ບັນຫາການຄຸ້ມຄອງ ເຂດອຸທິຍານແຫ່ງຊາຕ ນາກາຍ-ນ້ຳເທີນ
2023.06.09

ທາງການລາວ ໄດ້ລາຍງານວ່າ ໃນປີ 2022 ເຈົ້າໜ້າທີ່ໄດ້ກວດພົບ ຊາວບ້ານໄດ້ເຂົ້າໄປບຸກລຸກ ທີ່ດິນເຂດປ່າສງວນນາກາຍ-ນໍ້າເທີນ ຫຼື ປັດຈຸບັນ ປ່ຽນຊື່ມາເປັນ ອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ເພື່ອປູກມັນຕົ້ນ. ທ່ານ ສີທັດ ພີມມະຈັນ ຮັກສາການ ຫົວໜ້າກອງຄຸ້ມຄອງ ອຸທິຍານແຫ່ງຊາຕ ນາຍກາຍ-ນໍ້າເທີນ ໄດ້ຣາຍງານ ຢູໃນກອງປະຊຸມ ຄະນະກັມການບໍຣິຫານ ອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີມ ໃນວັນທີ 2 ມິຖຸນາ 2023 ທີ່ຜ່ານມາ.
ເຈົ້າໜ້າທີ່ ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ມິຖຸນາ ວ່າ:
“ອໍ ສ່ວນຫຼາຍກະໄພຂົ່ມຂູ່ບໍ່ຫຼາຍດອກ ມັນມີຜົລກະທົບທາງດ້ານທີ່ດິນ ຫຼາຍກວ່າ ຖ້າຢາກຮູ້ຣາຍລະອຽດກ່ຽວກັບໄພຂົ່ມຂູ່ ມັນເປັນວຽກຂອງໜ່ວຍງານ ປະຕິບັດລະບຽບການ ຂອງອຸທິຍານເນາະ ນ່າ.”
ອີງຕາມການຣາຍງານ ຂອງຄະນະກັມມະການ ບໍຣິຫານອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ, ເຈົ້າໜ້າທີ່ສາມາດຈັບຜູ້ຖືກກ່າວຫາໄດ້ 2 ຄົນ, ເຮັດບົດບັນທຶກຍຶດຂອງກາງ ໄດ້ 192 ຄົນ, ສ້າງບົດບັນທຶກຕັກເຕືອນໄດ້ 181 ຄົນ, ພົບເຫັນຜູ້ຫຼົບໜີ 76 ຄົນ ແລະ ຕັກເຕືອນປາກເປົ່າ 29 ຄົນ, ສາມາດແກ້ໄຂຄະດີ ໄດ້ 18 ຄົນ, ແລະ ຢູ່ໃນຂັ້ນຕອນ ການດໍາເນີນຄະດີ ໄດ້ 20 ຄົນ.
ນັບແຕ່ວັນທີ 15 ກຸມພາ 2019, ອຸທິຍານແຫ່ງຊາຕ ນາຍກາຍ-ນໍ້າເທີນ ໄດ້ຮັບການສ້າງຕັ້ງ ໃຫ້ເປັນອຸທິຍານແຫ່ງຊາຕ ຈາກແຕ່ກ່ອນເປັນພື້ນທີ່ ປ່າສງວນ ເຮັດໃຫ້ພໍ່ແມ່ປະຊາຊົນ ຈໍານວນຫຼາຍ ຈໍາເປັນຕ້ອງຍ້າຍ ອອກຈາກພື້ນທີ່ເຂດອຸທິຍານ.
ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ມິຖຸນາ ວ່າ:
“ເພິ່ນໃຫ້ຍ້າຍອອກເປັນສ່ວນໃຫຍ່ ແຕ່ວ່າ ບາງບ້ານກໍຍັງຢູ່ໃນເຂດພື້ນທີ່ ອຸທິຍານຢູ່ ແຕ່ວ່າ ອາໄສຢູ່ທາງນອກ ການທັມມາຫາກິນ ການທັມມາຫາກິນຫັ້ນແຫຼະ ເຄີຍຢູ່ເຂດນາການ ເຂດນໍ້າເທີນ 2 ແນວນີ້ ຫັ້ນເນາະ ຈະເຂົ້າອອກມາໄປບ່ອນໃດ ມັນກໍບໍ່ມີ ມັນປິດເປີດຫັ້ນນ່າ ມັນຢູ່ໃຈກາງອຸທິຍານ ເຂົາກະຕ້ອງອາໄສທັມມະຊາຕ ເປັນບ່ອນທຳມາຫາກິນ.”
ອີງຕາມແຜນພັດທະນາ ເສຖກິຈສັງຄົມແຫ່ງຊາຕ ລາວ ປະຈໍາປີ 2019 ໄດ້ກໍານົດໃຫ້ອຸທິຍານ ແຫ່ງຊາຕ ນໍ້າແອດ-ພູເລີຍ ແລະ ອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ເປັນໂຕແບບໃນການຕັດຕັ້ງ ອຸທິຍານແຫ່ງຊາຕ ແກ່ເຂດອື່ນໆ ໃນປະເທດລາວ ແລະ ຍັງເລັງໃສ່ການປະກອບສ່ວນອື່ນໆ ເຂົ້າໃນການປັບປຸງຊີວິດກາເນປັນຢູ່ ຂອງປະຊາຊົນ ແລະ ພັດທະນາເສຖກິຈ-ສັງຄົມ ຕາມທິດທາງສີຂຽວ ແລະ ຍືນຍົງ.
ກ່ອນທີ່ຈະຖືກສ້າງຕັ້ງ ໃຫ້ເປັນອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ, ພື້ນທີ່ດັ່ງກ່າວເປັນເຂດ ປ່າສງວນ ແລະ ຊາວບ້ານໄດ້ອາໄສ ຢູ່ໃນພື້ນທີ່ດັ່ງກ່່າວ ສະນັ້ນ ເຈົ້າໜ້າທີ່ທາງການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ອະນຸຍາດ ໃຫ້ຊາວບ້ານທີ່ອາໄສ ໃນພື້ນທີ່ນັ້ນເລີຍ ພ້ອມດ້ວຍການຈັດສັນ ທີ່ດິນເພື່ອຜລິດກະສິກັມ ໃນການດໍາລົງຊີວິດ ຍ້ອນວ່າ ພວກເຂົາຢູ່ເຂດພື້ນທີ່ ຫ່າງໄກສອກຫຼີກ ແລະ ບໍ່ສາມາດເດີນທາງ ອອກມາຊື້ເຄື່ອງຂອງ ໃນເຂດໂຕເມືອງໄດ້.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ອີກນາງນຶ່ງ ໄດ້ກ່າວວ່າ:
“ກະອາໄສຢູ່ຕາມທັມຊາດ ຕາມເຮົາໃຫ້ອະນຸຮັກຫັ້ນແຫຼະ ໃນເຂດຂອງພວກເຮົາ ເຮົາຈະໃຫ້ຂອບເຂດຂອງການດໍາລົງຊີວິດເນາະ ແລ້ວ ເຮົາກໍມີການດູແລຮັກສາອິຫຍັງ ເຂົາເຈົ້າໃຫ້ພັດທະນາຊີວິດ ການເປັນຢູ່ຂອງເຂົາເຈົ້າຫັ້ນແຫຼະ.”
ທີ່ຜ່ານມາ ຄະນະກັມການ ບໍຣິຫານອຸທິນຍານແຫ່ງຊາຕ ນາກາຍ-ນໍ້າເທີນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ດໍາເນີນການຈັດສັນ ທີ່ດິນໃຫ້ແກ່ຊາວບ້ານທີ່ອາໄສ ອຸທິຍານ ສໍາລັບໃຊ້ໃນການເຮັດກິສິກັມ ເພືື່ອລ້ຽງຊີບ ແລະ ຂາຍຜົລຜລິດສ້າງ ລາຍໄດ້ໃຫ້ຄອບຄົວ ແຕ່ຊາວບ້ານຈໍານວນນຶ່ງ ພັດພາກັນໄປບຸກເບີກທີ່ດິນຂອງອຸທິຍານ ເພື່ອປູກມັນຕົ້ນຂາຍ.
ຊາວບ້ານ ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນໄດ້ກ່າວວ່າ:
“ຮູບຮ່າງ ຂອງເຮືອນຂອງພວກຂະເຈົ້າ ຈະບໍ່ຄືທົ່ວໄປຫັ້ນນ່າ ມັນຈະເປັນກະແຕະ ຂະເຈົ້າເປັນຊົນເຜົ່າມະກອງ ພາສາມະກອງຫັ້ນແຫຼະ ສາສາລາວເທິງ ຫາກິນຕາມທັມມະຊາຕ ໃຊ້ເບັດໃສ່ມອງ ແລ້ວກໍຫາສັດປ່າຫັ້ນແຫຼະ ແຕ່ຕອນນີ້ ມັນຕົ້ນທີ່ເຂົ້າໄປ ຂະເຈົ້າເຣີ່ມປູກສວນມັນຕົ້ນຫຼາຍຂຶ້ນ ທາງຣັຖເພິ່ນແບ່ງດິນໃຫ້ ຈັດສັນດິນໃຫ້ ວ່າ ຕ້ອງປູກແປງນີ້.”
ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ໄປຍັງ ພໍ່ແມ່ປະຊາຊົນ ທີ່ອາໃສຢູ່ໃນພື້ນທີ່ເຂດອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ຫຼາຍຄັ້ງ ເພື່ອຖາມກ່ຽວກັບຊີວິດ ການເປັນຢູ່ ແລະ ແນວທາງການຫາຢູ່ຫາກິນ ແຕ່ບໍ່ສາມາດຕິດຕໍ່ຫາເຂົາເຈົ້າໄດ້ ຍ້ອນວ່າ ເຂົາເຈົ້າຢູ່ເຂດພື້ນທີ່ຫ່າງໄກສອກຫຼີກ.
ອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ເປັນສະຖານທີ່ທ່ອງທ່ຽວ ທາງທັມມະຊາຕ ແລະ ວັທນະທັມ ທີ່ສໍາຄັນ ຍ້ອນວ່າ ມີປ່າໄມ້ປົກຄຸມຂຽວຕລອດປີ, ມີຊີວະນາໆພັນອາໄສຢູ່ ຫລວງຫຼາຍ ອີກທັງຍັງມີສະຖານທີ່ ທ່ອທ່ຽວຫຼາຍບ່ອນ ທີ່ເປີດໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມໄດ້ຕລອດປີ.
ຊາວບ້ານ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ກ່າວວ່າ:
“ເດີນປ່າແມ່ນຫຍັງ ຍັງບໍ່ອັນນັ້ນ ສ່ວນຫຼາຍມີແຕ່ໄປຕາດໄປຫຍັງຫັ້ນ ມີຫຼາຍບ່ອນຫຼິ້ນຢູ່ທາງມາ ຊິມານາກາຍ ມີຖໍ້ານໍ້າແງນ ຖໍ້າປາຝາ ແມ່ນຫຍັງຫຼາຍອັນ ແມ່ນຫຍັງ ທ່ອງທ່ຽວບໍ່ມີຂໍ້ຫ້າມໃດໆ ເບີດ ສ່ວນຫຼາຍແມ່ນຫຼິ້ນໄດ້ເບີດນ່າ ບໍ່ມີອັນຫ້າມ ໄປຮອດໄປຕັ້ງແຄ້ມຕັ້ງຫຍັງຢູ່ກໍໄດ້ ເຮັດຢູ່ເຮັດກິນກໍໄດ້ເບີດ ເອີ ກໍຫາປູຫາປາ ໄປຢູ່ຫັ້ນແຫຼະ ໃຊ້ມອງໃສ່ເບັດໄປ.”
ສໍາລັບອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ມີເນື້ອທີ່ທັງໝົດປະມານ 400,000 ປາຍເຮັກຕ້າຣ໌, ກວມເອົາ 3 ເມືອງຂອງແຂວງຄໍາມ່ວນ ຄື ເມືອງນາກາຍ, ຍົມມະລາດ ແລະ ເມືອງ ບົວລະພາ ສ່ວນວ່າ ອີກເມືອງນຶ່ງ ຄື ເມືອງຄໍາເກີດ ຂຶ້ນກັບແຂວງບໍລິຄໍາໄຊ, ກວມເອົາ 48 ບ້ານ ປະມານ 8,000 ປາຍຄອບຄົວ ມີພົນລະເມືອງທັງໝົດເກືອບ 50,000 ຄົນ, ປະຊາຊົນດໍາລົງຊີວິດ ໂດຍການເຮັດກະສິກັມ ແບບທັມຊາດ, ລ່າສັດເພື່ອກິນແລະຂາຍ, ການເກັບເະຄື່ອງປ່າຂອງດົງ.
ອຸທິຍານແຫ່ງຊາຕ ນາກາຍ-ນໍ້າເທີນ ເປັນເຂດທີ່ມີປ່າໄມ້ ປົກຫຸ້ມ 86%, ມີເຄື່ອງປ່າຂອງດົງ 900 ປາຍຊະນິດ, ມີສັດປ່າເປັນຕົ້ນ ຊ້າງ, ສັດເລືອຄານ 29 ຊະນິດ, ນົກ 400 ປາຍຊະນິດ ແລະ ປາ 69 ຊະນິດ.