ຢາເສບຕິດ ເປັນພັຍຂົ່ມຂູ່ ຕໍ່ກັບສັງຄົມ ລາວຫຼາຍ
2021.11.18
ປະເທດລາວ ຖືກຣະບຸໃນບົດຣາຍງານ ຂອງໜ່ວຍງານການຮ່ວມ ມືປາບປາມຢາເສບຕິດລຸ່ມແມ່ນໍ້າຂອງ ວ່າ ມີການລັກລອບຕັ້ງໂຮງງານຜລິດ ຢາເສບຕິດໃນຫຼາຍປະເທດ ແລະການລຳລຽງຂົນສົ່ງຢາເສບຕິດຫຼາຍຊນິດ ມີທ່າອ່ຽງຜ່ານປະເທດລາວເພີ່ມຂື້ນຫຼາຍ ແລະ ຢາເສບຕິດທີ່ລຳລຽງຜ່ານຫຼາຍທີ່ສຸດ ແມ່ນຢາບ້າ, ຢາໄອສ໌ ແລະ ສານຕັ້ງຕົ້ນ ທຳການຜລິດ.
ດັ່ງເຫດການທີ່ ເຈົ້າໜ້າທີ່ ປາບປາມຢາເສບຕິດ ແຂວງບໍ່ແກ້ວ ຈັບກຸ່ມຄ້າຢາເສບຕິດທີ່ຕຽມຂົນສົ່ງ ລົງສູ່ນະຄອນຫຼວງວຽງຈັນ ໂດຍໃຊ້ຣົດຂົນເບັຽເປັນສາກບັງໜ້າ ເມື່ອວັນທີ 27 ຕຸລາ 2021 ຜ່ານມາ. ເຈົ້າໜ້າທີ່ໄດ້ຣາຍງານວ່າ ມີຢາບ້າຈຳນວນ 5 ຕັນປາຍ, ຢາໄອສ໌ 1.5 ຕັນ ມີຜູ້ຕ້ອງຫາສອງຄົນ ຄື ທ້າວ ທອງໄຊທໍ ອາຍຸ 22 ປີ ຄົນຂັບຣົດ ແລະ ທ້າວ ໄຊຕົງທໍ ເປັນເຈົ້າຂອງຢາເສບຕິດ ອາຍຸ 40 ປີ. ຄະດີນີ້ເຈົ້າໜ້າທີ່ກຳລັງສືບສວນ ແລະສອບສວນຫາທີ່ມາຂອງຢາເສບຕິດຢູ່. ການຈັບຢາເສບຕິດລ໊ອດນີ້ ທ່ານ ເຈຣາມີ ດັກລາສ ຜູ້ແທນປະຈຳພູມີພາກ ເອເຊັຽຕາເວນອອກສຽງໃຕ້ ຂອງສຳນັກງານວ່າດ້ວຍຢາເສບຕິດ ແລະອາຊຍາກັມແຫ່ງສະຫະປະຊາຊາດ ຫຼື United Nations Office on Drugs and Crime (UNODC) ກ່າວຕໍ່ສື່ມວນຊົນສາກົລວ່າ ເປັນການຈັບໄດ້ທີ່ຫຼາຍທີ່ສຸດໃນປວັດສາດ.
ທັງນີ້ທ່ານໄດ້ເຫດຜົລວ່າ ສາມຫຼ່ຽມຄຳ ເຂດທາງຕາເວນອອກສຽງເໜືອ ຂອງພະມ້າຊຶ່ງຕິດກັບຊາຍແດນ ລາວ ແລະ ໄທຍ ເປັນເຂດການຜລິດ ຢາເສບຕິດມາຍາວນານ, ເປັນສູນກາງການຜລິດຢາເສບຕິດປະເພດ ແອມເຟຕາມິນ ໂດຍສະເພາະຢາບ້າ ແລະ ຢາໄອສ໌. ສ່ວນກໍຣະນີທີ່ລາວຈັບໄດ້ຫຼາຍ ຍ້ອນວ່າຜູ້ຄ້າຢາເສບຕິດ ໄດ້ມີການປັບປ່ຽນເສັ້ນທາງ ໃນການລຳລຽງ ອັນເນື່ອງມາຈາກ ບັນຫາການ ສູ້ຣົບກັນ ພາຍໃນປະເທດພະມ້າ. ອີກເຫດການນຶ່ງ ທີ່ເກີດຂື້ນເມື່ອວັນທີ 9 ພືສຈິກາ 2021 ຜູ້ຄ້າຢາ ຍິງປະທະກັບຕຳຣວດປາບປາມຢາເສບຕິດ ແຂວງຄຳມ່ວນ. ເຫດການນີ້ເຈົ້າໜ້າທີ່ ໄດ້ເຂົ້າປິດລ້ອມບ່ອນນັດໝາຍສົ່ງຢາ ບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ. ຜູ້ຄ້າຢາຂັດຂືນ ຂັບຣົດໜີ ແລະ ຍິງປືນໃສ່ຕຳຣວດ,ເຈົ້າໜ້າທີ່ຍິງຕອບໂຕ້ຈົນໃນທີ່ສຸດກໍຈັບໄດ້ ເຖິງວ່າ ຜູ້ຄ້າຢາພະຍາຍາມຈະລົບໜີ ແລະທຳລາຍຫຼັກຖານໂຮຍຢາເສບຕິດຖີ້ມ. ດັ່ງເຈົ້າໜ້າທີ່ປາບປາມຢາເສບຕິດ ແຂວງຄຳມ່ວນໄດ້ອະທິບາຍ ເຫດການນີ້ ຕໍ່ສື່ມວນຊົນ ໃນວັນທີ 11 ພືສຈິກາວ່າ:
“ເປົ້າໝາຽໄດ້ໃຊ້ຄວາມຮຸນແຮງ ກັບກຳລັງເຮົາຈຳເປັນຕ້ອງໄດ້ນຳໃຊ້ ອາວຸດຍິງຕີນຣົດເບື້ອງຫຼັງຂອງເປົ້າໝາຽ ໃຫ້ຕີນຣົດດັ່ງກ່າວແຕກບໍ່ຢຸດ ພວກເຮົາກໍໄດ້ໄລ່ ໄລ່ໄປປະມານ 12 ກິໂລແມັດ ເປົ້າໝາຽໄດ້ເອົາໂຕລົບໜີ ລົງອອກຈາກຣົດ ກຳລັງເຮົາກາຈັບ ໄດ້ໄລ່ທັນ.”
ທ່ານໄດ້ກ່າວຕື່ມວ່າ ສຳລັບປີນີ້ ປກສ ແຂວງຄຳມ່ວນ ໄດ້ທຳລາຍຢາເສບຕິດເຊັ່ນຢາບ້າ 1.5 ແສນປາຍເມັດ, ຢາໄອສ໌ 36 ແທ່ງ ນໍ້າໜັກ 600 ກິໂລ ແລະ ຍັງມີຢາເສບຕິດປະເພດອື່ນເຊັ່ນກັນຊາ ແລະ ເຮໂລອິນເປັນຕົ້ນ. ເຖິງວ່າໃນປີນີ້ເຊື້ອໂຄວິດ-19 ຍັງມີການຣະບາດເພີ່ມຂື້ນທົ່ວປະເທດໄດ້ຮັບຜົລກະທົບ ແຕ່ການຄ້າຢາເສບຕິດ ຍັງປະກົດໃຫ້ເຫັນຢ່າງເນື່ອງ ບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງຊຶ່ງກໍມີຣາຍງານຂ່າວ ການຈັບຄ້າຢາເສບຕິດເປັນຈຳນວນຫຼາຍ. ຕໍ່ບັນຫາຢາເສບຕິດປະຊາຊົນທ່ານນຶ່ງທີ່ບໍ່ປະສົງອອກຊື່ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 9 ພຶສຈິກາ ວ່າຢາເສບຕິດມັນຮ້າຍແຮງ ຫຼາຍມັນຣະບາດຈົນຍາກທີ່ຈະແກ້ໄຂ.
“ກ່ຽວກັບບັນຫາ ທີ່ມັນເກີດຂື້ນໃນສັງຄົມນີ້ ຢາກໃຫ້ພາກສ່ວນກ່ຽວຂ້ອງ ກອງປະຊຸມຫວ່າງແລ້ວເພີ່ນກາເອົາບັນຫາ ປາບປາມຢາເສບຕິດ ມັນເປັນບັນຫາທີ່ສຳຄັນກາ ເຈົ້າໜ້າທີ່ມິອິດທິພົລ ນໍາກັນເອົາໂຢມເອົາຢາມາຂາຍຄັນບໍ່ມີຜູ້ມີອິດທິພົລ ເອົາເຂົ້າມາມັນກາຍາກຫັ້ນໃດ.”
ເຈົ້າໜ້າທີ່ອົງການ ປົກຄອງບ້ານກໍໄດ້ໃຫ້ຄຳເຫັນວ່າ ຕໍ່ກັບບັນຫາການຣະບາດ ຂອງຢາເສບຕິດໂດຍສະເພາະແມ່ນຢາບ້າ ຕ້ອນນີ້ປະຊາຊົນກໍວິຕົກັງວົນເພາະລູກຫຼານ ຂອງຊາວບ້ານໃນ ເຂດນີ້ກໍຕິດກັນຫຼາຍ. ການແກ້ໄຂກໍຕ້ອງອາສັຍ ທຸກພາກສ່ວນເປັນຫູເປັນຕາຊ່ອຍເຈົ້າໜ້າທີ່ ສະກັດບັນຫາຢາເສບຕິດຂັ້ນຊຸມຊົນ.
“ສະນັ້ນຂ້າພະເຈົ້າເຊື່ອວ່າ ທຸກສີ່ງທຸກຢ່າງເຮັດໄດ້ຖ້າພ້ອມໃຈກັນ ຖ້າມີຄວາມກ້າຫານຢາຊູໄປໃຫ້ອຳນາດມືດ ກົດໜ່ວງຖ່ວງດຶງທີ່ຈະກ້າເຮັດຄວາມດີ.”
ບັນຫາຢາເສບຕິດທີ່ເກີດຂື້ນ ບໍ່ວ່າຈະເປັນທາງຜ່ານເຊີ່ງມີ ແນວໂນ້ມເພີ່ມສູງຂື້ນ, ຜູ້ຄ້າ ແລະ ຜູ້ເສບກໍມີຈຳນວນຫຼາຍ. ຜ່ານມາແຕ່ລະປີ ການທຳລາຍຢາເສບຕິດທີ່ຈັບມາໄດ້ ນັ້ນກໍນັບວ່າຫຼາຍແບບບໍ່ເຄີຍມີມາກ່ອນ.
ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດວ່າ ບັນຫາຢາເສບຕິດໃນປະເທດລາວ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ແກ້ໄຂ ໂດຍດ່ວນ ຊຶ່ງກໍໄດ້ກຳນົດເປັນວາລະແຫ່ງຊາດ ຕ້ານຢາເສບຕິດເຊີ່ງຈະ ປະຕິບັດໃຫ້ສຳເຣັດພາຍໃນສອງປີຕໍ່ໜ້າ. “ສະພາບບັນຫາຢາເສບຕິດ ໄດ້ແຜ່ຣະບາດເປັນວົງກ້ວາງ ແຕ່ໂຕເມືອງໄປຮອດຊົນນະບົດໃນຫຼາຍຣະດັບທີ່ແຕກຕ່າງກັນ ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາ ປະກົດການຫຍໍ້ທໍ້ ແລະອາຊຍາກັມປະເພດຕ່າງໆ ຈຳນວນຄະດີຢາເສບຕິດຜູ້ຕ້ອງຫາ ນັກໂທດ ແລະ ຈຳນວນຢາເສບຕິດ ແຕ່ລະປະເພດໄດ້ເພີ່ມຂື້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ.”
ໃນບົດຣາຍງານ ຂອງຣັຖມົນຕຣີກະຊວງ ປ້ອງກັນຄວາມສງົບໄດ້ຣະບຸຕື່ມວ່າ ບັນຫາຢາເສບຕິດໄດ້ແຜ່ຣະບາດຮ້າຍແຮງ ນັບແຕ່ໂຕເມືອງໃຫຍ່ ຈົນຮອດເຂດຊົນນະບົດຫ່າງໄກສອກຫຼີກ. ເຂົ້າເຖິງທຸກເພດທຸກໄວທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ ນັກສຶກສາ ພໍ່ຄ້າຊາວຂາຍ ກັມມະກອນ ຜູ້ຫວ່າງງານຕລອດຮອດພະນັກງານຣັຖກອນຈຳນວນນຶ່ງ. ຕາມຂໍ້ມູນໃນເບື້ອງຕົ້ນປັຈຈຸບັນ ຍັງມີຜູ້ຕິດຢາເສບຕິດຢູ່ປະເທດລາວສະເລັ່ຽ 0.94% ຂອງພົລເມືອງທັງໝົດ. ຊຶ່ງບັນຫາດັ່ງກ່າວນີ້ເປັນສາເຫດ ພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊຍາກັມປະເພດຕ່າງ ໆ ທີ່ເປັນການກົດໜ່ວງຖ່ວງດຶງ ການພັທນາເສຖກິຈສັງຄົມ, ສົ່ງຜົລຕໍ່ຄວາມ ໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນຣະບຽບຮຽບຮ້ອຍ ແລະ ປອດພັຍຂອງສັງຄົມ.
ການປະຕິບັດວາລະແຫ່ງຊາດ ຕ້ານຢາເສບຕິດເຣີ້ມປະຕິບັດມາແຕ່ເດືອນສິງຫາ ນັ້ນ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ລາວ ໄດ້ກ່າວຣາຍງານໃນກອງປະຊຸມ ສະພາແຫ່ງຊາດຄັ້ງຫຼ້າສຸດວ່າ ໃນການປະຕິບັດໂຕຈິງສາມາດທຳລາຍແຫຼ່ງການຜລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍໄດ້ເປັນຈຳນວນຫຼາຍໃນນີ້ມີຄະດີ ທີ່ໄດ້ຕັດສີນໄປແລ້ວ 1,106 ຄະດີ, ຈັບຜູ້ຕ້ອງຫາໄດ້ 1,562 ຄົນ, ຢຶດຢາບ້າໄດ້ 10,158 ກິໂລກຣາມ ຫຼື 101 ລ້ານປາຍເມັດ ແລະ ຍັງມີຢາເສບຕິດປະເພດອື່ນໆ ເຊັ່ນ ຢາໄອສ໌, ຝີ່ນ, ເຮໂຣອິນ ເປັນຈຳນວນຫຼາຍ. ທັງນີ້ໃນ 2 ປີຜ່ານມາຄື ປີ 2019-2020 ທາງການລາວຈັບ ນັກຄ້າຢາເສບຕິດໄດ້ ປະມານ 14 ພັນຄົນ ໃນນີ້ຮວມມີ 9 ພັນປາຍຄະດີ. ຢຶດຢາບ້າໄດ້ 37 ລ້ານປາຍເມັດ, ເຮໂຣອິນ 735 ກິໂລ, ຢາໄອສ໌ 2 ຕັນ ແລະ ອື່ນ ໆ .
ສ່ວນຫ້ອງການ ສູນກາງຊາວໜຸ່ມ ຄາດວ່າມີໄວໜຸ່ມປະມານ 400,000 ຄົນຢູ່ໃນສິ່ງແວດລ້ອມທີ່ມີຄວາມຊ່ຽງສູງ ໂດຍສະເພາະການລັກລອບຄ້າຢາເສບຕິດ ຊຶ່ງນຳມາສູ່ການກໍ່ອາຊຍາກັມ ນັບມື້ນັບເພີ່ມຂື້ນ.