ສຳນັກງານຊັພຍາກອນນໍ້າ ແຫ່ງ (ແຫ່ງຊາດ) ປະເທດໄທຍ ໄດ້ຣາຍງານວ່າລະຫວ່າງວັນທີ 20-21 ເມສາ 2022 ນີ້ລະດັບແມ່ນໍ້າຂອງ ໃນຫລາຍພື້ນທີ່ໂດຍສະເພາະ ໃນແຂວງບໍ່ແກ້ວ ແລະແຂວງຊຽງຮາຍຈະເພີ່ມສູງຂຶ້ນປະມານ 0.7-0.8 ແມັດ, ບາງຈຸດກໍອາດຈະສູງຂຶ້ນເຖີງ 1.6 ແມັດ. ພາຍຫລັງທີ່ປະເທດຈີນປ່ອຍນໍ້າອອກຈາກເຂື່ອນຈິ່ງຫົງ ຈາກອັດຕຣາການຣະບາຍນໍ້າ ຈາກເດີມ 970 ແມັດກ້ອນຕໍ່ວິນາທີ ມາເປັນ 1,626 ແມັດກ້ອນຕໍ່ວິນາທີ ເພີ່ມຂຶ້ນເປັນ 656 ແມັດກ້ອນຕໍ່ວິນາທີໃນມື້ວັນທີ 19 ເມສາ ນີ້.
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມແຂວງບໍ່ແກ້ວ ກ່າວວ່າບໍ່ໄດ້ຮັບຮູ້ເຣື່ອງການປ່ອຍນໍ້າ ໃນປະເທດຈີນ ເພາະບໍ່ໄດ້ຮັບໜັງສືແຈ້ງເຕືອນ ຈິ່ງບໍ່ໄດ້ປະກາດແຈ້ງເຕືອນຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເມສານີ້ວ່າ:
“ເຂື່ອນຈີນປ່ອຍນໍ້າເນາະ ບໍ່ເຫັນເທື່ອເຈົ້າແມ່ນແຫລະ ມັນຕ້ອງມີແຈ້ງການ ຫລືວ່າແບບເປັນຂໍ້ອ້າງອີງວ່າ ເຮົາຈະປ່ອຍນໍ້າໂຕນີ້ ມັນຕ້ອງມີໜັງສືມາ ເຮົາຈຶ່ງແຈ້ງປະຊາຊົນໄດ້ເຈົ້າ.”
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ເຣື່ອງການປ່ອຍນໍ້າຈາກເຂື່ອນໄຟຟ້າ ໃນປະເທດຈີນ ຍັງຂ້ອນຂ້າງຊັກຊ້າຫລາຍ ເພາະເຈົ້າໜ້າທີ່ທ້ອງຖິ່ນໄດ້ຮັບໜັງສືແຈ້ງເຕືອນ ເປັນບາງຄັ້ງບາງຄາວເທົ່ານັ້ນ ຊຶ່ງແຕກຕ່າງຈາກປະເທດໄທຍ ທີ່ຈະມີໜ່ວຍງານ ສະເພາະດ້ານແມ່ນໍ້າຂອງໂດຍກົງ ທີ່ໄດ້ຮັບການແຈ້ງເຕືອນທຸກຄັ້ງ ແລະສົ່ງຂໍ້ຄວາມແຈ້ງເຕືອນ ຜ່ານລະບົບອ໋ອນລາຍນ໌ ເຖິງຊາວບ້ານໃນພື້ນທີ່ ຊຶ່ງຊາວບ້ານໃນພື້ນທີ່ ກໍຈະໄດ້ຮັບຂ່າວສານທັນທີ ແລະມີເວລາຕຣຽມພ້ອມ ທີ່ຈະຮັບມືເມື່ອເກີດເຫດສຸກເສິນ.
ຊາວລາວໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ ຮອດເວລາປະມານ 10 ໂມງເຊົ້າຂອງວັນທີ 20 ເມສານີ້ ລະດັບແມ່ນໍ້າຂອງໄດ້ເພີ່ມຂຶ້ນປະມານ 30 ເຊັນຕີແມັດ ແລະ ກຳລັງເພີ່ມຂຶ້ນເລື້ອຍໆ ແຕ່ຊາວບ້ານຍັງບໍ່ໄດ້ຮັບຜົລກະທົບຫຍັງ ແລະຫລາຍຄົນກໍມີການຜູກເຮືອໄວ້ ຢ່າງແໜ້ນໜາແລ້ວ.
ການປ່ອຍນໍ້າອອກຈາກເຂື່ອນໄຟຟ້າ ໃນປະເທດຈີນສ່ວນຫລາຍ ໄດ້ຮັບການແຈ້ງເຕືອນ ຈາກຄົນຂັບເຮືອຂົນສົ່ງສິນຄ້າຊາວຈີນ ຊຶ່ງຈະປະກາດເຕືອນຊາວບ້ານ ທີ່ອາສັຍຢູ່ແຄມແມ່ນໍ້າຂອງ ລັກສະນະແບບປາກຕໍ່ປາກ ສ່ວນການແຈ້ງເຕືອນຈາກທາງການລາວ ບໍ່ເຄີຍໄດ້ຮັບການແຈ້ງເຕືອນຈັກເທື່ອ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເມສານີ້ວ່າ:
“ເອີມື້ນີ້ຂຶ້ນໜ້ອຍນຶ່ງ ໃດບໍ່ແຈ້ງເປັນທາງການ ເຂົາບໍ່ໄດ້ແຈ້ງອອກ ບໍ່ໄດ້ແຈ້ງຫາເຮົາດອກ ເຂົາແຈ້ງມາທາງກຸ່ມ ທາງເຮືອນີ້ນ່າ ຢູ່ຈີນເຂົາແຈ້ງມາຫາຈີນ ຈຸເຮືອຈີນຫັ້ນ.”
ຊາວໄທຍຜູ້ນຶ່ງໃນເມືອງຊຽງແສນ ແຂວງຊຽງຮາຍ (ປະເທດໄທຍ) ກ່າວວ່າລະດັບນໍ້າຂອງ ໄດ້ເພີ່ມຂຶ້ນເຫລັກໜ້ອຍ ໃນຕອນເຊົ້າຂອງວັນທີ 20 ເມສານີ້ ແລະມີແນວໂນ້ມເພີ່ມຂຶ້ນອີກ ແຕ່ຊາວບ້ານຜູ້ປະກອບການເດີນເຮືອ ທາງຝັ່ງໄທຍກໍຕຣຽມພ້ອມຮັບມື ຕາມປົກກະຕິເມື່ອໄດ້ຮັບການແຈ້ງເຕືອນ ເຣື່ອງການປ່ອຍນໍ້າຈາກເຂື່ອນໄຟຟ້າ ປະເທດຈີນ ຊຶ່ງການແຈ້ງເຕືອນລ່ວງໜ້າ ກໍຖືເປັນເຣື່ອງທີ່ດີ ເພາະຊາວບ້ານກໍຈະໄດ້ມີເວລາ ຕຣຽມຄວາມພ້ອມໃນການເກັບມ້ຽນ ເຄື່ອງຂອງ ແລະຜູກເຮືອ.
ດັ່ງຊາວໄທຍຜູ້ນຶ່ງ ໃນເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເມສານີ້ວ່າ:
“ກາຂຶ້ນມາໜ້ອຍນຶ່ງ ເຂົາຈະແຈ້ງມາທາງໜ່ວຍງານຣັຖ ແລ້ວໜ່ວຍງານຣັຖຈະແຈ້ງມາຫາເຮົາອີກເທື່ອນຶ່ງ ຈະໃຊ້ລະບົບສົ່ງທາງລາຍນ໌ ກໍບໍ່ໄດ້ກະທົບຫລາຍ ແຕ່ຖ້າເປັນໄລຍະຍາມຝົນ ຕ້ອງຣະວັງເພາະວ່າເວລານໍ້າມາ ນໍ້າຈະຫລາຍທັງນໍ້າຝົນ ແລະນໍ້າຈາກການປ່ອຍເຂື່ອນ.”
ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ກ່າວວ່ານັບແຕ່ຕົ້ນປີ 2022 ນີ້ ເຂື່ອນໄຟຟ້າໃນປະເທດຈີນ ໄດ້ແຈ້ງເຕືອນການປ່ອຍນໍ້າແລ້ວ ປະມານ 8-9 ຄັ້ງ ສະເພາະເດືອນເມສານີ້ແຈ້ງເຕືອນມາແລ້ວ 2 ຄັ້ງໂດຍການປ່ອຍນໍ້າແຕ່ລະຄັ້ງ ກໍເພື່ອຜລິດໄຟຟ້າ ຫລືເດີນເຮືອຂົນສົ່ງສິນຄ້າ ຈາກຈີນມາຍັງປະເທດລາວ ແລະໄທຍ.
ການປ່ອຍນໍ້າຈາກເຂື່ອນໄຟຟ້າ ປະເທດຈີນ ໄດ້ສົ່ງຜົລກະທົບຕໍ່ປະເທດລຸ່ມແມ່ນໍ້າຂອງ ໂດຍກົງ ເພາະຈະເຮັດໃຫ້ລະດັບແມ່ນໍ້າຂອງ ຂຶ້ນ-ລົງ ຜິດປົກກະຕິ ບໍ່ເປັນຕາມຣະດູການ, ກະທົບຕໍ່ຊາວບ້ານ ທີ່ທຳການກະເສດ ຢູ່ແຄມຝັ່ງແມ່ນໍ້າຂອງ, ການເດີນເຮືອ ແລະການຫາປາຂອງຊາວປະມົງ ໃນທ້ອງຖິ່ນ ແລະນີ້ຄືຜົລກະທົບ ຂອງເຂື່ອນໄຟຟ້າໂດຍກົງ. ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເມສານີ້ວ່າ:
“ໄລຍະນີ້ເນາະ ຊາວບ້ານຈະເກັບໄຄປະມານ 2 ເດືອນ ທີ່ນີ້ພໍເຂົາປ່ອຍນໍ້າ ໄຄກໍຫລຸດລົງ ແລ້ວກໍເຣື່ອງການປະມົງ ລະດັບນໍ້າລົງ ຊຶ່ງມັນກາຍາກເຣື່ອງການຄາດເດົາ ທາງເດີນຂອງປາພວກນີ້ ກາມີບັນຫາເຣື່ອງການປະມົງ.”
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຄະນະກັມມາທິການແມ່ນໍ້າຂອງສາກົນ ຫລື MRC ທ່ານນຶ່ງບໍ່ປະສົງອອກຊື່ ແລະສຽງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ເມສານີ້ວ່າ “ບໍ່ໄດ້ຮັບໜັງສືແຈ້ງເຕືອນ ເຣື່ອງການປ່ອຍນໍ້າຈາກປະເທດຈີນ ມີແຕ່ຣາຍງານກ່ຽວກັບລະດັບແມ່ນໍ້າຂອງ ຊຶ່ງເຜີຍແຜ່ຜ່ານທາງເວບໄຊທ໌ຂອງອົງການເທົ່ານັ້ນ”.
ທາງດ້ານກົມຊັພຍາກອນນໍ້າ ແຫ່ງປະເທດລາວ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນທິດທາງດຽວກັນວ່າ “ບໍ່ໄດ້ຮັບໜັງສືແຈ້ງເຕືອນຈາກປະເທດຈີນ.”
ຢ່າງໃດກໍຕາມ ການປ່ອຍນໍ້າອອກຈາກເຂື່ອນໄຟຟ້າ ໃນປະເທດຈີນຄັ້ງນີ້ ນອກຈາກຈະເຮັດໃຫ້ລະດັບແມ່ນໍ້າຂອງ ໃນແຂວງບໍ່ແກ້ວ ແລະແຂວງຊຽງຮາຍ ເພີ່ມຂຶ້ນແລ້ວ ຍັງຄາດການວ່າລະດັບແມ່ນໍ້າຂອງ ຂອງທ້າຍເຂື່ອນໄຊຍະບູຣີ ຈະເພີ່ມສູງຂຶ້ນປະມານ 0.6-0.7 ແມັດ ໃນລະຫວ່າງວັນທີ 22-25 ເມສານີ້.