ເປີດດ່ານ ໜອງຄາຍ-ນະຄອນຫຼວງ ປວງປະຊາຍິນດີ
2021.11.29
ທາງການໄທຍ ຈະເປີດດ່ານຊາຍແດນ ໜອງຄາຍ-ນະຄອນຫລວງວຽງຈັນ ໃນມື້ວັນທີ 24 ທັນວາ 2021 ນີ້ ເພື່ອເພິ່ມທາງເຂົ້າປະເທດ ທັງທາງບົກ ແລະທາງນໍ້າ. ສໍາລັບຜູ້ທີ່ຈະເຂົ້າໄປເຮັດວຽກຢູ່ໄທຍ ຕ້ອງປະຕິບັດຕາມເງື່ອນໄຂ ທີ່ທາງການໄທຍກໍານົດ. ຄົນງານລາວທີ່ຈະໄປເຮັດວຽກຢູ່ໄທຍ ຕ້ອງໄປຕາມແບບ MOU ດັ່ງເຈົ້າໜ້າທີ່ໄທຍ ທ່ານນຶ່ງຢູ່ແຂວງໜອງຄາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິກາ ນີ້ວ່າ:
“ກໍານົດມາແລ້ວ 24 ແຂວງ ກໍຕ້ອງເຮັດໃຫ້ໄດ້ຕາມນັ້ນ ມັນບໍ່ໄດ້ເຂົ້າ-ອອກຄືແຕ່ກ່ອນ ທີ່ວ່າສາມາດເດີນທາງເຂົ້າມາໄດ້ເລີຍ ມັນກໍຕ້ອງມີການກວດ ATK ມີການສັກວັກຊິນ ຕ້ອງເບິ່ງວັດຖຸປະສົງ ທີ່ຈະເຂົ້າມາດ້ວຍ ມັນກໍຍັງມີມາຕການຂອງຣັຖຢູ່ ວິທີການຕາມທີ່ກໍານົດ ຖ້າມາແບບ MOU ກໍຕ້ອງຕິດຕໍ່ ທາງສະຖານທູດ ຕິດຕໍ່ກະຊວງການຕ່າງປະເທດ.”
ສໍາລັບຄົນລາວທົ່ວໄປ ທີ່ຈະໄປໄທຍ ກໍຍັງປະຕິບັດຕາມາຕການເກົ່າ ທີ່ເຄີຍໃຊ້ກັບຜູ້ທີ່ເດີນທາງທາງອາກາດ ເຊັ່ນຈະຕ້ອງສັກວັກຊິນປ້ອງກັນໂຄວິດ-19 ຄົບກໍານົດ, ມີຜົນກວດ RT-PCR ເປັນລົບ, ລົງທະບຽນຜ່ານຣະບົບ Thailand Pass ຢ່າງໜ້ອຍ 7 ມື້ກ່ອນເດີນທາງ, ຖ້າຫາກເດີນທາງໄປທາງເຮືອ ກ່ອນຈະລົງເຮືອ ຕ້ອງກວດ RT-PCR ຕື່ມອີກ 1 ຄັ້ງ ຖ້າບໍ່ພົບເຊື້ອກໍລົງເຮືອໄດ້.
ໃນຂະນະດຽວກັນ ທາງການລາວ ກໍຍັງບໍ່ມີແນວໂນ້ມວ່າຈະເປີດດ່ານສາກົນເທື່ອ ຍ້ອນວ່າ ປັດຈຸບັນ ໂຄວິດ-19 ຍັງຣະບາດໜັກໜ່ວງຢູ່. ຖ້າຫາກທາງການໄທຍເປີດດ່ານສາກົນ ທາງການລາວກໍຈະອະນຸຍາດໃຫ້ຄົນລາວ ທີ່ມີເອກກະສານ ແລະຄົນງານລາວທີ່ມີ MOU ເທົ່ານັ້ນ ໄປໄທຍໄດ້ ຕາມເງື່ອນໄຂຂອງໄທຍ ດັ່ງເຈົ້າໜ້າທີ່ແຮງງານຢູ່ນະຄອນຫລວງວຽງຈັນທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ມັນກໍຊິມີແຕ່ພວກທີ່ເປັນ MOU ໄປກ່ອນ ມັນຕ້ອງໄດ້ປະຕິບັດຕາມເງື່ອນໄຂຂອງປະເທດເຈົ້າພາບຄືປະເທດໄທຍເຂົາເຈົ້າລະບຸເອົາໄວ້ ຝັ່ງລາວຖ້າວັນທີ 30 ນີ້ກ່ອນ ມັນຈະມີມາຕການໃໝ່ອອກມາ 15 ວັນຫັ້ນນະ ເພິ່ນວ່າຈັ່ງໃດ ຝັ່ງລາວການຣະບາດມັນຂ້ອນຂ້າງສູງຫັ້ນນະ.”
ຄົນງານລາວຫລາຍຄົນ ທີ່ເຄີຍໄປເຮັດວຽກຢູ່ໄທ ກໍຢາກໄປເຮັດວຽກຢູ່ໄທຍຕື່ມອີກ ຍ້ອນຢູ່ລາວບໍ່ມີວຽກເຮັດ ແຕ່ກໍຍັງຄາເຣື່ອງເຮັດເອກກະສານຫຍຸ້ງຍາກແລະຕ້ອງໄດ້ໃຊ້ຈ່າຍຫລາຍ ແລະທາງການລາວກໍຍັງບໍ່ທັນເປີດດ່ານ ດັ່ງຄົນງານລາວທີ່ເຄີຍເຮັດວຽກຢູ່ໄທຍຜູ້ນຶ່ງເວົ້າວ່າ:
“ມັນກໍຈະຫຍຸ້ງຍາກທາງລາວເຮົານີ້ແຫລະ ຖ້າທາງພຸ້ນເຂົາເປີດເອົາແຮງງານ ເຂົາຊິເຮັດໃຫ້ຫັ້ນນະ ພວກອັນນີ້ນີ່ ຖ້າລາວເຮົາບໍ່ເປີດຖາວອນ ມັນກະຫຍຸ້ງຍາກ ມັນຊິແພງຫັ້ນນະ ເຮັດຫຍັງມັນກໍຈະແພງຂຶ້ນ.”
ແລະຄົນງານລາວ ທີ່ເຄີຍເຮັດວຽກຢູ່ໄທຍອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ຫຍຸ້ງ ຍາກໃນການປະກອບເອກກະສານໄປເຮັດວຽກຢູ່ໄທຍ, ຢູ່ເຂດນອກມີແຕ່ເຮັດໄຮ່ ເຮັດນາ.
“ມັນກໍຍາກຫັ້ນລະນໍ ເຮົາກໍເຂດນອກໆ ຫາຢູ່ຕາມທົ່ງໄຮ່ທົ່ງນາ ມັນກໍຕ້ອງເຮັດເອກກະສານ ຄືວ່າຜ່ານເຂົ້າທາງດຽວຫຍຸ້ງຍາກຢູ່ຫັ້ນລະ ໄປມັນກໍແບບວ່າບໍ່ທັນ 100% ຫັ້ນ.”
ຢູ່ປະເທດລາວ ຍັງມີຄົນຕິດເຊື້ອໂຄວິດ-19 ຫລາຍໃນແຕ່ລະມື້. ທາງການລາວປະກາດໃນມື້ວັນທີ 29 ພຶສຈິການີ້ວ່າ ມີຄົນຕິດເຊື້ອໃໝ່ຕື່ມອີກ 929 ຄົນ. ໃນນັ້ນຕິດເຊື້ອໃນຊຸມຊົນ 928 ຄົນ ແລະນໍາເຂົ້າ 1 ຄົນ. ມາເຖິງປັດຈຸບັນ ມີຜູ້ເສັຍຊີວິດທັງໝົດ 166 ຄົນ ແລະມີຜູ້ຕິດເຊື້ອສະສົມ 72,447 ຄົນ.
ທາງການລາວ ໄດ້ໃຫ້ແພດ, ໝໍ ແລະເຈົ້າໜ້າທີ່ດ່ານ ສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 3 ເພື່ອເພິ່ມພູມຄຸ້ມກັນ ຍ້ອນກວດພົບວ່າຜູ້ທີ່ໄດ້ສັກວັກຊິນເຂັມທີ 2 ແລ້ວ ຍັງຕິດເຊື້ອ ໄດ້ຢູ່ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 29 ພຶສຈິການີ້ວ່າ:
“ແມ່ນແລ້ວ ເພິ່ນໃຫ້ບຸສເຂັມ 3 ແລ້ວອັນແອສຕຣາ ໃຫ້ແບບພວກອັນນ່າທີ່ມີຄວາມສ່ຽງເຮັດວຽກພວກນີ້ກ່ອນ ໃຊ້ເພື່ອໃຫ້ພູມຄຸ້ມກັນມັນເພິ່ມຂຶ້ນອີກ.”
ແຂວງຫລວງພຣະບາງ ຊຶ່ງເປັນແຂວງນຶ່ງ ທີ່ໂຄວິດ-19 ຣະບາດຫລາຍ ກໍເລິ້ມສັກວັກຊິນປ້ອງກັນໂຄວິດ-19 ເຂັ້ມທີ 3 ໃຫ້ແພດ, ໝໍ ແລະເຈົ້າໜ້າທີ່ດ່ານເຊັ່ນກັນ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງນີ້ເວົ້າວ່າ:
“ກະເລີິ້ມສັກເຂັທທີ 3 ເຂົ້າໄປແລ້ວດຽວນີ້ນະ ເພິ່ນກໍແຈ້ງ ຜູ້ໃດຮອດກໍານົດ 5-6 ເດືອນຂຶ້ນເມືອເພິ່ນກະສັກແລ້ວ ກະສັກດ່ານໜ້າກ່ອນແລ້ວ.”
ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການໃນມື້ວັນທີ 25 ພຶສຈິການີ້ ໃຫ້ນະຄອນຫລວງວຽງຈັນ ແລະແຂວງຕ່າງໆ ທີ່ຍັງມີວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ ແອສຕຣາເຊນິກາ ທີ່ຈະໝົດອາຍຸໃນມື້ວັນທີ 30 ພຶສຈິການີ້ ສັກໃຫ້ແພດ, ໝໍ, ພະນັກງານສາທາຣະນຸສຸຂ, ເຈົ້າໜ້າທີ່ດ່ານ ໂດຍບໍ່ຈໍາກັດວ່າເປັນເຂັມທີ 1 ຫລືເຂັມທີ 2 ທີ່ໄດ້ສັກມາ ຫລືຈະເປັນຍີ່ຫໍ້ໃດກໍຕາມ ແຕ່ຕ້ອງໄດ້ສັກມາເກີນ 5 ເດືອນໄປແລ້ວ.
ສໍາລັບການສັກວັກຊິນເຂັມທີ 3 ໃຫ້ປະຊາຊົນທົ່ວໄປ ໃນຮອບປົກກະຕິ ທາງການຈະສັກໃຫ້ໃນຕົ້ນປີ 2022 ທີ່ຈະມາເຖິງນີ້.