ເຣື້ອງທີ່ເກັບບັນທຶກໄວ້
2021-12-02
ລາວ ໄດ້ຮັບສູດ ຜລິດຢາ ໂມລນູພິຣາເວັຍຣ໌ ປ້ອງກັນເຊື້ອ ໂຄວິດ-19 ພາຍຫຼັງ ລາວໄດ້ຮັບ ອະນຸຍາດໃຫ້ຜລິດ ແລະຈະເຣີ່ມທົດລອງ ຜລິດຢານີ້ ຢູ່ໂຮງງານຜລິດຢາ ເລກ 3 ໃນເດືອນທັນວານີ້.
2021-12-01
ຜູ້ປະສົບພັຍ ເຂື່ອນແຕກ ປະມານ 500 ຄອບຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື ກໍາລັງພະເຊີນກັບ ການຂາດແຄນ ນໍ້າກິນນໍ້າໃຊ້ ເຮັດໃຫ້ຫຼາຍ ຄອບຄົວຕ້ອງໄດ້ ຂຸດສ້າງ ນ້ຳບາດານ ຢູ່ໃກ້ກັບ ເຮືອນຖາວອນ ດ້ວຍທຶນສ່ວນໂຕ.
2021-12-01
ປະເທດລາວ ຍັງປະເຊີນກັບ ບັນຫາຄົນຕິດເຊື້ອ HIV/AIDS ເພິ່ມຂຶ້ນໃນໄລຍະ ວັນຕ້ານເອດສ໌ ໂລກປີນີ້ ຍ້ອນມີ ການລ໊ອກດາວ ເຮັດໃຫ້ຫຼາຍຄົນ ສວຍໂອກາດ ມົ້ວສູມ ແລະມີເພດສັມພັນ ໂດຍບໍ່ໄດ້ປ້ອງກັນ.
2021-11-30
ພຍາດ ເຕົ້າໂຮມເລືອດ ໃນງົວ ແຜ່ຣະບາດ ຢູ່ເມືອງຊ່ອນ ແຂວງຫົວພັນ ແລະມີງົວ ຂອງຊາວບ້ານ ຕາຍແລ້ວ 37 ໂຕ.
2021-11-29
ເປີດດ່ານ ຊາຍແດນ ໜອງຄາຍ-ນະຄອນຫລວງວຽງຈັນ ໃນມື້ວັນທີ 24 ທັນວາ 2021 ນີ້ ເພື່ອເພີ່ມທາງເຂົ້າ ປະເທດ ທັງທາງບົກ ແລະທາງນໍ້າ ແຕ່ສໍາລັບ ຜູ້ທີ່ຈະເຂົ້າໄປ ຕ້ອງໄດ້ ປະຕິບັດຕາມ ເງື່ອນໄຂ ທີ່ທາງການ ໄທຍກໍານົດ.
2021-11-26
ທາງການລາວ ຕຽມເອົາ ຫຼັກສູດ ເພດສຶກສາ ເຂົ້າໃນ ວິທຍາລັຍ ອາຊີວະ ສຶກສາ ແລະ ເຕັກນິກ ວິຊາຊີບ ຢູ່ 4 ແຂວງພາກໃຕ້ ເພື່ອຊ່ອຍໃຫ້ ນັກຮຽນວັຍ ຈະເຣີນພັນ ເຂົ້າໃຈ ແລະຫຼຸດຜ່ອນ ບັນຫາດ້ານ ສຸຂພາບ ແລະ ສັງຄົມ ໃນອະນາຄົດ.
2021-11-26
ໃນປັດຈຸບັນ ເຈົ້າໜ້າທີ່ ບໍ່ໄດ້ກວດ ຫາຜູ້ຕິດເຊື້ອ ຈາກກຸ່ມທີ່ສ່ຽງ ໝົດທຸກຄົນ ໃນເຂດບ້ານຕ່າງໆ ຊຶ່ງເປັນສາເຫດນຶ່ງ ທີ່ໂຕເລກ ການຕິ້ດເຊື້ອ ໂຄວິດ-19 ຍັງຄົງເພີ່ມຂຶ້ນ ທຸກມື້.
2021-11-25
ຫຼາຍແຂວງໃນລາວ ຂາດງົບປະມານ ໃນການຊື້ເຂົ້າ ແລະ ອາຫານ ສໍາລັບ ຜູ້ຕິດເຊື້ອ ໂຄວິດ-19 ທີ່ມາປິ່ນປົວ ໃນໂຮງໝໍສນາມ, ພາລະຈຶ່ງຕົກ ເປັນຂອງ ຜູ້ຕິດເຊື້ອ ທີ່ຕ້ອງຮັບຜິດຊອບ ຄ່າໃຊ້ຈ່າຍ ຕ່າງໆ.
2021-11-24
ແຂວງຫຼວງພຣະບາງ ໄດ້ອອກແຈ້ງການ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ທີ່ໄປຮັບການປິ່ນປົວ ໃນໂຮງໝໍ ພາກສະນາມ ຕ້ອງອອກຄ່າ ໃຊ້ຈ່າຍ ທີ່ຈຳເປັນເອງ ເຊັ່ນຄ່າ ອາຫານ ແລະ ອື່ນໆ ເນື່ອງຈາກ ທາງພາກຣັຖ ຂາດງົບປະມານ ສະນັບສະນູນ.
2021-11-23
ປະຊາຊົນ ຈຳນວນນຶ່ງ ທີ່ຢູ່ເຂດຊົນນະບົດ ໃນຫຼາຍແຂວງ ຍັງບໍ່ສາມາດ ເຂົ້າເຖິງການ ສັກວັກຊີນປ້ອງກັນ ໂຄວິດ-19 ໄດ້ຕາມ ຈຸດບໍຣິການ ປະຈຳໂຮງໝໍຕ່າງໆ ເພາະຂາດເຂີນ ແພດ-ໝໍ ອອກໃຫ້ບໍຣິການ.
2021-11-22
ທາງການລາວ ປະກາດວັນທີ 22 ພຶສຈິການີ້ວ່າ ກວດພົບຜູ້ຕິດໂຄວິດ-19 ເພີ່ມຂຶ້ນ ແລະ ເປັນເຣື່ອງຍາກ ທີ່ຈະເຮັດໃຫ້ການຕິດເຊື້ອ ຫລຸດລົງ ເນື່ອງຈາກ ປະຊາຊົນ ຖືເບົາ ຕໍ່ມາຕການ ປ້ອງກັນ ທີ່ທາງຄະນະສະເພາະກິຈ ໄດ້ວ່າງອອກ.
2021-11-19
ທາງການລາວ ອະນຸຍາດໃຫ້ ໂຮງຈັກ ໂຮງງານ ເປີດໄດ້ ແຕ່ຕ້ອງມີ ມາຕການເຂັ້ມງວດ ໃນຂະນະດຽວກັນ ລາວຈະຜລິດຢາ ໂມລນູພິຣາເວັຍຣ໌ ເພື່ອປິ່ນປົວ ເຊື້ອໂຄວິດ-19, ຊຶ່ງຄາດວ່າ ຈະສາມາດເຣີ່ມ ຜລິດໄດ້ ປາຍປີ 2021 ນີ້.
2021-11-18
ທາງການລາວ ປະກາດໄດ້ໃນ ມື້ວັນທີ 18 ພຶສຈິການີ້ ກວດພົບຜູ້ ຕິດເຊື້ອໂຄວິດ-19 ໃໝ່ຕື່ມ 1,401 ຄົນ, ໃນນັ້ນຕິດເຊື້ອ ໃນຊຸມຊົນ 1,391 ຄົນ, ນໍາເຂົ້າ 10 ຄົນ, ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອ ສະສົມ 58,798 ຄົນ, ເສັຽຊີວິດ ທັງໝົດ 116 ຄົນ.
2021-11-18
ຢາເສບຕິດ ຖືເປັນນຶ່ງໃນບັນຫາໃຫຍ່ ທີ່ເປັນພັຍຂົ່ມຂູ່ ຕໍ່ກັບສັງຄົມລາວ ເຊັ່ນເປັນຂະບວນການ ລັກລອບຄ້າຂາຍ, ຂົນສົ່ງ ແລະຮວມເຖິງຜູ້ເສບ ທີ່ມີການແຜ່ຫຼາຍ ທັງໃນເມືອງ ແລະ ເຂດຊົນນະບົດ ຫ່າງໄກສອກຫຼີກ.
2021-11-17
ທາງການລາວ ຫ້າມເຂດທີ່ມີ ການຣະບາດ ຂອງເຊື້ອໂຄວິດ-19 ເປີດການຮຽນ ການສອນ ແບບພົບໜ້າ ແຕ່ໃຫ້ເປັນແບບ ອອນລາຍນ໌ແທນ ຊຶ່ງຄາດວ່າ ຫຼາຍຄອບຄົວ ບໍ່ສາມາດ ເຂົ້າເຖິງແບບຮຽນອອນລາຍ໌ໄດ້ ເພາະຄວາມທຸກຍາກ.