ສູນເລືອດແຫ່ງຊາດ ກໍາລັງປະເຊີນກັບບັນຫາ ຂາດແຄນເລືອດ
2024.04.18
ສູນເລືອດແຫ່ງຊາດ ກໍາລັງປະເຊີນກັບຄວາມທ້າທາຍ ໃນການຈັດຫາເລືອດໃຫ້ຄົນເຈັບ ເນື່ອງຈາກ ອຸບັດຕິເຫດທາງຖະໜົນ ແລະຄົນເຈັບພະຍາດເລືອດຈາງ (Thalassemia) ເພີ່ມຂຶ້ນ ຂະນະທີ່ ປີ 2023 ທີ່ຜ່ານມາ ຜູ້ບໍລິຈາກເລືອດ ເປັນໄປຕາມຄວາມຕ້ອງການຂັ້ນຕໍ່າ ຂອງອົງການອະນາໄມໂລກທີ່ກໍານົດ ໃຫ້ມີການບໍລິຈາກເລືອດ ໃຫ້ໄດ້ 1% ຂອງຈໍານວນປະຊາກອນຕໍ່ປີ ແຕ່ສະພາບໂຕຈິງ ມາປີ 2024 ນີ້ ສູນເລືອດແຫ່ງຊາດ ຕ້ອງການເລືອດຫຼາຍກວ່າ 1% ຂອງຈໍານວນປະຊາກອນຕໍ່ປີ.
ເວົ້າສະເພາະ ອຸບັດຕິເຫດທາງຖະໜົນ ໃນຊ່ວງເດືອນມັງກອນ ຫາ ເດືອນພະຈິກ ປີ 2023 ທີ່ຜ່ານມາ ກົມຕໍາຫຼວດຈາລະຈອນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງຊາດລາດ ລະບຸວ່າ ທົ່ວປະເທດລາວ ມີອຸບັດຕິເຫດທາງຖະໜົນ ທັງໝົດ 6,182 ຄັ້ງ ຫຼື ມີອຸບັດຕິເຫດສະເລ່ຍ 562 ຄັ້ງຕໍ່ເດືອນ ຂະນະທີ່ ເດືອນມັງກອນ ຫາ ເດືອນກຸມພາ ປີ 2024 ນີ້ ເວັບໄຊ໋ ຂ່າວ laotiantimes.com ລະບຸວ່າ ທົ່ວປະເທດລາວ ມີອຸບັດຕິເຫດທາງຖະໜົນ ເຖິງ 1,403 ຄັ້ງ ຫຼື ສະເລ່ຍ 702 ຄັ້ງຕໍ່ເດືອນ.
ສະພາບໂຕຈິງ ສູນເລືອດແຫ່ງຊາດ ບໍ່ມີເລືອດພຽງພໍ ຕໍ່ການປິ່ນປົວຈາກອຸບັດຕິເຫດ ແລະພະຍາດທົ່ວໄດ້.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈາກອົງການການແດງລາວ ຜູ້ທີ 1 ນາງຂະຫຍາຍຄວາມຕໍ່ເລື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສາ ນີ້ວ່າ:
“ແມ່ນ ເລືອດຂາດ ຂາດ ເພາະວ່າ ເຮົາບໍ່ໄດ້ອອກເຄື່ອນໄຫວເລີຍ ອາໃສແຕ່ພີ່ນ້ອງຄົນເຈັບ ລະດົມພີ່ນ້ອງຄົນເຈັບມາເອົາອອກຊ່ວຍ ຊັ້ນແລ້ວບໍ່ມີເລືອດໃຫ້ຄົນເຈັບນີ້ລະ ເຮົາກໍ່ໄດ້ລະດົມຢູ່ໃດ໋ ທັງສື່ທັງຫຍັງ ເຮົາກໍ່ໄດ້ລະດົມຢູ່ເນາະ ແຕ່ວ່າ ຊ່ວງປີໃໝ່ນີ້ ມັນກະຢາກຍາກຫັ້ນນ່າ ເພາະວ່າເຂົາເຈົ້າ ກິນເຫຼົ້າກິນເບຍເດ້ ເທດສະການເດ້ ເພາະວ່າຄົນເຈັບມາແຕ່ລະມື້ນ່າເນາະ 100 ປາຍຄົນ ບວກຈໍານວນເລືອດ ຖົງເລືອດເຂົ້າໄປ ເຮົາຕ້ອງມີຢ່າງຕໍ່າ ມື້ໜຶ່ງ 200-300 ຖົງ ພຸ້ນໃດ໋ ເຮົາຈັ່ງມີເລືອດຕອບສະໜອງໃຫ້ຄົນເຈັບພຽງພໍ່ນ່າ ປັດຈຸບັນມີ ມີປະມານ 30-40 ຖົງນີ້ແຫຼະ ທີ່ວ່າພີ່ນ້ອງເຂົາເຈົ້າມາ ເອົາອອກ.”
ວັນທີ 5 ເດືອນເມສາ ປີ 2024 ທີ່ຜ່ານມາ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດຕໍ່ນັກຂ່າວ ຈາກເວັບໄຊ໋ຂ່າວ laotiantimes.com ວ່າ ຈໍານວນຜູ້ປະສົບອຸບັດຕິເຫດ ຄາດວ່າ ຈະເພີ່ມຂຶ້ນໃນຊ່ວງບຸນປີໃໝ່ລາວ ຂະນະທີ່ ກົມຕໍາຫຼວດຈາລະຈອນ ລາຍງານວ່າ ວັນທີ 13 ຫາ 17 ເດືອນເມສາ ປີ 2024 ທົ່ວປະເທດລາວ ມີອຸບັດຕິເຫດເກີດຂຶ້ນທັງໝົດ 249 ຄັ້ງ ເຊິ່ງຫຼຸດລົງ 93 ຄັ້ງ ເມື່ອທຽບກັບ ປີ 2023.
ຫົວໜ້າສະຖາບັນເລືອດແຫ່ງຊາດ ຍັງໄດ້ຮຽກຮ້ອງຜ່ານສື່ ເມື່ອຕົ້ນເດືອນເມສາ 2024 ທີ່ຜ່ານມາ ຢາກໃຫ້ປະຊາຊົນ ມາບໍລິຈາກເລືອດເພີ່ມຂຶ້ນ ໂດຍບໍ່ເອົາຄ່າຕອບແທນ ແຕ່ຕ້ອງເປັນໄປດ້ວຍຄວາມສະໝັກໃຈ ເຊິ່ງຄໍາຮຽກຮ້ອງຂອງທ່ານ ໄດ້ຮັບການສະໜັບສະໜຸນ ຈາກອົງການອະນາໄມໂລກ ນໍາດ້ວຍ.
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈາກອົງການກາແດງລາວ ຜູ້ທີ 1 ກ່າວເຖິງເຫດການ ທີ່ເຄີຍເກີດຂຶ້ນ ເມື່ອ 30 ປີ ທີ່ຜ່ານມາວ່າ ປະເທດລາວ ເຄີຍມີປະກົດການ ຊື້-ຂາຍເລືອດ ແຕ່ປັດຈຸບັນ ບໍ່ມີແລ້ວ ແລະທາງອົງການກາແດງລາວ ຈະປະຕິເສດ ຫາກມີຜູ້ມາສະເໜີຂາຍເລືອດເພື່ອໃຫ້ອົງການກາແດງ ເອົາໄປຊ່ອຍປິ່ນປົວຄົນເຈັບ.
ດັ່ງນາງກ່າວວ່າ:
“ດຽວນີ້ເຮົາບໍ່ໄດ້ ມີການຊື້-ຂາຍ ແລ້ວເຈົ້າ ສະໃໝແຕ່ກີ້ພຸ້ນ 20-30 ປີຫຼັງ ມັນຈະມີເນາະ ແຕ່ດຽວນີ້ເຮົາບໍ່ໃຫ້ມີແລ້ວ ເຮົາຈະບໍ່ໃຫ້ມີແລ້ວ ເປັນໂຕເລກ 0% ແລ້ວ ເພາະວ່າ ພວກນີ້ ເລືອດເຂົາເຈົ້າຈະບໍ່ປອດໄພ ຄວາມໝາຍສົມມຸດວ່າ ເຂົາເຈົ້າເປັນພະຍາດຫຍັງ ເຂົາເຈົ້າກໍ່ປິດບັງຂໍ້ມູນຄວາມຈິງເດ້ ແມ່ນຢູ່ເລືອດທຸກຖົງ ເຮົາຕ້ອງໄດ້ກວດພະຍາດກ່ອນ ແຕ່ວ່າຄັນມັນຢູ່ໄລຍະທີ່ວ່າ Window period ເນາະ (ໝາຍຄວາມວ່າ ເປັນຊ່ວງເວລາທີ່ ຜູ້ທີ່ໄດ້ຮັບເຊື້ອ HIV ມາ ແຕ່ຍັງກວດບໍ່ພົບ ເພາະວ່າ ອາດຈະຍັງຮັບເຊື້ອມາບໍ່ດົນ ໂດຍຈະຢູ່ໃນຊ່ວງເວລາ ປະມານ 1 ເດືອນ) ນໍ້າຢາເຮົາ ກໍ່ກວດບໍ່ເຫັນ ຄັນວ່າຜູ້ໃດທີ່ວ່າມາ ຢາກມາເອົາອອກ ແບບລັກສະນະຊື້-ຂາຍ ເຮົາກໍ່ປະຕິເສດເລີຍ.”
ປີ 2023 ທີ່ຜ່ານມາ ຕາມແຜນການ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງປຸກລະດົມໃຫ້ປະຊາຊົນ ມາບໍລິຈາກເລືອດ ທົ່ວປະເທດ ໃຫ້ໄດ້ 73,000 ຖົງ ຫຼື ໃຫ້ໄດ້ 1% ຂອງຈໍານວນປະຊາກອນລາວ ຕໍ່ປີ ເຊິ່ງເປັນເປີເຊັນຂັ້ນຕໍ່າ ທີ່ອົງການອະນາໄມໂລກກໍານົດ ແລະປີ 2023 ກໍ່ສາມາດປະຕິບັດໄດ້ ທັງໝົດ 73,023 ຖື ຫຼືລື່ນແຜນການ 23 ຖົງ ແຕ່ສະພາບໂຕຈິງ ມາປີ 2024 ນີ້ ສູນເລືອດແຫ່ງຊາດ ຕ້ອງການເລືອດຫຼາຍກວ່າ 1% ຂອງຈໍານວນປະຊາກອນຕໍ່ປີ ຍ້ອນພາຍໃນມີຄົນເຈັບເປັນພະຍາດເລືອດຈາງ ທີ່ຕ້ອງການໃຊ້ເລືອດ ເພື່ອປິ່ນປົວເພີ່ມຂຶ້ນ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈາກອົງການກາແດງລາວ ຜູ້ທີ 2 ກ່າວວ່າ:
“ພວກເປັນທາລັດຊີເມັ້ຍນີ້ ຕ້ອງໄດ້ໃສ່ປະຈໍາ ບາງຄົນ ກໍ່ເດືອນໜຶ່ງ 2 ເທື່ອ ບາດນີ້ ກົງກັນຂ້າມ ຜູ້ບໍລິຈາກເລືອດ 3 ເດືອນ ອອກໄດ້ເທື່ອໜຶ່ງ ຫຼືວ່າ 4 ເດືອນ ຈັ່ງອອກໄດ້ເທື່ອໜຶ່ງ ຄວາມຕ້ອງການຫຼາຍກວ່າ ທີ່ວ່າເຮົາວາງຄາດ ເຮົາແກ້ປາຍເຫດ ຖາມວ່າຕົ້ນເຫດແທ້ ຕ້ອງແມ່ນປ້ອງກັນບໍ່ໃຫ້ ຄົນເປັນທາລັດຊີເມັ້ຍ ບໍ່ເອົາ ຫຼືວ່າ ບໍ່ມີລູກເນາະ ຫັ້ນນ່າ ດຽວນີ້ ເຮົາລົນນະລົງໝົດທຸກຢ່າງເນາະ ຢ່າງຕໍ່າ ໃຫ້ໄດ້ 1% ກ່ອນແລ້ວຕໍ່ໄປ ຈຶ່ງໃຫ້ໄດ້ ປະມານ 1.2-1.3% ອັນນ່າ ທີ່ຈິງ ຢາກໄດ້ບາດດຽວ 2% ແຫຼະ ແຕ່ວ່າຂະໜາດ 1% ກໍ່ຍັງໃຊ້ເວລາ ເປັນເກືອບ 10 ປີ.”
ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີການລົນນະລົງ ໃຫ້ມີການບໍລິຈາກເລືອດຢ່າງຕໍ່ເນື່ອງ ທັງຜ່ານສື່ສັງຄົມອອນລາຍ ແລະໂທລະພາບ ວິທຍຸລາວ ລວມເຖິງລົງເຄື່ອນທີ່ ຮັບບໍລິຈາກເລືອດ ຕາມໂຮງຮຽນ ມະຫາວິທະຍາໄລ ບໍລິສັດເອກກະຊົນ ແລະໜ່ວຍງານລັດ ແຕ່ປັດຈຸບັນ ປະເທດລາວ ມີສະພາບເສດຖະກິດຝືດເຄືອງ ເງິນກີບລາວເຟີ້ ຄ່າຄອງຊີບສູງ ແລ້ວເຮັດໃຫ້ກຸ່ມນັກຮຽນ ນັກສຶກສາ ພະນັກງານລັດ ທະຫານຕໍາຫຼວດ ເຊິ່ງເປັນກຸ່ມ ບໍລິຈາກເລືອດສ່ວນໃຫຍ່ນັ້ນ ມີຈໍານວນໜຶ່ງ ບໍ່ກັບໄປບໍລິຈາກເລືອດຕື່ມ ຍ້ອນຕ້ອງເອົາເວລາ ໄປເຮັດວຽກຢູ່ຕ່າງເມືອງ ຕ່າງແຂວງ ຫຼືຕ່າງປະເທດ ເພື່ອມີລາຍໄດ້ລ້ຽງດູໂຕເອງ ແລະຄອບຄົວ ໃຫ້ມີສຸຂະພາບທີ່ແຂງແຮງ ໃນສະພາວະທີ່ເສດຖະກິດຝືດເຄືອງແນວນີ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈາກອົງການກາແດງລາວ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ຜົນກະທົບດ້ານເສດຖະກິດ ອັດຕາເງິນເຟີ້ຕ່າງໆເນາະ ການທໍາມາຫາກິນເນາະ ສະນັ້ນ ຊີວິດຂອງປະຊາຊົນ ແນ່ນອນແຫຼະ ຄ່າຄອງຊີບຂຶ້ນສູງ ແນ່ນອນ ປະຊາຊົນກໍ ຫຼືວ່າ ນັກຮຽນ ນັກສຶກສາ ກະເອີ້ນວ່າ ຕ້ອງໄປທໍາມາຫາກິນ ກ່ອນຊິບໍລິຈາກເລືອດເອງ ຕ້ອງໄດ້ມີ ສຸຂະພາບກ່ອນ ວ່າຈັ່ງຊີ້ສາ ຕ້ອງມີແນວກິນ ກິນກິນ ກໍ່ເຮັດໃຫ້ການບໍລິຈາກເລືອດ ມັນຂ້ອນຂ້າງຫຼຸດລົງເນາະ ຫຼຸດລົງຢູ່ບ່ອນວ່່າ ເມື່ອກ່ອນເຮົາໄປໂຮງຮຽນມັດທະຍົມ ຫຼືວ່າ ມະຫາວິທະຍາໄລ ກໍ່ມີຜູ້ບໍລິຈາກຫຼາຍ ແຕ່ວ່າ ຫຼືວ່າ ກົມກອງ ທະຫານ ຕໍາຫຼວດ ດຽວນີ້ ບັນດາກົມກອງ ທະຫານ ຕໍາຫຼວດ ເຂົາກໍ່ໄປຫາເຮັດວຽກເພີ່ມ ໄປຫາຍາມ ຫາອັນນັ້ນ ຫຼືແມ້ກະທັ້ງສຶກສາກະ ກະໂຕເລກຫຼຸດລົງເນາະ.”
ດ້ານຜູ້ເປັນແມ່ ຂອງລູກສາວ ທີ່ເກີດອຸບັດຕິເຫດລົດຈັກລົ້ມ ຈາກການຫຼັບໃນ ພາຍຫຼັງມືນເມົາເຄຶື່ອງດື່ມທີ່ມີທາດເຫຼົ້າ ຈົນເຮັດໃຫ້ລູກສາວ ຕ້ອງເຂົ້າຫ້ອງຜ່າຕັດ ເພື່ອຜ່າກະດູກສັນຫຼັງດ່ວນ ຢູ່ໂຮງໝໍ 150 ຕຽງ ໃນປີ 2022 ທີ່ຜ່ານມາ ເວົ້າວ່າ ລູກສາວ ຕ້ອງການໃຊ້ເລືອດກຸ໊ບໂອ ຈໍານວນຫຼາຍ ເພື່ອການຜ່າຕັດໃນຄັ້ງນັ້ນ ແຕ່ສູນເລືອດແຫ່ງຊາດ ບໍ່ມີເລືອດພຽງພໍ ຈຶ່ງເຮັດໃຫ້ຜູ້ເປັນແມ່ ເປີດຮັບບໍລິຈາກເລືອດ ຜ່ານສື່ສັງຄົມອອນລາຍ ແລະປະສານງານ ຫາໝູ່ຄູ່ ຍາດຕິພີ່ນ້ອງ ຊ່ອຍກັນບໍລິຈາກເລືອດໃຫ້ລູກສາວ.
ມາຮອດປັດຈຸບັນ ປີ 2024 ລູກສາວຂອງນາງ ຍັງຄົງມີຊີວິດຢູ່ ຈາກອຸບັດຕິເຫດລົດລົ້ມ ແລ້ວເລືອດບໍ່ພຽງພໍນັ້ນ ແຕ່ກໍ່ຍັງຕ້ອງໄດ້ເບິ່ງແຍງຢ່າງໃກ້ຊິດ ຍ້ອນຮ່າງກາຍເຄື່ອນໄຫວບໍ່ປົກກະຕິ ອັນເນື່ອງຈາກ ການຜ່າຕັດກະດູກສັນຫຼັງ ວ່າງ 2 ປີ ທີ່ຜ່ານມາ.
ດັ່ງນາງ ເລົ່າປະສົບການ ໃນມື້ດຽວກັນນີ້ວ່າ:
“ເຮົາຊິໄປເອົາເລືອດເນາະ ເພິ່ນກໍ່ວ່າ ຕອນນີ້ເລືອດມີ ແຕ່ປະມານຖຸງໜຶ່ງ ສອງຖົງເນາະ ເຮົາກໍ່ຢ້ານວ່າ ມັນຊິບໍ່ພໍແມ່ນບໍ່ ໝໍ ຊິໄດ້ໃຊ້ຫຼາຍເຕີບຫັ້ນນ່າ ເຮົາກໍ່ເລີຍບອກໃຫ້ ໝູ່ເຮົາຫັ້ນນ່າ ກໍ່ໂອເຄ ເພິ່ນກໍ່ເລີຍວ່າ ໝູ່ຄູ່ຫຼາຍຄົນ ກໍ່ໄປບໍລິຈາກໃຫ້ ຄັນເຮົາຜ່າຕັດບໍ່ທັນຈັ່ງຊີ້ ກໍ່ຊິເສຍຊີວິດ ຄົນອື່ນໄປບໍລິຈາກແລ້ວ ໃຫ້ລາວຫັ້ນນ່າ ແລ້ວເລືອດເຫຼືອຫັ້ນນ່າ ມັນກໍ່ໄປໃຊ້ກັບຄົນອຶື່ນຕໍ່ຫັ້ນນ່າ ກໍ່ບໍ່ແມ່ນລາວຊິເຈາະຈົງເອົາແຕ່ລາວຜູ້ດຽວ ແຕ່ວ່າ ມັນເຫຼືອໄປເນາະ ມັນກໍ່ໄປໃຊ້ກັບຜູ້ອື່ນ ທີ່ເຂົາເຈົ້າຕ້ອງການເລືອດ ກະດູກສັນຫຼັງຫັກຫັ້ນນ່າ ມັນເວົ້າເລື່ອງໃນທາງເປັນໄປໄດ້ ມັນກໍ່ຢາກຍາກຢູ່ ຄັນຈະກັບຄືນມາເປັນປົກກະຕິໄດ້ຫັ້ນນ່າ ອາການກໍ່ບໍ່ຄ່ອຍດີຂຶ້ນປານໃດ ກໍ່ຍັງບໍາບັດທຸກເທື່ອຢູ່ ເພາະວ່າເພິ່ນກະຍັງຍ່າງບໍ່ໄດ້ ເປັນປົກກະຕິຫັ້ນນ່າ.”
ສໍາລັບປີ 2024 ອົງການກາແດງ ຕ້ອງການໃຫ້ມີການປຸກລະດົມ ໃຫ້ມີຜູ້ມາລິຈາກເລືອດ ໃຫ້ໄດ້ 78,000 ຖົງ ເພື່ອໃຫ້ເປັນໄປຕາມຄວາມຕ້ອງການ ເລືອດຂັ້ນຕໍ່າ ຂອງອົງການອະນາໄມໂລກກໍານົດ, ອີງຕາມຂໍ້ມູນ ຂອງສະຖາບັນເລືອດແຫ່ງຊາດ ທີ່ໜັງສືພິມ ວຽງຈັນທາຍສ ພາສາລາວ ລາຍງານ ໃນມື້ວັນທີ 12 ເດຶືອນມິຖຸນາ ປີ 2023.