ພົບຜູ້ຕິດເຊື້ອໃໝ່ 56, ສືບຕໍ່ມາຕການຕື່ມ 15 ມື້
2021.07.05

ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 56 ຄົນ, ໃນນັ້ນ ພົບຢູ່ ນະຄອນຫຼວງວຽງຈັນ 4 ຄົນ, ແຂວງຈໍາປາສັກ 32 ຄົນ, ສວັນນະເຂດ 8 ຄົນ, ວຽງຈັນ 11 ຄົນ ແລະ ຄໍາມ່ວນ 1 ຄົນ ຈາກຜົລການກວດ ວິເຄາະຫາ ຜູ້ຕິດເຊື້ອ ທັງໝົດ 843 ໂຕຢ່າງ ຂອງມື້ວັນທີ 4 ກໍຣະກະດາ 2021 ນີ້ ສົ່ງຜົລໃຫ້ ປະເທດລາວ ມີຜູ້ຕິດເຊື້ອ ສະສົມ 2,300 ຄົນ, ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ແລະ ຕາງໜ້າ ຄະນະສະເພາະກິຈ ປ້ອງກັນໂຄວິດ-19, ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 5 ກໍຣະກະດາ ນີ້ວ່າ:
“ໃນມື້ວານນີ້ ທົ່ວປະເທດ ໄດ້ມີ ການເກັບ ຕົວຢ່າງ ມາກວດ ເຊື້ອໂຄວິດ ທັງໝົດ 843 ຄົນ ໃນນັ້ນ ກວດພົບ ຜູ້ຕິດເຊື້ອ 56 ຄົນ ຮອດປັດຈຸບັນ ຖືວ່າ ມີການຣາຍງານ ຜູ້ຕິດເຊື້ອສະສົມ ທັງໝົດ 2,300 ຄົນ.”
ນອກຈາກນີ້, ທາງການ ຍັງໄດ້ສືບຕໍ່ ມາຕການປ້ອງກັນ ໂຄວິດ-19 ຕື່ມ ຕັ້ງແຕ່ ວັນທີ 5-19 ກໍຣະກະດາ 2021 ຕາມຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລຂທີ 15/ນຍ ຕໍ່ໄປອີກ 15 ມື້, ແຕ່ທາງການ ກໍມີ ມາຕການ ຜ່ອນຜັນຕື່ມ ໃຫ້ປະຊາຊົນ ນໍາດ້ວຍ ເປັນຕົ້ນ ສາມາດອອກໄປ ຫາປາ ຕາມແມ່ນໍ້າຂອງໄດ້ ໂດຍກໍານົດເວລາ ແຕ່ 06 ໂມງເຊົ້າ ຫາ 6 ໂມງແລງ ແລະ ຍັງໃຫ້ ບັນດາຮ້ານອາຫານ, ຮ້ານກາເຟ, ສະຖານທີ່ ທ່ອງທ່ຽວ ແລະ ສວນອາຫານ ສາມາດໃຫ້ ລູກຄ້າ ມານັ່ງກິນດີື່ມ ທີ່ຮ້ານໄດ້ ເຊິ່ງມາຕການ ຜ່ອນຜັນນັ້ນ ຈະຕ້ອງປະຕິບັດ ຕາມມາຕການປ້ອງກັນ ໂຄວິດ-19 ຂອງທາງການ ທີ່ກໍານົດໄວ້, ດັ່ງຍານາງ ທິບພະກອນ ຈັນທະວົງສາ, ຮອງຣັຖມົນຕຣີ ຮອງຫົວໜ້າ ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ແລະ ຮອງຫົວໜ້າ ສະເພາະກິຈ ຜູ້ປະຈໍາການ ຫົວໜ້າ ກອງເລຂາ ຄະນະສະເພາະກິຈ, ກ່າວຖແລງ ໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 4 ກໍຣະກະດາ ທີ່ຜ່ານມານີ້ວ່າ:
“ສືບຕໍ່ ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ ສະຖານທີ່ ທ່ອງທ່ຽວ ແລະ ສວນອາຫານ ໂດຍອະນຸຍາດ ໃຫ້ນັ່ງກິນດື່ມ ໃນສະຖານທີ່ ບໍຣິການ ດັ່ງກ່າວໄດ້, ແຕ່ໃຫ້ຈັດ ບ່ອນນັ່ງ ໃຫ້ມີ ໄລຍະຫ່າງ 1 ແມັດຂຶ້ນໄປ ທັງບໍ່ໃຫ້ ບໍຣິການ ເຄື່ອງດື່ມ ທີ່ມີທາດເຫຼົ້າ ທຸກປະເພດ ຢ່າງເດັດຂາດ ແລະ ປະຕິບັດ ມາຕການ ປ້ອງກັນ ການຕິດເຊື້ອ ຫຼື ແຜ່ເຊື້ອ ຢ່າງເຂັ້ມງວດ.”
ກ່ຽວກັບ ມາຕການ ຜ່ອນຜັນ ໃຫ້ປະຊາຊົນ ສາມາດ ໄປຮັບບໍຣິການ ຈາກກິນດື່ມ ແລະ ຮ້ານອາຫານ ໄດ້ນັ້ນ, ເຈົ້າຂອງ ຮ້ານກິນດື່ມ ທ່ານນຶ່ງ ກໍເວົ້າວ່າ ກໍຮູ້ສຶກດີໃຈ ທີ່ທາງການ ມີມາຕການ ຜ່ອນຜັນໃຫ້, ແຕ່ກໍບໍ່ໝັ້ນໃຈວ່າ ຈະມີລູກຄ້າ ຫຼືບໍ່ ເພາະໃນໄລຍະນີ້ ຫຼາຍຄົນ ກໍລະມັດລະວັງ ໂຕເອງ ໃນການປ້ອງກັນ ໂຄວິດ-19, ແຕ່ທາງຮ້ານ ກໍມີຄວາມພ້ອມ ໃນການຈະເປີດຮ້ານຢູ່ ເຊິ່ງກໍຕ້ອງໄດ້ ປະຕິບັດຕາມ ມາຕການປ້ອງກັນ ໂຄວິດ-19 ຂອງທາງການ ທີ່ໄດ້ກໍານົດໄວ້:
“ດີໃຈ ຖ້າເປີດຫັ້ນ ມັນຂາດລາຍໄດ້ ມີຄວາມພ້ອມ ຢູ່ຕລອດແຫຼະ ກໍຊິໄດ້ຊື້ ອັນກວດມາ ກະໃຫ້ໃສ່ ແມສ ເຂົ້າມາຮ້ານກ່ອນ ມີເຈວລ້າງມື ໄວ້ກ່ອນ ມັນຊິມີແຂກ ຢູ່ບໍ ມີໂຄວິດ ແນວນີ້.”
ເຈົ້າຂອງ ຮ້ານອາຫານ ອີກທ່ານນຶ່ງ ກໍເວົ້າວ່າ ເຫັນແຈ້ງການ ຈາກທາງການແລ້ວ ກໍມີຄວາມພ້ອມ ທີ່ຈະເປີດ ຮ້ານຄືກັນ ໂດຍຈະມີ ມາຕການປ້ອງ ໂຄວິດ-19 ຕາມທີ່ ທາງການກໍານົດ, ດັ່ງທ່ານເວົ້າວ່າ:
“ທາງຮ້ານອາຫານເຮົາ ກໍມີ ເຄື່ອງກວດ ອຸນຫະພູມ ກໍມີ ເຈວລ້າງມືໃຫ້ ມີອ່າງລ້າງມື ພ້ອມ ເພາະວ່າ ແຕ່ລະໂຕະ ເຮົາບໍ່ໄດ້ຈັດ ໃກ້ກັນ ກຸ່ມດຽວກັນ ນັ່ງນໍາກັນໄດ້ຢູ່ ຖ້າເພິ່ນ ບໍ່ໃຫ້ນັ່ງ ບໍ່ມີ ລູກຄ້າມາ ມີແຕ່ສັ່ງ ກັບບ້ານ ສັ່ງກັບບ້ານ ກໍສ່ວນໜ້ອຍ.”
ໃນຂນະດຽວກັນ ຊາວບ້ານທ່ານນຶ່ງ ທີ່ຫາປາ ຕາມລໍາແມ່ນໍ້າຂອງ ກໍເວົ້າວ່າ ກໍຮູ້ສຶກດີໃຈ ທີ່ທາງການ ມີການຜ່ອນຜັນ ໃຫ້ຫາປາໄດ້ ເພາະຖືວ່າ ການຫາປາ ຕາມແມ່ນໍ້າຂອງນີ້ ກໍເປັນ ອາຊີບນຶ່ງ ທີ່ຊາວບ້ານ ໄດ້ອາສັຍ ຫາປາມາຂາຍ ເພື່ອລ້ຽງຄອບຄົວ:
“ເອີ່ ກະດີໃຈແຫຼະ ເພາະວ່າ ລັກສະນະວ່າ ດໍາຣົົງຊີວິດ ຢູ່ໃນແຄມຂອງເນາະ ການຫາປາ ເປັນຕົວຊ່ວຍເສີມ ອາຊີບນຶ່ງເນາະ ຫາລາຍໄດ້ ສູ່ຄອບຄົວ ເພາະວ່າ ຖືກພັຍແຫ້ງແລ້ງ ແດ່ເນາະ ກໍບໍ່ໄດ້ເຮັດນາ ອາສັຍ ຂາຍປູຂາຍປາ ຊື້ເຂົ້າຊື້ນໍ້າ ກິນ.”
ນອກຈາກນີ້ ຢູ່ນະຄອນຫຼວງພຣະບາງ ກໍໄດ້ເປີດ ສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ຊິໂນຟາມ ເຂັມທີ 1 ຕັ້ງແຕ່ ວັນທີ 1-10 ກໍຣະກະດາ 2021 ເຊິ່ງໃນໄລຍະ 2-3 ມື້ ທີ່ຜ່ານມາ ກໍເກີດ ຄວາມວຸ້ນວາຍ, ແອອັດ, ບໍ່ເປັນລະບຽບ ຍ້ອນຫຼາຍຄົນ ຢ້ານບໍ່ໄດ້ສັກ ເພາະທາງການ ມີກໍານົດວ່າ ຖ້າຜູ້ໃດ ບໍ່ສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບ 2 ເຂັມ ກໍຈະເດີນທາງ ໄປຕ່າງແຂວງຕ່າງເມືອງ ບໍ່ໄດ້ ຮວມທັງໄປ ພົວພັນວຽກງານ ໃນຫ້ອງການຕ່າງໆ ກໍບໍ່ໄດ້ ເຊັ່ນກັນ, ດັ່ງຊາວບ້ານ ໃນນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ເພິ່ນ ກະປະກາດເນາະວ່າ ໃຫ້ໄປ ສັກວັກຊິນ ຜູ້ໃດ ບໍ່ໄປສັກວັກຊິນ ກໍໍບໍ່ໃຫ້ໄປ ພົວພັນ ວຽກງານ ໃນຫ້ອງການ ແລະ ກໍບໍ່ໃຫ້ອອກ ຕ່າງແຂວງ ຕ່າງເມືອງ ແລ້ວແມ່ນ ເຂົາເຈົ້າ ມາແຕ່ ແຖວໆນອກ ແດ່ຫັ້ນນ່າ ມັນກໍເຮັດໃຫ້ ແອອັດ ຜູ້ໃດ ກະຢາກສັກບາດນີ້ ເຂົາເຈົ້າ ກະຫຼຸກັນໄປ ຍາດບັດຄິວຫັ້ນນ່າ ເພິ່ນກະມາວາງໃໝ່ ຮັກສາ ໄລຍະຫ່າງ ມານີ້ ກໍເຫັນ ເປັນລະບຽບ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ຢູ່ນະຄອນຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ການເປີດ ສັກວັກຊິນ ປ້ອງກັນໂຄວິດ-19 ໃນມື້ທໍາອິດ ກໍຈະວຸ້ນວາຍ ກັນຫຼາຍ ເນື່ອງຈາກຫຼາຍຄົນ ຢ້ານບໍ່ໄດ້ສັກ ເພາະສ່ວນໃຫຍ່ ຫຼາຍຄົນ ຕ້ອງການ ຈະເດີນທາງ ອອກໄປຕ່າງແຂວງ, ແຕ່ປັດຈຸບັນ ເຈົ້າໜ້າທີ່ ກໍໄດ້ຈັດໃຫ້ ເປັນລະບົບລະບຽບ ຮຽບຮ້ອຍແລ້ວ:
“ກະໄດ້ມາ ປັບລະບົບໃໝ່ລະເດ້ ກໍໃຫ້ ລົງທະບຽນກ່ອນ ແລະ ກະສັກເປັນກໍານົດ ມື້ນີ້ສັກ ເທົ່ານີ້ ລົງທະບຽນ ມື້ວັນທີ ເທົ່າໃດ ໄປສັກ ເຮັດແນວນັ້ນ.”
ອີງຕາມການຣາຍງານ ຂອງຄະນະ ສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 5 ກໍຣະກະດາ 2021 ນີ້, ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 303,454 ຄົນ. ໃນນັ້ນ ພົບຜູ້ຕິດເຊື້ອ ສະສົມ 2,300 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 2,075 ຄົນ, ກໍາລັງ ປິ່ນປົວ ແລະ ຕິດຕາມ ອາການ ຢູ່ໂຮງໝໍ 222 ຄົນ.
ສ່ວນການສັກວັນຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບ ການສັກວັກຊິນແລ້ວ ໂດຍແຍກເປັນ ເຂັມທີ 1 ຈໍານວນ 947,702 ຄົນ ແລະ ເຂັມທີ 2 ຈໍານວນ 589,809 ຄົນ.