ກວດຫາ ໂຄວິດ-19 ບໍ່ທົ່ວເຖິງ, ເພີ່ມຜູ້ຕິດເຊື້ອ
2021.11.26

ຊາວລາວຈຳນວນນຶ່ງ ຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ລົງພື້ນທີ່ກວດຫາເຊື້ອໂຄວິດ-19 ຫຼາຍກວ່ານີ້ ໂດຍສເພາະ ຕາມບ້ານຍ້ອນວ່າ ໃນປັດຈຸບັນ ເຈົ້າໜ້າທີ່ບໍ່ໄດ້ກວດກຸ່ມທີ່ສ່ຽງ ໝົດທຸກຄົນໃນເຂດບ້ານຕ່າງໆ ຊຶ່ງເປັນສາເຫດນຶ່ງ ທີ່ໂຕເລກການຕິ້ດເຊື້ອໂຄວິດ-19 ບໍ່ຫລຸດລົງໃນລາວ ດັ່ງຊາວລາວ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ພຶສຈິກາ ນີ້ວ່າ:
“ຢາກໃຫ້ໄປປັບປຸງຕື່ມຫັ້ນແຫຼະ ຍົກໂຕຢ່າງຄືວ່າ ກຸ່ມສ່ຽງເນາະ ຫຼືວ່າຜູ້ໃກ້ຊິດຫັ້ນນ່າ ໄປແລ້ວທາງຂັ້ນເພີ່ນບໍ່ກວດໃຫ້ເນາະ ກໍຢາກໃຫ້ລົງມາກວດໂຕຈີງ ຫັ້ນແຫຼະ ໄປສັມພັດໃກ້ຊິດກັບໃຜເນາະ ຫຼືຢູ່ໃນກຸ່ມຫັ້ນນ່າຢາກໃຫ້ກວດໝົດ ເພື່ອບໍ່ຢາກໃຫ້ມີການແຜ່ໄປຫັ້ນນ່າ.”
ບັນຫາດັ່ງກ່າວ ເຮັດໃຫ້ການຕິດເຊື້ອໃນຊຸມຊົນເພີ່ມຂື້ນ ຍ້ອນຄົນທີ່ບໍ່ໄດ້ກວດເຊື້ອມີການເຄືອນໄຫວໄປມາ ເຮັດໃຫ້ເຊື້ອໂຄວິດ-19 ແຜ່ຂຍາຍຢ່າງຕໍ່ເນື່ອງ ເຈົ້າໜ້າທີ່ອີກທ່ານນຶ່ງກ່າວວ່າ.
“ຂ້ອຍກໍເຈີະກັບໂຕເອງເດບັນຫານີ້ນ່າ ຄອບຄົວເນາະເປັນກຸ່ມສ່ຽງ ທີ່ເປັນໂຄວິດ-ຫັ້ນນ່າ ກຸ່ມສ່ຽງນີ້ໄປນ່າ ເພີ່ນຕັ້ງຈຸດກວດແຕ່ລະຈຸດ ແຕ່ລະຈຸດ ແລະໃຫ້ເຮົາໄປກວດເອງຫັ້ນນ່າ ຢາກໃຫ້ແພດໝໍຫັ້ນ່າ ໂຄສະນາຫຼາຍໆ ເຣື່ອງຢຸກຢາປົວໂຄວິດຫັ້ນເຮັດແບບໃດ.”
ທ່ານກ່າວຕື່ມວ່າ ຖ້າຫາກເຈົ້າໜ້າທີ່ ບໍ່ສາມາດກວດຫາເຊື້ອໂຄວິດ-19 ໄດ້ຢ່າງທົ່ວເຖີງ ເຈົ້າໜ້າທີ່ຄວນໃຫ້ການປະຊາສຳພັນກັບຊາວບ້ານ ຫຼາຍກວ່ານີ້ ໃນການກັກໂຕຫຼືການປີ່ນປົວຢູ່ເຮືອນ ເພື່ອໃຫ້ປະຊາຊົນໄດ້ຮູ້ແລະປະຕິບັດຕາມ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກວດຫາເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງັຈນ ທ່ານນຶ່ງເວົ້າວ່າ ບັນຫາດັ່ງກ່າວ ສາເຫດນື່ງກໍແມ່ນຂາດງົປມານ,ບຸກຄຣາກອນແລະເຄື່ອງມືການແພດບໍ່ພຽງພໍກັບຄວາມຕ້ອງການຈື່ງສາມາດກວດໄດ້ແຕ່ຜູ້ສັມພັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ເທົ່ານັ້ນ ສ່ວນກຸ່ມທີ່ສ່ຽງອັນດັບສອງ ທີ່ບໍ່ໄດ້ສັມພັດໃກ້ຊິດກັບຜູ້ຕິດເຊື້ອ ເຈົ້າໜ້າທີ່ຍັງບໍ່ໄດ້ກວດໃຫ້ເທື່ອ.
“ພີ່ນຕ້ອງການຄວາມຊັດເຈນເນາະ ແບບວ່າຜູ້ໃກ້ຊິດທີ່ມີອາການ ຜູ້ທີ່ບໍ່ມີອາການເຂົາເຈົ້າກໍບໍ່ກວດ ເຮົາຊີ່ໄປຫັ້ນຫຼາຍມັນກໍກວດບໍ່ໄດ້ຫັ້ນນ່າ ຄວາມໝາຍມັນຄືວ່າຫັ້ນແຫຼະ ເຄື່ອງກວດມັນມີຄ່າໃຊ້ຈ່າຍ ແລ້ວບາດນີ້ ເຮົາຊີ່ໄປກວດມົ້ວໄປຫຼາຍມັນຊີ່ບໍ່ພຽງພໍຄວາມໝາຍຫັ້ນນ່າ.”
ນອກຈາກນີ້ ການກວດຫາເຊື້ອໂຄວິດ-19 ຂອງເຈົ້າໜ້າທີ່ໃນແຕ່ລະມື້ກໍຍັງການຈຳກັດຈຳນວນຄົນກວດແລະເວລາກວດນຳອີກ ບາງແຫ່ງກວດບໍ່ເກີນ 100-150 ຄົນ ຕໍ່ມື້ແລະຈະກວດຕັ້ງແຕ່ 8 ໂມງ 30 ຕອນເຊົ້າໄປຮອດ 12 ໂມງເທົ່ານັ້ນ ໝົດເວລາກໍຈະບໍ່ກວດຍ້ອນຈະສົ່ງໂຕຢ່າງໄປຍັງສູນວິເຄາະ ທີ່ມີແຕ່ພຽງແຫ່ງດຽວ.
“ມີຈຳນວນຈຳກັດ ຮ້ອຍຫາຮ້ອຍຫ້າສີບຫັ້ນນ່າ ມັນບໍ່ແມ່ນ້ຳຢາເນາະ ເພາະວ່າເອົາໄປສູນວິເຄາະ ເຂົາເຈົ້າວ່າທາງສູນວິເຄາະ ມັນກວດບໍ່ທັນເນາະ ຖ້າວ່າເພີ່ນກວດໄວມັນກໍຮູ້ມື້ຕໍ່ມື້.”
ໃນຂນະດຽວກັນຢູ່ແຂວງໄຊຍະບູລີ ກໍເປັນອີກແຂວງນຶ່ງທີ່ມີຜູ້ຕິດເຊື້ອຫຼາຍຢູ່ ເຈົ້າໜ້າທີ່ກໍໄດ້ຕັ້ງຈຸດກວດຫາເຊື້ອເໝືອນກັນ ແຕ່ສ່ວນໃຫຍ່ຈະກວດໃຫ້ກຸ່ມທີ່ສັມພັດໃກ້ຊິດກັບຜູ້ຕິດເຊື້ອຫຼາຍກວ່າ ບໍ່ຕ່າງຈາກແຂວງອື່ນ ຜູ້ທີ່ບໍ່ໄດ້ສັມພັດໃກ້ຊິດແລະທີ່ບໍ່ມີອາການຈະບໍ່ໄດ້ກວດ ດັ່ງເຈົ້າໜ້າທີ່ສາທາຣະນະສຸກ ແຂວງໄຊຍະບູລີ ທ່ານນຶ່ງກ່າວວ່າ
“ຊ່ວງນີ້ມັນຫຼາຍບ້ານ ໄທເຮົາກໍໄດ້ໃຊ້ເວລາກວດ ຕອນເຊົ້າເອົາແຕ່ 8 ໂມງຮອດ 12 ໂມງ ກໍຣະນີທີ່ມີອາການຈື່ງເຮັດ ແບບໄວໆຫັ້ນ ບາງຄົນບໍ່ເຂົ້າໃຈວ່າ ເປັນຜູ້່ສຳພັດກໍຣະນີແບບໃດ ທີນື່ງຫຼືທີສອງຫັ້ນນ່າ ບໍ່ຢູ່ໃນເກນທີ່ໄທເຮົາກວດໄດ້ແນະນະໃຫ້ເຂົາເຈົ້າໄປຈຳກັດໂຕເອງກ່ອນຫັ້ນນ່າ.”
ເນື່ອງຈາກການແຜ່ຣະບາດຂອງເຊື້ອໂຄວິດ-19 ໃນລາວຍັງຮຸ່ນແຮງຢູ່ໃນປັດຈຸບັນ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ກ່າວຕໍ່ກອງປະຊຸມສຸດຍອດອາຊນຽ-ຢູໂຣບ ຄັ້ງທີ 13 ຜ່ານຣະບົບທາງໄກ ເຖີງທິດທາງການຮ່ວມມືໃນການຟື້ນຟູເສຖກິຈ-ສັງຄົມ ລະຫວ່າງພາກພື້ນອາຊຽນ-ຢູໂຣບ ຈາກການຣະບາດຂອງໂຄວິດ-19 ໃນທົ່ວໂລກແລະໃນລາວ ໃນການເຮັດໃຫ້ປະຊາຊົນລາວ ສາມາດເຂົ້າເຖີງຣະບົບສາທາຣະນະສຸກທີ່ທັນສມັຍ ຮ່ວມທັງ ການສົ່ງເສີມການທ່ອງທ່ຽວ ການຄ້າແລະການລົງທຶນເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂື້ນ ໃນຮູບແບບໃໝ່.
ສຳລັບການຕິດເຊື້ອ ໂຄວິດ-19 ໃນວັນທີ 26 ພຶສຈິກາ ນີ້ ທາງການລາວ ໄດ້ກວດດພົບຜູ້ຕິດເຊື້ອໃໝ່ເພີ່ມອີກ 1,510 ຄົນ, ຕິດໃນຊຸມຊົນ 1,509 ຄົນ ເສັຽຊີວິດ 147 ຄົນ ແລະຕິດເຊື້ອສະສົມ 68,832 ຄົນ.