ທາງການລາວ ກວດພົບເຫັນ ຜູ້ຕິດເຊຶ້ອ ໂຄວິດ-19 ເພີ່ມອີກ 4 ຄົນ ໃນນັ້ນ 3 ຄົນ ຢູ່ນະຄອນຫຼວງວຽງຈັນ ແລະ 1 ຄົນ ຢູ່ແຂວງ ສວັນນະເຂດ ຈາກຜົລການກວດຫາ ເຊຶ້ອໂຄວິດ-19 ທັງໝົດ 1,574 ຕົວຢ່າງຂອງວັນທີ 23 ມິຖຸນາ ປີ 2021, ສົ່ງຜົລໃຫ້ປະເທດ ລາວ ມີຜູ້ຕິດເຊຶ້ອສະສົມ 2,080 ຄົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 24 ມິຖຸນາ ນີ້ວ່າ:
"ວັນທີ 24 ມິຖຸນາ 2021 ໄດ້ກວດວິເຄາະ ທັງໝົດ 1,574 ຄົນ ໃນນັ້ນພົບຜູ້ຕິດເຊື້ອໃໝ່ 4 ຄົນ ຈາກ ນະຄອນຫຼວງວຽງຈັນ 3 ຄົນ ແລະ ຈາກສວັນນະເຂດ 3 ຄົນ.”
ໃນຂນະດຽວກັນ ໃນມື້ນີ້ ໂຮງໝໍເມືອງ ໃນຫຼາຍເມືອງກໍໄດ້ຍຸຕິ ການສັກຢາວັກຊິນ ເຂັມທີ 1 ແລ້ວ ຍ້ອນຢາບໍ່ພໍ ແຕ່ໄດ້ຮັບສັກເຂັມ ທີ 2 ເປັນຕົ້ນໂຮງໝໍ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍເຊົາສັກຢາ ເຂັມທີ 1 ແລ້ວ ເລີ້ມສັກເຂັມ ທີ 2 ຕໍ່ໄປ, ດັ່ງ ເຈົ້າໜ້າທີ່ປ້ອງກັນໂຄວິດ-19 ເມືອງຫາດຊາຍຟອງ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມຶ້ດຽວກັນນີ້ວ່າ:
“ແຕ່ວ່າມຶ້ນີ້ ມັນບໍ່ມີແລ້ວເນາະ ປິດເຂັມ 1 ແຕ່ເຂັມ 2 ເປີດຢູ່ ມື້ວານນີ້ ທີ່ອັ່ງອໍເຂົ້າມານີ້ ມັນບໍ່ແມ່ນຄົນ ເມືອງຫາດຊາຍຟອງ ກໍມີ ເຂົາເຈົ້າເຂົ້າມາກໍຍ້ອນວ່າ ຈຸດບໍຣິການຢູ່ ໄອເຕ໌ກ ແລ້ວກໍສູນມວນຫັ້ນ ເພີ່ນປິດ ເມືອງຫາດຊາຍຟອງເຮົາ ກໍຍັງບໍຣິການ ເຂົາເຈົ້າ ກໍເລີຍພາກັນມາພີ້ ບາດນີ້ກະເກີດສົນລະມົນ ຍາດບັດກັບເຈົ້າຫນ້າທີ່ຂະເຈົ້າ.”
ຊາວບ້ານ ຢູ່ເມືອງຫາດຊາຍຟອງ ທ່ານນຶ່ງເວົ້າວ່າ ໃນມື້ນີ້ ເຈົ້າໜ້າທີ່ຢູ່ໂຮງໝໍ ຢູ່ເມືອງຫາດຊາຍຟອງ ໄດ້ຍຸຕິສັກວັກຊິນເຂັມທີ 1 ແລ້ວຮັບສັກແຕ່ເຂັມທີ່ 2 ຊຶ່ງໃນມື້ວານນີ້ ກໍມີຄົນ ລັ່ງໄຫລເຂົ້າມາສັກວັກຊິນ ເຂັມທີ 1 ເປັນຈຳນວນຫຼວງຫລາຍ ແລະແອອັດ ບໍ່ ເປັນຣະບຽບ ຍ້ອນເຈົ້າໜ້າທີ່ ປະກາດບໍ່ຈະແຈ້ງ ແລະ ກໍບໍ່ໄດ້ວາງແຜນໃນການຈຳກັດຄົນ.
“ຍ້ອນເພິ່ນແຈ້ງວ່າອາຍຸ 18 ປີ ຂຶ້ນເມືອລະໃຫ້ໄປຮັບວັກຊິນ ແລ້ວບໍ່ມີແຜນວາງອອກມາວ່າ ມື້ນຶ່ງຈະຮັບໄດ້ເທົ່າໃດ ແລະຜູ້ໃດມີ ເງຶ່ອນໄຂໄປແຕ່ລະມື້ ບາດນີ້ຜູ້ຮູ້ໃຜກໍຢາກໄປສັກ ແລ້່ວກໍລັ່ງໄປ ກະແອອັດ ສ່ຽງຕິດເຊື້ອແນ່ນອນລະເນາະ ເປັນຈັ່ງຊີ້ ດຽວນີ້ເພິ່ນ ສັ່ງຢຸດແລ້ວເຂັມ 1 ຫັ້ນ ເພິ່ນຈະລະບາຍເຂັມທີ 2 ອອກ.”
ຊາວບ້ານອີກທ່ານນຶ່ງເວົ້າວ່າ ປັດຈຸບັນນີ້ ຜູ້ໃດກໍຕ້ອງການສັກຢາວັກຊິນ ປ້ອງກັນໂຄວິດ-19 ຖ້າມີຈຸດໃດບໍຣິການ ຊາວບ້ານກໍພາກັນ ລັ່ງໄຫຼໄປສັກ ຈຶ່ງເຮັດໃຫ້ເກີດຄວາມແອອັດ ບໍ່ເປັນຣະບຽບເຈົ້າໜ້າທີ່ປະກາດຫ້າມກໍບໍ່ຟັງ ຕົນເອງກໍຢ້ານຕິດເຊຶ້ອໂຄວິດ-19 ຢູ່ທີ່ນັ້ນ.
“ເປັນເພາະປະຊາຊົນຢາກສັກຢານີ້ແຫລະ ໃຜກໍຢາກເຂົ້າໄປສັກ ທັງເປັນຫ່ວງ ທັງຢ້ານພຸ້ນລະ ບາງເທຶ່ອມັນບໍ່ອອກອາການເດ້ ສ່ວນຫຼາຍມັນຈະເກັບອາການໄວ້ໝົດ ພຍາດນ່າ ເພິ່ນກໍປະກາດແລ້ວເດ້ວ່າ ເພິ່ນຈະໂຈະສັກຢາເຂັມ 1 ຈະສືບຕໍ່ແຕ່ເຂັມ 2 ວ່າຊັ້ນເດ້.”
ກ່ຽວກັບທີ່ທາງການລາວ ຈະອະນຸຍາດໃຫ້ໂຮງໝໍ ຫຼື ຄລີນິກເອກຊົນ ສາມາດກວດຫາເຊຶ້ອ ໂຄວິດ-19 ໄດ້ນັ້ນ ເຈົ້າໜ້າທີ່ທ່ານນຶ່ງ ເວົ້າວ່າຕ້ອງໄດ້ໂອ້ລົມກັບ ເຈົ້າຂອງຄລິນິກອີກ ເທຶ່ຶອນຶ່ງ ຍ້ອນວ່າສະຖານທີ່ ໃນຄລີນິກເອກຊົນມັນແຄບ ແລະ ຈະອັ່ງອໍເໝືອນກັນ.
“ປຶກສານຳເຈົ້າຂອງຫັ້ນກ່ອນ ວ່າຊິເປັນຈັ່ງໃດ ພໍເຮົາຈະມີເງຶ່ອນໄຂໄດ້ບໍ່ ເພາະວ່າຄລີນິກເຮົາ ມັນກໍບໍ່ໃຫຍ່ນ່າ ເນຶ້ອທີ່ມັນກໍບໍ່ກວ້າງ ຫຼາຍເຮົາຕ້ອງໄດ້ປຶກສາເພິ່ນກອ່ນ ວ່າຊິໄດ້ບໍ ເພາະມັນຈະມີຄົນເຈັບເຂົ້າມາຫຼາຍ ຖ້າກວດມັນຕ້ອງມີໂຊນ ຈຸດຂອງການກວດ ຊັ້ນລູກຄ້າເຂົາຈະຫຍຸ້ງຍາກ ໃນການເຂົ້າມາຫັ້ນນ່າ.”
ເຈົ້າຂອງຄລີນິກເອກຊົນ ທ່ານນຶ່ງເວົ້າວ່າ ເຣຶ່ອງດັ່ງກ່າວຕ້ອງໃຫ້ ເຈົ້າຂອງຄລີນິກ ພິຈາຣະນາເອງ ເພາະໃນປັດຈຸບັນ ຄລີນິກ ເອກຊົນສ່ວນໃຫຍ່ ຍັງບໍ່ມືເຄຶ່ອງມື ກວດຫາເຊຶ້ອ ໂຄວິດ-19 ເທຶ່ອ ຄືທາງໂຮງໝໍຣັດ ມີພຽງແຕ່ເຄຶ່ອງມື ກວດຄົນເຈັບທົ່ວໄປ ເທົ່ານັ້ນ.
“ສຸດແລ້ວແຕ່ຂັ້ນເທິງ ເພິ່ນຫັ້ນ ເພາະວ່າໂຮງໝໍເຮົາ ມັນບໍ່ມີເຄື່ອງກວດແມ່ນຫຍັງ ໂຕນີ້ຢູ່ແລ້ວຫັ້ນນ່າ ຄືແບບໂຮງໝໍຣັດໂຕນັ້ນ ສ່ວນ ຫຼາຍເຮົາຈະຮັບແຕ່ຄົນເຈັບປະຈຳ ແບບມາຕໍ່ຢາ ຫຼື ແບບມາກວດ.”
ອິງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມຶ້ວັນທີ 24 ມິຖຸນາ ປີ 2021 ມາຮອດປັດຈຸບັນ ຜູ້ໄດ້ຮັບ ການກວດຫາເຊຶ້ອໂຄວິດ-19 ແລ້ວ ທັງໝົດ 288,218 ຄົນ ໃນນັ້ນ ພົບຜູ້ຕິດເຊຶ້ອສະສົມ 2,080 ຄົນ ເສັຽຊິວິດ 3 ຄົນ ປິ່ນປົວເຊົາ 1962 ຄົນ ກຳລັງປິ່ນປົວ ຢູ່ໂຮງໝໍ 115 ຄົນ ສ່ວນການສັກຢາວັກຊິນນັ້ນ ແບ່ງເປັນເຂັມທີ 1 ຈຳນວນ 853,782 ຄົນ ແລະ ເຂົມທີ 2 ຈຳນວນ ຈຳນວນ 494,477 ຄົນ.