ຊາວບ້ານ ຢູ່ເມືອງລະມາມ ໄດ້ຮັບຄວາມເດືອດຮ້ອນ ຈາກເຕົາເຜົາຖ່ານຂອງຈີນ
2024.05.02

ປັດຈຸບັນ ຊາວບ້ານ 10 ປາຍຄອບຄົວ ຢູ່ບ້ານ ລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ໄດ້ຮັບຜົນກະທົບ ຍ້ອນເຕົາເຜົາຖ່ານຂາວ ຂອງນັກລົງທຶນຈີນ ຕັ້ງຢູ່ແຄມທາງເລກທີ 13 ໃຕ້ ທີ່ປ່ອຍຄວັນ, ສົ່ງກິ່ນຂິວ ແສບດັງ ແສບຄໍ ແລະ ສຽງດັງ ທັງເວັນທັງຄືນ ລົບກວນຊີວິດປະຈໍາວັນ ຂອງຊາວບ້ານຢ່າງໜັກ ເຊິ່ງເຕົາເຜົາຖ່ານກໍ່ຫ່າງຈາກ ເທດສະບານແຂວງເຊກອງ ປະມານ 7 ກິໂລແມັດ ໂດຍເຕົາເຜົາຖ່ານດັ່ງກ່າວນີ້ ກໍ່ຍັງສ້າງບໍ່ແລ້ວສົມບູນ 100% ເທື່ອ ຈຶ່ງສົ່ງຄວັນມົນລະພິດສູ່ດິນຟ້າອາກາດ ແລະ ໝູ່ບ້ານທີ່ໃກ້ຄຽງ, ອີງຕາມຄວາມເວົ້າ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຜູ້ທີໜຶ່ງ ໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 24 ເດືອນເມສາ 2024 ນີ້ວ່າ:
“ຂ້ອຍບໍ່ຈັກຊິພັນລະນາ ເຜົາໄມ້ຕິ້ວດິບໆນີ້ ແສບເຂົ້າຮອດດັງ ຮອດປອດພຸ້ນແຫຼະ ບໍ່ຈັກຊິວ່າ ມັນຮຸນແຮງເຖິງສໍ່າໃດ ນອນຈົນຍາກ ຜູ້ເຮືອນໃກ້ເຂົາກະຈົນຢູ່ບໍ່ໄດ້ ຄືໝູ່ຂ້ອຍຢູ່ອ້ອມແອ້ມນີ້ ຫຼາຍໆຫຼັງເຮືອນຢູ່ໃກ້ໆນີ້ນ່າ ມັນກະ ແສບເບິດດັງຫັ້ນແຫຼະເວົ້າ ເຂົ້າເບິດປອດພຸ້ນແຫຼະ ເຂົາເຜົາຖ່ານນີ້ນ່າ ເວລາມັນຈູດຖ່ານນີ້ຄວັນ ຄວັນກະຄວັນໄມ້ດິບ ຂອງຈຸດັງ ນອນກະໃຈຊິຂາດລະເນາະ ຫັນໃຈຍາກພຸ້ນແຫຼະ ຄັນພວກເດັກນ້ອຍກັບຜູ້ເຖົ້າ ແຕ່ຂະໜາດເຮົາຜູ້ໜຸ່ມ ວ່າແຂງແຮງ ມັນກະຍັງບໍ່ຢາກລອດລະ.”
ທ່ານເວົ້າອີກວ່າ ຕາມທີ່ຮູ້ມາ ນັກລົງທຶນຈີນ ມີແຜນຈະສ້າງເຕົາເຜົາຖ່ານ ທັງໝົດ ປະມານ 40 ເຕົາ ປັດຈຸບັນ ຂະໜາດວ່າ ສ້າງບໍ່ແລ້ວທັງໝົດ ກໍ່ຍັງສ້າງບັນຫາຢ່າງໜັກໜ່ວງຢູ່ແລ້ວ ແຕ່ຖ້າໂຮງງານ ສ້າງແລ້ວສົມບູນ 100% ຜົນທະທົບ ທີ່ຊາວບ້ານຈະໄດ້ຮັບກໍແຮ່ງຈະທະວີຄູນ:
“ເປັນໂຮງງານຂອງຈີນນ່າ ປ້າຍໂຮງງານ ຍັງບໍ່ທັນມີ ເອີ່ບໍ່ທັນໄດ້ຕິດ ດຽວນີ້ ມັນກໍາລັງເລີ່ມກໍ່ສ້າງ ແຕ່ວ່າໂຕແລ້ວ ເຂົາຈູດນໍາ ແລ້ວນໍາເຂົາຈູດນໍານ່າ ຊິເຮັດປະມານຢູ່ 30-40 ເຕົານີ້ແຫຼະ ຈູດມານີ້ບໍ່ແມ່ນໄດ້ 2 ເດືອນລະເບາະ.”
ໃນຂະນະທີ່ ຊາວບ້ານຜູ້ທີສອງ ກໍ່ເວົ້າເຖິງຄວາມຍາກລໍາບາກ ໃນການໃຊ້ ຊີວິດປະຈໍາວັນ ຂອງຕົນເອງ ໃຫ້ຟັງວ່າ:
“ກະ ທາງເລກ 13 ໃຕ້ນີ້ແຫຼະ ມີທາງເສັ້ນດຽວ ໄປແຂວງອັດຕະປື ກະພໍດີໜ້າທາງເລີຍນ່າ ບາດນີ້ ພໍ່ແມ່ປະຊາຊົນ ກະຢູ່ທາງຫຼັງນີ້ແຫຼະ ກະຢາກອັນນີ້ຫັ້ນແຫຼະ ລໍາບາກຫັ້ນແຫຼະເນາະ ເວລາເຂົາຈູດຫັ້ນເຮົາຢູ່ບໍ່ໄດ້ ນອນບໍ່ໄດ້ນ່າ ບໍ່ຈັກແສບຕາ ບໍ່ຈັກແສບຄໍ ລໍາຄໍເຮົາອິສັງນີ້ກະ ແບບວ່າມັນແຫ້ງມັນຫຍັງຫັ້ນນ່າ ກະຊິມີອັນຕະລາຍ ຫັ້ນແຫຼະເນາະ ຈັ່ງວ່າບໍ່ຈັກຊິຢູ່ຫັ້ນແຫຼະ ບາດເວລາເຂົາເຈົ້າຈູດນ່າ.”
ນາງ ໄດ້ບັນລະຍາຍເຖິງສິ່ງຕ່າງໆ ທີ່ລົບກວນຊາວບ້ານນັ້ນ ໃຫ້ຟັງວ່າ:
“ອັນນ່າ ເຂົາເລີ່ມຈູດນີ້ ກະປະມານ 2-3 ເດືອນນີ້ແຫຼະ ກະເໝັນເບິດມື້ ເບິດຄືນຫັ້ນແຫຼະ ກະບໍ່ເປັນຕາຢູ່ຕາເຊົາ ຫັ້ນແຫຼະເນາະ ເພາະວ່າເຮົາ ກາງເວັນກະ ໄປທໍາມາຫາກິນ ໄປຮົ້ວໄປສວນ ບາດມາລະ ຈັ່ງວ່າເໝັນອີ່ຫຍັງຫັັ້ນແຫຼະ ເວລາເຂົາຕັດໄມ້ຕັດຕອກ ກະບໍ່ໄດ້ເປັນຕາຢູ່ຕານອນນ່າ ກາງຄືນເວົາຈົກຖ່ານອິຫຍັງ ກະແບບລົບກວນເຮົາ ບໍ່ມີເວລາພັກຜ່ອນເລີຍນ່າ ແບບວ່າຄົນງານເຂົາເຮັດ ອື້ອ້າໆອີ່ຫຍັງຫັ້ນແຫຼະ ເພາະວ່າຄົນງານເຂົາກະ ການປາກການເວົ້າ ຂອງເຂົາເນາະ ຍາມເຮົານອນກາງຄໍ່າກາງຄືນ ກະແບບລົບກວນ ແບບເໝິດທຸກສິ່ງຢ່າງຫັ້ນແຫຼະນ່າ.”
ເຖິງແນວໃດກໍຕາມ ຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບ ກໍຂໍຝາກຄໍາຮ້ອງທຸກ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ວ່າ:
“ອັນນີ້ ກະຢາກໃຫ້ເພິ່ນມາເບິ່ງ ມາຢູ່ເບິ່ງ ຄັນບໍ່ກະ ເປັນຫຍັງ ບໍ່ໄປເຮັດຢູ່ກາງເມືອງ ກາງຕະຫຼາດພຸ້ນ ລອງເບິ່ງ ຊິຢູ່ໄດ້ ແຕ່ຂີ້ເຫຍື້ອກອງນ້ອຍໆຫັ້ນນ່າ ຢູ່ແຂວງຢູ່ເມືອງ ເພິ່ນກະຍັງ ເກັບເອົາໄປຈູດ ຢູ່ບ່ອນໄກບໍ່ໄກ ອັນນີ້ຕິ ມາຈູດ ສໍ່າຂ້າຄົນທັງເປັນນີ້ນ່າ.”
ໃນຂະນະດຽວກັນ ຊາວບ້ານຜູ້ທີ 3 ກໍຢາກຝາກເຖິງ ພາກສ່ວນທີ່ກ່ຽວຂ້ອງນໍາອີີກວ່າ:
“ດຽວນີ້ນີ່ ຢາກສະເໜິີໃຫ້ຂັ້ນເທິງນີ້ນ່າ ພາກສ່ວນກ່ຽວຂ້ອງ ເປັນຫຍັງຈຶ່ງອະນຸຍາດ ໃຫ້ນາຍທຶນ ມາເຮັດເຕົາຖ່ານຢູ່ນີ້ ເຂດຫ່າງໄກຈາກຊຸມຊົນ ເປັນ 10-20 ຫຼັກ 30 ຫຼັກ ຕີນພູ ເປັນຫຍັງບໍ່ໃຫ້ເຂົາໄປເຮັດ ຫ່າງຈາກຊຸມຊົນພວກເຮົາ ປະມານ 15 ຫຼັກ ຂຶ້ນໄປຫັ້ນນ່າ ຍົກໂຕຢ່າງເນາະ ທາງກະເຮັດໄປ ໄຟຟ້າກະດືງໄປ ຄັນຢາກເຮັດຫັ້ນນ່າ ອັນນີ້ມາເຮັດກັບຊຸມຊົນ ຕິດກັບທາງໂລດໃດ໋ ຕິດກັບທາງຫຼວງນີ້ໂລດໃດ໋ ທາງຈາກເຊກອງ ຕໍ່ໃສ່ອັດຕະປື.”
ເຕົາເຜົາຖ່ານ ທີ່ວ່ານີ້ ປະຊາຊົນພາຍໃນບ້ານ ກໍ່ບໍ່ຮູ້ມາກ່ອນ ວ່າຈະມີນັກລົງທຶນຈີນ ມາເປີດໂຮງງານເຕົາເຜົາຖ່ານ ເຊິ່ງໃນເບື້ອງຕົ້ນ ກໍ່ມີຄົນລາວ ມາເຊົ່າດິນຈາກຊາວບ້ານ ວ່າຈະສ້າງເປັນສາງເກັບມ້ຽນເຄື່ອງ ແຕ່ສຸດທ້າຍແລ້ວ ພັດມາເຮັດເປັນເຕົາເຜົາຖ່ານ, ດັ່ງທ່ານ ເວົ້າໃຫ້ຟັງຕື່ມອີກວ່າ:
“ບໍ່ຮູ້ໃດ໋ ທໍາອິດວ່າມາເຊົ່າດິນ ບ່ອນໄວ້ເຄື່ອງວ່າຊັ້ນນ່າ ບ່ອນສາງເກັບເຄື່ອງ ວ່່າຊັ້ນທໍາອິດ ເຮົາມາຢູ່ເປັນທໍ່ໃດປີ ເປັນ 10-20 ປີແລ້ວ ບາດນີ້ຂັ້ນເທິງພັດ ເອົາມາເຮັດເຕົາຖ່ານນໍາຫຼັງ ທໍາມະດາກະ ຖາມພວກເຮົາກ່ອນບໍ່ ວ່າຜົນກະທົບຫັ້ນນ່າ ເຊົ່າດິນຂອງຊາວບ້ານ ຢູ່ນີ້ 10 ປີ.”
ນອກຈາກນີ້ ທ່ານຍັງໄດ້ເວົ້າເຖິງຄວາມກັງວົນ ຕໍ່ສິ່ງລ້ອມ ແລະສຸຂະພາບ ຂອງຊາວບ້ານ ພາຍໃນບ້ານນີ້ ນໍາດ້ວຍ:
“ດຽວນີ້ ທັງເໝິດມັນຢູ່ 40 ເຕົາເນາະ ແຕ່ມັນເລີ່ມເຜົາແລ້ວ ປະມານດຽວນີ້ປະມານຢູ່ປະມານ 5 ເຕົາ ຫຼືວ່າ 7 ເຕົາ ຖ່ານໄມ້ຕິ້ວໃດ໋ ເຂົາຊື້ນໍາປະຊາຊົນ ປະຊາຊົນຜູ້ທຸກຍາກ ກະເອົາໄປຂາຍ ບໍ່ມີ ແມັດກ້ອນໜຶ່ງ 150,000 (ກີບ) ຕັດຄູ່ມື້ຂາຍຄູ່ມື້ ຢູ່ໃສກະນໍາຕັດເໝິດ ໂອ້ຍ...ເຈົ້າບໍ່ມາເຫັນພູບ້ານເຮົາ ເປັນຫົວໂຫຼ້ນເໝິດແລ້ວ ແຂວງສະຫວັນນະເຂດ ວ່າບໍ່ໃຫ້ມີຖ່ານດໍາ ບໍ່ໃຫ້ມີ ເຊກອງຄືວ່າ ເປີດກວ້າງ ໃຫ້ຕ່າງປະເທດ ມາເຮັດແນວນີ້ນ່າ ພາກສ່ວນກ່ຽວຂ້ອງ ຄືຊິບໍ່ຫົວຊາດອກ ວ່າຜົນກະທົບຂອງປະຊາຊົນແນວໃດ ເຂົາຢູ່ ການກິນແນວໃດຫັ້ນນ່າ ຖ້າວ່າພວກຂ້ອຍນີ່ ພວກຢູ່ໃກ້ໆຢູ່ໃນຊຸມຊົນນີ້ ຕິດພະຍາດຂຶ້ນມາ ແລ້ວພະຍາດທີ່ເກີດຂຶ້ນມານີ້ ພວກເຮົາກະຊິເສຍເງິນອີກ ໄປກວດໄປກາ ສົມມຸດວ່າ ໄປຊື້ຢາປິ່ນປົວກະເຮົາອີກ ສົມມຸດວ່າ ຫັ້ນນ່າ ແຫ່ງທຸກແຫ່ງຍາກ ບໍ່ມີເງິນມີຄໍາ.”
ກ່ຽວກັບ ຜົນກະທົບດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ກໍ່ໄດ້ຕິດຕໍ່ສອບຖາມໄປຍັງອໍານາດປົກຄອງບ້ານດັ່ງກ່າວ ຊຶ່ງທ່ານ ກໍ່ອະທິບາຍໃຫ້ຟັງວ່າ:
“ໄດ້ຮູ້ຢູ່ ຮູ້ຂ່າວຄາວຢູ່ ແຕ່ວ່າ ມັນບໍ່ເຫັນ ບໍ່ຮູ້ເປັນທາງການ ບໍ່ທັນມີແບບວ່າ ເຂົາບໍ່ທັນໄດ້ແຈ້ງວ່າ ໃຫ້ເຮົາເປັນຜູ້ສະເໜີ ຂຶ້ນຫາອົງການຈັດຕັ້ງທີ່ກ່ຽວຂ້ອງ ຫັ້ນນ່າວ່າ ຊິຫາວິທີແກ້ໄຂແນວໃດວ່າຊັ້ນສາ ມັນກະທົບກະ ກະທົບລະຫວ່າງປະມານ ກະບໍ່ທັນ ບໍ່ທັນເຖິງ 70-80% ຫັ້ນນ່າ ຄວາມໝາຍມັນເປັນຈັ່ງຊັ້ນເນາະ ເປັນບາງບຸກຄົນມາສະເໜີ ແບບວ່າເຮົາບໍ່ທັນປະຕິບັດ ສະເໜີໄວ້ລະອຽດ ໂຕຢ່່າງວ່າ ໂອ້ລະອຽດຄືແນວໃດ ສະເໜີໃຫ້ນາຍບ້ານສະເໜີ ຂຽນເປັນລາຍລັກອັກສອນ ໄປສະເໜີຫາອົງການຈັດຕັ້ງທີ່ກ່ຽວຂ້ອງ ຫາທ່ານເຈົ້າເມືອງບໍ່ ເຈົ້າເມືອງແລ້ວ ຫາສະພາປະຊາຊົນບໍ່ ເປັນຈັ່ງຊັ້ນນ່າ ເພາະວ່າ ອັນນີ້ ມັນໄປແຕ່ລະຂັ້ນຕອນວ່າຊັ້ນສາເນາະ.”
ນອກຈາກນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ພະແນກຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ແຂວງເຊກອງ ແລະ ເຈົ້າໜ້າທີ່ທ່ານໜຶ່ງ ກໍເວົ້າວ່າ:
“ຢູ່ທາງພີ້ນີ້ ບໍ່ເຫັນ ບໍ່ເຫັນເພິ່ນສົ່ງໃຫ້ ທາງພະແນກທີ່ກ່ຽວຂ້ອງ ຂະແໜງກ່ຽວຂ້ອງ ບໍ່ໄດ້ເຫັນ ຄໍາຮ້ອງທຸກໂຕນີ້ ບໍ່ໄດ້ຮັບຂໍ້ມູນ ລະກະບໍ່ຮັບຊາບຂໍ້ມູນ ລະກະ ຊິບໍ່ຮູ້ອະທິບາຍ ວ່າຕົ້ນປາຍສາເຫດ ມັນເປັນແນວໃດຫັ້ນນ່າ ຄັນເພິ່ນສົ່ງມາຫາພະແນກກ່ຽວຂ້ອງ ຫາກພະແນກກ່ຽວຂ້ອງ ເມີນເສີຍ ບໍ່ລົງໄປປະຕິບັດ ບໍ່ລົງໄປແກ້ໄຂ ບໍ່ລົງໄປໄກ່ເກ່ຍອີ່ຫຍັງຕ່າງໆຫັ້ນ ອັນນີ້ກະ ທາງພະແນກຊັບ ກະຊິ ມີຄວາມຮັບຜິດຊອບຫັ້ນແຫຼະ ຕໍ່ປະຊາຊົນ ຕໍ່ກົດໝາຍ ແຕ່ວ່າ ອັນນີ້ບໍ່ເຫັນເອກະສານ ມັນເປັນຈັ່ງຊັ້ນ.”
ຕໍ່ຂໍ້ຂ້ອງໃຈ ຂອງປະຊາຊົນ ກ່ຽວກັບໂຮງງານເຕົາເຜົາຖ່ານຂາວ ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ໃກ້ກັບຊຸມຊົນນັ້ນ ເຈົ້າໜ້າທີ່ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງເຊກອງ ທ່ານດຽວກັນນີ້ ກໍອະທິບາຍວ່າ:
“ເວົ້າຂໍໂທດ ບັນດາໂຮງງານຖ່ານຂາວ ອີ່ຫຍັງຕ່າງໆຫັ້ນນ່າ ທີ່ອະນຸຍາດ ຢູ່ໃນແຕ່ລະບ້ານ ກະແມ່ນອໍານາດ ການປົກຄອງບ້ານເພິ່ນຫັ້ນແຫຼະ ເປັນຜູ້ອະນຸຍາດ ເຫັນດີເປັນເອກະພາບແລ້ວ ການຄຸ້ມຄອງກະແມ່ນ ພວກເຮົາກະໃຫ້ບ້ານກັບເມືອງ ເປັນຜູ້ຄຸ້ມຄອງ ເວລາມັນມີບັນຫາອີ່ຫຍັງຕ່າງໆ ກະແກ້ຢູ່ຂັ້ນບ້ານ ຄັນບ້ານແກ້ບໍ່ໄດ້ ກະສະເໜີຫາເມືອງ ເມືອງແກ້ບໍ່ໄດ້ ກະສະເໜີຫາພະແນກຊັບ ແຕ່ວ່າໂຕນີ້ ພວກເຮົາບໍ່ເຫັນ ກະບໍ່ຮູ້ຊິຊີ້ແຈງຕໍ່ນ້ອງແນວໃດ ຂໍໂທດ ບໍ່ແມ່ນປະຕິເສດຫັ້ນນ່າ.”
ແລະ ຕໍ່ມາ ເອເຊັຽເສຣີ ກໍ່ໄດ້ຕິດຕໍ່ໄປຍັງ ໂຮງງານເຕົາເຜົາຖ່ານດັ່ງກ່າວ ວ່າຈະມີການແກ້ໄຂບັນຫາດັ່ງກ່າວນີ້ແນວໃດ ເຊິ່ງພະນັກງານຂອງໂຮງງານ ກໍ່ເວົ້າວ່າ:
“ເອີ່ ແມ່ນຢູ່ ດຽວນີ້ ເຮົາກະບໍ່ໄດ້ເຜົາຫຼາຍເທື່ອຫັ້ນນ່າ ເຮົາກໍ່ຄ່ອຍໆໄປຫັ້ນນ່າ ເພາະວ່າ ອີກຢ່າງໜຶ່ງ ກໍ່ແຄມເສັ້ນທາງເນາະ ລະກໍ່ມີເຮືອນແດ່ ລະກໍ່ໄມ້ເຮົາບໍ່ມີຫຼາຍ ລະອີກໜ້ອຍໜຶ່ງຈັ່ງເຮັດ ເພາະວ່າ ຢູ່ແຄມນີ້ມີເຮືອນເຂົາ ຢ້ານເຂົາບໍ່ສະບາຍຫັ້ນນ່າ ມື້ໜ້າເຮົາຈັ່ງເຜົາຫຼາຍເຕົາ ແລ້ວກໍ່ເຮົາຈັ່ງຊິໄປຄອບນໍາ ຢູ່ແຄມເຮືອນ (ເຮືອນທີ່ຢູ່ແຄມ ໂຮງງານ) ຄັນເຜົາຄວັນໄຟອອກຫຼາຍຫັ້ນ ລະກໍ່ເຮົາຢາກຄອບເຂົາ ຄືຈະຂິວເຂົາບໍ່ ແລ້ວກໍ່ ເງິນຫັ້ນຊິໃຊ້ທໍ່ໃດ ລະຊິເຮັດຈັ່ງໃດໆ ເຮົາກໍ່ມື້ໜ້າຈັ່ງຊິເວົ້າກັນ ດຽວນີ້ເຮົາບໍ່ທັນຈູດຫຼາຍປານໃດ ປະມານ ເຕົາ 1, 2 ເຕົານີ້ແຫຼະ ເຮົາກະບໍ່ໄດ້ຈູດຄູ່ມື້ແບບນັ້ນເດ້ ບໍ່ໄດ້ຈູດຫຼາຍ ກໍາລັງຈູດໃໝ່ ກະບໍ່ກ້າຈູດຫຼາຍຫັ້ນນ່າ.”
ເວົ້າເຖິງຜົນກະທົບ ຈາກໂຮງງານເຕົາເຜົາຖ່ານຂາວ ຂອງນັກລົງທຶນຈີນ ຍ້ອນຄວັນມີຄວັນມົນລະພິດ ເປັນອັນຕະລາຍຕໍ່ລະບົບຫາຍໃຈ ຂອງຊາວບ້ານທີ່ຢູ່ໃກ້ຄຽງ ກໍ່ບໍ່ມີແຕ່ ຢູ່ແຂວງເຊກອງ ເທົ່ານັ້ນ ຢູ່ແຂວງສະຫວັນນະເຂດ ກໍ່ມີໂຮງງານຜະລິດແປ້ງມັນຕົ້ນ ຂອງນັກລົງທຶນຫວຽດນາມ ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ກໍ່ສົ່ງຄວັນ ແລະ ກິ່ນເໝັນຂິວ ກະທົບຕໍ່ຊາວບ້ານ ຫຼາຍບ້ານ ເຊັ່ນກັນ.