24 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 14 ຄົນ
2021.06.25

ໃນຂນະທີ່ທາງການລາວ ຍັງກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 14 ຄົນຢູ່ນີ້, ທາງສູນບໍຣິການ ສັກວັກຊິນປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນຫຼາຍແຫ່ງ ໄດ້ປະກາດໃຫ້ ຢຸດສັກວັກຊິນເຂັມທີ 1 ໃຫ້ປະຊາຊົນ ຍ້ອນວັກຊິນໝົດ, ຕ້ອງໄດ້ລໍຖ້າວັກຊິນ ມາກ່ອນ ຊຶ່ງຄາດວ່າຈະມາເຖິງ ໃນຕົ້ນເດືອນກໍຣະກະດາ ນີ້ ຈຶ່ງຈະໄດ້ສັກຕໍ່ໄປ, ແຕ່ຍັງສັກໃຫ້ແຕ່ ຜູ້ທີ່ຈະສັກເຂັມທີ 2, ດັ່ງ ເຈົ້າໜ້າທີ່ສັກວັກຊິນ ປ້ອງກັນໂຄວິດ-19 ຢູ່ເມືອງໄຊທານີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ມິຖຸນາ ນີ້ວ່າ:
“ຊ່ວງນີ້ເພິ່ນຢຸດເຂັມ 1 ກ່ອນມັນໝົດ. ໃຫ້ສັກເຂັມ 2 ກ່ອນ ແລະເຂັມ 1 ຫັ້ນ ຈະເລີ່ມຕົ້ນປະມານ ຕົ້ນເດືອນ 7 ນີ້ແຫລະ ເຣີ່ມສັກ ໃໝ່ ລໍຖ້າເພິ່ນແຈ້ງການ ເພິ່ນຈະລົງເຟສລົງຫຍັງ ຕາມກະຊວງສາທາ ແຈ້ງໄປສູນຂ່າວສານ ເພິ່ນຈະແຈ້ງຕື່ມ.”
ເຈົ້າໜ້າທີ່ສັກວັກຊິນປ້ອງກັນ ໂຄວິດ-19 ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທ່ານນຶ່ງກໍເວົ້າວ່າກະຊວງສາທາຣະນະສຸຂ ແຈ້ງມາວ່າ ໃຫ້ຢຸດສັກວັກຊິນ ປ້ອງກັນ ໂຄວິດ-19 ເຂັມທີ 1 ແລະ ວ່າໄດ້ຢຸດສັກມາແຕ່ມື້ວານນີ້, ຕ້ອງໄດ້ລໍຖ້າແຈ້ງການ ຈາກ ພາກສ່ວນທີ່ ກ່ຽວຂ້ອງມາກ່ອນ ຈຶ່ງຈະໄດ້ສັກຕໍ່, ແຕ່ກໍຍັງບໍຣິການ ສັກເຂັມທີ 2 ຢູ່.
“ທາງໜ່ວຍສະເພາະກິດ ທາງກະຊວງເພິ່ນຫັ້ນ ແຈ້ງການມາໃຫ້ໂຈະເຂັມ 1 ບໍ່ສາມາດມີແລ້ວເນາະແຕ່ເຂັມ 2 ເພິ່ນເປີດຢູ່ເນາະ.”
ປະຊາຊົນລາວຫຼາຍຄົນ ທີ່ຍັງບໍ່ທັນໄດ້ສັກວັກຊິນ ເຂັມທີ 1 ນັ້ນກໍຢາກສັກໄວ ຍ້ອນມີມາຕການຫ້າມຫຼາຍຢ່າງ ເປັນຕົ້ນວ່າຖ້າຜູ້ໃດ ບໍ່ໄດ້ສັກວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມ ກໍຈະບໍ່ສາມາດເດີນທາງ ຂ້າມແຂວງໄດ້ ຫລື ບໍ່ສາມາດໄປພົວພັນ ວຽກງານຕາມ ຫ້ອງການໄດ້, ບໍ່ສາມາດສມັກເຂົ້າເຮັດວຽກ ໃນບາງວຽກໄດ້, ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ທ່ານຍັງບໍ່ທັນໄດ້ສັກ ວັກຊິນເທື່ອ ເພາະໄປສັກມື້ໃດ ຄົນກໍແອອັດຫລາຍ ບໍ່ໄດ້ສັກ ແລະມາດຽວນີ້ ທາງການເພິ່ນກໍແຈ້ງມາວ່າ ໃຫ້ຢຸດສັກວັກຊິນເຂັມທີ 1 ແລະ ຈະສັກໃຫ້ໃນ ເດືອນ ກໍຣະກະດາ, ເຮັດໃຫ້ຕົນຕ້ອງໄດ້ ລໍຖ້າສັກຕໍ່ໄປ ແລະວ່າ ຖ້າທາງການເປີດສັກເຂັມທີ 1 ເທື່ອໃໝ່ນີ້ ກໍຢາກໃຫ້ເພິ່ນແກ້ໄຂ ເຣື່ອງການລົງທະບຽນ ຄືໃຫ້ປະຊາຊົນ ລົງທະບຽນ ຢູ່ກັບນາຍບ້ານ ຫລື ກັບເມືອງໄດ້ ແລະ ສາມາດໄປ ສເນີຕົວ ແລະລໍຖ້າເຂົ້າຄິວສັກວັກຊິນ ໄດ້ເລີຍ ເພື່ອບໍ່ໃຫ້ຄົນແອອັດ ແລະ ບໍ່ເສັຍເວລາໄປລໍຖ້າ ໂດຍທີ່ບໍ່ໄດ້ສັກຄືເກົ່າອີກ, ດັ່ງທີ່ ທ່ານກ່າວວ່າ:
“ຖາມທ່ານໝໍມື້ນັ້ນ ເພິ່ນວ່າຕ້ອງໄດ້ລໍເດືອນໜ້ານີ້ແຫຼະ ຂ້ອຍເບິ່ງຫັ້ນເນາະ. ຖ້າເຂົາເຈົ້າຍັງເຮັດແບບເກົ່າຫັ້ນນ່າ ກະຫຍຸ້ງຍາກຄືເກົ່າ ກະປ່ຽນແປງແບບລົງທະບຽບຢູ່ຂັ້ນບ້ານ ລົງທະບຽນຢູ່ຂັ້ນເມືອງ ກະຮອດມື້ກໍແຈ້ງເຂົາເຈົ້າ ໂຕນີ້ໂຕນີ້ ໜ້າຈະເຮັດໃຫ້ແບບບໍ່ແອອັດ ບໍ່ມີແບບອາການທີ່ວ່າ ໄປນັ່ງລໍເກີ້ ເສັຽເວລໍ້າເວລາ.”
ຢູ່ແຂວງສວັນນະເຂດ ຊາວລາວທ່ານນຶ່ງ ກໍເວົ້າວ່າຈໍາເປັນທີ່ຈະຕ້ອງໄດ້ ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ຄົບ 2 ເຂັມໄວ ເພາະ ເວລາເດີນທາງໄປຕ່າງແຂວງ ຫລື ໄປພົວພັນ ວຽກງານຕ່າງໆກໍງ່າຍ ຍ້ອນວ່າເຈົ້າໜ້າທີ່ ຈະຖາມຫາບັດຢັ້ງຢືນ ການສັກວັກຊິນນັ້ນ:
“ໂຕນີ້ແຫຼະໂຕສໍາຄັນ ເຮົາເດີນທາງນິ ຄັນບໍ່ມີບັດສັກວັກຊິນຄົບ 2 ເຂັມແລ້ວ ເຂົາກໍບໍ່ອະນຸຍາດ ແລ້ວບາດເຮົາໄປພົວພັນບ່ອນ ສະຖານທີ່ ອົງການໃດບາງບ່ອນເຂົາເຈົ້າ ກໍຈໍາກັດເດ໊. ຄັນບໍ່ມີບັດສັກວັກຊິນ ປ້ອງກັນພຍາດໂຕນີ້ແລ້ວ ເຂົາກໍບໍ່ຢາກບໍຣິການໃຫ້.”
ແລະຢູ່ແຂວງບໍ່ແກ້ວ ປະຊາຊົນລາວ ຜູ້ນຶ່ງເວົ້າວ່າ ປັດຈຸບັນ ຕົນຢູ່ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ກໍຍັງບໍ່ ທັນໄດ້ ສັກວັກຊິນປ້ອງກັນໂຄວິດ-19 ຍ້ອນວ່າບໍ່ມີ ວັກຊິນໃໝ່ມາ, ຕົນຢາກສັກ ແຕ່ທາງການກໍຍັງບໍ່ໄດ້ ແຈ້ງໃຫ້ຮູ້ວ່າ ຈະໄດ້ສັກ ມື້ໃດ ຍັງລໍຖ້າສັກຢູ່ ຍ້ອນວ່າ ຢູ່ເຂດເສຖກິດພິເສດນີ້ ຖ້າຜູ້ໃດບໍ່ໄດ້ສັກວັກຊິນຄົບ 2 ເຂັມ ຈະບໍ່ໃຫ້ເຮັດ ວຽກ, ດັ່ງທີ່ທ່ານກ່າວວ່າ:
“ຍັງໂຕໃໝ່ມັນຍັງບໍ່ມາຕິ ໄດ້ຍິນເຂົາເວົ້າວ່າ ໂຕເກົ່ານັ້ນມັນໝົດ. ຢາກສັກເພາະວ່າເຂົາເວົ້າວ່າ ຄັນຜູ້ໃດບໍ່ສັກວັກຊິນ ເຮັດວຽກບໍ່ໄດ້.”
ການຣະບາດຂອງເຊື້ອໂຄວິດ-19 ຢູ່ປະເທດລາວເພິ່ມຂຶ້ນ, ຈາກຜົລຂອງການກວດວິເຄາະຫາ ເຊື້ອໂຄວິດ-19 1,159 ຄົນ ໃນມື້ວັນ ທີ 24 ມິຖຸນາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອເພິ່ມອີກ 14 ຄົນ ຄືຢູ່ແຂວງຈໍາປາສັກ 8 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ ແຂວງສວັນນະເຂດ 3 ຄົນ, ເຮັດໃຫ້ລາວມີຜູ້ຕິດເຊື້ອສະສົມ 2,094 ຄົນ, ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 24 ມິຖຸນາ ນີ້ວ່າ:
“ພວກເຮົາໄດ້ເກັບໂຕຢ່າງທັງໝົດ 1159 ຄົນ ໃນວັນທີ 24 ມິຖຸນາ ນີ້ໄດ້ກວດພົບເຊື້ອທັງໝົດແມ່ນມີ 14 ຄົນ ຈາກນະຄອນຫຼວງ 3 ຄົນ ສວັນນະເຂດ 3 ຄົນແລະຈໍາປາສັກ 8 ຄົນຊຶ່ງທັງໝົດ ແມ່ນກໍຣະນີນໍາເຂົ້າ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ວັນທີ 25 ມິຖຸນາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວມີ ຜູ້ໄດ້ຮັບ ການກວດວິເຄາະຫາ ເຊື້ອໂຄວິດ-19 ທັງໝົດ 289,377 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 2,094 ຄົນ, ເສັຍຊີວິດ 3 ຄົນ, ປິ່ນປົວຫາຍແລ້ວ 1,968 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາອາການຢູ່ໂຮງໝໍ 123 ຄົນ; ມີຜູ້ໄດ້ຮັບການ ສັກວັກຊິນ ເຂັມທີ 1 ແລ້ວ 869,006 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ 513,003 ຄົນ.