ເຣື້ອງທີ່ເກັບບັນທຶກໄວ້
2024-05-02
ໂຮງງານເຜົາຖ່ານຂາວ ຂອງນັກລົງທຶນຈີນ ປ່ອຍຄວັນ ສົ່ງກິ່ນຂິວແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຊາວບ້ານຫຼາຍຄອບຄົວ ຢູ່ບ້ານລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ພາກັນຮ້ອງທຸກ ຕໍ່ທາງການ ໃຫ້ລົງມາຊ່ອຍແກ້ໄຂ.
2024-05-02
ນັບແຕ່ເດືອນມາສາ ເປັນຕົ້ນມາສະພາບອາກາດເລີ່ມຮ້ອນອົບເອົ້າ ສູງສຸດເຖິງ 40 ປາຍອົງສາເຊວຊຽສ ຢູ່ຫຼາຍແຂວງ ໃນປະເທດລາວ ໃນຂະນະທີ່ ທ່ານ ໝໍ ໄດ້ອອກມາແຈ້ງເຕືອນ ໃຫ້ລະຝັງພະຍາດຖອກທ້ອງ ທີີ່ມາກັບອາກາດຮ້ອນ.
2024-05-01
ປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອ HIV ສະສົມສູງຫລາຍກວ່າ 18,000 ຄົນ ສ່ວນໃຫຍ່ ເປັນກຸ່ມຊາຍຮັກຊາຍ ທີ່ຕິດເຊື້ອ ເພີ່ມຂຶ້ນທຸກປີ.
2024-04-30
ຕົ້ນກະທ້ອມ ເປັນພືດເສບຕິດຊະນິດນຶ່ງ ທີ່ພວມໄດ້ຮັບຄວາມນິຍົມ ໃນໝູ່ໄວລຸ້ນ ແລະ ຜູ້ສູງອາຍຸ ຊາວລາວຈຳນວນນຶ່ງ ຍ້ອນພືດກະທ້ອມມີສານທີ່ຊ່ວຍກະຕຸ້ນຮ່າງກາຍ ແລະຜ່ອນຄາຍ, ແຕ່ຖ້າເສບພືດກະທ້ອມໃນປະລິມານຫຼາຍ ຈະເຮັດໃຫ້ເກີດບັນຫາທາງປະສາດ ແລະ ຮ່າງກາຍ ຢ່າງຮ້າຍແຮງໄດ້.
2024-04-29
ສະພາບອາກາດ ຮ້ອນຜິດປົກກະຕິ ໃນໄລຍະນີ້ ເຊິ່ງທາງກະຊວງສຶກສາທິການ ແລະກິລາ ໃຫ້ໂຮງຮຽນ ທີ່ບໍ່ມີພັດລົມ ຫລືເຄື່ອງປັບອາກາດ ພິຈາລະນາໂຈະການຮຽນ-ການສອນບາງຕອນ ຫລືບາງໄລຍະ ຖ້າສະພາບອາກາດຮ້ອນອົບເອົ້າ ຮອດ 40 ອົງສາເຊວຊຽສຂຶ້ນໄປ.
2024-04-19
ໃນວັນທີ 27 ເດືອນມີນາ ປີ 2024 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັບຜູ້ຄ້າຢາເສບຕິດ ຢູ່ເມືອງຊາຍທອງ ນະຄອນຫຼວງວຽງຈັນ ໄດ້ 2 ຄົນ ຍຶດຂອງກາງ ເປັນຢາບ້າ ໄດ້ 1 ລ້ານປາຍເມັດ.
2024-04-18
ສູນເລືອດແຫ່ງຊາດ ກໍາລັງປະເຊີນກັບຄວາມທ້າທາຍ ໃນການຈັດຫາເລືອດໃຫ້ຄົນເຈັບ ເນື່ອງຈາກ ອຸບັດຕິເຫດທາງຖະໜົນ ແລະຄົນເຈັບພະຍາດເລືອດຈາງ (Thalassemia) ເພີ່ມຂຶ້ນ ແຕ່ສະພາບໂຕຈິງ ເຊິ່ງມີຄວາມຕ້ອງການເລືອດຫຼາຍກວ່າ 1% ຂອງຈໍານວນປະຊາກອນຕໍ່ປີ ແຕ່ມີຄົນມາບໍລິຈາກເລືອດຫຼຸດລົງ.
2024-04-16
ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປີດເຜີຍວ່າ ພາກສ່ວນກ່ຽວຂ້ອງ ທັງອົງການພາກລັດ ແລະ ອົງການຈັດຕັ້ງສາກົນ ເກັບກູ້ລະເບີດ ໃນເຂດເນື້ອທີ່ດິນທັງໝົດ 87,323 ກວ່າເຮັກຕ້າຣ໌ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈຳນວນ 1,915,780 ກວ່າໜ່ວຍ.
2024-04-15
ອຸບັດຕິເຫດ ຕາມທ້ອງຖະໜົນ ໃນທົ່ວປະເທດ ຫລາຍກວ່າປີກາຍ ເວົ້າສະເພາະ ໃນວັນທີ 13-14 ເມສາ ທີ່ຜ່ານມາ ເກີດອຸບັດຕິເຫດທັງໝົດ 138 ກໍລະນີ, ພາຫະນະເປ່ເພ 241 ຄັນ, ມີຜູ້ບາດເຈັບ 253 ຄົນ ແລະ ຜູ້ເສຍຊີວິດ 13 ຄົນ ອີງຕາມຂໍ້ມູນຈາກ ກົມຕຳຫຼວດຈະລາຈອນ.
2024-04-13
EP-40 ພາກທີ 2 ໄດ້ສຳພາດ ທ່ານນາງ ແຈກກີ້ ຊັນຍົງ ອາສາສະໝັກ ທີ່ປຶກສາອາວຸໂສ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ War Legacies Project in Laos ເວົ້າວ່າ ມີປະຊາຊົນ ປະມານ 500 ຄົນ ໄດ້ຮັບຜົນກະທົບ ຈາກສານພິດ ຝົນເຫຼືອງ ທີ່ໃຊ້ເມື່ອປາງສົງຄາມ ຕາມເສັ້ນທາງ ໂຮ່ຈີມິນ ໂດຍສະເພາະ ຢູ່ແຂວງພາກໃຕ້ ຂອງປະເທດລາວ.
2024-04-12
ຊາວບ້ານຈຳນວນໜຶ່ງ ຢູ່ເມືອງລອງ ແຂວງຫຼວງນ້ຳທາ ລັກລອບປູກຝິ່ນຂາຍໃຫ້ນາຍທຶນຊາວມຽນມ້າ ແລະ ນາຍທຶນຈີນ ຂະນະທີ່ຫລ້າສຸດນີ້ ເຈົ້າໜ້າທີ່ ປກສ ເມືອງລອງ ໄດ້ບຸກເຂົ້າທຳລາຍສວນຝິ່ນແລ້ວ 5 ເຮັກຕ້າຣ໌ ພ້ອມສຶກສາອົບຮົມ ຜູ້ທີ່ລັກລອບປູກ.
2024-04-10
ທະນາຄານໂລກສືບຕໍ່ສະໜັບສະໜູນ ໂຄງການໃຫ້ປະຊາຊົນລາວ ເຂົ້າເຖິງການບໍລິການ ດ້ານການຮັກສາສຸຂະພາບ ແລະໂພຊະນາການ.
2024-04-10
ເກີດເຫດຊ້າງປ່າທຳຮ້າຍຊາວບ້ານ ຈົນເສຍຊີວິດ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຂະນະທີ່ເຫດການຊາວບ້ານ ຖືກຊ້າງປ່າທຳຮ້າຍ ປະກົດໃຫ້ເຫັນຫຼາຍຂຶ້ນ ສາເຫດສ່ວນນຶ່ງ ເປັນຍ້ອນພື້ນທີ່ຫາກິນຂອງຊ້າງປ່າ ຖືກບຸກລຸກ ຈົນຊ້າງອອກຫາກິນພືດກະເສດ ທີ່ຊາວບ້ານປູກໄວ້.
2024-04-10
ພົບການຈຳໜ່າຍສິນຄ້າໝົດອາຍຸ ໃນເມືອງປາກລາຍ ແຂວງໄຊຍະບູລີ ແລະ ເມືອງຮຸນ ແຂວງອຸດົມໄຊ ເຊິ່ງສ່ວນໃຫຍ່ແມ່ນ ປະເພດນົມ, ອາຫານແຊ່ແຂງ, ເຄື່ອງປຸງລົດ, ໝີ່, ເຂົ້າໜົມ, ນໍ້າອັດລົມ ແລະ ເຄື່ອງສຳອາງ ທີ່ນໍາເຂົ້າຈາກຫວຽດນາມ ແລະ ໄທ ທີ່ອາດເປັນອັນຕະລາຍ ຕໍ່ສຸຂະພາບ ຂອງຜູ້ບໍລິໂພກ.
2024-04-09
ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ ມີຜູ້ສົງໄສວ່າເປັນພະຍາດໄຂ້ເລືອດດຳ ຫຼື Anthrax ເພີ່ມຂຶ້ນເປັນ 94 ຄົນ ຈາກທ້າຍເດືອນມີນາ 2024 ທີ່ເຄີຍລາຍງານ ຕິດພຽງ 65 ຄົນ.