ໝໍຈີນເຖື່ອນຖືກຈັບ ຖືກໃໝ

ຈໍາປາທອງ
2018.06.21
F-fake-doc ເຈົ້າໜ້າທີ່ເມືອງນໍ້າບາກ ແຂວງຫລວງພຣະບາງ ເຂົ້າກັກໂຕແພດເຖື່ອນ ແລະກັກຢາໄວ້ ນໍາໄປທໍາລາຍ
Screen captured from : https://www.facebook.com/1982123578528032/photos/pcb.2067910813282641/2067910753282647/?type=3&theater

ໃນມື້ວັນທີ່ 20 ມິຖຸນາ ນີ້ເຈົ້າໜ້າທີ່ຕຳຣວດ ແລະເຈົ້າໜ້າທີ່ສາທາຣະນາສຸຂ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ກັກຕົວຊາວຈີນ ສອງຄົນ ທີ່ເປັນແພດເຖື່ອນ ພ້ອມກັບຄົນລາວ ທີ່ເປັນຜູ້ແປພາສາ ອີກຄົນນຶ່ງ ທີ່ເລາະຂາຍຢາປົວພຍາດ ແລະບໍຣິການ ກວດສຸຂພາບ ປະຊາຊົນ ຢູ່ບໍຣິເວນຕລາດ ຍ້ອນເປັນການເຄື່ອນໄຫວ ທີ່ບໍ່ໄດ້ຮັບອະນຸຍາດ ຈາກທາງການ.

ເຈົ້າໜ້າທີ່ໄດ້ປັບໃໝພວກກ່ຽວ ແລະສັ່ງໃຫ້ຢຸດຂາຍຢານັ້ນ, ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ເມືອງນໍ້າບາກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ ວັນທີ 21 ມິຖຸນາ ນີ້ວ່າ:

“ຂະເຈົ້າມາເລາະຂາຍຢາກັບກວດສຸຂພາບນະ ຂະເຈົ້າເອົາເຄື່ອງກວດແບບໃຊ້ລະບົບ ຄອມພິວເຕີ້ ຈັບຫັ້ນແດ່ເນາະ ພວກເຮົາກະໄດ້ມີ ການປັບໃໝ ຈຳນວນໜ້ອຍນຶ່ງ ທີ່ວ່າລະບຽບຂອງ ເຈົ້າໜ້າທີ່ເນາະ ກົດໝາຍການປິ່ນປົວ ແລະກົດໝາຍອາຫານແລະຢາ ພວກເຮົາກໍ່ໄດ້ ເຮັດບົດບັນທຶກໄວ້ ລະກະປ່ອຍຜູ້ກ່ຽວ.”

ທ່ານກ່າວວ່າ ຈາກການສອບສວນໃນເບື້ອງຕົ້ນ ແພດເຖື່ອນຈີນ ສອງຄົນນັ້ນ ໄດ້້ເລາະຂາຍຢາ ແລະກວດສຸຂພາບປະຊາຊົນ ແບບເຄື່ອນທີ່ ຢູ່ຫຼາຍເຂດ ແລະກ່ອນໜ້ານີ້ ກໍເຄີຍເຄື່ອນໄຫວ ຢູ່ແຂວງຜົ້ງສາລີ. ພາຍຫຼັງສອບສວນແລ້ວ ເຈົ້າໜ້າທີ່ກໍໄດ້ຍຶດຢາ ຂອງພວກກ່ຽວ ຈຳນວນ 30 ປາຍຊນິດ ຊຶ່ງມີທັງຢາ ໝົດອາຍຸ ແລະຢາຕ້ອງຫ້າມ ພ້ອມທັງເຄື່ອງມື ກວດສຸຂພາບ ເພື່ອນຳໄປທຳລາຍຖິ້ມ.

ທ່ານກ່າວຕື່ມອີກວ່າ ຫຼັງຈາກຈັບແພດເຖື່ອນຈີນ ສອງຄົນນັ້ນແລ້ວ ເຈົ້າໜ້າທີ່ສາທາລະນະສຸຂ ເມືອງນໍ້າບາກ ໄດ້ປະກາດໃຫ້ປະຊາຊົນ ພາຍໃນເມືອງ ຮູ້ແລະບໍ່ໃຫ້ຫຼົງເຊື່ອ ການກວດສຸຂພາບ ຫຼື ຊື້ຢາປົວພຍາດຈາກພວກເຂົາອີກ ເພາະອາດເປັນ ອັນຕະລາຍ ເຖິງຂັ້ນເສັຽ ຊີວິດໄດ້, ແລະວ່າ ຜູ້ທີ່ເປັນແພດ ຈະຕ້ອງມີໃບອະນຸຍາດ ຈາກທາງການ ຮວມທັງມີ ສະຖານທີ່ປິ່ນປົວ ຢ່າງຖືກຕ້ອງຕາມຣະບຽບ ກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.