ເຣື້ອງທີ່ເກັບບັນທຶກໄວ້
2022-04-29
ໃນທີ່ສຸດ ຊາວເມືອງຊຽງເງິນ ທີ່ໄດ້ຮັບຜົລກະທົບ ຈາກທາງຣົຖໄຟລາວ-ຈີນ ກໍໄດ້ຮັບເຮືອນຈັດສັນ ຈາກການຊົດເຊີຍ ຂອງໂຄງການທາງຣົຖໄຟ ລາວ-ຈີນ, ນີ້ເປັນພຽງນຶ່ງຜົລກະທົບ ທີ່ຊາວບ້ານໄດ້ຮັບ ຫຼັງຈາກມີການເຣີ່ມກໍ່ສ້າງ ທາງຣົຖສາຍນີ້ເປັນຕົ້ນມາ, ປະຊາຊາຫຼາຍຄົນ ຍັງຕັ້ງໜ້າຕັ້ງຕາລໍຄອຍ ການຊົດເຊີຍທີ່ແກ່ຍາວ ແລະບໍ່ຮູ້ວ່າຈະໄດ້ຮັບມື້ໃດ.
2022-04-28
ທາງການລາວ ອະນຸຍາດໃຫ້ບໍຣິສັດເອກະຊົນຈີນ ແລະບໍຣິສັດເອກະຊົນລາວ 2 ບໍຣິສັດ ເຂົ້າສັມປະທານເນື້ອທີ່ປ່າໄມ້ ແລະທີ່ດິນ ຢູ່ເມືອງກາສີ ແຂວງວຽງຈັນ ຮວມທັງໝົດ 103 ເຮັກຕ້າຣ໌ ເພື່ອສໍາຣວດຂຸດຄົ້ນ ແລະປຸ່ງແຕ່ແຮ່ເຫຼັກ ແລະແຮ່ຄໍາ ແບບທົດລອງ ແລະຄາດວ່າ ຈະມີຊາວບ້ານ ພຽງຈໍານວນນຶ່ງເທົ່ານັ້ນ ທີ່ໄດ້ຮັບຜົລກະທົບຈາກທັງ 2 ໂຄງການນີ້.
2022-04-27
ບໍຣິສັດໄທຍ ແລະບໍຣິສັດຈີນ ລົງນາມບົດບັນທຶກຄວາມເຂົ້າໃຈ ລາຄາໄຟຟ້າ ທີ່ທາງການໄທຍ ຈະຊື້ຈາກເຂື່ອນປາກແບງ ຂອງລາວ, ໃນຂະນະທີ່ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ກໍສແດງຄວາມກັງວົນ ແລະ ຫາກເປັນໄປໄດ້ ກໍບໍ່ຢາກໃຫ້ມີການສ້າງເຂື່ອນ ພ້ອມກັນນີ້ ບາງພາກສ່ວນ ໃນໄທຍກໍບໍ່ເຫັນດີ ໃຫ້ໄທຍຊື້ໄຟຟ້າ ທີ່ບໍ່ຈຳເປັນ ຈາກເຂື່ອນດັ່ງກ່າວ ແລະເຂື່ອນອື່ນໆໃນລາວ ໂດຍສະເພາະ ເຂື່ອນທີ່ສ້າງກັ້ນ ຕາມລຳແມ່ນ້ຳຂອງ.
2022-04-27
ໂຄງການຜລິດໄຟຟ້າ ດ້ວຍພະລັງລົມ ຂອງບໍຣິສັດ ນັກລົງທຶນວຽດນາມ ກຳລັງສຳຣວດພື້ນທີ ຊຶ່ງເປັນທີ່ດິນປູກມັນຕົ້ນ ແລະພືດເສຖກິຈອື່ນໆ ຂອງຊາວບ້ານ ຈະໄດ້ຮັບຜົລກະທົບ ເຖິງແມ່ນວ່າໂຄງການ ຍັງຢູ່ໃນລະຫວ່າງ ການສຳຣວດກໍຕາມ ເພາະບໍຣິເວນ ທີ່ຕັ້ງຂອງໂຄງການ ຈະກວມເນື້ອທີ່ ປະມານ 2,000 ເຮັກຕາຣ໌ ເພື່ອຕິດຕັ້ງ ໃບພັດລົມຂນາດໃຫຍ່.
2022-04-26
ຊາວບ້ານຈຳນວນນຶ່ງ ປະກາດຂາຍເຮືອນຈັດສັນ ນາເຕີຍ ຈາກໂຄງການຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ, ເຖິງແມ່ນວ່າ ການມອບ-ຮັບເຮືອນຈັດສັນ ຍັງບໍ່ຮູ້ວ່າຈະເກີດຂຶ້ນໄດ້ມື້ໃດ, ເຮືອນຈັດສັນດັ່ງກ່າວ ແມ່ນຈະມອບໃຫ້ຜູ້ທີ່ເສັຍດິນ ໃຫ້ກັບໂຄງການທາງຣົຖໄຟ ລາວ-ຈີນ ຕາມການຊົດເຊີຍ ຈາກໂຄງການທາງຣົຖໄຟ ລາວ-ຈີນ, ຊຶ່ງຊາວບ້ານຈຳນວນນຶ່ງ ບໍ່ພໍໃຈກັບກັບເຮືອນທີ່ຈະໄດ້ຮັບ ຈຶ່ງປະກາດຂາຍລ່ວງໜ້າໄວ້.
2022-04-26
ເຂື່ອນພູງອຍ ເປັນອີກນຶ່ງໂຄງການເຂື່ອນ ໃນແມ່ນ້ຳຂອງ ທີ່ຈະສ້າງຢູ່ພາກໃຕ້ຂອງລາວ ຊຶ່ງກໍນຳຄວາມວິຕົກກັງວົນ ມາໃຫ້ພາກປະຊາສັງຄົມ ໂດຍສະເພາະໃນປະເທດໄທຍ ທີ່ອາດໄດ້ຜົລກະທົບ ຂ້າມພົມແດນ ໃນຂະນະທີ່ຜູ້ພັທນາໂຄງການ ເຂື່ອນດັ່ງກ່າວ ກໍໄດ້ເຣີ່ມກະຕຣຽມ ເພື່ອເຂົ້າສູ່ຂະບວນການ ປຶກສາຫາລື ລ່ວງໜ້າ ຕໍ່ຄະນະກັມມາທິການ ແມ່ນ້ຳຂອງສາກົນ ແລະຕຣຽມພ້ອມເພື່ອໃຫ້ ປະເທດຕ່າງໆ ທີ່ມີຄວາມກ່ຽວພັນ ກັບແມ່ນ້ຳຂອງພິຈາຣະນາເຫັນດີ.
2022-04-25
ມີປະຊາຊົນ ຈຳນວນບໍ່ໜ້ອຍ ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍຣິສັດຈີນ ແລະ ວຽດນາມ ໃນແຂວງອັດຕະປື ທີ່ມີໂຄງການ ເຖິງ 61 ໂຄງການ, ເຊິ່ງຜົລກະທົບນັ້ນ ກໍມີທຸກຮູບແບບ ໜັກ-ເບົາ ແຕກຕ່າງກັນໄປ ທີ່ຂຶ້ນກັບແຕ່ລະບໍຣິສັດ ຈະມີມາຕຖານສ່ຳໃດ ໃນການຈັດການ.
2022-04-25
ຊາວບ້ານ ໃນນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນພາກສ່ວນທີ່ຮັບຜິດຊອບ ບໍ່ມາເກັບຂີ້ເຫຍື້ອ ເປັນເວລາດົນ ຊຶ່ງເປັນໜ້າທີ່ຄວາມຮັບຜິດຊອບ ຂອງ ຫ້ອງການ ຄຸ້ມຄອງ ແລະບໍຣິການຕົວເມືອງວຽງຈັນ, ຖືກແຕ່ປ່ອຍປະລະເລີຍ ເຮັດໃຫ້ຂີ້ເຫຍື້ອສົ່ງກິນເໝັນ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ, ຍິ່ງໄປກວ່ານັ້ນ ປະຊາຊົນບາງຄົນ ຈຳເປັນຕ້ອງໄດ້ຈ່າຍ ຄ່າບໍຣິການເພີ່ມຕື່ມ ເພື່ອຈະໃຫ້ໜ່ວຍງານຮັບຜິດຊອບ ມ້ຽນຂີ້ເຫຍື້ອ.
2022-04-22
ປະຊາຊົນເກືອບ 1,000 ຄົນ ທີ່ຖືກຜົລກະທົບ ຈາກໂຄງການເຂື່ອນນ້ຳງື່ມ 3 ຢູ່ບ້ານ ຊຽງແດດ ເມືອງພູກູດ ແຂວງຊຽງຂວາງ ໄດ້ຍົກຍ້າຍ ໄປຢູ່ເຮືອນຈັດສັນໃໝ່ແລ້ວ ແຕ່ກໍຍັງມີບັນຫາ ເນື່ອງຈາກວ່າ ຊາວບ້ານບໍ່ມີດິນ ຜລິດກະສິກັມພຽງພໍ ແລະທີ່ສຳຄັນ ດິນທີ່ທາງໂຄງການ ຈັດສັນໃຫ້ນັ້ນ ມີຂນາດນ້ອຍ ແລະສ່ວນຫຼາຍ ເປັນດິນພູດອຍ ບໍ່ເໝາະສົມ ກັບການປູກພືດກະສິກັມ ຫຼືລ້ຽງສັດ.
2022-04-22
ບັນຫານ້ຳຍື່ງຂຶ້ນຖ້ວມ ຜົລຜລິດທາງການກະເສດ ຂອງຊາວບ້ານ ຈາກເຂື່ອນນ້ຳຄານ 3 ຊຶ່ງປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຄາດຫວັງວ່າ ທາງເຈົ້າຂອງໂຄງການ ເຂື່ອນດັ່ງກ່າວ ຈະຊົດເຊີຍຄ່າເສັຍຫາຍໃຫ້, ແຕ່ໃນທາງກັບກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃຫ້ຄຳເຫັນວ່າ ຈະບໍ່ມີການຊົດເຊີຍ ໃຫ້ຊາວບ້ານ ເພາະດິນທີ່ຊາວບ້ານເຮັດໄຮ່, ເຮັດສວນ ໃສ່ນັ້ນ ເປັນດິນຂອງທາງໂຄງການເຂື່ອນ.
2022-04-21
ປະຊາຊົນ ໃນເມືອງລ່ອງແຈ້ງ ມີຄວາມປະສົງ ຢາກຮຽກຮ້ອງໃຫ້ ທາງການລາວ ຢຸດການໃຫ້ສັມປະທານ ການຂຸດຄົ້ນບໍ່ແຮ່ ໂດຍສະເພາະໂຄງການ ຂຸດຄົ້ນ, ຂົບ ແລະຄັດແຍກແຮ່ເຫຼັກ ຂອງບໍຣິສັດ ໂຊກມະນີ ມາຍນີ້ງລາວ ຈຳກັດ ເພາະຊາວບ້ານບໍ່ຢາກ ເສັຍດິນກະເສດ ທີ່ເປັນບ່ອນທຳມາ ຫາລ້ຽງຄອບຄົວ ໃຫ້ກັບໂຄງການ ຍ້ອນວ່າ ຫຼາຍຄອບຄົວ ມີດິນທຳການກະເສດ ຈຳນວນໜ້ອຍ ຫາກຖືກຜົລກະທົບ ກໍຈະບໍ່ມີບ່ອນ ເຮັດໄຮ່, ເຮັດສວນ ແລະເຮັດນາ ດັ່ງທີ່ເຄີຍເຮັດມານັ້ນ.
2022-04-20
ເຂື່ອນຈີນປ່ອຍນ້ຳ ເພີ່ມຈາກ 970 ແມັດກ້ອນຕໍ່ວິນາທີເປັນ 1,626 ແມັດກ້ອນຕໍ່ວິນາທີ ຊຶ່ງບາງຈຸດອາດຈະເພີ່ມຂຶ້ນສູງ ແຕ່ທາງການລາວ ຍັງບໍ່ໄດ້ຮັບການແຈ້ງເຕືອນ ຫຼືປະຊາຊົນ ທີ່ຢູ່ແຄມນ້ຳຂອງ ກໍບໍ່ໄດ້ຮັບການແຈ້ງເຕືອນ ໃນການປ່ອຍນ້ຳຄັ້ງນີ້ ແລະການປ່ອຍນ້ຳ ຂອງເຂື່ອນຈີນ ແຕ່ລະເທື່ອ, ປະຊາຊົນລາວ ກໍບໍ່ເຄີຍໄດ້ຮັບ ການແຈ້ງເຕືອນ ຢ່າງເປັນລະບົບ, ເປັນພຽງການບອກກັນ ປາກຕໍ່ປາກ ຈາກຄົນຂັບເຮືອ ສົ່ງສິນຄ້າຈາກຈີນ.
2022-04-19
ການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ຢູ່ແຂວງອັຕປຶ ເປັນບັນຫາ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຫລາຍແນວ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະປະຊາຊົນ ຈຳນວນນຶ່ງ ກໍເຫັນວ່າ ໂຄງການສັມປະທານ ບໍ່ແຮ່ຕ່າງໆ ພາຍໃນເມືອງ ທີ່ຢູ່ໃນຂັ້ນຕອນການຂຸດຄົ້ນນັ້ນ ໄດ້ສົ່ງຜົລກະທົບຕໍ່ ສິ່ງແວດລ້ອມຢ່າງໜັກ ເຊັ່ນການຕັດໄມ້ ໃນເຂດປ່າສົມບູນ ແລະ ປ່ອຍນ້ຳເປື້ອນ ລົງສູ່ແຫຼ່ງນ້ຳທັມມະຊາດ ເປັນຕົ້ນ.
2022-04-19
ຊາວບ້ານ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ກັງວົນເຖິງຜົລກະທົບ ຕໍ່ທົ່ງນາ ແລະ ສິ່ງແວດລ້ອມ ພາຍຫຼັງທີ່ນັກລົງທຶນລາວ ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນຫິນແກ້ວການຊິສ ເພື່ອສົ່ງອອກໄປຈີນ ແລະ ສິງກະໂປຣ໌
2022-04-19
ບໍຣິສັດ ຂຸດຄົ້ນແຮ່ຄຳ ຂອງຈີນ ໄດ້ມອບເຮືອນຈັດສັນ ໃຫ້ທາງການ ແຂວງອຸດົມໄຊ 24 ຫຼັງ ເພື່ອມອບໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ, ແຕ່ສ່ວນປະຊາຊົນ ຍັງມີຄວາມກັງວົນ ເຣື່ອງຄວາມປອດພັຍ ຂອງບ້ານຈັດສັນ.