ມ.ທ່າແຂກ ຢ້ານໂຄໂຣນາ ຣະບາດ
2020.02.03
ປະຊາຊົນຊາວ ເມືອງທ່າແຂກ ແຂວງຄຳມ່ວນ ວິຕົກກັງວົນເມື່ອເຫັນຣົດຄົນຈີນກຸ່ມນຶ່ງ ທີ່ມາປັກຫຼັກພັກເຊົາ ຢູ່ບໍຣິເວັນຕລາດ ເມືອງທ່າແຂກ ເຊິ່ງກໍເຮັດໃຫ້ຊາວບ້ານ ເຂດນັ້ນສົງໃສວ່າ ກຸ່ມດັ່ງກ່າວເຂົ້າມາໄດ້ແນວໃດ ແລະ ໄດ້ຮັບການກວດໄວຣັສ ໂຄໂຣນາ ຫຼືບໍ່. ດັ່ງພໍ່ຄ້າເມືອງ ທ່າແຂກ ຄົນນຶ່ງໄດ້ເວົ້າຜ່ານເຟສບຸກ ສ່ວນໂຕວ່າ:
"ໂຕນີ້ເປັນປະຊາຊົນຈີນ ທີ່ວ່າອົພຍົບມາແຕ່ປະເທດຈີນ ແຕ່ປະເທດຈີນ ມາຕັ້ງຖີ່ນຖານ ຢູ່ແບບນີ້ເລີຍ ມັນເອົາຣົດສ່ວນໂຕມາເລີຍ ອັນຕະຣາຍສຸດເດ້ ນີ້ມັນມາເຮັດແບບນີ້ເລີຍ ໄທເຮົາກາບໍ່ຮູ້ວ່າ ເນາະວ່າມັນຈະມາແບບໃດ ເຮົາລົງຕລາດນັດ ແລ້ວມັນ ລົງແບບນີ້ເລີຍ."
ໃນຂນະດຽວກັນຊາວເມືອງທ່າແຂກ ອີກທ່ານນຶ່ງ ໄດ້ກ່າວວ່າຄົນຈີນ ເຂົ້າມາເຄື່ອນໄຫວ ໃນເຂດເມືອງທ່າແຂກ ຄືກັບນັກທ່ອງທ່ຽວ ໂດຍມາ ກົດເອົາເງິນຢູ່ຕູ້ຂອງ ທະນາຄານ ແຕ່ເຖິງແນວໃດ ກໍຮຽກຮ້ອງໃຫ້ເຈົ້າໜ້າທີ່ ໄປຕິດຕາມກວດເບີ່ງກຸ່ມຄົນເລົ່ານີ້ ວ່າຕິດເຊື້ອໄວຣັສໂຄໂຣນາ ຫຼືບໍ່:
"ເຫັນເຂົາເຈົ້າຂີ່ເລາະໄປຢູ່ມີື້ເຊົ້ານີ້ ເຫັນຢູ່ເຂົາໄປກົດເງີນ ມີແຕ່ວ່າກວດກາຜູ້ໃດມີໄຂ້ ກາບໍ່ໃຫ້ເຂົ້າມາຫັ້ນແຫຼະກາຂື້ນກັບທາງເຈົ້າໜ້າທີ່ ຕ.ມ ເພີ່ນເປັນຜູ້ຕິດຕາມ."
ໃນໄລຍະ ໄວຣັສໂຄໂຣນາ ຣະບາດໃນຈີນ ເຊິ່ງເຣີ້ມຕັ້ງແຕ່ທ້າຍເດືອນທັນວາ ປີ 2019 ຈົນມາເຖິງປັດຈຸບັນ ປະຊາຊົນໄດ້ພົບເຫັນຣົດຂອງ ຄົນຈີນເຂົ້າມາລາວ ເປັນຈຳນວນຫຼາຍ ໂດຍສະເພາະເຂດພາກເໜືອ ຈົນມາເຖີງນອະຄອນຫຼວງວຽງຈັນ ກ່ອນ ທາງການຈະອອກມາຕການ ຕ່າງໆ ເຊັ່ນ ກະຊວງການຕ່າງປະເທດ ໄດ້ແຈ້ງການງົດອອກວິຊາ ດ່ານສາກົລ ທີມີຊາຍແດນຕິດກັບຈີນ ໃຫ້ກັບນັກທ່ອງທ່ຽວຈີນ ນັບແຕ່ ວັນທີ 02 ກຸມພາ ເປັນຕົ້ນໄປ. ດັ່ງເຈົ້າໜ້າທີ່ ຜແນກການຕ່າງປະເທດ ປະຈຳດ່ານ ສາກົລ ແຂວງຫຼວງນໍ້າທາ ໄດ້ກ່າວເມື່ອ 03 ກຸມພາ ວ່າ:
ອັນສຳລັບນັກທ່ອງທ່ຽວ ອັນຫຍັງຫັ້ນເຂົາເຈົ້າໂຈະແລ້ວ ມີແຕ່ວ່າຢູ່ດ່ານສາກົລ ຫັ່ນເຂົາເຈົ້າລໍຖ້າມັນມີຄົນຈີນ ທີ່ເຮັດວຽກຢູ່ ບໍ່ເຕັນແດນຄຳ ຫັ້ນເນາະ ຈຳນວນນັ້ນຖືວ່າເຂົ້າອອກໄດ້ແຕ່ວ່າສຳລັບນັກທ່ອງທ່ຽວຖືວ່າໂຈະ. ນອກຈາກນີ້ກະຊວງປ້ອງກັນ ຄວາມສງົບກໍໄດ້ອອກແຈ້ງການ ເມື່ອວັນທີ 03 ກຸມພາ ໃຫ້ກວດກາຣົດ ແລະ ກັກຊົ່ວຄາວຣົດຄົນຈີນ ທີ່ເດີນທາງມາຈາກເມືອງອູຮັ້ນທີ່ເຂົ້າມາລາວເພື່ອກວດກາ ປ້ອງກັນ ໄວຣັສໂຄໂຣນາ. ສ່ວນທາງສາຍການບີນລາວກໍໂຈະການບີນ ໄປຈີນຊົ່ວຄາວ ເຖີງ 5 ເສັ້ນທາງບິນ.
ຄວາມຄືບໜ້າຫຼ້າສຸດ ຂອງການຣະບາດ ໄວຣັສໂຄໂຣນາ ໃນລາວ ເມື່ອວັນທີ 03 ກຸມພາ ກົງສູນໃຫຍ່ຈີນ ປະຈຳແຂວງຫຼວງພຣະບາງ ໄດ້ແຈ້ງເຖິງຜແນກ ການຕ່າງປະເທດ ແລະ ຜແນກສາທາຣະນະສຸກແຂວງຫຼວງພຣະບາງ ວ່າ ທ້າວ ຈັ່ງປ່ຽວ ສັນຊາດ ຈີນ ຜູ້ກ່ຽວຖືກ ກວດພົບວ່າເປັນພຍາດປອດອັກເສບ ສາຍພັນໃໝ່ 2019 ຫຼື ໄວຣັສໂຄໂຣນາ ໃນວັນທີ 01 ກຸມພາ ຜ່ານມາ.
ເຊິ່ງຜ່ານມາຜູ້ກ່ຽວໄດ້ເດີນ ທາງເຂົ້າມາໃນລາວ ຜ່ານຖ້ຽວບີນ G52825 ພ້ອມກຸ່ມນັກທ່ອງທ່ຽວ ໂດຍໄດ້ເດີນທາງ ຈາກ ນະຄອນຫຼວງ ວຽງຈັນ ໃນຕອນກາງຄືນ ຂອງວັນທີ 26 ມົກຣາ 2020 ເດີນທາງຮອດ ຫຼວງພຣະບາງໃນວັນທີ 28 ມົກຣາ 2020 ແລະ ເດີນທາງກັບ ນະຄອນຊົງຊີ້ງ ໃນເວລາທ່ຽງຄືນ ວັນທີ 31 ມົກຣາ 2020.