ເປີດການຂຸດຄົ້ນ ແຮ່ໂບຣມິນ, ຊາວບ້ານ ຢ້ານທີ່ດິນ ຖືກໂຄງການ
2023.06.07

ບໍຣິສັດ ວັດສະດຸໃໝ່ອາຊີ ຈຳກັດ ຂອງຄົນຈີນ ຈະຜລິດແຮ່ທາດ ໂບຣມິນ (Bromine) ໃຫ້ໄດ້ 10,000 ຕັນຕໍ່ປີ ພາຍຫຼັງທີ່ປະສົບຜົລສຳເຣັດ ໃນການທົດລອງຜລິດ ເປັນໄລຍະ 6 ເດືອນ ໃນເຂດນິຄົມອຸດສາຫະກັມ ໝູນວຽງ ອັດສະຣິຍະອາຊີ ໂປຕາສ ສາກົລ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ. ສໍາລັບການຜລິດທາດໂບຣມິນ ແມ່ນຈະຂຸດເຈາະເອົາທາດ ໂບຣມິນ ຈາກໃຕ້ດິນ ເພື່ອນໍາມາເປັນສານຕື່ມໃສ່ ນໍ້າມັນຣົຖ ຫຼື ແກັສໂຊລີນ ເຮັດໃຫ້ແກັສໂຊລີນ ມີອ໋ອກເທນສູງຂຶ້ນ ລວມເຖິງນຳໄປໃຊ້ ໃນອຸດສາຫະກັມ ຍ້ອມສີ ແລະຟອກສີ. ກ່ຽວກັບເຣື່ອງນີ້ ຊາວລາວໃນພື້ນທີ່ ບ້ານດົງບູນ ເມືອງທ່າແຂກ ແຂວງຄໍາມ່ວນກ່າວວ່າ ຢາກໃຫ້ທາງການລາວ ຕິດຕາມປະເມີນຜົລກະທົບ ຢ່າງຮອບດ້ານ ກ່ອນທີ່ບໍຣິສັດຈະເຣີ່ມທຳການຜລິດ ຢ່າງເປັນທາງການ ເນື່ອງຈາກກັງວົນເຣື່ອງສານເຄມີ ປົນເປື້ອນໃນດິນ ແລະ ແຫຼ່ງນໍ້າ, ລວມໄປເຖິງຜົລກະທົບ ເຣື່ອງການກໍ່ສ້າງ ໂຮງງານ.
ດັ່ງຊາວບ້ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 07 ມິຖຸນານີ້ ວ່າ:
“ໃຫ້ທາງພັກ ທາງຣັຖ ຂັ້ນເທິງ ພຸ້ນແລ້ວຄົ້ນຄ້ວາເບິ່ງ ຕິດຕາມເບິ່ງ ນຳດຽວ. ໄທເຮົາກາຍັງບໍ່ຮູ້ ລະອຽດເນາະ ເພິ່ນເວົ້າແນວໃດ ກາແມ່ນເປັນໄປນຳເພິ່ນ ຫັ້ນແລ້ວ. ໂຢ້ ກາຫຼາຍແຫຼະ ໝົດດົງກັບ ໄຮ່ນາປະຊາຊົນແດ່.”
ຊາວບ້ານຜູ້ນີ້ ໄດ້ກ່າວຕື່ມວ່າ ໃຕ້ດິນຢູ່ເມືອງທ່າແຂກ, ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ ຖືເປັນແຫຼ່ງຊັພຍາກອນແຮ່ທາດ ສຳຄັນຫຼາຍຢ່າງເປັນຕົ້ນ ແຮ່ໂປຕາສ ແລະ ແຮ່ໂບຣມິນ ເຊິ່ງທາງການລາວ ກໍໄດ້ອະນຸຍາດໃຫ້ບໍຣິສັດຈີນ ເຂົ້າສຳຣວດ ແລະຂຸດເຈາະ ຫາກພື້ນທີ່ໃດ ທີ່ຂຸດເຈາະພົບແຮ່ທາດ ກໍຈະຖືກສັມປະທານ ໄປເລີຍ. ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານດົງບູນ ກ່າວວ່າ ບໍຣິສັດຈີນ ໄດ້ເຂົ້າມາສໍາຣວດ ແລະ ຂຸດເຈາະ ຫາແຮ່ທາດ ຂຍາຍໄປທົ່ວໝົດ ຫາກຈຸດໃດທີ່ຖືກດິນ ຂອງປະຊາຊົນ ເຂົາກາຈ່າຍໃຫ້ 5 ລ້ານກີບ ຫາກພົບແຮ່ທາດ ເຂົາກາຂໍສັມປະທານ ນຳຣັຖບານ ເລີຍ ໂດຍບໍ່ສົນໃຈວ່າ ຈະເປັນແຫຼ່ງທຳມາຫາກິນ ຂອງປະຊາຊົນລາວ. ພາຍໃນ ເຂດນິຄົມອຸດສາຫະກັມ ໝູນວຽນອັດສະຣິຍະ ອາຊີ-ໂປຕາສສາກົລ ຖືເປັນເຂດອຸດສາຫະກັມ ທີ່ມີຂນາດໃຫຍ່ ແລະມີຫຼາຍໂຮງງານ ຢູ່ໃນນັ້ນ ແຕ່ຄົນງານສ່ວນໃຫຍ່ແມ່ນເປັນຄົນຈີນ ແລະມີຄົນລາວຈຳນວນໜ້ອຍ ເທົ່ານັ້ນ ທີ່ໄດ້ເຂົ້າໄປເຮັດວຽກ ຢູ່ໃນເຂດດັ່ງກ່າວ ເພາະພວກເຂົາ ອ້າງວ່າ ຕ້ອງການຄົນງານ ທີ່ມີສີມື ແລະນັກວິຊາການ.
“ເຂົາມາສຳຣວດຢູ່ບ້ານດົງບູນ, ນາຄຳ ກຳລັງເຣີ່ມ ກາຊິເຮັດຄືກັນຫັ້ນແຫຼະ ເຂົາກາສຳຣວດ ທົ່ວໄປໝົດແຫຼະ ເຈາະຢູ່ດິນ ຜູ້ນີ້ເຂົາກາເອົາເງິນໃຫ້ 5 ລ້ານກີບ ຕໍ່ໄປເຊັ່ນລູກເຊັ່ນຫຼານ ເຮັດແນວໃດ ຊິມີດິນຢູ່ ຄັນຂາຍແລ້ວ.”
ເຈົ້າໜ້າທີ່ທ້ອງຖິ່ນ ເມືອງຫີນບູນ ແຂວງຄຳມ່ວນກ່າວວ່າ ຢາກໃຫ້ທາງການລາວ ກຳນົດຂອບເຂດ ພື້ນທີ່ສັມປະທານ ຫຼື ພື້ນທີ່ຂຸດເຈາະ ຫາແຮ່ທາດ ເພື່ອຄວາມຊັດເຈັນ ເພາະຊາວບ້ານສ່ວນໃຫຍ່ ຂ້ອນຂ້າງເປັນກັງວົນ ເຣື່ອງການສູນເສັຍທີ່ດິນ, ການຖືກໂຍກຍ້າຍ ຫຼື ໄດ້ຮັບຜົລກະທົບ ຈາກບັນຫາສິ່ງແວດລ້ອມທັງເຣື່ອງສຽງ, ສະພາບອາກາດ ແລະ ແຫຼ່ງນໍ້າປົນເປື້ອນ ສານເຄມີ ເພື່ອບໍ່ໃຫ້ເກີດຜົລກະທົບ ກັບປະຊາຊົນ ໃນພື້ນທີ່.
ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອັນນີ້ຕ້ອງໄດ້ສຳຣວດ ເບິ່ງເນາະການຈັດສັນໝູ່ບ້ານ ການຈັດສັນຂອບເຂດ ຕ່າງໆເນາະ ການປະເມີນດ້ານເສຖກິຈ ແລ້ວກາເວົ້າວິເຄາະ ການລົງທຶນ ວ່າເໝາະສົມບໍ່ ຄັນຈັດສັນບ້ານ ຍ້າຍບ້ານ ນີ້ນ່າ.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນແຂວງຈໍາປາສັກ ເວົ້າເຖິງບັນຫາ ທີ່ີກຸ່ມນັກລົງທຶນຈີນ ໄດ້ເຂົ້າມາລົງທຶນ ຢູ່ໃນຫຼາຍແຂວງ ພາກໃຕ້ຂອງລາວ ເປັນຕົ້ນແຂວງອັດຕະປື, ແຂວງຈຳປາສັກ, ສວັນນະເຂດ ແລະ ຄຳມ່ວນ ແມ່ນມີເປັນຈຳນວນຫຼາຍ ແຕ່ລະໂຄງການ ຫຼື ບໍຣິສັດ ກໍໄດ້ຮັບສັມປະທານ ທີ່ດິນ ແລະປ່າໄມ້ ຈາກຣັຖບານລາວ ເປັນຈຳນວນຫຼາຍ ເຊັ່ນດຽວກັນ. ສ່ວນປະຊາຊົນ ໃນພື້ນທີ່ ພັດບໍ່ໄດ້ຮັບຜົລປໂຍດ ເທົ່າທີ່ຄວນ ແລະໜັກໄປກ່ວານັ້ນ ຍັງຕ້ອງສູນເສັຍທີ່ດິນ ໃຫ້ກັບໂຄງການ ຫຼື ບໍຣິສັດເລົ່ານັ້ນ. ບາງໂຄງການກໍ່ສ້າງຂຶ້ນແລ້ວ ຍັງສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຢ່າງໜັກ ໂດຍສະເພາະ ເຣື່ອງບັນຫາ ນໍ້າເປື້ອນ ແລະກິ່ນເໝັນ.
ດັ່ງຊາວບ້ານ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ບ່ອນໃດມີແຕ່ຈີນບຸກ ເພື່ອປົກປ້ອງ ດິນດອນຕອນຫຍ້າ, ປົກປ້ອງປະຊາຊົນ ໃຫ້ມີຢູ່ມີກິນ ອັນນັ້ນຖືກຕ້ອງ ອັນນີ້ໃຫ້ປະຊາຊົນ ອັບປໂຍດໝົດ. ດິນຊິຢູ່ກາບໍ່ມີ ດິນຊິໃຊ້ກາບໍ່ມີ ຊິເປັນເບາະແນວນັ້ນ ຄັນວ່າເຮັດແນວນັ້ນຫັ້ນ ຊັບໃນດິນ ສິນໃນນໍ້າ ມັນຊິບໍ່ໝົດບໍ່.”
ນອກຈາກ ບໍຣິສັດອາຊີ-ໂປຕາສສາກົລ ເຊິ່ງເປັນຜູ້ພັທນາ ເຂດນິຄົມອຸດສາຫະກັມ ໝູນວຽນອັດສະຣິຍະອາຊີ-ໂປຕາສ ຍັງເດີນໜ້າ ຢ່າງຮອບດ້ານ ເພື່ອສຳຣວດ ແລະຜລິດ ໂຄງການ ຄລໍ ອານ ຄາໄລ (Chloralkali ຫຼື Chlor-alkali), ໂຄງການສານກັນໄຟ (Flame Retardant) ແລະ ໂຄງການເກືອກາຣີ. ກ່ອນໜ້ານີ້ໃນວັນທີ 28 ພຶສຈິກາ 2022 ທີ່ຜ່ານມາ ຣັຖບານ ກໍໄດ້ອະນຸຍາດໃຫ້ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຂອງນັກລົງທຶນຈີນ ເຊິ່ງຢູ່ໃນສັງກັດ ບໍຣິສັດອາຊີ-ໂປຕາສ ສາກົລ ໄດ້ສຳຣວດແຮ່ເກືອກາຣີ ແລະກໍ່ຕັ້ງໂຮງງານ ຢູ່ບ້ານໜອງຫຼົ່ມ ເມືອງໜອງບົກ ແຂວງຄຳມ່ວນ ໃນເນື້ອທີ່ 48.5 ກິໂລແມັດ ຫຼື ປະມານ 4,850 ເຮັກຕ້າຣ໌.