ຄົນງານສວນກ້ວຍທຽວເຂົ້າ ໂຮງໝໍ

ສິດນີ
2016.12.12
F-Chemical ເຄມີ ເຫຼົ່ານີ້ເປັນພາສາຈີນ ທັງໝົດ ຊຶ່ງສ່ວນຫຼາຍແມ່ນ ນໍາເຂົ້າຈາກຈີນ ແລະ ນໍາມາໃຊ້ໃນສວນປູກກ້ວຍ ຂອງນັກລົງທຶນຈີນ
RFA/NY

ຄົນງານ ສວນກ້ວຍ ຂອງຈີນ ຢູ່ ເມືອງນານ ແຂວງ ຫລວງພຣະບາງ ພາກັນ ໄປໂຮງຫມໍ ເປັນປະຈຳ ທຸກເດືອນ ຍ້ອນ ເປັນຕຸ່ມຄັນຄາຍ ຕາມຮ່າງກາຍ ຢ່າງນ້ອຍ ເດືອນລະ 4-5 ຄົນ ແຕ່ ຍັງບໍ່ຮູ້ວ່າ ເປັນຍ້ອນ ສານເຄມີ ປະເພດໃດ. ຕາມການເປີດເຜີຍ ຂອງ ເຈົ້າຫນ້າທີ່ ສາທາຣະນະສຸກ ທີ່ ເມືອງນານ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 9 ທັນວາ ນີ້ວ່າ:

"ຜູ້ໄປອອກແຮງງານ ຫັ້ນນະ ມັນມີບັນຫາສ່ວນຫຼາຍ ກໍຕຸ່ມຄັນຄາຍ ພວກນີ້ນີ້ແຫຼະ ບໍ່ເຖິງຂັ້ນ ເສັຽຊີວິດເທື່ອ ກ່ຽວກັບເຄມີ ກະບໍ່ ເຂົ້າໃຈວ່າ ຈັກແມ່ນ ສານເຄມີ ຊນິດໃດ ຂະເຈົ້າ ເອົາມາແຕ່ ປະເທດຈີນ ເລີຍ ເຮົາກະບໍ່ຮູ້".

ຍານາງ ກ່າວຕື່ມວ່ານອກຈາກ ກຸ່ມດັ່ງກ່າວນີ້ແລ້ວ ກໍຍັງມີ ອີກຄົນງານ ກຸ່ມອື່ນໆທີ່ ເປັນຕຸ່ມຄັນ ຕາມຮ່າງກາຍ ຄືກັນແຕ່ ບໍ່ໄປ ໂຮງຫມໍ ຍ້ອນເດີນທາງ ລຳບາກ ຂະເຈົ້າ ຫາຊື້ຢາ ຕາມຮ້ານ ຂາຍຢາ ກິນເອງ. ທຸກມື້ນີ້ ຄົນງານສວນກ້ວຍ ຈີນ ຫຼາຍຮ້ອຍຄົນ ທີ່ ເມືອງນານ ຍັງມີ ຄວາມສ່ຽງສູງ ໃນການ ເປັນໂຣຄ ດັ່ງກ່າວ ເພາະ ບໍ່ຮູ້ ວິທີປ້ອງກັນ ສານເຄມີ.

ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາໂຮງຫມໍ ເມືອງນານ ເພື່ອ ຂໍຣາຍລະອຽດ ເພີ້ມຕື່ມ ທ່ານຫມໍ ທ່ານນຶ່ງເວົ້າວ່າ ຄົນງານ ສວນກ້ວຍ ຂອງ ຈີນ ທີ່ເປັນ ຕຸ່ມຄັນນັ້ນ ໄດ້ເຂົ້າມາ ປີ່ນປົວ ໃນໂຮງຫມໍ ປະມານ ເດືອນລະ 4-5 ຄົນ ທັງເປັນ ຄົນລາວ ແລະ ຄົນຈີນ ສາເຫດ ກໍຍ້ອນ ຂາດການ ປ້ອງກັນ.

"ເປັນຕຸ່ມ ເປັນຄັນກະມີ ສ່ວນນຶ່ງ ເດືອນນຶ່ງ ກະຊິປະມານ 4-5 ຄົນ ນີ້ແຫຼະ ກະເກີດຈາກ ສາເຫດນຶ່ງມາ ຫລັກອະນາມັຍ ຫັ້ນແຫຼະ ສອງມາ ບ່ອນທີ່ວ່າ ຈະເຈົ້າເຮັດວຽກ ສຳພັດກັບ ສານເຄມີ ແມ່ນຫຍັງເນາະ ຂະເຈົ້າ ບໍ່ໄດ້ໃສ່ຖົງມື ປ້ອງກັນ ກະສາມາດ ໃຫ້ ເປັນໄປໄດ້ ຫັ້ນນະ".

ສວນກ້ວຍ ຂອງຈີນ ຢູ່ແຂວງອື່ນໆ ກໍເຊັ່ນກັນ ເປັນຕົ້ນ ທີ່ແຂວງບໍ່ແກ້ວ ກໍມີບັນຫານີ້ ແລະ ກໍມີຣາຍງານ ວ່າມີຄົນ ເສັຽຊີວິດ ສາມຄົນ ວ່າງປີກາຍ ຍ້ອນ ສານເຄມີ ທີ່ໃຊ້ ໃນສວນກ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.