ຢາບ້າ ກວ່າລ້ານປາຍເມັດ ຖືກຍຶດໄດ້ຢູ່ເມືອງນາຊາຍທອງ

ສຸພັດຕາ
2024.04.19
ຢາບ້າ ກວ່າລ້ານປາຍເມັດ ຖືກຍຶດໄດ້ຢູ່ເມືອງນາຊາຍທອງ ຜູ້ຕ້ອງຫາ 2 ຄົນທີ່ຄ້າຢາບ້າ ຖືກເຈົ້າໜ້າທີ່ຕຳຫຼວດຈັບໄດ້. ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 27 ມີນາ 2024.
Credit Photo: ຄວາມສະຫງົບ Lao Security News

ໃນວັນທີ 27 ເດືອນມີນາ ປີ 2024 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ວຽກງານສະກັດກັ້ນ ດ້ານຢາເສບຕິດ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ອອກເຄື່ອນໄຫວປະຕິບັດໜ້າທີ່ ຕິດຕາມຜູ້ຄ້າຢາເສບຕິດ ຢູ່ເຂດບ້ານນາຍາງ ເມືອງຊາຍທອງ ສາມາດຈັບໂຕເປົ້າໝາຍ ໃນເຂດບ້ານດັ່ງກ່າວ ໄດ້ 1 ຄົນ ມີຢາເສບຕິດຄອບຄອງ ຈໍານວນ 6,000 ເມັດ ຊື່ທ້າວ ຮົວເຮີ ອາຍຸ 23 ປີ ອາຊີບກໍາມະກອນ ເປັນຄົນບ້ານ ສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຈາກນັ້ນ ເຈົ້າໜ້າທີ່ ກໍ່ສືບສວນ-ສອບສວນ ຈາກທ້າວ ຮົວເຮີ ເຊິ່ງໄດ້ຊັກທອດໄປຍັງ ຜູ້ຄ້າຢາເສບຕິດ ອີກ 1 ຄົນ ຕໍາຫຼວດກໍ່ສມາດຕິດຕາມ ຈັບເປົ້າໝາຍໄດ້ ໃນມື້ດຽວກັນ ຊື່ທ້າວ ຕົ້ງຊົ້ງ ຢູ່ບ້ານດົງຊຽງດີ ເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ ພ້ອມຍຶດຢາບ້າ ໄດ້ 1,222,400 ເມັດ ແລະສາຍຄໍຄໍາ, ວັດຖຸມີຄ່າຈໍານວນໜຶ່ງ ໃນເຮືອນພັກ.

ທັງສອງຄົນ ສາລະພາບ ວ່າ ເປັນຜູ້ຄ້າຢາເສບຕິດ ເບື້ອງຕົ້ນ ຈໍາໜ່າຍ ໃນນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ ກໍ່ນໍາທັງສອງຄົນ ໄປດໍາເນີນຄະດີຕາມກົດໝາຍ ເພື່ອຂະຫຍາຍຜົນຕໍ່ໄປ ວ່າຢາເສບຕິດດັ່ງກ່າວ ຈະສົ່ງຕໍ່ໄປໃສແທ້ ເຊິ່ງຢາເສບຕິດຈໍານວນດັ່ງກ່າວນີ້ ຍັງບໍ່ຮູ້ລາຍລະອຽດວ່າ ເອົາມາຈາກໃສ ເບື້ອງຕົ້ນຄາດວ່າ ຈະມາຈາກສາມຫຼ່ຽມຄໍາ ໃນເຂດມຽນມາ ແລະອາດມີນາຍທຶນໃຫຍ່ຢູ່ເບື້ອງຫຼັງ ຈຶ່ງກ້ານໍາເຂົ້າມາໄດ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ນີ້ວ່າ:

“ແມ່ນໆ ຈັບໄດ້ ໃສ່ຄຸກລະເນາະ ດໍາເນີນຄະດີ ຕາມກົດໝາຍ ຂອງຢາເສບຕິດແຫຼະ ຍັງບໍ່ຮູ້ ມັນເອົາມາຈາກໃສບໍ່ຮູ້ແທ້ ເປັນຕົ້ນຫຼັກ ຊາຍແດນສາມຫຼຽ່ມທອງຄໍາ ແຫຼ່ງກໍາເນີດມັນຢູ່ລະ ຈຸດລວມມັນຢູ່ຫັ້ນ ຜູ້ໜຸນຫຼັງມັນຕ້ອງມີ ຜູ້ຄົນເຖົ້າແກ່ໃຫຍ່ ນາຍທຶນໃຫຍ່ຫັ້ນແຫຼະ ມັນຈັ່ງກ້າ.”

ກ່ຽວກັບເລື່ອງ ຢາເສບຕິດໃນລາວນີ້ ຊາວບ້ານ ໃນເມືອງນາຊາຍທອງ ທ່ານໜຶ່ງ ກໍ່ກ່າວວ່າ ບໍ່ວ່າຢູ່ເຂດບ້ານໃດ ຊຸມຊົນໃດ ກໍ່ຍັງມີໝົດ ພວກຢາເສບຕິດ ສ່ວນໃຫຍ່ ຈະເປັນພວກໄວລຸ້ນ ວ່າງວຽກ ວ່າງງານ ມີທັງເສບທັງຄ້າ-ຂາຍ ແຕ່ບໍ່ແມ່ນລາຍໃຫຍ່ ເຈົ້າໜ້າທີ່ພົບພໍ້ຄົນເສບ ກໍ່ໄດ້ແຕ່ນໍາໄປ ບໍາບັດເທົ່ານັ້ນ ຄົນຂາຍ ກໍ່ນໍາໄປດໍາເນີນຄະດີຕາມກົດໝາຍ ບາງຄົນອອກມາ ຈາກສູນບໍາບັດ ກໍ່ກັບມາເສບໃໝ່ ບໍ່ເຫັນປາບປາມໝົດເທື່ອ:

“ກະມີຢູ່ຍັງມີຢູ່ ສ່ວນຫຼາຍກໍ່ແມ່ນໄວລຸ້ນ ກະເປັນພວກທີ່ ບໍ່ໄດ້ຮຽນໜັງສື ພວກຢູ່ນໍາບ້ານ ວ່າງວຽກວ່າງງານລະ ພວກເສບເລື່ອນລອຍນີ້ ກະເອົາໄປບໍາບັດ ສ່ວນຫຼາຍເອົາໄປບໍາບັດມາແລ້ວ ບາງຄົນ ກໍ່ໜ້ອຍນ່າຊິເຊົາຫັ້ນນ່າ ຊໍ້າໆຄືເກົ່າຫັ້ນລະ ຄືນມາເຮັດຄືເກົ່າ.”

ຂະນະທີ່ ຊາວບ້ານ ໃນເມືອງນາຊາຍທອງ ອີກທ່ານໜຶ່ງ ກໍ່ກ່າວບໍ່ແຕກຕ່າງກັນວ່າ ຢາເສບຕິດ ໃນລາວນີ້ ກໍ່ຍັງເຫັນມີຢູ່ ບໍ່ໝົດໄປເທື່ອ ກໍ່ຍັງເຫັນເຈົ້າໜ້າທີ່ຕໍາຫຼວດ ຍັງຈັບ ແລະຍຶດຂອງກາງ ໄດ້ຕໍ່ເນື່ອງ ແຕ່ສ່ວນໃຫຍ່ ເຫັນລາຍຍ່ອຍ ບໍ່ແມ່ນລາຍໃຫຍ່ ແລະໂຕເອງຄາດວ່າ ຢາເສບຕິດພວກນີ້ ຈະມາຈາກມຽນມາ ຫຼື ພວກຈີນເທົາ ເຊິ່ງກໍ່ຖືກວ່າເປັນເລື່ອງຍາກລະດັບໜຶ່ງ ທີ່ເຈົ້າໜ້າຕໍາຫຼວດລາວ ຈະປາບປາມໄດ້ ເພາະບາງເທື່ອສາຍສືບກໍ່ບໍ່ເກັ່ງ ຈຶ່ງເຮັດໃຫ້ມີການລັກລອບເຂົ້າມາ ເຊິ່ງກໍ່ຢ້ານແຕ່ລູກຫຼານໂຕເອງໄປຕິດ ແລະຢ້ານເກີດການຫຼອນຢາ ແລະມີການຄາດຕະກໍາ ເກີດຂຶ້ນ:

“ຄັນຊິເວົ້າແຫຼະເນາະ ມີ ຢ້ານລູກຫຼານໄປຕິດ ສອງມາກໍ່ຢ້ານ ແບບນີ້ນ່າ ແບບມີການຄາດຕະກໍາ ແມ່ນຫຍັງແຫຼະເນາະ ເພິ່ນຈັບໄດ້ ກໍ່ໄດ້ພວກເລັກໆນ້ອຍໆ ສ່ວນຫຼາຍມັນມາແຕ່ພຸ້ນນ່າ ທາງເໜືອທາງບໍ່ແກ້ວ ຄືຊິແມ່ນພະມ້າ ຫຼືວ່າ ຈີນເທົາ ພວກນີ້ແຫຼະ ຄັນວ່າ ໜ່ວຍສືບຂ່າວ ແຫ່ງບໍ່ເກັ່ງ ການລັກລອບງ່າຍແດ່ໜ້ອຍໜຶ່ງ ຫັ້ນແຫຼະ.”

ພ້ອມດຽວກັນນີ້ ຊາວບ້ານ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍ່ກ່າວວ່າ ບໍ່ແມ່ນແຕ່ຢູ່ເມືອງນາຍຊາຍທອງເທົ່ານັ້ນ ເມືອງອື່ນໆກໍ່ມີເຊັ່ນກັນ ພວກຢາເສບຕິດນີ້ ທີ່ຜ່ານມາ ກໍ່ເຫັນຢູ່ ພວກຢາເສບຕິດນີ້ ສ່ວນໃຫຍ່ເປັນໄວລຸ້ນ ເຊິ່ງກໍ່ບໍ່ຮູ້ວ່າມາຈາກໃສ່ແທ້ ແລະເຈົ້າໜ້າທີ່ຕໍາຫຼວດ ກໍ່ບໍ່ໄດ້ເຂັ້ມງວດ ຈຶ່ງຍັງປາບປາມບໍ່ໄດ້ໝົດເທື່ອ:

“ຖືວ່າມີ ກໍມີຢູ່ ເອົາໄປບໍາບັດນໍາ ສ່ວນຫຼາຍມັນກໍ່ໄວລຸ້ນນີ້ແຫຼ້ວ ບໍ່ຈັກທາງມັນມາ ມີແຕ່ຄົນເສບຄົນຫຍັງນີ້ແຫຼະ ເຫັນຕໍາຫຼວດເຂົາ ຄັນມັນເຂັ້ມງວດ ມັນກໍ່ບໍ່ມີດອກ ຢູ່ຂັ້ນບ້ານຂັ້ນຫຍັງ.”

ສໍາລັບ ບັນຫາຢາເສບຕິດນີ້ ເຖິງແມ່ນວ່າ ເຈົ້າໜ້າທີ່ຕໍາຫຼວດ ຈະປະຕິບັດຕາມ ວາລະແຫ່ງຊາດກໍ່ຕາມ ໂດຍມີການຈັບຄົນຄ້າ ຄົນເສບ ແລະຍຶດຂອງກາງໄດ້ຢູ່ຕໍ່ເນື່ອງ ແຕ່ກໍ່ບໍ່ໝົດໄປເທື່ອ ເປັນຕົ້ນ ເມື່ອເດືອນມີນາ ປີ 2024 ເຈົ້າໜ້າທີ່ຕໍາຫຼວດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ຈັບຜູ້ຊາຍ 2 ຄົນ ໄດ້ ພາຍຫຼັງພົບຂັບລົດທີ່ມີການຂົນຢາໄອສ 166 ຖົງ ນໍ້າໜັກ 166 ກິໂລກຣາມ.

ອີກສາເຫດໜຶ່ງ ເຈົ້າໜ້າທີ່ຕໍາຫຼວດ ເມືອງຫົງສາ ແຂວງໄຊຍະບູລີ ກໍ່ຈັບຜູ້ຊາຍ 1 ຄົນໄດ້ ພ້ອມລົດ 2 ຄັນ ຊຸກເຊື່ອງຢາໄອສ 33 ຖົງ ໜັກ 1,000 ກິໂລກລາມ ເຊິ່ງ ຊື່ທ້າວ ຄວນເນັ້ງຢັງ ອາຍຸ 36 ປີ ເປັນຄົນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະເຈົ້າໜ້າທີ່ຕໍາຫຼວດ ສືບສວນ-ສອບສວນຂະຫຍາຍຜົນ ພົບແຫຼ່ງທີ່ມາຂອງຢາເສບຕິດ ໃນເມືອງວຽງທອງ ແຂວງບໍລິຄໍາໄຊ ຈັບຜົວເມຍຄູ່ໜຶ່ງໄດ້ ພົບກັນຊາ ນໍ້າໜັກ 800 ກິໂລກລາມ ແລະຢາບ້າ ເກືອບ 300 ເມັດ ໃນຄອບຄອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.