ຕິດເຊື້ອໂຄວິດ-19 ຕື່ມອີກ 44 ຄົນ
2021.07.07
ຈາກຜົລ ຂອງການກວດວິເຄາະຫາເຊື້ອໂຄວິດ-19 ຈຳນວນ 2,184 ຄົນ ໃນມື້ວັນທີ 6 ກໍຣະກະດາ 2021 ນີ້, ທາງການລາວ ກວດພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 44 ຄົນ ທັງໝົດເປັນ ຄົນງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ. ໃນນັ້ນ ຢູ່ແຂວງຈໍາປາສັກ 21 ຄົນ, ສວັນນະເຂດ 17 ຄົນ, ຄໍາມ່ວນ 3 ຄົນ, ວຽງຈັນ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ, ເຮັດໃຫ້ ສປປລາວ ມີຜູ້ຕິດເຊື້ອ ສະສົມ 2,400 ຄົນ, ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າກອງເລຂາ ຄະນະ ສະເພາະກິດປ້ອງກັນ ໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 7 ກໍຣະກະດານີ້ວ່າ:
“ໄດ້ກວດວິເຄາະ ທັງໝົດນີ້ 2184 ຄົນ ໃນນັ້ນ ກວດພົບເຊື້ອໃໝ່ ແມ່ນມີ ທັງໝົດ 44 ຄົນ, ຊຶ່ງມາຈາກ ນະຄອນຫຼວງວຽງຈັນ 1, ສວັນນະເຂດ 17, ຈໍາປາສັກ 21 ແຂວງວຽງຈັນ 2 ແລະ ຄໍາມ່ວນ 3 ຄົນ. ການຕິດເຊື້ອ ໃນຄັ້ງນີ້ ແມ່ນພົບຢູ່ໃນ ກຸ່ມແຮງງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ.”
ສໍາລັບ ແຂວງຈໍາປາສັກ ທີ່ມີຄົນຕິດ ໂຄວິດ-19 ໃນແຕ່ລະມື້ນັ້ນ ຄະນະ ສະເພາະກິດ ເພື່ອປ້ອງກັນ ໂຄວິດ-19 ແຂວງນີ້ ໄດ້ອອກແຈ້ງການ ໃຫ້ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ແລະ ເຂັ້ມງວດ ຂຶ້ນຕື່ມອີກ ໃນການກວດກາປ້ອງກັນ ບໍ່ໃຫ້ຄົນ ລັກລອບເຂົ້າມາ ໃນປະເທດ ໂດຍສະເພາະ ຄົນງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ ເພາະມີຄວາມສ່ຽງ ຕໍ່ການທີ່ຈະນໍາ ໂຄວິດ-19 ຮວມທັງ ສາຍພັນເດລຕ້າ ເຂົ້າມາຣະບາດ ຢູ່ໃນລາວ ແລະ ຖ້າກວດພົບ ຜູ້ທີ່ຍັງບໍ່ທັນໄດ້ ສັກວັກຊິນ ປ້ອງກັນໂຄວິດ-19 ຄົບ 2 ເຂັມ ກໍບໍ່ໃຫ້ ເຂົ້າ-ອອກ ເມືອງແລະແຂວງ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ກໍ ຣະກະດາ ນີ້ວ່າ:
“ກະບໍ່ໄດ້ ຕ່າງກັນດອກ ມັນກະປົກຕິ ເພາະວ່າ ມັນມີ ສາຍພັນອິນເດັຽ ຫັ້ນແຫລະ ຈະເພີ່ມເຂົ້າມາ ຄົນມາ ແຕ່ເມືອງໄທຍ ຫັ້ນແຫລະ ເຂົ້າມາ ຖືກກົດໝາຍຫັ້ນ ກໍບໍ່ເປັນຫຍັງ ເພິ່ນກໍກັກໂຕ ໂຕລັກລອບ ເຂົ້າມາ ຫັ້ນແຫລະ ໂຕມັນຍາກ ເພິ່ນສືບພໍ້ພົບເຫັນ ກໍແມ່ນ ຈັບເຂົ້າຄຸກ ເພິ່ນກະເພີ່ມ ມາຕການແນວນຶ່ງ ເຂັ້ມງວດ ການໄປ-ການມາ ຫັ້ນແຫລະ ເອົາໃຈໃສ່ ຜູ້ໃດ ທີ່ມີພີ່ນ້ອງ ກັບມາແຕ່ ໄປຫັ້ນໄປນີ້ ຕ້ອງແຈ້ງ ການຣາຍງານ.”
ນອກຈາກ ບັນຫາ ທີ່ວ່ານັ້ນແລ້ວ ຢູ່ແຂວງຈໍາປາສັກ ຍັງມີເຣື່ອງຄົນງານລາວ ຜູ້ຊາຍ ອາຍຸ 30 ປີ ທີ່ກັບມາຈາກ ປະເທດໄທຍ ລັກໜີ ອອກຈາກສູນກັກກັນຊົ່ວຄາວ ຢູ່ເມືອງປະທຸມພອນ ໃນມື້ວັນທີ 6 ກໍຣະກະດານີ້ ຍ້ອນຜູ້ກ່ຽວ ຄິດວ່າ ຕົນບໍ່ຕິດເຊື້ອໂຄວິດ-19 ແລ້ວບໍ່ຢາກ ຖືກກັກໂຕ 14 ມື້ ຕາມກໍານົດ ຊຶ່ງເປັນເຣື່ອງ ທີ່ມີຄວາມສ່ຽງ ຕໍ່ການຣະບາດ ຂອງເຊື້ອນີ້ ຈະກະຈາຍໄປ ໃນຊຸມຊົນ. ແຕ່ເຈົ້າໜ້າທີ່ ໄດ້ເອົາໂຕຜູ້ກ່ຽວ ກັບຄືນເຂົ້າໄປກັກໄວ້ ຢູ່ໃນສູນນັ້ນແລ້ວ ແລະ ໄດ້ສຶກສາອົບຮົມ ໃຫ້ປະຕິບັດ ຕາມມາຕການ ທີ່ມີຢູ່ນີ້ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງອຸທຸມພອນ ທ່ານນຶ່ງ ກ່າວໃນມື້ດຽວກັນ ນີ້ວ່າ:
“ເຂົາໂຕນອອກມາ ກໍຍ້ອນ ເຂົາບໍ່ເຂົ້າໃຈ ໃນການກັກໂຕຫັ້ນນ່າ ມີແຕ່ວ່າ ຢາກໜີໄປຕາມໃຈ ໂຕເອງ ບໍ່ແມ່ນ ຄົນຜີບ້າໜ້າຫລັງດອກ ບໍ່ຄິດວ່າ ໂຕເອງ ເປັນພຍາດຫັ້ນນ່າ ຄັນວ່າ ກັກໂຕ ເໝືອນເຂົາຖືກຄຸກ ບໍ່ໄດ້ໄປຕາມ ເອກຣາດຫັ້ນນ່າ ແຮງງານ ນໍາເຂົ້າມາ ແຕ່ໄທຍນີ້ ເຮົາຈະຕ້ອງ ໄດ້ກັກໝົດ.”
ກ່ຽວກັບ ເຣື່ອງທີ່ວ່ານີ້ ປະຊາຊົນ ຢູ່ເມືອງອຸທຸມພອນ ທ່ານນຶ່ງເວົ້າວ່າ ກໍຣະນີ ມີຄົນລັກໜີ ອອກຈາກ ສູນກັກກັນຊົ່ວຄາວນີ້ ຕົນກໍຮູ້ສຶກຢ້ານ ຍ້ອນວ່າ ມັນມີຄວາມສ່ຽງຕໍ່ ການທີ່ຈະນໍາ ເຊື້ອໂຄວິດ-19 ມາແຜ່ຣະບາດໃຫ້ ເພາະຍັງບໍ່ຮູ້ວ່າ ຜູ້ກ່ຽວຕິດເຊື້ອບໍ ຫລືບໍ່, ຢາກໃຫ້ ເຈົ້າໜ້າທີ່ ເອົາໃຈໃສ່ ເຂັ້ມງວດກວດກາ ຫລາຍຂື້ນ ເພື່ອບໍ່ໃຫ້ ຄົນລັກອອກໄປ ຈາກສູນ ນັ້ນໄດ້ ດັ່ງທີ່ ທ່ານກ່າວວ່າ:
“ເຮົາກໍບໍ່ຢາກໃຫ້ ຫຼຸດອອກມາ ລະເວີ້ຍ ເພາະວ່າ ສ່ວນຫຼາຍ ກະມາຈາກ ທາງຝັ່ງໄທຍພຸ້ນ ຄັນວ່າ ຫຼຸດອອກມາຈາກຫັ້ນ ກໍຢ້ານມາ ແຜ່ເຊື້ອ ໃຫ້ຄົນ ທຸກເມືອງທຸກແຂວງ ຫັ້ນແຫລະ ແຮງຊຸມຊົນ ຫຼາຍຄົນ ກະໃຫ້ ເພິ່ນເຂັ້ມງວດ ຂຶ້ນຕື່ມ ເຝົ້າຫັ້ນແຫລະ ບໍ່ຢາກໃຫ້ມີ ໃຜໂຕນຮົ້ວອອກມາ.”
ແລະປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າເຖິງ ກໍຣະນີດັ່ງກ່າວ ນັ້ນວ່າ ຕົນຄິດວ່າ ເຈົ້າໜ້າທີ່ ກໍເຂັ້ມງວດກວດກາ ຢູ່ແລ້ວ ແຕ່ຜູ້ກ່ຽວ ຄົງສວຍໂອກາດ ລັກອອກໜີ ໃນເວລາ ເຈົ້າໜ້າທີ່ເຜີ ຊຶ່ງກໍຖືວ່າ ເປັນເຣື່ອງ ທີ່ມີຄວາມສ່ຽງ ຕໍ່ການທີ່ຈະນໍາ ເຊື້ອໂຄວິດ-19 ອອກມາ ແຜ່ຣະບາດ ໃນຊຸມຊົນ. ແລະວ່າ ຖ້າຫາກຜູ້ກ່ຽວ ຕິດໂຄວິດ-19 ສາຍພັນເດລຕ້າ ກໍຈະເຮັດໃຫ້ເກີດ ການຣະບາດ ໄປໃນວົງກວ້າງ ແລະ ເປັນອັນຕະຣາຍ ດັ່ງທີ່ ທ່ານເວົ້າວ່າ:
“ສ່ຽງແນ່ນອນ ເພາະວ່າ ຜູ້ທີ່ວ່າ ເພິ່ນລັກອອກໄປ ຫັ້ນເນາະ ບໍ່ຮູ້ວ່າ ເຈົ້າມີເຊື້ອພຍາດບໍ໊ ຫຼື ບໍ່ມີ. ຖ້າມີ ມັນສາຍພັນໃດ ຄັນວ່າ ໂຕຮຸນແຮງ ຕິດງ່າຍນີ໊ ມັນກະແຜ່ເຊື້ອ ໃຫ້ຄົນອື່ນ ດ້ວຍຄວາມຕັ້ງໃຈ ບໍ່ຕັ້ງໃຈ ມັນກໍຈະມີ ກົດໝາຍຮອງຮັບ ເຈົ້າຢູ່ແລ້ວ ໂຕນີ້.”
ອີງຕາມການຣາຍງານ ຂອງຄະນະ ສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 7 ກໍຣະກະດາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 307,197 ຄົນ. ໃນນັ້ນ ມີຜູ້ຕິດເຊື້ອສະສົມ 2,400 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວ ຫາຍແລ້ວ 2,081 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 316 ຄົນ.
ແລະ ອີງຕາມການຣາຍງານ ຂອງຄະນະ ສະເພາະກິດ ໃນມື້ວັນທີ 6 ກໍຣະກະດານີ້, ມີຜູ້ໄດ້ຮັບ ການສັກວັກຊິນ ປ້ອງກັນໂຄວິດ-19 ແລ້ວ 956,535 ຄົນ ແລະ ໄດ້ສັກເຂັມທີ 2 ແລ້ວ 595,647 ຄົນ.