ຮຽກຮ້ອງຣັຖບານ ສະກັດກັ້ນ ສາຍພັນເດລຕ້າ

ສິດ​ນີ
2021.07.01
ຮຽກຮ້ອງຣັຖບານ ສະກັດກັ້ນ ສາຍພັນເດລຕ້າ ທະຫານຊາຍແດນ ລາຕເວນ ຕາມລຳແມ່ນ້ຳຂອງ ເມື່ອຕົ້ນເດືອນພຶສພາ ເພື່ອປ້ອງກັນ ຄົນງານລາວ ທີ່ອາດຕິດເຊື້ອໂຄວິດ-19 ລັກລອບເຂົ້າປະເທດ ໂດຍບໍ່ໄດ້ຜ່ານການກວດເຊື້ອໂຄວິດ.
ນັກຂ່າວພົລເມືອງ

ພາຍຫຼັງ ທີ່ປະເທດລາວ ພົບເຫັນ ຜູ້ຕິດເຊຶ້ອ ໂຄວິດ-19 ສາຍພັນ ເດ​ລຕ້າ 3 ຄົນ ເປັນເທື່ອທຳອິດ ຢູ່ແຂວງຈຳປາສັກ ຊຶ່ງເປັນ ຄົນງານລາວ ມາຈາກຕ່າງປະເທດ ແລະ ໄດ້ຮັບ ການປິ່ນປົວ ແລ້ວນັ້ນ ແຕ່ຊາວລາວ ຫຼາຍຄົນ ກໍຮູ້ສຶກ ກັງວົນໃຈ ຢາກໃຫ້ ທາງການ ເອົາໃຈໃສ່ ແລະ ເຂັ້ມງວດ ໃນການກວດກາ ຕາມແນວຊາຍແດນ ເພື່ອປ້ອງກັນ ຜູ້ລັກລອບ ເຂົ້າປະເທດ ທິ່ຈະນຳ ເຊື້ອໂຄວິດ-19 ສາຍພັນ ເດ​ລຕ້າ ມາແຜ່ຣະບາດ ໃນລາວ ຊຶ່ງເປັນສາຍພັນ ທີ່ຮ້າຍແຮງ ແລະ ສາມາດ ກະຈາຍເຊື້ອ ໄດ້ໄວ ດັ່ງຊາວບ້ານ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 1 ກໍຣະກະດາ ນີ້ວ່າ:

“ຕາມພວກສາທາ ເພິ່ນເວົ້າ ກະຮ້າຍແຮງ ຄັນສາຍພັນນີ້ມາ ມັນກະຊິ ຄວບຄຸມຍາກ ທາງປະຊາຊົນ ກໍຢາກໃຫ້ ທາງການພຸ້ນ ເຂັ້ມງວດ ເຣື່ອງການກວດກາ ເຣື່ອງການໄປການມາ ຂອງປະຊາຊົນ ເກັບໂຕຢ່າງ ໄປກວດ ໃຫ້ມັນແນ່ນອນ ກອງບັນຊາການເມືອງເບາະ ແຂວງເພິ່ນ ກໍຕ້ອງໄດ້ ລົງໄປຮ່ວມກັນ ແຕ່ລະມື້ ຜັດເວນຍາມກັນ ຕລອດ ສະເພາະ ຜູ້ທີ່ລັກລອບ ຜູ້ເຂົ້າມາ ບໍ່ຖືກຕ້ອງນີ້ ແນ່ນອນ ແຫຼະສ່ຽງຫຼາຍ.”

ຊາວບ້ານ ຢູ່ແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ ທັນທີ ທີ່ໄດ້ຍິນຂ່າວ ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອ ໂຄວິດ-19 ສາຍພັນ ເດ​ລຕ້າ 3 ຄົນ, ຊຶ່ງເປັນ ຄົນງານລາວ ກັບມາຈາກ ຕ່າງປະເທດ ກໍຮູ້ສຶກຢ້ານ ກ່າວວ່າ ເຊື້ອໂຄວິດ-19 ຈະກັບມາ ຣະບາດອີກໃໝ່ ຖ້າຫາກວ່າ ເຈົ້າໜ້າທີ່ ບໍ່ເຂັ້ມງວດ ແລະ ເອົາໃຈໃສ່ ໃນການເຂົ້າ-ອອກ ຕາມແນວຊາຍແດນ ແນ່ນອນວ່າ ຈະມີ ຜູ້ລັກລອບ ຂ້າມໄປ-ມາ ຊຶ່ງກໍຢາກໃຫ້ ເຈົ້າໜ້າທີ່ ເຂັ້ມງວດ ໃນການກວດກາ ເພາະຖ້າ ມີຜູ້ລັກເຂົ້າມາແລ້ວ ບໍ່ໄດ້ກວດ ໂຄວິດ-19 ກໍເປັນ ຄວາມສ່ຽງ ທີ່ຈະນຳເຊື້ອ ມາຣະບາດ ໃນລາວໄດ້.

“ກໍຮູ້ ໃນເຟສ ໃນລາຍສາຍພັນໃໝ່ ຂອງອິນເດັຽ ເດ​ລຕ້າ ເນາະ ກໍຖືວ່າ ຮຸນແຮງໄວ ຢູ່ຊາຍແດນ ບໍ່ເຂັ້ມງວດ ບໍ່ອອກປ້ອງກັນ ເວນຍາມ ມັນກໍມີ ໂອກາດສ່ຽງ ຄືທີ່ຜ່າມມາ ມີແຕ່ຂະເຈົ້າ ຍ່າງລັດປ່າລັດພູ ໃຫ້ເພິ່ນ ເພີ່ມຄວາມເຂັ້ມແຂງ ຫັ້ນແຫລະຕື່ມ ການໄປການມາ.”

ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງຈຳປາສັກ ທ່ານນຶ່ງ ຜູ້ທີ່ ຂໍສງວນຊື່ ກ່າວວ່າ ເຈົ້າໜ້າທີ່ ຕາມແນວຊາຍແດນ ກໍຍັງເຂັ້ມງວດ ຄືເກົ່າ ບໍ່ໄດ້ປະລະເລີຍ ຊຶ່ງຜູ້ຕິດເຊື້ອ ໂຄວິດ-19 ສາຍພັນເດ​ລຕ້າ ທັງໝົດ ໄດ້ໄປປິ່ນປົວ ຢູ່ໂ​ຮງໝໍ ແຂວງຈຳປາສັກແລ້ວ ຖ້າຫາກ ອອກຈາກໂຮງໝໍແຂວງ ຈະກັບເມືອບ້ານ ກໍຕ້ອງໄດ້ກັກໂຕ ຢູ່ສູນກັກກັນ ເມືອງອີກ 14 ມື້ ກ່ອນຈະໃຫ້ ເມືອເຮືອນໄດ້.

“ມາຕການ ຄວບຄຸມເຂັ້ມ ຄືເກົ່າຫັ້ນແຫລະ ພວກເຮົາ ກໍເຂັ້ມງວດຕິດຕາມ ພວກຄົນທີ່ພົບໃໝ່ນີ້ ເດ​ລຕ້າ ນີ້ແມ່ນໄປເກັບ ເລືອດໄປກວດໝົດ ອອກໂຮງໝໍ ກໍໃຫ້ເຮັດ ມາຕການ ຕື່ມອີກ ສືບຕໍ່ຢູ່ ສູນກັກກັນ ຂັ້ນເມືອງອີກ 14 ວັນ.”

ໃນຂນະດຽວກັນ ໃນມື້​ນີ້ ທາງການລາວ ກໍກວດເຫັນ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 23 ຄົນ ໃນນັ້ນ ພົບເຫັນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ, ແຂວງວຽງຈັນ 3 ຄົນ, ຈຳປາສັກ 7 ຄົນ, ສວັນນະເຂດ 7 ຄົນ ແລະ ຄຳມ່ວນ 4 ຄົນ ຈາກຜົລກວດວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 1,498 ໂຕຢ່າງ ຂອງວັນທີ 30 ມິຖຸນາ ປີ 2021 ສົ່ງຜົລ ໃຫ້ປະເທດລາວ ມີຜູ້ຕິດ ເຊຶ້ື້ອສະສົມ 2,144 ຄົນ ດັ່ງ ດຣ. ລັດສະໝີ ວົງຄຳຊາວ, ຮອງຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າ ຄນະສະເພາະກິດປ້ອງກັນ ໂຄວິດ-19, ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 1 ກໍຣະກະດານີ້ວ່າ:

“ໃນວັນທີ 30 ມິຖຸນາ ທົ່ວປະເທດ ມີການເກັບໂຕຢ່າງ ມາກວດເຊຶ້ອໂຄວິດ-19 ທັງໝົດ 1,498 ໂຕຢ່າງ ຊຶ່ງໃນນັ້ນ ກວດພົບ ຜູ້ຕິດເຊື້ອໃໝ່ 23 ກໍຣະນີ ສປປລາວ ເຮົາມີ ຈຳນວນຜູ້ຕິດ ເຊື້ອສະສົມ ທັງໝົດ 2,144 ຄົນ.”

ນອກຈາກນີ້ ທາງການລາວ ຍັງຊອກຫາ ທ້າວ ເຕ້ ອາຍຸ 30 ປີ ເປັນຄົນບ້ານໂຄກເພິງ ເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ໄປຮັບເອົາ ແມ່ຍິງລາວຄົນ 1 ລັກລອບ ຂ້າມແມ່ນ້ຳຂອງ ມາຈາກປະເທດໄທຍ ເພາະວ່າ ແມ່ຍິງລາວ ຄົນດັ່ງກ່າວ ບໍ່ໄດ້ກວດ ໂຄວິດ-19 ຖ້າຫາກ ນາງຕິດ ເຊື້ອໂຄວິດ-19 ກໍມີຄວາມສ່ຽງ ທີ່ຈະແຜ່ເຊື້ອ ໃນລາວໄດ້. ເຈົ້າໜ້າທີ່ ຄາດວ່າ ທ້າວເຕ້ ຍັງຢູ່ ໃນລາວຢູ່.

“ສືບຄົ້ນຫາຢູ່ ຄາດວ່າ ຜູ້ກ່ຽວ ຍັງຢູ່ແຖວນີ້ແຫລະ ຍັງບໍ່່ທັນ ພົບເຫັນ ອ້າຍນ້ອງເຮົາ ຍັງກຳລັງຄົ້ນຫາຢູ່ 24 ຊົ່ວໂມງ ທ້າວເຕ້ ເປັນຜູ້ລັກ ໄປຮັບເອົາ ຜູ້ຍິງຄົນນຶ່ງ ທີ່ບໍ່ທັນຮູ້ ທ້າວເຕ້ ບໍ່ແມ່ນ ຜູ້ທີ່ລັກເຂົ້າມາ ແຕ່ໄທຍເດີ.”

ກ່ຽວກັບ ເຣື່ອງ ທ້າວເຕ້, ຊາວລາວ ຫຼາຍຄົນ ກໍຢາກໃຫ້ລາວ ເຂົາມາມອບໂຕ ກັບເຈົ້າໜ້າທີ່ ເພາະໄປຮັບ ຜູ້ລັກ ເຂົ້າມານັ້ນ ໂດຍບໍ່ຜ່ານ ການກວດໂຄວິດ-19 ມີຄວາມສ່ຽງ ທິ່ຈະຕິດ ໂຄວິດ-19 ແລ້ວເອົາມາ ແຜ່ຣະບາດ ໃນລາວໄດ້. ຖ້າ ເຈົ້າໜ້າທີ່ ຊອກເຫັນ ໂຕລາວ ກໍຢາກໃຫ້ ລົງໂທດ ຕາມກົດ ໝາຍ ຍ້ອນບໍ່ຢາກໃຫ້ຄົນອື່ນ ເອົາເປັນໂຕຢ່າງ.

“ກໍຣະນີ ຜູ້ຊື່ເຕ້ ໃຫ້ມັນ ມາມອບໂຕສາ ເພາະວ່າ ບໍ່ຢາກໃຫ້ຄົນອື່ນ ເດືອດຮ້ອນ ພວກລັກ ເຂົ້າມານີ້ ເພີ່ມມາຕການ ເອົາມັນເຂົ້າຄຸກ ປົກກະຕິ ມັນເຂົ້າຄຸກ 3 ປີ, 5 ປີ ແມ່ນຈະໃສ່ ເພີ່ນຂຶ້ນ ຄູນສອງ ຄູນສາມ ກໍວ່າກັນໄປ.”

ອິງຕາມຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີິ 1 ກໍຣະກະດາ ປີ 2021 ມາຮອດ ປັດຈຸບັນ, ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ແລ້ວ ທັງໝົດ 297,832 ຄົນ ໃນນັ້ນ ພົບຜູ້ຕິດ ເຊື້ອສະສົມ 2,144 ຄົນ ເສັຽຊິວິດ 3 ຄົນ ປິ່ນປົວເຊົາ 1970 ຄົນ ກຳລັງ ປິ່ນປົວ ຢູ່ໂຮງໝໍຢູຸ່ 171 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.