ຊາວລາວກັງວົນເຣື່ອງ ໂຄວິດ-19 ສາຍພັນໃໝ່
2021.06.23

ຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມການຣະບາດ ຂອງເຊື້ອໂຄວິດ-19 ແຫ່ງຊາດຂອງລາວ ມີຄວາມກັງວົນຫຼາຍ ເພິ່ມຂຶ້ນ ກ່ຽວກັບໄວຣັສໂຄວິດ-19 ສາຍພັນໃໝ່ ຍ້ອນວ່າ ມັນແຜ່ກະຈາຍໄດ້ຢ່າງໄວວາກວ່າເກົ່າ ເຮັດໃຫ້ປະຊາຊົນລາວ ວິຕົກ ກັງວົນນໍາ ໄວຣັສສາຍພັນໃໝ່ນີ້ ຫຼາຍເພິ່ມຂຶ້ນ.
ອົງການອະນາມັຍໂລກ (WHO) ໄດ້ຈໍາແນກສາຍພັນ ໄວຣັສໂຄວິດ-19 ອອກເປັນ 2 ກຸ່ມ ຄືສາຍພັນທີ່ໜ້າເປັນຫ່ວງ ຊຶ່ງເປັນສາຍ ພັນ ທີ່ມີຄວາມຮ້າຍແຮງຫລາຍກວ່າ ແລະສາຍພັນທີ່ ໜ້າສົນໃຈ ທີ່ຫາກໍໄດ້ເກີດຂຶ້ນ ເມື່ອໄວໆມານີ້ ແລະ ຣັຖບາລລາວເວົ້າວ່າມັນ ເປັນສິ່ງສໍາຄັນ ທີ່ຈະຕ້ອງກວດສອບ.
ໄວຣັສໂຄວິດ-19 ກຸ່ມ ທໍາອິດ ປະກອບດ້ວຍສາຍພັນ Beta, Gamma, Alpha-ສາຍພັນ ອັງກິດ ແລະ Delta-ສາຍພັນ ອິນເດັຍ ຂນະທີ່ກຸ່ມທີ 2 ມີ ຊື່ວ່າ Zeta, Theta, ແລະ Kappa.
ດຣ. ຣັດຕະນະໄຊ ເພັດສະຫວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວຕໍ່ກອງປະຊຸມຂ່າວວ່າ ໄວຣັສ ສາຍພັນ Alpha ໄດ້ປາກົດຕົວຂຶ້ນ ຢູ່ລາວ ໃນໄລຍະ ບຸນປີໃໝ່ລາວ, ເປັນໄວຣັສ ຊນິດທີ່ແຜ່ເຊື້ອໄດ້ງ່າຍກວ່າ ສາຍພັນເດີມ ແລະ ເຮັດໃຫ້ມີການຕິດເຊື້ອ ຈໍານວນຫລາຍ.
ແລະວ່າ ຄວາມທ້າທາຍຂອງໄວຣັສ ສາຍພັນໃໝ່ນີ້ ຢູ່ທີ່ຄວາມ ສາມາດແຜ່ກະຈາຍເຊື້ອ ຢ່າງໄວວາ ແລະເຮັດໃຫ້ອາການຂອງເຊື້ອນີ້ ຮ້າຍແຮງຂຶ້ນ. ໄວຣັສໂຄວິດ-19 ສາຍພັນໃໝ່ນີ້ ບໍ່ງ່າຍທີ່ຈະກວດພົບ ດ້ວຍການກວດ PCR ຄືທີ່ໃຊ້ຢູ່ໃນປັດຈຸບັນ ຊຶ່ງຜົລການກວດ ອາຈອອກມາເປັນລົບ ແຕ່ໃນຕົວຈິງ ແມ່ນມີໄວຣັສ ນັ້ນຢູ່.
ໄວຣັສໂຄວິດ-19 ສາຍພັນໃໝ່ ຖືກຣະບຸວ່າ ມາຈາກສາເຫດຂອງການແຜ່ເຊື້ອ ໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະຖືກກວດພົບ ໃນຫລາຍປະເທດ ຮວມທັງຢູ່ປະເທດໄທຍ. ຈໍານວນຜູ້ຕິດເຊື້ອ ທີ່ເພີ່ມຂຶ້ນຢູ່ໄທຍ ຊຶ່ງມີການແຜ່ຣະບາດຂອງ ໄວຣັສ ສາຍພັນ Delta ເຮັດໃຫ້ເກີດຄວາມກັງວົນກັນວ່າ ໄວຣັສ ສາຍພັນ ທີ່ຕິດຕໍ່ກັນຫລາຍນີ້ ສາມາດຂ້າມຊາຍແດນ ເຂົ້າມາປະເທດລາວ ໄດ້.
ມາຕການປ້ອງກັນ ໂຄວິດ-19 ເຊັ່ນ ການແທກອຸນຫະພູມ ຮ່າງກາຍ, ການເວັ້ນໄລຍະຫ່າງ, ການໃສ່ໜ້າກາກອະນາມັຍ ແລະການ ລ້າງມືໃຫ້ສະອາດ ດ້ວຍສະບູ ຫລື ເຈວລ້າງມືຍັງມີ ຜົລບັງຄັບໃຊ້ຢູ່ໃນທຸກຮ້ານຄ້າ ຮວມທັງຫ້າງຊັພສິນຄ້າ ມີນີມາກ ແລະ ຕລາດ ແລະທັງເຂດອື່ນໆ ທີ່ມີຄວາມສ່ຽງນໍາດ້ວຍ.
ປັດຈຸບັນ ທົ່ວປະເທດລາວມີທັງໝົດ 4,062 ຄົນຢູ່ສູນກັກກັນຊົ່ວຄາວ 43 ແຫ່ງ ແລະພວກເຂົາເຈົ້າ ກໍຍັງຢູ່ໃນຣະຫວ່າງການກວດ ວິເຄາະຫາເຊື້ອໂຄວິດ-19 ຢູ່.