ໃຫ້ ຜູ້ຕິດເຊື້ອ ໂຄວິດ-19 ອອກຄ່າໃຊ້ຈ່າຍ ເອງ
2021.11.24

ທາງການ ແຂວງຫຼວງພຣະບາງ ໄດ້ອອກແຈ້ງການ ໃຫ້ຜູ້ຕິດເຊື້ອໂຄວິດ-19 ອອກຄ່າ ໃຊ້ຈ່າຍເອງ ເປັນຕົ້ນ ອາຫານການກິນ ເຄື່ອງໃຊ້ສອຍ ຄົນນຶ່ງ 30,000 ກີບ ໃນໄລຍະເວລາປີ່ນປົວ ໂຄວິດ-19 ໃນໂຮງໝໍພາກສນາມ ຍ້ອນວ່າ ທາງການແຂວງຂາດງົປມານ ແລະອົງການຕ່າງຊາດ ກໍຢຸດການຊອ່ຍເຫຼືອແລ້ວ. ກ່ຽວກັບເຣື່ອງນີ້ ເຮັດໃຫ້ຊາວຫຼວງພຣະບາງຫຼາຍຄົນ ບໍ່ເຫັນດີນຳແຈ້ງການດ່ັງກ່າວ ຊຶ່ງໃນໄລຍະນີ້ ແຂວງຫຼວງພຣະບາງ ກໍຍັງມີການຣະບາດຂອງໂຄວິດ-19 ຢ່າງໜັກ ຊາວບ້ານບໍ່ມີລາຍໄດ້ຄືແຕ່ກອ່ນ ໂດຍສເພາະຜູ້ທຸກຍາກ ທາງການແຂວງ ຄວນຊອກຊ່ອງທາງຊ່ອຍເຫຼືອຜູ້ຕິດເຊື້ອ ຊຶ່ງຜ່ານມາ ມີໂຄງການຕ່າງຊາດ ເຂົ້າມາຊ່ອຍຫຼາຍຢູ່. ດັ່ງຊາວ ນະຄອນຫຼວງພຣະບາງ ທ່ານນື່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶສຈິກາ ນີ້ວ່າ:
“ບໍ່ເຫັນດີຫັ້ແຫຼະ ປະຊາຊົນທັມມະດານີ້ນ່າ ຄົນເຈັບທຸກຍາກກໍວ່າຈະຈ່າຍເອງຫັ້ນນ່າ ທັມມະດາມັນກໍມີງົປມານຈາກຣັຖບານແດ່ແລ້ວນ່າ ຫຼວງພຣະບາງເປັນອັນດັບສອງຫັ້ນນ່າ ເພາະມັນມີຫຼາຍປະເທດຍື່ນມືເຂົ້າມາຊ່ອຍຢູ່ເດ ທີ່ດີກໍແມ່ນໃຫ້ທາງຣັຖ ຈະຕ້ອງໄດ້ເບີ່ງແຍງຫັ້ນແຫລ້ວ”
ຊາວບ້ານອີກຜູ້ນຶ່ງ ຢູ່ແຂວງຫຼວງພຣະບາງເວົ້າວ່າ ຖ້າຫາກຄົນບໍ່ມີເງິິນ ຫາເຊົ້າກິນຄ່ຳຕິດເຊື້ອ ໂຄວິດ-19 ເຂົາເຈົ້າຈະປະສົບກັນບັນຫາ ໃນການຈ່າຍແນ່ນອນ ທາງການຄວນເບິ່ງຄືນໃໝ່ ກ່ຽວກັບການແຈ້ງການດັ່ງກ່າວ.
“ຜູ້ທຸກຍາກຫັ້ນ ບາງຄົນຫາເຊົ້າກິນຄ່ຳແຫຼະ ບໍ່ໄດ້ມີຣາຍໄດ້ຫຼາຍ ຖ້າຂະເຈົ້າຕິດແລ້ວ ຂະເຈົ້າຈະເອົາເງິນອັນໃດໄປຈ່າຍຄ່າໃຊ້ຈ່າຍຫັ້ນເດ ເງິນຫຼາຍປານນັ້ນແພງ ສຳລັບຄົນທຸກຍາກ ກໍຢາກໃຫ້ເພີ່ນຊ່ອຍເຫລືອ ເຣື່ອງອາຫານການກິນແດ່ ຄັນພຍາດນີ້ເຫັນເປັນໂຕມາ ເຮົາກະຫລີກໄດ້ເດ ອັນນີ້ເຮົາບໍ່ເຫັນເດ.”
ອີງຕາມການແຈ້ງການ ຂອງຄນະສເພາະກິດຄວບຄຸມ ໂຄວິດ-19 ແຂວງຫຼວງພຣະບາງ ໃນວັນທີ 23 ພຶຈິກາ ປີ 2021 ຣະບຸວ່າ ເຣີ່ມແຕ່ວັນທີ ວັນທີ 24 ພຶສຈິກາ ປີ 2021 ເປັນຕົ້ນໄປ ຜູ້ຕິິດເຊື້ອໂຄວິດ-19 ຈະຕ້ອງຈ່າຍຄ່າ ອາຫານ ເຄື່ອງໃຊ້ເອງ ຍ້ອນອົງການກາແດງ ຈາກປະເທດສວິສແລນ ໄດ້ຢຸດໃຫ້ການຊ່ອຍເຫຼືອຜູ້ຕິດເຊື້ອ ໂຄວິດ-19 ໃນໂຮງໝໍພາກສນາມແລ້ວ.
ສວນຜູ້ໃດ ບໍ່ສະດວກໃນການໄປປີ່ນປົວ ຢູ່ໂຮງໝໍພາກສນາມ ທາງການແຂວງ ມີໂຮງແຮມໃຊ້ເປັນສຖານທີ່ປີ່ນປົວໄດ້ ແຕ່ຕ້ອງອອກຄ່າເຊົ່າ ແລະຄ່າອາຫານເອງທັງໝົດ ເຫມືອນກັນ ຊຶ່ງທາງການຮັບຜິດຊອບຄ່າປີ່ນປົວ ຄ່າຢາ ແລະອຳນວຍຄວາມສດວກ ໃນການຮັບເຂົ້າສູນປີ່ນປົວເທົ່ານັ້ນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າວ່າ ສາເຫດທີ່ທາງການແຂວງ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ອອກຄ່າໃຊ້ຈ່າຍເອງ ຍ້ອນວ່າ ທາງການແຂວງບໍ່ມີງົປມານ ພຽງພໍ ສ່ວນຜູ້ທີ່ທຸກຍາກ ບໍ່ມີເງິນຈ່າຍຄ່າອາຫານ ທາງການກໍຈະເບິ່ງແຍງຢູ່.
“ມັນກໍຈຳເປັນໃນເຣື່ອງງົປມານ ຈ່າຍຄ່າອັນຢູ່ອັນກິນ ເພີ່ນໄລ່ວ່າໃຫ້ເບີ່ງ ຫັ້ນນ່າ ມື້ນື່ງ 30 ພັນຄ່ານ້ຳມັນ 40 ຖືວ່າ 14 ວັນຖືກຢູ່ແສນປາຍ ວາງມາຕການໃວ້ທົ່ວໄປຫັ້ນແຫຼະ ເພີ່ນກໍຈະເບີ່ງຄວາມເປັນຈິງຕື່ມ.”
ໃນຂນະດຽວກັນ ແຂວງຫຼວງພຣະບາງ ຍັງໄດ້ຕຽມພ້ອມ ຈະເປີດຮັບນັກທ່ອງທ່ຽວນຳອີກ ຈະມີການອານາມັຍ ຊ້ອມແປງ ສຖານທີ່ທ່ອງທ່ຽວ ຫໍພິທີພັນຕ່າງໆ ເພື່ອລໍຖ້າທາງການແຈ້ງການໃຫ້ເປີດ ກໍຈະສາມາດເປີດຕ້ອນຮັບນັກທ່ອງທ່ຽວໄດ້ເລີຍ. ດັ່ງເຈົ້າໜ້າທີ່ ທ່ອງທ່ຽວແຂວງຫຼວງພຣະບາງເວົ້າວ່າ:
“ປັດຈຸບັນມັນກໍຍັງຣະບາດຢູ່ ປິດປະຕູຂັງໂຕເອງບໍ່ເຮັດບໍ່ສ້າງ ມັນກໍບໍ່ໄດ້ແລ້ວເດ ກໍສ້າງຂບວນການເດ ພາກັນໄປອານາມັຍ ບໍຣິເວນຕີນພູສີ ທາສີຄັນໃດຂື້ນໄປແທ່ນ ຕໍ່ໜ້າຫໍພິທະພັນເດ ຖ້າມື້ໃດມີຄວາມພ້ອມປະຊາຊົນສ່ວນໃຫຍ່ ໄດ້ຮັບການສັກຢາວັກຊິນຄົບໂດສໝົດ ເຖີງເປີເຊັນສູງ ຄັນວ່າຂັ້ນເທີງເຫັນດີໃຫ້ເປີດພວກເຮົາກະຕຽມເດ.”
ໃນຂນະດຽວກັນ ທາງການແຂວງຄຳມ່ວນ ກໍໄດ້ອະນຸຍາດໃຫ້ເປີດສຖານທີ່ທ່ອງທ່ຽວໄດ້ແລ້ວ ອິງຕາມການແຈ້ງການຂອງເຈົ້າແຂວງໆ ຄຳມ່ວນໃນວັນທີ 23 ພຶສຈິກາ ປີ 2021 ຣະບຸວ່າ ທາງການແຂວງອະນຸຍາດໃຫ້ເປີດການທ່ອງທ່ຽວ ໃນແຂວງໄດ້ ແຕ່ຕ້ອງປະຕິບັດ ຕາມມາຕການການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ ແລະການທ່ອງທ່ຽວນັ້ນ ຈະເປັນການທ່ອງທ່ອງທ່ຽວ ແບບທັມມະຊາດກ່ອນ ຮ້ານກິນດື່ມ ສຖານທີ່ບັນເທີງຍັງ ບໍ່ໃຫ້ເປີດເທື່ອ. ດັ່ງເຈົ້າໜ້າທີ່ແຂວງຄຳມ່ວນ ທ່ານນຶ່ງກ່າວວ່າ:
“ໂດຍຮວມ ແມ່ນເປີດບັນດາແຫລ່ງທ່ອງທ່ຽວ ກໍຊີ່ມີທາງທັມມະຊາດ ປະວັດສາດ ວັທນະທະທັມ ພວກເຮົາຈະມີຄນະກັມມະການ ລົງໄປຕຽມຄວາມພ້ອມ ໃນການເປີດດັ່ງກ່າວ ກໍຕ້ອງມີບັດສັກຢາວັກຊິນຄົບສອງໂດສ ຖ້າວ່າມາຈາກເຂດສ່ຽງ ກໍຕອ້ງໃບຢັ້ງຢືນ ບໍ່ມີເຊື້ອໂຄວິດ-19 ກ່ອນເດີນທາງ 72 ຊົ່ວໂມງ”
ສ່ວນສຖານະການ ໂຄວິດ-19 ໃນວັນທີ 24 ພຶສຈິກາ ນີ້ ທາງການລາວໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ໃໝ່ເພີ່ມອີກ 1,336 ຄົນ, ຕິດເຊື້ອໃນຊຸມຊົນ 1,330 ຄົນ ເສັຽຊີວິດ 142 ຄົນ ແລະຕິດເຊື້ອສະສົມ 65,818 ຄົນ.