທດໄທຍ ຕິດເຊື້ອໂຄວິດ-19 ແຕ່ຍັງບໍ່ໄດ້ຮັບ ການປິ່ນປົວ ເນື່ອງຈາກວ່າ ທາງໂຮງໝໍ ໃນປະເທດໄທຍ ຍັງບໍ່ທັນ ມີຕຽງຫວ່າງ.
2021-07-06
ພົບຜູ້ຕິດເຊື້ອຕື່ມອີກ 56 ຄົນ ໃນນັ້ນ ຢູ່ແຂວງ ຈໍາປາສັກ 45 ຄົນ ທີ່ເປັນຄົນງານ ມາຈາກໄທຍ, ສວັນນະເຂດ 7 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ ແຂວງວຽງຈັນ 1 ຄົນ, ເຮັດໃຫ້ລາວ ມີຜູ້ຕິດ ເຊື້ອສະສົມ 2,356 ຄົນ.
2021-07-05
ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ໃໝ່ ອີກ 56 ຄົນ ແລະ ຍັງສືບຕໍ່ ມາຕການ ປ້ອງກັນ ໂຄວິດ-19 ຕື່ມອີກ 15 ມື້ ພ້ອມທັງ ຜ່ອນຜັນ ໃຫ້ຮ້ານອາຫານ ແລະ ຮ້ານກາເຟ ນັ່ງກິນດື່ມ ຢູ່ຮ້ານໄດ້.
2021-07-01
ຊາວລາວ ຢາກໃຫ້ ທາງການ ເຂັ້ມງວດ ໃນການລາດຕະເວນ ຕາມເຂດຊາຍແດນ ເພີ່ມຂຶ້ນ ເພື່ອປ້ອງກັນ ຜູ້ລັກລອບ ເຂົ້າປະເທດ ທີ່ຈະນຳ ເຊຶ້ອໂຄວິດ-19 ສາຍພັນ ເດລຕ້າ ມາແຜ່ຣະບາດ ພາຍຫຼັງ 3 ຄົນ ຕິດສາຍພັນດັ່ງກ່າວ.
2021-06-30
ສປປລາວ ສືບຕໍ່ເຂັ້ມງວດ ເຂດສີແດງ ພາຍຫຼັງ ທີ່ພົບເຫັນ ເຊື້ອໂຄວິດ-19 ຣະບາດໃນຊຸມຊົນ ແລະ ສາຍພັນໃໝ່ ໃນກຸ່ມຄົນງານລາວ ທີ່ກັບຈາກປະເທດເພື່ອນບ້ານ, ຊຶ່ງໃນວັນທີ 30 ມິຖຸນານີ້ ມີຜູ້ຕິດເຊື້ອໃໝ່ 20 ຄົນ.
2021-06-30
ຜົລການກວດ ວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 858 ໂຕຢ່າງ ຂອງມື້ວັນທີ 28 ມິຖຸນາ, ທາງການລາວ ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 25 ຄົນ, ໃນນັ້ນ ແຂວງວຽງຈັນ 13 ຄົນ, ຈໍາປາສັກ 9 ຄົນ, ນະຄອນຫຼວງ, ແຂວງສວັນນະເຂດ ແລະ ຄໍາມ່ວນ ບ່ອນລະ 1 ຄົນ, ເຊິ່ງສົ່ງຜົລໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມ 2,101 ຄົນ.
2021-06-28
ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 26 ຄົນ ຄື ຢູ່ແຂວງຈໍາປາສັກ 8 ຄົນ, ນະຄອນຫຼວງ ວຽງຈັນ 7 ຄົນ, ແຂວງ ວຽງຈັນ 4 ຄົນ, ສວັນນະເຂດ 4 ຄົນ, ຫຼວງນໍ້າທາ 2 ຄົນ ແລະ ແຂວງໄຊຍະບູຣີ 1 ຄົນ, ເຮັດໃຫ້ລາວມີ ຜູ້ຕິດເຊື້ອສະສົມ 2,136 ຄົນ.
2021-06-25
ມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກ 14 ຄົນ ແລະ ໃນຂນະນີ້ ທາງການລາວ ໄດ້ປະກາດ ຢຸດ ສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ຍ້ອນ ວັກຊິນໝົດ.
2021-06-24
ທາງການລາວ ກວດພົບ ຜູ້ຕິດເຊຶ້ອ ໂຄວິດ-19 ເພິ້ມອີກ 4 ຄົນ ໃນມື້ວັນທີ 23 ມິຖຸນາ ປີ 2021 ນີ້.
2021-06-23
ການຣະບາດ ຂອງພຍາດຜິວໜັງ ອັກເສບ ງົວ-ຄວາຍ ໃນ ແຂວງຄຳມ່ວນ ມີ ການຣະບາດ ຢ່າງໜັກ.
2021-06-23
ຊາວລາວສ່ວນຫຼາຍ ເກີດສົງສັຍກ່ຽວກັບ ການສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ທີ່ໝົດໄວ ກ່ອນກໍານົດ ທີ່ອາຈບໍ່ມີຄວາມ ໂປ່ງໃສ ຍ້ອນຫຼາຍຄົນ ທີ່ລົງທະບຽນກ່ອນ ຍັງບໍ່ມີ ໂອກາດໄດ້ສັກ.
2021-06-23
ຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມ ການຣະບາດ ຂອງ ເຊື້ອໂຄວິດ-19 ແຫ່ງຊາດ ຂອງລາວ ກັງວົນກ່ຽວກັບ ໂຄວິດ-19 ສາຍພັນໃໝ່.
2021-06-22
ການຣະບາດ ຂອງເຊື້ອໂຄວິດ-19 ຢູ່ປະເທດລາວ ເພິ່ມຂຶ້ນ, ຈາກຜົລຂອງການກວດ ວິເຄາະຫາເຊື້ອ ໂຄວິດ-19 1,159 ຄົນ ໃນມື້ວັນທີ 21 ມິຖຸນາ 2021.
2021-06-21
ພຍາດຜິວໜັງ ອັກເສບ ງົວ-ຄວາຍ ຍັງແຜ່ຣະບາດ ເຊິ່ງໄດ້ລາມໄປເຖິງ ແຂວງໄຊຍະບູຣີ ແລ້ວ.