ລາວ ຈະເຣີ່ມທົດລອງ ຜລິດຢາຕ້ານ ໂຄວິດ-19
2021.12.02
ປະເທດລາວ ໄດ້ຮັບສູດຜລິດຢາ ໂມລນູພິຣາເວັຍຣ໌ (Molnupiravir) ປ້ອງກັນເຊື້ອໂຄວິດ-19 ພາຍຫລັງທີ່ ລາວ ໄດ້ເປັນນຶ່ງໃນຈໍານວນປະເທດ ທີ່ບໍຣິສັດໄຟເຊີອະນຸຍາດໃຫ້ຜລິດ. ມາຮອດເດືອນທັນວານີ້ ໂຮງງານຜລິດຢາເລກ 3 ຊຶ່ງເປັນໂຮງງານຣັຖວິສາຫະກິດ ກໍກຽມເລິ້ມທົດລອງຜລິດຢາດັ່ງກ່າວ, ຖ້າຫາກຢານັ້ນມີປະສິດທິຜົລກໍຈະຜລິດຕໍ່ໄປ ເພື່ອໃຊ້ປ້ອງກັນເຊື້ອໂຄວິດ-19 ຢູ່ລາວ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນທນ໌ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ທັນວານີ້ວ່າ:
“ທາງກະຊວງສາທາເພິ່ນລະມອບໃຫ້ ໂຮງງານການຢາເລກ 3 ຕາມຄໍານວນແມ່ນເລີ່ເດືອນທັນວານີ້ລະເນາະ ກ່ອນເພິ່ນຈະຜະລິດ ໂມລນູພິທາເວັຽ ໂຕຢາແກ້ໂຄວິດນີ້ ເພິ່ນຕ້ອງເອົາໄປທົດລອງກ່ອນ ຄຸນນະພາບສໍ່າໃດ ແລະປາລິມານມັນຈະມີສໍ່າໃດຫັ້ນ ໄດ້ມາຕຖານໝົດແລ້ວ ມັນສູດນີ້ແລ້ວ ເພິ່ນຖືວ່າເລີ່ມຜະລິດເລີຍ.”
ອີງຕາມຄໍາເວົ້າຂອງທ່ານ ລາຫຸນ ຈັນທະບຸດ ຜູ້ອໍານວຍການ ໂຮງງານຜລິດຢາເລກ 3 ຕໍ່ສໍານັກຂ່າວເສຖກິດ-ການຄ້າຂອງລາວ ໃນມື້ວັນທີ 1 ທັນວາ 2021 ນີ້ແລ້ວແມ່ນວ່າ ຄາດວ່າໃນ ເດືອນທັນວາ ນີ້ ທາງ ໂຮງງານຜລິດຢາເລກ 3 ຈະກຽມທົດລອງຜລິດຕົວຢ່າງ ເພື່ອເບິ່ງປະສິດທິຜົລກ່ອນ ໂດຍຈະໃຫ້ຄົນຕິດເຊື້ອ ໂຄວິດ-19 ກິນໃນປະລິມານຕາມນໍ້າໜັກ ຄືຢາ 7 ມິນລີກຣາມ ຕໍ່ນໍ້າໜັກ 1 ກິໂລກຣາມ ປະມານ 5 ຫ່ 7 ມື້. ເມື່ອຢາໄດ້ຜົລແລ້ວ ຈະໃຊ້ຢານັ້ນໃນກຸ່ມຄົນໃດ ກໍຕ້ອງໄດ້ປຶກສາຫາລື ກັນກັບແພດກ່ອນ ຊຶ່ງເບື້ອງຕົ້ນໄດ້ຕັ້ງຊື່ຢາໃໝ່ນີ້ວ່າ ໂມລາໂຄເວັຍ. ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽໄດ້ພະຍາຍາມ ໂທຣະສັບໄປຫາເຈົ້າໜ້າທີ່ ໂຮງງານຜລິດຢາເລັກ 3 ທີ່ນະຄອນຫຼວງວຽງຈັນທນ໌ ແຕ່ບໍ່ສາມາດຕິດຕໍ່ໄດ້.
ປັດຈຸບັນ ການປິ່ນປົວຄົນຕິດເຊື້ອໂຄວິດ-19 ຢູ່ປະເທດລາວ ທາງການໄດ້ໃຊ້ຢາພື້ນເມືອງ 3 ຊນິດຄື: ລາຊາບີ, ຜັກຄາວທອງ ແລະກະຊາຍຂາວ ຊຶ່ງຜລິດເປັນເມັດ ແລະໄດ້ແຈກຢາຍໃຫ້ ນະຄອນຫຼວງວຽງຈັນທນ໌ ແລະ ອີກ 3 ແຂວງ ຄື ແຂວງສວັນນະເຂດ, ສາຣະວັນ ແລະແຂວງຈໍາປາສັກ ແຕ່ຍັງບໍ່ທັນມີການຢືນວ່າ ຢາພື້ນເມືອງທີ່ວ່ານີ້ ເປັນຢາທີ່ປິ່ນປົວ ຄົນຕິດເຊື້ອໂຄວິດໄດ້, ພຽງແຕ່ເປັນຢາຊ່ອຍບັນເທົາອາການ ທີ່ໃຊ້ຮ່ວມກັບຢາຫຼວງ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເວົ້າໃນມື້ດຽວກັນນີ້ວ່າ:
“ພວກກະຊາຍຂາວ ພວກຟ້າທະລາຍໂຈນ ແມ່ນຈັ່ງຊີ້ນ່າ ແຕ່ເຂົາເຈົ້າກໍຍັງທົດລອງກັບຄົນປ່ວຍຢູ່ ແຕ່ເພິ່ນກໍຍັງບໍ່ໄດ້ປະກາດໄດ້ຜົລ 100% ໄດ້ຜົລຈັ່ງໃດ.”
ການທີ່ຈະຜລິດຢາ ໂມລນູພິຣາເວັຍຣ໌ ປ້ອງກັນເຊື້ອໂຄວິດ-19 ນີ້ ຊາວລາວຫຼາຍຄົນກໍຮູ້ສຶກດີໃຈ ທີ່ປະເທດລາວ ຈະສາມາດຜລິດໄດ້ເອງ. ຜູ້ໃດຕິດເຊື້ອໂຄວິດ-19 ກໍຈະຫາຊື້ມາກິນໄດ້ງ່າຍ ຄືກັນກັບການຫາຊື້ຢາແກ້ໄຂຫວັດໃຫຍ່ທົ່ວໄປ. ແຕ່ເຖິງຢ່າງໃດ ທາງການກໍຕ້ອງບອກວິທີ ການກິນໃຫ້ຈະແຈ້ງ ດັ່ງຊາວລາວຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ທັນວານີ້ວ່າ:
“ຄັນເງື່ອນໄຂທີ່ວ່າ ເປັນໄປໄດ້ກໍດີໃຈວ່າຊັ້ນສາ ຄັນຜະລິດຢາເອົາເອງ ປົວເອົາເອງໄດ້ແລ້ວຈັ່ງຊີ້ ກະບໍ່ເຖິງກັບຮ້າຍແຮງ ຜູ້ໃດທີ່ມີເງື່ອນໄຂກໍຊື້ມາກິນ ຕ້ອງໃຫ້ມັນລະອຽດວ່າວິທີກິນຈັ່ງໆ ຈັກໜ່ອຍກິນຫຼາຍຕາຍຊໍ້າພັດວ່າອີກເດ໋ເນາະ.”
ແລະປະຊາຊົນລາວ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຕົນກໍຮູ້ສຶກດີໃຈຄືກັນ ແລະເປັນເຣື່ອງດີ ທີ່ລາວຈະມີຢາປິ່ນປົວ ເຊື້ອໂຄວິດ-19 ເອງ, ຈະຊ່ອຍໃຫ້ເຂົ້າໃຈວ່າ ເຊື້ອໂຄວິດ-19 ນີ້ ເປັນເຣື່ອງທັມມະດາ, ສາມາດຢູ່ຮ່ວມກັບມັນໄດ້.
“ກະຮູ້ສຶກວ່າດີໃຈຫັ້ນແຫຼະ ເພາະວ່າມັນກະບໍ່ຮ້າຍແຮງນະ ຖ້າວ່າມີຢາປີ່ນປົວນີ້ເຂົ້າມານ່າ ມັນສາມາດປີ່ນປົວຫາຍຂາດໄດ້ເດ໋ ກະຈະຊ່ວຍໃຫ້ປະຊາຊົນເຮົານັ້ນ ຫລຸດພົ້ນອອກຈາກພະຍາດນີ້.”
ໃນຂະນະນີ້ ຢູ່ປະເທດລາວ ຍັງມີຜູ້ຕິດເຊື້ອໂຄວິດ-19 ຫຼາຍ, ແຕ່ລະມື້ບໍ່ຕໍ່າກວ່າ 900 ຄົນຫາ 1,000 ປາຍຄົນ. ທາງການພົບບັນຫາຫຼາຍຢ່າງ ໃນການຄວບຄຸມການແພ່ຣະບາດ, ຫຼາຍຄົນບໍ່ເວົ້າຄວາມຈິງ, ເຮັດໃຫ້ມີຄວາມສ່ຽງ ທີ່ເຊື້ອນີ້ຈະແພ່ກະຈາຍ ອອກໄປຕື່ມອີກ ຊຶ່ງປະຊາຊົນຫຼາຍຄົນຢາກໃຫ້ ທາງການແກ້ໄຂ ດັ່ງຊາວບ້ານຢູ່ ນະຄອນຫຼວງວຽງຈັນທນ໌ ຜູ້ນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ທັນວານີ້ວ່າ:
“ແກ້ໄຂໄດ້ກໍຢາກໃຫ້ແກ້ໄຂຫັ້ນນ່າ ຢາກໃຫ້ເກັບກໍາຂໍ້ມູນລະອຽດຫັ້ນແຫຼະ ບໍ່ຢາກໃຫ້ປິດບັງຫັ້ນແຫຼະ ແມ່ນພະຍາດເນາະ ມັນບໍ່ແມ່ນແນວປິດບັງ ຄວາມສ່ຽງມັນກໍຫຼາຍ ເຂົ້າມາຫາຈະຮູ້ສາເຫດເບາະ ວ່າເຂົາຕິດເຊື້ອເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານອີກຜູ້ນຶ່ງກໍເວົ້າວ່າ ເປັນເຣື່ອງທີ່ຈະແກ້ໄຂໄດ້ຍາກ ສໍາລັບເຈົ້າໜ້າທີ່ໃນການຄວບຄຸມການແພ່ຣະບາດຂອງ ເຊື້ອໂຄວິດ-19 ຊຶ່ງຕົນຢາກໃຫ້ທຸກຄົນ ທີ່ໄປກວດຫາເຊື້ອ ເປີດເຜີຍຄວາມຈິງ ເພື່ອໃຫ້ຄົນອື່ນໄດ້ຮູ້ ແລະລະມັດລະວັງໄວ້:
“ບາງຄົນກໍຍັງປິດອາຊີບ ຂີ້ຕົວະເບີໂທອິຫຍັງ ບໍ່ເຂົ້າໃຈເພື່ອຫຍັງ ຕົວະກັນໄປຕົວະກັນມາ ແລ້ວກະບໍ່ຮູ້ໃຜເປັນໃຜບາດນີ້ ມັນກະຄວບຄຸມບໍ່ໄດ້ແລ້ວ ໄປໃສແດ່ກະບໍ່ຮູ້ແຫຼະເນາະ.”
ເວົ້າເຖິງການຣະບາດຂອງເຊື້ອໂຄວິດ-19 ຢູ່ປະເທດລາວ, ທາງການລາວຣາຍງານໃນມື້ ວັນທີ 2 ທັນວານີ້ວ່າ ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 1,333 ຄົນ, ເສັຽຊີວິດ 8 ຄົນ, ຕິດເຊື້ອຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນທນ໌ 605 ຄົນ, ຮອງລົງມາກໍແມ່ນ ຫຼວງພຣະບາງ 83 ຄົນ, ຄໍາມ່ວນ 82 ຄົນ.
ມາເຖິງປັດຈຸບັນ ຢູ່ລາວມີຜູ້ຕິດເຊື້ອສະສົມ 76,496 ຄົນ, ມີຜູ້ເສັຽຊີວິດທັງໝົດ 186 ຄົນ.