ເຣື້ອງທີ່ເກັບບັນທຶກໄວ້
2023-06-30
ປັດຈຸບັນ ທາງຫຼວງເຂດພາກເໜືອ ຂອງປະເທດລາວ ຍັງມີສະພາບເປ່ເພ, ແຄບສັ້ນ, ໂຄ້ງ, ບໍ່ມີຮົ້ວກັ້ນທາງ, ບໍ່ມີໄຟເຍືອງທາງ ແລະ ອັນຕະຣາຍເຮັດໃຫ້ເກີດອຸປັດຕິເຫດ ເປັນປະຈຳ ໂດຍສະເພາະເສັ້ນທາງໃນເສັ້ນທາງ 4C ແຕ່ເມືອງກາສີ-ເມືອງນານ ເຂດພູ 9 ຫຼັກ ໃນແຂວງຫຼວງພຣະບາງ.
2023-06-29
ໃນເດືອນກໍຣະກະດາ ປີ 2023 ນີ້ ພາກຣັຖຈະກໍານົດ ຂອບເຂດດິນກະສິກັມ ພ້ອມອອກໃບນຳໃຊ້ ທີ່ດິນ ໃຫ້ຊາວບ້ານ ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ຢູ່ເມືອງນອງ ແຂວງສວັນນະເຂດ ທີ່ຖືກຜົລກະທົບຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າ ເຊລະນອງ 1.
2023-06-28
ຊາວບ້ານ ຢູ່ແຂວງໄຊສົມບູນ ຈຳນວນນຶ່ງໄດ້ຂົ້າໄປບຸກລຸກປ່າໄມ້ ຫຼາຍຂຶ້ນ ຍ້ອນເນື້ອທີ່ດິນ ຖືກຍາດແຍ່ງ ເພື່ອເຮັດໂຄງການພັທນາຂນາດໃຫຍ່ ເຊິ່ງກວມເອົາທີ່ດິນ ຂອງປະຊາຊົນ ເປັນຕົ້ນໂຄງການເຂື່ອນໄຟຟ້າ ແລະ ໂຄງການຂຸດຄົ້ນບໍ່ແຮ່ ໂຄງການເຫຼົ່າສ້າງຄວາມເດືອດຮ້ອນໃຫ້ຊາວບ້ານ ເນື່ອງຈາກຕ້ອງສູນເສັຽພື້ນທີ່ທຳກິນ.
2023-06-27
ໃນສະພາວະ ທີ່ເສຖກິຈ ມີບັນຫາ, ຊາວບ້ານຕ້ອງໄດ້ດິ້ນຮົນ ຫາທາງຢູ່ລອດດ້ວຍຕົນເອງ ແລະກໍມີຊາວບ້ານ ຈຳນວນນຶ່ງ ເຂົ້າໄປຂຸດຄໍາ ໃນເຂດບ້ານນາກະດົກ ເມືອງຄໍາເກີດ ເຊິ່ງເປັນພື້ນທີ່ ສັມປະທານ ຂອງບໍຣິສັດນຶ່ງ, ແຕ່ຊາວບ້ານ ຢາກຂຸດຄຳໃຫ້ໄດ້ ກ່ອນຈະຖືກຫ້າມ ຈົນກາຍເປັນຂ່າວ.
2023-06-21
ເຈົ້າເມືອງ ເມືອງສັງທອງ ໄດ້ກ່າວຣາຍງານ ຕໍ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ວ່າ ປະຊາຊົນໃນເມືອງສັງທອງ ຍັງປະສົບບັນຫາ ສະພາບນໍ້າສັງຂຸ່ນ ຈາກບໍຣິສັດຂຸດຄົ້ນບໍ່ແຮ່ ຂາດຄວາມຮັບຜິດຊອບ ແລະ ການປ່ອຍປະລະເລີຍ ຂອງພາກສ່ວນທີ່ກ່ຽວຂ້ອງ.
2023-06-21
ຊາວບ້ານຈຳນວນ 40 ຄົນເຊິ່ງ ຈາກຫຼາຍເມຶອງ ໃນແຂວງຊຽງຂວາງ ຖືກເຈົ້າໜ້າທີ່ຕຳຣວດ ກັກ ຫຼັງຈາກ ທີ່ຊາວບ້ານກຸ່ມດັ່ງກ່າວ ພາກັນໄປລັກຂຸດແຮ່ທາດ ຢູ່ບໍຣິເວນພູແຮ້ ເຂດເມືອງແປກ ພ້ອມທັງຖືກເຈົ້າໜ້າທີ່ ຍຶດແຮ່ທາດທີ່ຂຸດຄົ້ນໄດ້ ຈຳນວນ 60 ເປົາ ແລະ ຣົຖຈັກອີກຫຼາຍຄັນ.
2023-06-20
ຊາວບ້ານເກືອບ 200 ຄອບຄົວ ຢູ່ບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຈະຖືກໂຍກຍ້າຍ ຈາກໂຄງການກໍ່ສ້າງ ສນາມກັອບ ແລະຣີສອດ ຂອງນັກລົງທຶນຈາກປະເທດເກົາຫຼີໃຕ້, ແຕ່ເຂົາເຈົ້າຕ້ອງໄດ້ເງິນຄ່າຊົດເຊີຍ ແບບສົມເຫດສົມຜົລ ພ້ອມທັງໄດ້ເຮືອນຈັດສັນໃໝ່.
2023-06-20
ເກີດແຜ່ນດິນໄຫວ ຂນາດນ້ອຍ ເຊິ່ງວັດແທກໄດ້ 3.8 ຣິກເຕີ ແລະມີຄວາມເລິກ ຈາກເທິງໜ້າດິນປະມານ 10 ກິໂລແມັດ ໂດຍມີຈຸດສູນກາງ ຢູ່ເມືອງສົບເບົາ ແຂວງຫົວພັນ ຫ່າງຈາກເທສບານເມືອງສົບເບົາ ໄປທາງທິດຕາເວັນອອກ ປະມານ 23 ກິໂລແມັດ ແຕ່ບໍ່ມີຣາຍງານຄວາມເສັຍຫາຍ.
2023-06-16
ແຂວງບໍລິຄໍາໄຊ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ປະມານ 50 ຄອບ ຄົວ ຢູ່ບ້ານ ກ້ວຍອຸດົມ ເມືອງປາກຊັນ ທີ່ເສັຽທີ່ດິນ ປະເພດດິນປ່າ, ດິນສວນ ແລະ ດິນນາ ປະມານ 50 ເຮັກຕ້າຣ໌ ໃຫ້ແກ່ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5.
2023-06-15
ແຂວງຫຼວງພຣະບາງ ກໍາລັງສຶກສາຄວາມເປັນໄປໄດ້ ເພື່ອສເນີໃຫ້ບໍຣິສັດເອກກະຊົນ ສັມປະທານ ແລະພັທນາກິຈກັມທ່ອງທ່ຽວ ຢູ່ພື້ນທີ່ອ້ອມຂ້າງ ຖໍ້າຕິ່ງ ໂດຍຈະໃຫ້ບໍຣິສັດເອກກະຊົນ ພັທນາແຕ່ພື້ນທີ່ອ້ອມຂ້າງຖໍ້າຕິ່ງເທົ່ານັ້ນ ແລະບໍ່ໃຫ້ແຕະຕ້ອງ ບໍຣິເວນຖໍ້າທີ່ມີພຣະພຸທຮູບ ເຊິ່ງເປັນຂອງຣັຖບານລາວ.
2023-06-14
ເຂື່ອນໄຟຟ້ານໍ້າເທີນ 1 ປ່ອຍນໍ້າ, ແຕ່ບໍ່ມີການແຈ້ງເຕືອນລ່ວງໜ້າ ໃຫ້ຊາວບ້ານຢູ່ດ້ານລຸ່ມ ຂອງເຂື່ອນຮັບຮູ້ ແລະ ຕຣຽມຄວາມພ້ອມ ຊຶ່ງການປ່ອຍນ້ຳ ອອກຈາກເຂື່ອນດັ່ງກ່າວ ອາດສ້າງຄວາມເສັຍຫາຍ ໃຫ້ຊາວບ້ານ ໂດຍສະເພາະ ພືດພັນທາງການກະເສດ ແລະ ຊັບສິນຂອງຊາວບ້ານ ທີ່ຢູ່ແຄມນ້ຳ ສາຍດັ່ງກ່າວ.
2023-06-12
ຫຼັງເກັບກ່ຽວຜົລຜລິດ ຣະດູແລ້ງແລ້ວ ຊາວນາຢູ່ເມືອງລາວ ກໍຈະເຣີ່ມກຽມເຮັດນາຣະດູຝົນ ໂດຍສະເພາະເຂົ້ານາປີ ແຕ່ມາຮອດປັດຈຸບັນ ການກຽມຕົກກ້າ ຖືວ່າຫຼ້າຊ້າຫຼາຍ ຍ້ອນຝົນບໍ່ຕົກຕາມຣະດູການ ແລະ ເຖິງຈະຕົກ ກໍຕົກໜ້ອຍ ບໍ່ພໍພຽງກັບການເຮັດກະເສດ ທີ່ຍັງເພິ່ງນ້ຳຝົນເປັນຫຼັກ.
2023-06-09
ມີຣາຍງານ ຈາກທາງການລາວ ວ່າ ໃນປີ 2022 ເຈົ້າໜ້າທີ່ ໄດ້ກວດພົບຊາວບ້ານ ເຂົ້າໄປບຸກລຸກ ທີ່ດິນເຂດປ່າສງວນ ນາກາຍ-ນໍ້າເທີນ ຫຼື ປັດຈຸບັນ ປ່ຽນຊື່ມາເປັນ ອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ເພື່ອປູກມັນຕົ້ນ.
2023-06-09
ວັນທີ່ 1 ມິຖຸນາ ຂອງທຸກປີ ຈະມີການປູກຕົ້ນໄມ້, ແຕ່ທີ່ຜ່ານມາ ຕົ້ນໄມ້ທີ່ປູກແລ້ວ ຈຳນວນຫຼາຍ ບໍ່ການເອົາໃຈໃສ່ ປົກປັກຮັກສາ ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃຫ້ຄຳເຫັນວ່າ ຕົ້ນໄມ້ທີ່ປູກຜ່ານມາ ກໍຈະເຣີນເຕີບໂຕ ຕາມທັມມະຊາຕ, ສ່ວນການປູກຕົ້ນໄມ້ ແມ່ນນະໂຍບາຍ ຂອງຣັຖ ເພື່ອນຳພື້ນທີ່ປ່າ ທີ່ຖືກບຸກລຸກ ແລະທຳລາຍ ກັບຄືນ.
2023-06-07
ພາຍຫຼັງທີ່ປະສົບຜົລສຳເຣັດ ໃນການທົດລອງຜລິດ ແຮ່ໂບຣມິນ (Bromine) ເປັນໄລຍະ 6 ເດືອນ ໃນເຂດນິຄົມອຸດສາຫະກັມ ໝູນວຽງ ອັດສະຣິຍະ ອາຊີໂປຕາສສາກົລ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ, ບໍຣິສັດ ວັດສະດຸໃໝ່ອາຊີ ຈຳກັດ ຂອງຈີນ ຈະຜລິດແຮ່ດັ່ງກ່າວໃຫ້ໄດ້ 10,000 ຕັນຕໍ່ປີ.