ກວດພົບຜູ້ຕິດໂຄວິດ-19 ເພີ່ມອີກ 26 ຄົນ

ຈຳ​ປາ​ທອງ
2021.06.28
ກວດພົບຜູ້ຕິດໂຄວິດ-19 ເພີ່ມອີກ 26 ຄົນ ຊາວລາວ ທີ່ພວມເດີນທາງໄປສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ແລະ ເຂັມທີ 2. ຖ່າຍຮູບເມື່ອ: ວັນທີ 15 ມິຖຸນາ 2021, ຖ່າຍໂດຍ: TS
RFA

ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 ຈຳ​ນວນ 1,129 ຄົນ ໃນມື້ວັນທີ 27 ມິຖຸນາ 2021 ນີ້, ທາງການລາວ ກວດພົບຜູ້ຕິດເຊື້ອ ເພີ່ມຕື່ມອີກ 26 ຄົນ ຄື ຢູ່ແຂວງຈໍາປາສັກ 8 ຄົນ, ນະຄອນຫຼວງ ວຽງຈັນ 7 ຄົນ, ແຂວງ ວຽງຈັນ 4 ຄົນ, ສວັນນະເຂດ 4 ຄົນ, ຫຼວງນໍ້າທາ 2 ຄົນ ແລະ ແຂວງໄຊຍະບູຣີ 1 ຄົນ, ເຮັດໃຫ້ລາວມີ ຜູ້ຕິດເຊື້ອສະສົມ 2,136 ຄົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 28 ມິຖຸນານີ້ວ່າ:

“ພວກເຮົາ ໄດ້ກວດວິເຄາະ ທັງໝົດ 1,129 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 26 ຄົນ ຈາກນະຄອນຫຼວງ 7 ຄົນ ຈໍາປາສັກ 8 ຄົນ ສວັນນະເຂດ 4 ຄົນ ແຂວງວຽງຈັນ 4 ຄົນ ຫຼວງນໍ້າທາ 2 ຄົນ ລະກະ ແຂວງໄຊຍະບູຣີ 1 ຄົນ.”

ໃນມື້ວັນທີ 27 ມິຖຸນາ 2021 ຄະນະສະເພາະກິດ ປ້ອງກັນ ໂຄວິດ-19 ຣາຍງງານວ່າ ກວດພົບ ຜູ້ທີ່ໄດ້ສັກວັກຊິນ ຍີ່ຫໍ້ ຊີໂນຟາມ ຄົບ 2 ເຂັມແລ້ວ ຕິດເຊື້ອໂຄວິດ-19, ໃນນັ້ນ ຕິດເຊື້ອ ໃນຊຸມຊົນ 1 ຄົນ ເປັນແມ່ຍິງ ອາຍຸ 29 ປີ, ເປັນພະນັກງານ ຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ. ຜູ້ກ່ຽວ ບໍ່ມີໂຣກປະຈໍາຕົວ ດັ່ງເຈົ້າໜ້າທີ່ ສະເພາະກິດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິຖຸນານີ້ວ່າ ໜ້າເປັນຫ່ວງຢູ່ ເພາະຫຼາຍຄົນ ຍັງຖືເບົາ ບໍ່ຄ່ອຍ ຣະມັດຣະວັງ, ເຖິງແມ່ນວ່າ ຈະໄດ້ສັກວັກຊິນ ເຂັມທີ 2 ແລ້ວ ກໍມີໂອກາດ ຕິດເຊື້ອ ໂຄວິດ-19 ໄດ້, ແຕ່ອາການ ບໍ່ຮຸນແຮງ, ເຖິງຢ່າງໃດກໍ​ຕາມ, ເວລາໄປໃສມາໃສ ກໍຢາກໃຫ້ ປ້ອງກັນ ຕົນເອງເອົາໄວ້ ຈະເປັນການດີ ດັ່ງທີ່ ທ່ານກ່າວວ່າ:

“ທາງການ ເພິ່ນກໍປະກາດ ມາກ່ອນໜ້ານີ້ ແລ້ວວ່າ ສັກ 2 ເຂັມ ແລ້ວກໍຕາມ ສັກຢາຄົບແລ້ວ ກໍມີໂອກາດຕິດ ແຕ່ວ່າ ອາການຈະບໍ່ຮ້າຍແຮງ ວັກຊິນນີ້ ເຂົ້າໄປໃນໂຕເຈົ້າ ມັນຈະ ຄຸ້ມກັນປ້ອງກັນ ໃຫ້ຣະມັດຣະວັງ ໃສ່ໜ້າກາກ ອະນາມັຍ ທຸກຄັ້ງ ທີ່ອອກບ້ານ ຮັກສາ ໄລຍະຫ່າງ.”

ທ່ານກ່າວຕື່ມວ່າ ປະເທດລາວ ຍັງບໍ່ມີ ຜູ້ຕິດເຊື້ອ ໂຄວິດ-19 ສາຍພັນອິນເດັຍ, ແຕ່ກະຊວງສາທາຣະນະສຸຂ ຣາຍງານ ປະມານເດືອນເມສາ ຜ່ານມາວ່າ ຄົນໄທຍຜູ້ຊາຍ 2 ຄົນ ທີ່ຕິດເຊື້ອ ໂຄວິດ-19 ສາຍພັນອັງກິດ ລັກເຂົ້າມາລາວ.

ພາຍຫລັງ ທີ່ຮູ້ຂ່າວວ່າ ມີຜູ້ໄດ້ສັກວັກຊິນ ຄົບ 2 ເຂັມແລ້ວ ຍັງຕິດໂຄວິດ ຢູ່ນັ້ນ ປະຊາຊົນລາວ ຢູ່ນະຄອນຫຼວງ ວຽງຈັນ ທ່ານນຶ່ງເວົ້າວ່າ ຕົນກໍກັງວົນ ນໍາເຣື່ອງນີ້ຢູ່ ແຕ່ກໍບໍ່ຫຼາຍ ຍ້ອນຮູ້ແລ້ວວ່າ ຜູ້ທີ່ໄດ້ສັກວັກຊິນ ປ້ອງກັນຄົບ 2 ເຂັມແລ້ວ ກໍມີໂອກາດ ຕິດເຊື້ອ ໂຄວິດ-19 ໄດ້. ດັ່ງນັ້ນ ເວລາ ຕົນໄປໃສມາໃສ ຈຶ່ງຍັງຕ້ອງ ໄດ້ຣະມັດຣະວັງຢູ່:

“ຄັນວ່າ ເປັນຈັ່ງຊັ້ນ ກໍເປັນກັງວົນ ຫັ້ນແລ້ວເນາະ ກະປ້ອງກັນ ຕົນເອງ ໃຜມັນຫັ້ນແລ້ວ ຮັກສາ ໄລຍະຫ່າງ ຫັ້ນແລ້ວ ໃສ່ຫຍັງ ບໍ່ໃຫ້ຖືເບົາ ວ່າຊັ້ນສາ ໃຫ້ມີສະຕິ.”

ແລະຊາວນະຄອນຫຼວງ ວຽງຈັນ ອີກຜູ້ນຶ່ງ ກໍເວົ້າວ່າ ຕົນກໍຮູ້ສຶກຢ້ານຢູ່ ແຕ່ກໍຕ້ອງ ໄດ້ຣະມັດຣະວັງ, ບໍ່ໄປນັ່ງ ຊຸມແຊວກັນ ຄືເກົ່າ, ໄປໃສມາໃສ ກໍຕ້ອງ ໃສ່ຜ້າ ອັດປາກອັດດັງ ແລະ ລ້າງມື ໃຫ້ສະອາດ ຢູ່ຕລອດ:

“ຫ໊ວຍ… ເຮົາກະຢ້ານ ເປັນເນາະ ສັກ 2 ເຂັມ ເຈົ້າຈະໄປຫລິ້ນ ໄປນັ່ງຈຸ້ມກັນ ຄືແຕ່ກີ້ ບໍ່ໄດ້ດຽວນີ້ ຜູ້ໃດ ກິນເຫລົ້ານີ໊ ຊຸມແຊວ ແມ່ນຣັຖບານ ເພິ່ນມາປັບມາສຶກສາອົບຮົມ ກະປ້ອງກັນ ຄືເກົ່າ ຢູ່ຫ່າງໆ ຄືເກົ່າ.”     

ສໍາລັບ ຢູ່ປະເທດໄທຍ ກໍມີ ຄົນງານລາວຜູ້ນຶ່ງ ເປັນແມ່ຍິງ ອາຍຸ 38 ປີ ທີ່ຂາຍເສື້ອຜ້າ ຢູ່ປະຕູນໍ້າ ທີ່ບາງກອກ ເສັຍຊີວິດ ຍ້ອນຕິດເຊື້ອ ໂຄວິດ-19. ຜູ້ກ່ຽວ ໄດ້ມີ ອາການໄອເລັກນ້ອຍ, ໄປກວດ ຢູ່ໂຮງໝໍ ພົບວ່າ ຕິດໂຄວິດ-19 ແລ້ວທາງໂຮງໝໍ ບອກໃຫ້ກັບໄປ ຢູ່ບ່ອນພັກກ່ອນ ແລະ ຈະຮັບໄປ ປິ່ນປົວ, ນາງໄດ້ລໍຖ້າ ດົນກວ່າ 1 ສັບປະດາ ແຕ່ກໍບໍ່ມາຮັບໄປ ເພາະຍັງບໍ່ທັນ ມີຕຽງວ່າງ. ນາງຢູ່ກັບຜົວ ທີ່ບ້ານຄົວເໜືອ ເຂດຣາຊເທວີ ບາງກອກ, ນາງໄດ້ກິນ ຢາພາຣາ ອາການເຈັບ ກໍບໍ່ດີຂຶ້ນ ແລະ ຮຸນແຮງກວ່າເກົ່າ, ກິນເຂົ້າກິນນໍ້າ ບໍ່ໄດ້ ບໍ່ມີແຮງຫາຍໃຈໄວ ມີເລືອດອອກປາກ ເຈັບຫົວໃຈ. ຫລັງຈາກ ນາງເສັຽຊີວິດແລ້ວ ເຈົ້າໜ້າທີ່ ກໍໄປກວດສອບ ທັນທີ. ຜູ້ເປັນຜົວ ກໍຕິດໂຄວິດ-19 ແຕ່ໄດ້ຮັບ ການປິ່ນປົວແລ້ວ. ສົບຂອງນາງ ເຈົ້າໜ້າທີ່ ມູລນິທິ ຊ່ອຍເຫລືອ ກໍຮັບເອົາໄປ ເຜົາພາຍໃນ 24 ຊົ່ວໂມງ ດັ່ງເຈົ້າໜ້າທີ່ ເຂດຣາຊທານີ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິຖຸນາ ນີ້ວ່າ:

“ທີ່ຮູ້ມາ ກໍຄືມູລນິທິ ເຂົາໄປຮັບເອົາ ສົບມາ ເຜົາໃຫ້ ສົບນີ້ ມັນຕ້ອງເຜົາໃນ 24 ຊົ່ວໂມງ ເພື່ອຫຼຸດການແພ່ເຊື້ອ, ສ່ວນເຣື່ອງ ການຕິດຕໍ່ ຫາຍາດພີ່ນ້ອງ ຄິດວ່າ ເຂົາໜ້າຈະຕິດຕໍ່ໃຫ້.”

ອີງຕາມ ການຣາຍງານ ຂອງຄະນະ ສະເພາະກິດປ້ອງກັນ ໂຄວິດ-19 ວັນທີ 28 ມິຖຸນາ 2021 ນີ້, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 293,952 ຄົນ. ໃນນັ້ນ ມີຜູ້ຕິດເຊື້ອສະສົມ 2,136 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວຫາຍແລ້ວ 1,949 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 124 ຄົນ; ມີຜູ້ໄດ້ຮັບ ການສັກວັກຊິນ ເຂັມທີ 1 ແລ້ວ 886,238 ຄົນ ແລະ ໄດ້ສັກ ເຂັມທີ 2 ແລ້ວ 530,029 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.