ຄົນງານຍິງລາວຖືພາ ຕິດໂຄວິດ-19 ໃນໄທຍ

ສຸ​ພັດ​ຕາ
2021.07.07
ຄົນງານຍິງລາວຖືພາ ຕິດໂຄວິດ-19 ໃນໄທຍ ນາງ ຣິນ ຄົນງານລາວ, ອາຍຸ 23 ປີ, ຈາກແຂວງສວັນນະເຂດ ຕິດເຊື້ອໂຄວິດ-19 ໃນປະເທດໄທຍ໌ ໃນຂະນະທີ່ ຖືພາ ໄດ້ 8 ເດືອນ ແລະ ກຳລັງລໍຖ້າ ເຈົ້າໜ້າທີ່ໄທຍ ຮັບໄປປິ່ນປົວ.
ນາງ ຣິນ

2021-07-09: ຂ່າວ​ຄືບ​ໜ້າ ກ່ຽວ​ກັບ ນາງ​ຣິນ

ໃນ​ທີ່​ສຸດ ນາງ​ຣິນ ກໍ​ໄດ້ຖືກ​ຮັບ​ເຂົ້າ​ປິ່ນ​ປົວ ໃນ​ໂຮງ​ໝໍ ທີ່​ບາງກອກ ໃນ​ເວ​ລາ 9:00 ແລງ ຂອງວັນ​ທີ 8 ກໍ​ຣະ​ກະ​ດາ 2021. ໃນ​ເວ​ລາ ທີ່​ນາງ​ໄປ​ຮອດ ໂຮງ​ໝໍ​ນັ້ນ, ທ່ານ​ໝໍ ໄດ້​ເອັ​ກ​ສ-ເຣ​ວ໌ (x-ray) ປອດ​ຂອງ​ນາງ ພ້ອມ​ກັບ ສັກ​ຢາ ແລະ ​ໃຫ້​ຢາກິນ. ປັດ​ຈຸ​ບັນ​ ນາງ​ຫາຍ​ໃຈ ສະ​ດວກ​ຂຶ້ນ ແລະ ອາ​ການ​ເຈັບ​ຄໍ ກໍ​ໄຄ​ແດ່.

ຍານາງ ຣິນ ຄົນງານລາວ, ອາຍຸ 23 ປີ, ຈາກເມືອງຈໍາພອນ ແຂວງສວັນນະເຂດ ທີ່ກໍາລັງຖືພາ ໄດ້ 8 ເດືອນ ແລ້ວເຮັດວຽກ ເປັນຄົນຂາຍເສື້ອຜ້າ ຢູ່ຕລາດໂບ້ເບ້ ນະຄອນຫຼວງບາງກອກ ປະເທດໄທຍ ຢ່າງຖືກຕ້ອງ ຕາມກົດໝາຍ ຕິດເຊື້ອໂຄວິດ-19 ແລະ ມີຜົລຢັ້ງຢືນ ທາງການແພດຄັກແນ່ ໃນວັນທີ 3 ກໍຣະກະດາ 2021.

ປັດຈຸບັນ ລາວຍັງບໍ່ໄດ້ຮັບ ການປິ່ນປົວ ແລະ ຍັງລໍຖ້າ ເຈົ້າໜ້າທີ່ ເອົາຣົດ ມາຮັບໂຕ ໄປປິ່ນປົວ ນອກຈາກນີ້ ນາງຍັງກັງວົນວ່າ ລູກນ້ອຍ ຢູ່ໃນທ້ອງ ຈະບໍ່ແຂງແຮງ ຍ້ອນຈໍານວນ ການດີ້ນ ຂອງລູກນ້ອຍ ດີ້ນໜ້ອຍລົງເຫຼືອ 9-10 ຄັ້ງຕໍ່ມື້ ບາງເທື່ອ ຮອດບໍ່ດີ້ນຊໍ້າ, ຂນະທີ່ ກ່ອນໜ້ານັ້ນ ຈໍານວນ ການດີ້ນຂອງລູກນ້ອຍ ໃນທ້ອງ ຈະດີ້ນປະມານ 15-18 ຄັ້ງຕໍ່ມື້, ອີງຕາມຄວາມເວົ້າ ຂອງຍານາງ ຣິນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ກໍຣະກະດາ ນີ້:

“ກັງວົນ ຄືເດັກນ້ອຍໃນທ້ອງ ມັນບໍ່ຄ່ອຍດີ້ນ ຄືປົກກະຕິຫັ້ນນ່າ ເຜີໆນ່າ ບາງມື້ນ່າ ເຮົານັບໄດ້ 9 ບາງທີກະ 10 ບາງທີ ກະບໍ່ຮອດ ຄັນປົກກະຕິ ປະມານ 10 ກວ່າຄັ້ງ ເພາະວ່າ ເຮົາຖ້າຫຼາຍມື້ແລ້ວ ເຮົາໂທໄປໝົດ ທຸກໂຮງໝໍ ກະບໍ່ມີຕຽງເລີຍ.”

ຍານາງ ຣິນ ເວົ້າຕື່ມວ່າ ໂຕເອງ ມີອາການຫາຍໃຈຕິດຂັດ ເມື່ອຍໝົດທັງໂຕ, ໄອ, ເຈັບຄໍ ຫາກອາການໜັກ ຈະຮາກ ໃນເວລາ ທີ່ເວົ້າ ນັບຕັ້ງແຕ່ວັນທີ 2 ກໍຣະກະດາ 2021 ຈົນມາຮອດ ປັດຈຸບັນແລ້ວ ເຊິ່ງອາການ ດັ່ງກ່າວ ກໍຍັງບໍ່ເຊົາ ເຖິງແມ່ນວ່າ ລາວໄດ້ກິນຢາ, ຕົ້ມນໍ້າຮ້ອນກິນ ແລະ ກັກໂຕ ຢູ່ໃນຫ້ອງ ດ້ວຍຕົນເອງ ແລ້ວກໍຕາມ.

ນອກຈາກນີ້, ຍານາງຣິນ ຍັງອາສັຍ ຢູ່ນໍາຜົວ ອາຍຸ 20 ປີ ກໍຄາດວ່າ ຜົວຈະຕິດໂຄວິດ-19 ຄືກັນ, ແຕ່ຍັງລໍຖ້າ ຜົລກວດໂຄວິດ-19 ຢັ້ງຢືນ ຈາກໂຮງໝໍຢູ່ ເນື່ອງຈາກ ຜົວຂອງລາວ ມີອາການ ເຈັບທ້ອງ ໄດ້ 3-4 ມື້ຕິດຕໍ່ກັນ ແລະ ເວລາໄອ ກໍມີ ເລືອດອອກມາຈາກ ທາງຮູດັງ ແລະ ປາກ ກ່ອນທີ່ຈະຮູ້ ຜົລວ່າ ຍານາງ ຣິນ ຕິດເຊື້ອໂຄວິດ-19.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ປະຈໍາໂຮງໝໍ ທີ່ຍານາງຣິນ ໄປກວດ ກ່າວວ່າ ພາຍຫຼັງ ທີ່ໂຮງໝໍ ແຈ້ງຜົລກວດ ໂຄວິດ-19 ວ່າ ຍານາງຣິນ ມີຜົນກວດ ເປັນບວກແລ້ວ ໂຮງໝໍ ກໍໄດ້ປະສານງານ ຫາສູນບໍຣິການ ການແພດ ສຸກເສີນບາງກອກ ຫຼື ສູນເອຣາວັນ ເພື່ອຈັດຕຽມ ຣົດຕູ້ ໄປຮັບຄົນເຈັບ ເຂົ້າຮັບ ການປິ່ນປົວ ໃນລໍາດັບຕໍ່ໄປ, ແຕ່ບໍ່ສາມາດ ລະບຸໄດ້ວ່າ ສູນເອຣາວັນ ຈະຫາຕຽງ ໃຫ້ລາວໄດ້ມື້ໃດ:

“ຖ້າຕິດໂຄວິດ-19 ເຣື່ອງຈະສົ່ງໄປຫາ ສູນເອຣາວັນ ແລ້ວກໍ ສູນເອຣາວັນ ຈະເປັນ ຜູ້ຈັດຄິວ ເອົາຣົດຕູ້ ອອກໄປຮັບ ຄົນໄຂ້ ຕ້ອງຖ້າຣົດ ຈາກສູນເອຣາວັນ ໄປຮັບ ເພາະວ່າ ທາງສູນເອຣາວັນ ເພິ່ນຈະຕ້ອງກວດ ກ່ອນວ່າ ຕຽງວ່າງຕອນໃດ ສາມາດເຂົ້າມາຮັບ ການປິ່ນປົວ ຢູ່ໂຮງໝໍໄດ້ມື້ໃດ.”

ທາງດ້ານ ເຈົ້າໜ້າທີ່ປະສານງານ ສູນເອຣາວັນ ກໍກ່າວວ່າ ທາງສູນເອຣາວັນ ມີເລຂປະຈໍາໂຕ ຜູ້ປ່ວຍໂຄວິດ-19 ຂອງຍານາງ ຣິນ ແລ້ວ ເຊິ່ງທາງສູນ ກໍາລັງຈັດຫາຕຽງ ໃຫ້ນາຍາງ ຣິນ, ແຕ່ໄລຍະນີ້ ອາຈໄດ້ຕຽງຊ້າ ເນື່ອງຈາກ ມີຜູ້ປ່ວຍຕິດໂຄວິດ-19 ຈໍານວນເພີ່ມຂຶ້ນ ໃນປະເທດໄທຍ ທຸກມື້, ອີກທັງ ກໍຣະນີ ຂອງຍານາງ ຣິນ ເປັນກໍຣະນີພິເສດ ທີ່ຈະຕ້ອງ ໄດ້ໂຮງໝໍ ທີ່ມີຜແນກ ໃຫ້ກໍາເນີດລູກ ເພື່ອປິ່ນປົວ ແມ່ຍິງຖືພາ ໂດຍກົງ ບໍ່ສາມາດ ສົ່ງໂຕຍານາງ ຣິນ ໄປປິ່ນປົວ ຢູ່ໂຮງໝໍສນາມ ຂອງທາງການ ຄືກັບ ຄົນອື່ນໆໄດ້, ເຊິ່ງຄາດວ່າ ຍານາງ ຣິນ ຈະໄດ້ຕຽງ ເພື່ອເຂົ້າຮັບການປິ່ນປົວ ບໍ່ເກີນ 2 ມື້, ດັ່ງທ່ານກ່າວວ່າ:

“ໄລຍະນີ້ ອາຈຊ້າ ຈາກປົກກະຕິ ທີ່ເຄີຍຕ້ອງຖ້າຕຽງ ປະມານ 2-3 ມື້ ກໍອາຈຖ້າ ເພີ່ມໄປຕື່ມ 1-2 ມື້ ຍ້ອນວ່າຕຽງ ຂ້ອນຂ້າງ ທີ່ຈະເຕັມ ແລ້ວຍານາງ ຣິນ ຖືພານໍາດ້ວຍ ກໍເລີຍ ຈະຕ້ອງຢູ່ໂຮງ ຕ້ອງມີ ການປິ່ນປົວ ທີ່ໃກ້ຊິດ ກັບທ່ານໝໍ ອາຈໄປ ໂຮງໝໍສນາມ ຫຼື ໂຮງໝໍຜູ້ປ່ວຍ ສະເພາະກິຈ ໂຄວິດ-19 ບໍ່ໄດ້ ຍ້ອນວ່າ ຖ້າເກີດອິຫຍັງ ຂຶ້ນມາ ກ່ຽວກັບ ການຖືພາ ມັນຈະເຮັດໃຫ້ ການປິ່ນປົວ ບໍ່ທັນ.”

ສ່ວນເຈົ້າໜ້າທີ່ ສະຫະພາບແຮງງານ ປະເທດໄທຍ ກ່າວວ່າ ໄດ້ຮັບເຣື່ອງ ຂອງຍານາງ ຣິນ ຕັ້ງແຕ່ ມື້ວານນີ້ແລ້ວ ພ້ອມທັງ ໄດ້ສົ່ງເຣື່ອງດັ່ງກ່າວ ໄປໃຫ້ທາງຄະນະ ເຮັດວຽກ ຂອງກະຊວງແຮງງານ ໄດ້ຫາແນວທາງ ແກ້ໄຂ, ເຊິ່ງທາງຣັຖມົນຕຣີກະຊວງແຮງງານ ກໍຮັບຮູ້ກ່ຽວກັບ ບັນຫາຄົນງານຕ່າງດ້າວ ພາຍໃນ ປະເທດໄທຍ ຍັງບໍ່ມີຕຽງ ເຂົ້າຮັບ ການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ແລ້ວຄືກັນ, ໃນຕອນນີ້ ທາງຣັຖມົນຕຣີ ກໍກໍາລັງ ຄິດຫາທາງອອກ ກ່ຽວກັບ ເຣື່ອງດັ່ງກ່າວຢູ່, ດັ່ງທ່ານກ່າວວ່າ:

“ເອື້ອຍກະແບບວ່າ ສົ່ງເຣື່ອງ ໄປທາງກຸ່ມ Line ທີ່ເປັນກຸ່ມ ພວກຜູ້ນໍາແຮງງານ ທີ່ພວກເຂົາເຈົ້າ ຢູ່ໃນທິມ ທີ່ປຶກສາ ຂອງຣັຖມົນຕຣີ ກະຊວງແຮງງານ ເຊິ່ງຣັຖມົນຕຣີ ກໍຕອບມາວ່າ ເພິ່ນກໍາລັງຄິດຢູ່ ວ່າ ເພິ່ນຈະແກ້ບັນຫານີ້ ຈັ່ງໃດ ກັບເຣື່ອງນີ້.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບ ຈໍານວນຄົນງານຕ່າງດ້າວ ທັງລາວ, ພະມ້າ ແລະ ກັມພູຊາ ທີ່ເຂົ້າມາ ເຮັດວຽກຢູ່ ໃນປະເທດໄທຍ ທັງແບບຖືກກົດໝາຍ ແລະ ບໍ່ຖືກກົດໝາຍ ມີຈໍານວນຕິດເຊື້ອ ມາຮອດ ປັດຈຸບັນ ທີ່ເປັນໂຕເລຂ ບໍ່ເປັນທາງການ ຮອດລະດັບ ຫຼັກພັນແລ້ວ ເນື່ອງຈາກ ການກວດຫາ ເຊື້ອໂຄວິດ-19 ຍັງບໍ່ທົ່ວເຖິງ ໃນພາກນິຄົມ ອຸດສະຫະກັມ ແລະ ແຄ້ມຄົນງານ ແລະ ສະຖານທີ່ອື່ນໆ ທີ່ຄົນງານຕ່າງດ້າວ ໄດ້ກະຈາຍ ຢູ່ທົ່ວບາງກອກ ແລະ ຂອບເຂດໃກ້ຄຽງ.

ອີງຕາມການຣາຍງານ ຂອງສູນບໍຣິຫານ ສະຖານະການໂຄວິດ-19, ວັນທີ 6 ກໍຣະກະດາ 2021 ມີຜູ້ປ່ວຍ ຕິດໂຄວິດ-19 ໃນປະເທດໄທຍ ເພີ່ມຂຶ້ນ 5,420 ຄົນ ແລະ ມີຜູ້ປ່ວຍຢືນຢັນ ຕິດໂຄວິດ-19 ສະສົມ ທັງໝົດ 265,790 ຄົນ ເຊິ່ງຖືວ່າ ຍັງຢູ່ໃນສະຖານະການ ທີ່ວິກິຈ ແລະ ຕຽງນອນ ເພື່ອຮອງຮັບ ຜູ້ຕິດ ເຊື້ອໂຄວິດ-19 ກໍເຣີ່ມຂາດແຄນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.